ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການທ່ອງທ່ຽວຂອງລາວ ກໍາລັງເລີ້ມຟື້ນຕົວຄືນ ຊຶ່ງໄດ້ຮັບແຮງກະຕຸ້ນ ມາຈາກການຫລັ່ງໄຫລເຂົ້າມາ ຂອງນັກທ່ອງທ່ຽວຈີນ


ບັນດາຜູ້ໂດຍສານກຳລັງພາກັນກວດປີ້ຍົນ ເພື່ອເດີນທາງຕໍ່ໄປຈຸດໝາຍປາຍທາງ, ວັນທີ 5 ມີນາ 2023.
ບັນດາຜູ້ໂດຍສານກຳລັງພາກັນກວດປີ້ຍົນ ເພື່ອເດີນທາງຕໍ່ໄປຈຸດໝາຍປາຍທາງ, ວັນທີ 5 ມີນາ 2023.

ທຸລະກິດການທ່ອງທ່ຽວໃນລາວກໍາລັງມີຄວາມຄຶກຄື້ນ ຫລັງຈາກຈີນໄດ້ຍົກເລີກ ນະໂຍບາຍສູນກໍລະນີໂຄວິດ ຊຶ່ງເຮັດໃຫ້ຄົນຈີນ ເດີນທາງມາທ່ອງທ່ຽວລາວຫລາຍຂຶ້ນ. ສະພາບການນີ້ ໃຫ້ພວກທີ່ຢູ່ໃນຂະແໜງບໍລິການນັກທ່ອງທ່ຽວນັ້ນ ຕື່ນເຕັ້ນດີໃຈ ເຖິງແມ່ນວ່າ ບາງຄົນມີຄວາມເປັນຫ່ວງເຖິງການຮັກສາຄວາມສະອາດຂອງສະຖານທີ່ ແລະສິ່ງແວດລ້ອມຢູ່ກໍຕາມ. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ນັບແຕ່ຈີນຍົກເລີກນະໂຍບາຍສູນກໍລະນີໂຄວິດ ຫລື Zero-Covid Policy ໃນຕົ້ນເດືອນມັງກອນ ເປັນຕົ້ນມາ ກໍເຮັດໃຫ້ນັກທ່ອງທ່ຽວຈີນ ເດີນທາງເຂົ້າ ມາລາວ ຜ່ານຫລາຍຊ່ອງທາງ ນັບມື້ນັບຫລາຍຂຶ້ນ ຊຶ່ງເຮັດໃຫ້ພວກທີ່ເຮັດ ທຸລະກິດຢູ່ໃນຂະແໜງບໍລິການນັກທ່ອງທ່ຽວນັ້ນ ຕື່ນເຕັ້ນດີໃຈ ດັ່ງທີ່ເຈົ້າຂອງ ລົດຕູ້ຮັບສົ່ງນັກທ່ອງທ່ຽວ ປະຈໍາສະໜາມບິນວັດໄຕ ເວົ້າສູ່ພວກເຮົາຟັງວ່າ:

“ມາຫລາຍລະບໍ ມາຫລາຍ ສ່ວນຫລາຍຂີ່ລົດໄຟມາແນ່ ເຂົ້າມາທາງຂົວ ມາທ່ຽວໄທແລ້ວມາຫາລາວຊິນະ. ຫາກະມາ ຫາກະມາຕົ້ນເດືອນ 1 ໜີ້ແຫລະ.”

ທ່ານກ່າວອີກວ່າສ່ວນຫລາຍນັກທ່ອງທ່ຽວຈີນ ມັກມາເປັນກຸ່ມໃຫຍ່ ເມື່ອຂ້າມມາ ຈາກໄທມາຮອດວຽງຈັນແລ້ວ ກໍຈະໄປທ່ຽວວັງວຽງ, ເມືອງເຟືອງ ແລະຫລວງພະບາງ.

ນອກຈາກເດີນທາງຜ່ານໄທ ມາຫາລາວແລ້ວ ນັກທ່ອງທ່ຽວຈີນກໍມັກເດີນທາງ ດ້ວຍລົດໄຟຄວາມໄວສູງ ລາວ-ຈີນ ຊຶ່ງມາແຕ່ລະມື້ຫລາຍຮ້ອຍຄົນ ດັ່ງທີ່ພະນັກງານບໍລິສັດນໍາທ່ຽວຂອງເອກະຊົນ ໃນແຂວງຫລວງນໍ້າທາ ເລົ່າສູ່ຟັງວ່າ:

“ໂອ້ມາຫລາຍ ມາຫລາຍ ມື້ນຶ່ງປະມານຫ້າຮ້ອຍຄົນບໍ່ຫວິດຫລະ ແມ່ນ 3 ໂອ້ເຮືອບິນກະສ່ວນນ້ອຍແຫລະກະມີຢູເຕັມແຕ່ຈີນຫັ້ນແຫລະເຂົາກະມາຫລວງນໍ້າທາແລ້ວກະໄປບ່ອນອື່ນແນ່ ຫລາຍບ່ອນໄປ”

ເສດຖະກິດລາວ ໄດ້ຮັບຜົນກະທົບຢ່າງຕໍ່ເນື່ອງມາຈາກການລະບາດຂອງພະ ຍາດໂຄວິດ-19 ເກືອບ 4 ປີ ແລ້ວ ບວກກັບການກະທົບຂອງສົງຄາມ ໃນຢູເຄຣນ ທີ່ເຮັດໃຫ້ໄພເງິນເຟີ້ ແລະຄ່າຄອງຊີບຂອງປະຊາຊົນລາວເພີ້ມຂຶ້ນ. ສະນັ້ນ ທ່າມກາງຄວາມກົດດັນດັ່ງກ່າວຢູ່ນີ້ ການທີ່ມີນັກທ່ອງທ່ຽວເດີນທາງເຂົ້າມາລາວເພີ້ມຂຶ້ນນັ້ນ ເຮັດໃຫ້ເສດຖະກິດລາວ ເລີ້ມຟື້ນຕົວຄືນໄດ້.

ທາງດ້ານວາລະສານ Economic intelligence ນັ້ນ ຄາດຄະເນວ່າ ເສດຖະ ກິດລາວ ຈະຂະຫຍາຍຕົວໃນອັດຕາ 3.6 ເປີເຊັນໃນປີນີ້ ຊຶ່ງຂະແໜງການທ່ອງທ່ຽວ, ໂດຍສະເພາະການກັບຄືນມາຂອງນັກທ່ອງທ່ຽວຈີນ ແລະ ການເພີ້ມຂຶ້ນໃນການຄ້າ ຕາມເຂດຊາຍແດນໂດຍໄດ້ຮັບການອໍານວຍຄວາມສະດວກດ້ານການຂົນສົ່ງ ຂອງລົດໄຟຄວາມໄວສູງ ລາວ-ຈີນນັ້ນ ຈະກາຍເປັນແຮງພັກດັນຕົ້ນຕໍເຮັດໃຫ້ເສດຖະກິດຂະຫຍາຍຕົວ.

ແຕ່ຢ່າງໃດກໍຕາມ ເມື່ອເວົ້າເຖິງຄວາມພ້ອມໃນການບໍລິການຂົນສົ່ງທາງລົດໄຟ ຄວາມໄວສູງນັ້ນ ກໍຍັງບໍ່ທັນໄດ້ມີການປັບປຸງໃຫ້ດີເທື່ອ ໂດຍສະເພາະແມ່ນການ ຊື້ປີ້ລົດໄຟ ທີ່ຈໍາກັດໃຫ້ຜູ້ນຶ່ງຊື້ໄດ້ພຽງແຕ່ 3 ປີ້ ແລະກໍຕ້ອງມີການລຽນແຖວກັນລໍຖ້າເປັນຊົ່ວໂມງ ແລະຖ້າໃຜບໍ່ຢາກຖ້າ ກໍຕ້ອງໄດ້ຊື້ຜ່ານນາຍໜ້າ ໂດຍຈ່າຍລາຄາ 50,000 ກີບ ຫາ 100,000 ກີບຕໍ່ປີ້. ພ້ອມກັນນັ້ນ ຄົນໂດຍສານກໍບໍ່ສາມາດຊື້ປີ້ ໄປ-ກັບໄດ້ ມີແຕ່ຊື້ໄດ້ແຕ່ປີ້ໄປ ຫລືປີ້ກັບເທົ່ານັ້ນ ຊຶ່ງອາດສົ່ງຜົນເຮັດໃຫ້ນັກທ່ອງທ່ຽວໂດຍທົ່ວໄປ ພົບຄວາມຫຍຸ້ງຍາກໃນການເດີນທາງ ເຖິງແມ່ນວ່າ ມັນຈະປະຢັດເວລາໃນການເດີນທາງກໍຕາມ.

ນອກນັ້ນ ມີບາງຄົນກໍມີຄວາມເປັນຫ່ວງ ກ່ຽວກັບຄວາມສະອາດ ແລະສະພາບແວດລ້ອມຂອງສະຖານທີ່ທ່ອງທ່ຽວ ດັ່ງທີ່ພະນັກງານ ໃນຫ້ອງການທ່ອງທ່ຽວຂອງເມືອງວັງວຽງ ຍົກໃຫ້ເຫັນວ່າ:

“ຂໍ້ດີຫັ້ນແຫລະນັກທ່ອງທ່ຽວຈີນເຂົ້າມາ ມັນກະນໍາເອົາເງິນຕາຕ່າງປະເທດເຂົ້າລາວເຮັດໃຫ້ການພັດທະນາລາວດີຂຶ້ນ ການແກ້ໄຂດີຂຶ້ນ ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ແຕ່ຂໍ້ເສຍ ກະຄື ມັນເວົ້າເປັນສຽງດັງເປັນກຸ່ມກ້ອນ ມັກຖິ້ມຂີ້ ເຫຍື່ອຊະຊາຍ ຕາມສາທາລະນະ ມັກຖົ່ມນໍ້າລາຍບາງຈໍານວນ ບາງກຸ່ມມັນກະບໍ່ມັກໄຊ້ຄີວເປັນກຸ່ມເປັນຕອນ”

ທາງລັດຖະບານລາວ ຄາດໄວ້ວ່າ ການທ່ອງທ່ຽວລາວ ຈະສາມາດດຶງດູດເອົານັກທ່ອງທ່ຽວຕ່າງປະເທດໄດ້ປະມານ 1.4 ລ້ານເທື່ອຄົນ ສ້າງລາຍຮັບໃຫ້ໄດ້ 340 ລ້ານໂດລາ ສໍາລັບປີ 2023 ນີ້, ອີງຕາມແຫລ່ງຂ່າວທ້ອງຖິ່ນ. ແຕ່ເມື່ອທຽບກັບປີ 2019 ຊຶ່ງເປັນປີທີ່ລາວ ມີລາຍຮັບຈາກການທ່ອງທ່ຽວສູງສຸດ ກໍຄື 974 ລ້ານໂດລາ ຈໍານວນລາຍຮັບທີ່ວ່ານີ້ ຍັງຖືວ່າໜ້ອຍຫລາຍ (ອີງຕາມສະ ຖິຕິຂອງທະນາຄານໂລກ). ສ່ວນຫ້ອງການບໍລິຫານການຄ້າສາກົນ ຂອງກະ ຊວງການຄ້າຂອງສະຫະລັດນັ້ນ ກ່າວຢູ່ໃນບົດລາຍງານຂອງຕົນ ເມື່ອທ້າຍປີ 2022 ຜ່ານມາວ່າ ກ່ອນການລະບາດ ຂອງໂຄວິດ-19 ນັ້ນ ເຖິງແມ່ນວ່າອຸດ ສາຫະກໍາທ່ອງທ່ຽວຂອງລາວ ພັດທະນາຢ່າງວ່ອງໄວ ແຕ່ກໍບໍ່ຄອ່ຍສະໝໍ່າສະເໝີ ເມື່ອສະເລ່ຍແລ້ວ ນັບແຕ່ປີ 2016 ຫາ 2019 ລາຍຮັບຈາກການທ່ອງທ່ຽວຂອງລາວກວມເອົາປະະມານ 12.5 ເປີເຊັນ ຂອງລວມຍອດຜະລິດຕະພັນພາຍໃນ ຫລື GDP ຂອງລາວ.

XS
SM
MD
LG