ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການປະເມີນ ຜົນເສຍຫາຍ ຕົວຈິງ ຈາກເຂື່ອນ ໄຟຟ້າ ເຊ​ປຽນ-​ເຊ​ນ້ຳ​ນ້ອຍແຕກ


ຜົນເສຍຫາຍຈາກເຂື່ອນໄຟຟ້າ ເຊ​ປຽນ-​ເຊ​ນ້ຳ​ນ້ອຍແຕກ
ຜົນເສຍຫາຍຈາກເຂື່ອນໄຟຟ້າ ເຊ​ປຽນ-​ເຊ​ນ້ຳ​ນ້ອຍແຕກ

ທາງ​ການ​ລາວ​ດຳ​ເນີນ​ການ​ເກັບ​ຂໍ້​ມູນ​ຢ່າງ​ລະອຽດ ​ເພື່ອ​ນຳ​ໃຊ້​ປະກອບ​ການ​ຮຽກຮ້ອງ
ຄ່າ​ເສຍ​ຫາຍ​ຈາກ​ກຸ່ມ​ລົງ​ທຶນ​ກໍ່ສ້າງ​ເຂື່ອນ​ເຊ​ປຽນ-​ເຊ​ນ້ຳນ້ອຍ​ໃຫ້​ກັບ​ຜູ້​ປະສົບ​ໄພ​ຈາກ​
ກໍລະນີ​ເຂື່ອນ​ແຕກ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດ​ຖະມົນຕີ​ ໃນ​ຖານະ​ຫົວໜ້າຄະນະ​ກຳມະ
ການ​ສະ​ເພາະ​ກິດ​ແກ້​ໄຂ​ໄພພິບັດ​ລະດັບ​ຊາດ ​ຖະ​ແຫຼ​ງຢືນຢັນ​ວ່າ ການ​ເກັບ​ກຳ​
ຂໍ້​ມູນ​ຢ່າງ​ລະອຽດ​ກ່ຽວ​ກັບ​ການ​ເສຍ​ຫາຍ​ຂອງ​ປະຊາຊົນທີ່​ປະສົບ​ໄພ​ນຳ​ຖ້ວມ​ຈາກ​
ກໍລະນີ​ເຂື່ອນ​ໄຟຟ້າ​ເຊ​ປຽນ-​ເຊ​ນ້ຳ​ນ້ອຍ​ແຕກ ນັບ​ຈາກ​ວັນ​ທີ23 ກໍລະກົດ 2018
ຍັງ​ສືບ​ຕໍ່​ຢູ່ເລື້ອຍ​ມາ ຈົນ​ເຖິງ​ປັດຈຸ​ບັນ​ນີ້ ດ້ວຍ​ເປົ້າ​ໝາຍ​ທີ່​ຈະ​ນຳ​ເອົາ​ຂໍ້​ມູນ​ທີ່​ໄດ້​ຈາກ
​ການ​ລົງ​ໄປເກັບ​ກຳ​ໃນ​ພື້ນ​ທີ່​ປະສົບ​ໄພ​ຕົວ​ຈິງ​ນັ້ນ ມາ​ນຳ​ໃຊ້​ປະກອບ​ການ​ຮຽກຮ້ອງ
​ເອົາ​ຄ່າ​ເສຍຫາຍ​ຈາກ​ກຸ່ມ​ລົງທຶນ​ກໍ່ສ້າງ​ເຂື່ອນ​ໄຟຟ້າເຊ​ປຽນ-​ເຊ​ນ້ຳ​ນ້ອຍ ​ໃຫ້​ກັບ
​ຜູ້​ປະສົບ​ໄພ​ຈາກ​ກໍລະນີ​ເຂື່ອນ​ແຕກ​ໃຫ້​ໄດ້​ຢ່າງ​ເໝາະ​ສົ​ມກັບ​ສະພາບ​ການ​ເສຍ​ຫາຍ
​ຕົວ​ຈິງ.

​ໂດຍ​ການ​ຮຽກຮ້ອງ​ເອົາ​ຄ່າ​ເສຍ​ຫາຍ​ດັ່ງກ່າວ​ນີ້ ຈະ​ບໍ່​ແມ່ນ​ການປົວແປງ​ທີ່​ມີ​ລັກສະນະ
​ເປັນ​ການສະ​ເລ່ຍການຈ່າຍ​ເງິນ​ທີ່​ເທົ່າ​ກັນ​ໃຫ້​ກັບ​ຜູ້​ປະສົບ​ໄພ​ແຕ່​ຢ່າງ​ໃດ ຫາກ​ແຕ່​
ຈະ​ຄິດ​ໄລ່​ຈາກ​ການ​ເສຍ​ຫາຍ​ຕົວ​ຈິງ​ຂອງຜູ້​ປະສົບ​ໄພ​ແຕ່ລະລາຍ​ເປັນ​ສຳຄັນ ດັ່ງ​ທີ່​
ທ່ານ​ສອນ​ໄຊ ​ໄດ້​ໃຫ້ການ​ຢືນຢັນ​ວ່າ: “ອັນ​ນີ້ ມັນ​ຈະ​ໄປ​ສູ່​ການ​ຊົດ​ເຊີຍ ​ເພາະວ່າ
ມັນ​ບໍ່​ແມ່ນ​ທຳ​ມະ​ຊາດ ​ເພາະວ່າ​ມັນ​ມີ​ການ​ພັດທະນາ​ເຂື່ອນ​ເດ້ ສະ​ນັ້ນ ຜູ້​ພັດທະ
ນາ​ນີ້​ຕ້ອງ​ໄດ້​ຮັບຜິດຊອບ​ຕໍ່​ຜົນ​ທີ່​ເກີດ​ຂຶ້ນ ສະ​ນັ້ນ​ຄັນ​ເຮົາ​ບໍ່​ມີ​ຂໍ້​ມູນ​ໂຕຈິງ​ສິ​ໄປ​
ຮຽກ​ເອົາ​ນຳຜູ້​ພັດທະນາ​ໃນ​ຕໍ່ໜ້າກະ​ບໍ່​ໄດ້ ສະ​ນັ້ນ​ຈະ​ຕ້ອງ​ຂຶ້ນ​ບັນຊີ​ຊັບ​ສິນຂອງ​
ເຂົາ​ເຈົ້າ ວ່າ ມີ​ງົວຈັກ​ໂຕ ມີ​ຄວາຍ​ຈັກ​ໂຕ ​ເຮືອນ​ກໍ່​ແນວ​ໃດ ​ເຮືອນ​ປະ​ເພດ​ໃດ
ມີ​ພາຫະນະ​ນຳ​ໃຊ້ລົດ​ຕ໊ອກໆ ລົດ​ກະບະ ລົດ​ອີ​ສັງ​ຕ່າງໆ​ແນວ​ໃດ ​ແລ້ວ​ເຮົາ​ກະ​ຕີ​
ລັກສະນະ​ປະ​ເມີນ.”

ທາງ​ດ້ານ ທ່ານ​ອຸ່ນ​ຫຼ້າ ​ໄຊ​ຍະ​ສິດ ຮອງ​ເຈົ້າ​ແຂວງ​ອັດ​ຕະປື ລາຍ​ງານ​ວ່າ ​ເມືອງ​ສະ
ໜາມ​ໄຊ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ທີ່​ເກີດ​ຈາກ​ກໍລະນີ​ເຂື່ອນ​ເຊ​ປຽນ-​
ເຊ​ນ້ຳ​ນ້ອຍ​ແຕກ​ ໃນ​ຄັ້ງ​ນີ້ ​ເປັນ​ເມືອງນຶ່ງ​ທີ່​ທຸກ​ຍາກ ມີ 40 ບ້ານ 6,771 ຄອບຄົວ
ມີ​ພົນລະ​ເມືອງ 36,000 ກວ່າ​ຄົນ ​ໃນ​ນີ້ ມີ​ບ້ານ​ທີ່​ຖືກ​ກະທົບ ຈາກ​ໄພ​ນ້ຳ​ຖ້ວມ
13 ບ້ານ ມີ 2,717 ຄອບຄົວ ມີ​ພົນລະ​ເມືອງ 13,067 ຄົນ ​ໃນ​ນີ້ ​ໄດ້​ຮັບ​ຜົນ​ກະທົບ
100 ​ເປີ​ເຊັນ ມີ 6 ບ້ານ ຄື ບ້ານ​ຫີນ​ລາດ ບ້ານ​ສະໝອງ​ໃຕ້ ບ້ານ​ທ່າ​ຫີນ ບ້ານ​ໃໝ່
ບ້ານ​ທ່າ​ແສງ​ຈັນ ​ແລະ​ບ້ານ​ໃຫຍ່ແທ ຊຶ່ງ​ໃນ 6 ບ້ານ​ດັ່ງກ່າວ​ນີ້ ມີ​ຈຳນວນ 1,611
ຄອບຄົວ ມີ​ພົນລະ​ເມືອງ 7,095 ຄົນ ​ໄດ້​ຍົກຍ້າຍ​ມາ​ຢູ່​ເຂດ​ທີ່​ປອດ​ໄພ 6 ຈຸດ ຄື
​ເທດສະບານ​ເມືອງ​ສະໜາມ​ໄຊ ບ້ານ​ຕໍ​ມໍ​ຍອດ ບ້ານ​ດອນ​ບົກ ບ້ານ​ປີນ​ດົງ ບ້ານ​ຄອນ
​ທົດ ​ແລະ​ໂຮງຮຽນ​ມັດທະຍົມ​ສົມບູນ​ຈັນທາ.

ສຳລັບ​ຈຳນວນ​ຜູ້​ສູນ​ຫາຍ​ມີ​ທັງ​ໝົດ 131 ຄົນ ຊຶ່ງ​ມາ​ຮອດ​ວັນ​ທີ 18 ສິງຫາ 2018
ມີ​ລາຍ​ງານ​ວ່າ ສາມາດ​ເກັບ​ກູ້​ຊາກ​ສົບ​ຜູ້​ເສຍ​ຊີວິດ​ໄດ້ ​ໃນ​ພາກ​ສະໜາມ​ຈຳນວນ
34 ສົບ ​ໃນ​ນີ້ ​ເປັນ​ຜູ້​ເສຍ​ຊີວິດ​ເພດ​ຍິງ 18 ສົບ ​ເດັກນ້ອຍ ອາຍຸ 10 ປີ ລົງ​ມາ ຈຳນວນ
13 ສົບ ​ແລະ​ເສຍ​ຊີວິດ​ຢູ່​ໃນ​ໂຮງໝໍ 5 ສົບ ຮວມມີ​ຜູ້​ເສຍ​ຊີວິດ​ແລ້ວ ຈຳນວນ 39 ສົບ
ສ່ວນ​ອີກ 97 ຄົນ​ຍັງສູນຫາຍ ​ແລະ​ຈະ​ຕ້ອງ​ຄົ້ນ​ຫາ​ຕໍ່​ໄປ.

ສ່ວນ​ທ່ານ​ຄຳ​ແພງ ​ໄຊ​ສົມ​ແພງ ລັດຖະມົນຕີວ່າ​ການ​ກະຊວງ​ແຮງ​ງານ ​ແລະ​ສະຫວັດ
​ດີ​ການ​ສັງ​ຄົມ ​ໄດ້​ຖະ​ແຫຼ​ງຍອມຮັບ​ວ່າ ການ​ບູລະນະ​ຟື້ນ​ຟູ​ເມືອງສະໜາມ​ໄຊ​ທີ່​ຖືກ
​ກະທົບ​ຢ່າງ​ໜັກ​ຈາກ​ໄພ​ນ້ຳ​ຖ້ວມ​ຄັ້ງໃຫຍ່ທີ່​ເກີດ​ຈາກເຊ​ປຽນ-​ເຊ​ນ້ຳ​ນ້ອຍ​ແຕກ
ນັບ​ຕັ້ງ​ແຕ່​ວັນ​ທີ 23 ກໍລະກົດ 2018 ​ເປັນ​ຕົ້ນ​ມາ ຈະ​ຕ້ອງ​ໃຊ້​ເວລາ ທີ່​ຍາວ​ນານ
​ສົມຄວນ ທັງ​ຍັງ​ຈະ​ຕ້ອງໃຊ້​ງົບປະມານ​ຢ່າງ​ຫຼວງ​ຫຼາຍ​ອີກ​ດ້ວຍ ​ເພາະວ່າ​ໄພ​ນ້ຳ​ຖ້ວມ​
ໄດ້​ເຮັດ​ໃຫ້​ເຮືອນ ສິ່ງ​ປຸກ​ສ້າງ ​ແລະ​ຊັບ​ສິນ​ຂອງ​ປະຊາຊົນ ຮວມທັງ​ພື້ນຖານໂຄງ​ລ່າງ
​ຕ່າງໆ ທັງ​ຖະໜົນ​ຫົນທາງ ຂົວ ​ໂຮງຮຽນ ສຸກສາລາ ອາຄານ​ສຳ​ນັກ​ງານ​ຕ່າງໆ​ຂອງ​
ລັດ ​ແລະ​ຄອງ​ຊົນລະ​ປະທານນັ້ນ ​ໄດ້​ເກີດ​ການ​ເສຍຫາຍ​ແລະ​ເປ່​ເພ ​ໄປ​ເປັນ​ສ່ວນ​ໃຫຍ່
ຊຶ່ງ​ຈະ​ຕ້ອງ​ໃຊ້​ງົບປະມານ​ເພື່ອ​ການ​ບູລະນະ ຟື້ນ​ຟູ​ເປັນ​ຈຳນວນ​ຫຼາຍ​ພັນ​ຕື້​ກີບ ທີ່​ຈະ
​ຕ້ອງ​ຮຽກຮ້ອງ​ເອົາ​ຈາກ​ກຸ່ມ​ຜູ້​ລົງທຶນ​ໃນ​ໂຄງການ​ທີ່​ປະກອບ​ດ້ວຍ ​ບໍລິສັດ SK ວິສະ
ວະ​ກຳ ​- ກໍ່ສ້າງແລະບໍລິສັດ Western Power ຈາກ​ເກົາຫຼີ​ໃຕ້, ​ບໍລິສັດ​ໄຟຟ້າ
ຣາຊບູຣີຈຳກັດ (ມະຫາຊົນ) ຈາກ​ໄທ ​ແລະ ວິສາຫະກິດ​ຖື​ຮຸ້ນ​ຂອງ​ລັດຖະບານ​ລາວ.

XS
SM
MD
LG