ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ເຈ​ລະ​ຈາ ​​ປັນ​ເຂດ​ຊາຍ​ແດນ ​ລະ​ຫວ່າງ​ລາວ ກັບ​ກຳ​ປູ​ເຈຍ ດຳ​ເນີນ ຢູ່ຕໍ່​ມາ


ແຜ່ນ​ທີ່​ປະ​ເທດ​ລາວ
ແຜ່ນ​ທີ່​ປະ​ເທດ​ລາວ

ຄະ​ນະ​ກຳ​ມະ​ການ​ຮ່ວມ​ລະ​ຫວ່າງ​ລາວ​ກັບ​ກຳ​ປູ​ເຈຍ ຍັງ​ສືບ​ຕໍ່​ເຈ​ລະ​ຈາເພື່ອ​ຈັດ​ທຳ​
ຂໍ້​ກຳ​ນົດ ທີ່​ກ່ຽວ​ຂ້ອງ​ກັບ​ການ​ຮ້ອງ​ຂໍ ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ຝຣັ່ງ​ ເພື່ອ​ໃຫ້​ຈັດ​ສົ່ງ​ແຜນ​ທີ່
ທີ່​ກ່ຽວ​ກັບເຂດ​ແດນ​ລາວກັບ​ກຳ​ປູ​ເຈຍ ຊົງຣິດ ​ໂພນ​ເງິນ ​ມີ​ລາຍ​ງານ​ຈາກ​ບາງກອກ.

ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ກຳ​ປູ​ເຈຍ ຢືນ​ຢັນ​ວ່າ ການ​ເຈ​ລະ​ຈາ
ລະ​ຫ​ວ່າງ ເຈົ້າ​ໜ້າ​ທີ່​ຂອງ​ທາງ​ການ​ກຳ​ປູ​ເຈຍ ແລະ​ລາວ ເພື່ອ​ຈັດ​ທຳ​ຂໍ້​ກຳ​ນົດ ກ່ຽວ​ກັບ​
ການ​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫຼືອ ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ ເພື່ອ​ຂໍ​ໃຫ້​ຊ່ອຍ​ຈັດ​ສົ່ງ​ບັນ​ດ​າ​
ແຜນ​ທີ່ ແລະ​ເອກ​ກະ​ສານ​ສຳ​ຄັນ​ຕ່າງໆ ທີ່​ກ່ຽວ​ຂ້ອງ​ກັບ​ເຂດ​ແດນ ລະ​ຫວ່າງ​ກຳ​ປູ​ເຈຍ
ກັບ​ລາວທີ່​ທາງ​ການ​ຝ​ຣັ່ງ ໄດ້​ຈັດ​ທຳ​ຂຶ້ນ ໃນ​ຍຸກ​ສະ​ໄໝ​ອາ​ນາ​ນິ​ຄົມ ເພື່ອ​ນຳ​ມາໃຊ້
​ປະ​ກອບ​ ການ​ເຈ​ລະ​ຈາຕົກ​ລົງ​ກ່ຽວ​ກັບ ເຂດ​ແດນ​ທີ່ຍັງ​ຂັດແຍ້ງ​ກັນ ລະ​ຫວ່າງ​ກຳ​ປູ​ເຈຍ
ກັບ​ລາວ​ ນັ້ນ ຈົນ​ເຖິງ​ປັດ​ຈຸບັນ​ນີ້ ການ​ເຈ​ລະ​ຈາ ກໍ​ຍັງຄົງສືບ​ຕໍ່ ເພື່ອ​ຮ່ວມ​ກັນ​ຈັດທຳ​ໃຫ້
​ແລ້ວເສັດໃນ​ມໍ່ໆ​ນີ້.

​ໂດຍ​ການ​ເຈ​ລະ​ຈາ​ດັ່ງ​ກ່າວນີ້ ຖື​ເປັນ​ການ​ປະ​ຕິ​ບັດ​ການ​ຕົກ​ລົງ​ລະ​ຫວ່າງ​ທ່ານ​ທອງ​ລຸນ
ສີ​ສຸ​ລິດ ກັບທ່ານ​ຮຸນ ເຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ ຂອງ​ທັງ 2 ປະ​ເທດ ຊຶ່ງ​ພົບ​ປະ​ເຈ​ລະ​ຈາ​
ກັນຢູ່​ທີ່​ນະ​ຄອນ​ຮາ​ໂນ່ຍ ປະ​ເທດ​ຫວຽດ​ນາມ ເມື່ອ​ວັນ​ທີ 13 ກັນ​ຍາ 2018 ຜ່ານ​ມາ
ແລະ​ພ້ອມ​ກັນ​ນັ້ນ ຜູ້​ນຳ​ຂອງ​ທັງ 2 ຝ່າຍ ຍັງ​ໄດ້​ຕົກ​ລົງ​ຖອນ​ກຳ​ລັງ​ທະ​ຫານ ທັງ​ໝົດ
ອອກ​ໄປ​ຈາກ​ເຂດ​ແດນ ທີ່​ຂັດ​ແຍ້ງ​ກັນ ທັງ​ຍັງ​ບໍ່​ອະ​ນຸ​ຍາດ​ໃຫ້​ປະ​ຊາ​ຊົນ ​ຂອງທັງ 2
ປະ​ເທດເຂົ້າ​ໄປ​ພັກ​ອາ​ໄສ​ແລະ​ປະ​ກອບ​ກິດຈະກຳ​ໃດໆ ຢູ່​ໃນ​ເຂດ​ດັ່ງ​ກ່າວ​ອີກ​ດ້ວຍ
ໂດຍ​ໃຫ້​ຖື​ເປັນເຂດ​ຄົງ​ຄ້າງ​ທີ່​ທາງ​ການ ທັງ 2 ຝ່າຍ​ຈະ​ຕ້ອງ​ຮ່ວມ​ກັນ​ລາດ​ຕະ​ເວນ
ເພື່ອ​ເສີມ​ສ້າງ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ກັນ ແນ​ໃສ່ການ​ແກ້​ໄຂ​ບັນ​ຫາ ຮ່ວມ​ກັນ ໃຫ້​ໄດ້
ຢ່າງ​ແທ້​ຈິງ.

ທັງນີ້ ໂດຍ​ເຂດ​ຊາຍ​ແດນ​ທີ່​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ລາວ​ກັບ​ກຳ​ປູ​ເຈຍ ທີ່​ແກ້ງ​ຕໍ​ມໍຄອຍ​
ກັບຫ້ວຍ​ຕະ​ເງົາ ເປັນ​ຊາຍ​ແດນ​ລະ​ຫວ່າງ​ເມືອງ​ສະ​ໜາມ​ໄຊ ແຂວງ​ອັດ​ຕະ​ປື
ແລະ​ເມືອງແສນ​ປາງ ແຂວງ​ສະ​ຕຶງ​ແຕຣັງ ຂອງ​ກຳ​ປູ​ເຈຍມີ​ເນື້ອ​ທີ່ກວ້າງ​ເຖິງ 550
ກິ​ໂລ​ແມັດ​ມົນ​ທົນ ຊຶ່ງ​ທາງ​ການ​ທັງ 2 ຝ່າຍ ໄດ້​ອ້າງ​ເຂດ​ແດນ ໂດຍ​ຖື​ຕາມ​ແຜນ​ທີ່
ທີ່​ແຕກ​ຕ່າງ​ກັນ ແລະ​ຝ່າຍ​ກຳ​ປູ​ເຈຍ ຍັງ​ໄດ້​ກໍ່​ສ້າງ​ທາງ​ເຂົ້າ​ມາ​ໃນ​ເຂດ​ດັ່ງ​ກ່າວ​ດ້ວຍ​ນັ້ນ
ຈຶ່ງ​ຂັດ​ແຍ້ງ​ກັນດັ່ງ​ທີ່ ທ່ານ​ອະ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດ​ຖະ​ມົນ​ຕີ​ປະ​ຈຳ​ສຳ​ນັກ​ນາ​ຍົກ​ລັດ
​ຖະ​ມົນ​ຕີຢືນ​ຢັນ​ວ່າ:“ອັນ​ວ່າ​ຕໍ​ມໍຄອຍ​ - ຫ້ວຍ​ຕະ​ເງົານີ້​ນະ ມັນ​ຂັດ​ແຍ້ງ​ກັນ​ເຖິງ 550
ຕາ​ຕະ​ລາງ​ກິ​ໂລ​ແມັດແຕ່​ສຳ​ຄັນນີ້ນະ ສອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕົກ​ລົງ​ກັນ ໄວ້​ວ່າ
ເຂດ​ຄົງ​ຄ້າງ​ບໍ່ໃຫ້​ໄປ​ແຕະ​ຕ້ອງ ໃນ​ແງ່​ກົດ​ໝາຍ​ມີ​ຜົນ​ບັງ​ຄັບ​ໃຊ້​ແລ້ວ ແລ້ວ​ເປັນ​ຫຍັງ
​ເດືອນ​ກຸມ​ພາປີ 2017 ເລື້ອງ​ມັນ ຈຶ່ງ​ເກີດ​ຂຶ້ນ ເພິ່ນ​ກໍ​ເລີ້ມ​ແຕ່ກອງ​ຊ່າງ​ແສງ​ເພິ່ນ​
ສ້າງ​ທາງ ເຂົ້າ​ມາ​ແລ້ວເຂົ້າ​ໄປ​ເຂດ​ຂັດ​ແຍ້ງ 550 ຕາ​ຕະ​ລາງ​ກິ​ໂລ​ແມັດ.”

ສ່ວນ​ການ​ສຳ​ຫຼວດ​ເພື່ອ​ປັກ​ປັນ​ເຂດ​ແດນ​ລະ​ຫວ່າງ​ລາວ ກັບກຳ​ປູ​ເຈຍນັ້ນ ໄດ້​ເລີ້ມ​ດຳ​ເນີນ
​ການ ນັບ​ແຕ່​ປີ 2000 ເປັນ​ຕົ້ນມາ ໂດຍ​ປະ​ຕິ​ບັດ​ຕາມ​ຫຼັກ​ການ 4 ດ້ານ ທີ່​ລັດ​ຖະ​ບານ
​ສອງປະ​ເທດ ໄດ້​ຕົກ​ລົງ​ຮ່ວມ​ກັນ ເມື່ອ​ປີ 1995 ກໍ​ຄື ຫຼັກ​ການ​ຮັບ​ຮູ້ ເຂດ​ຊາຍ​ແດນ
ທີ່​ອີງ​ຕາມແຜນ​ທີ່​ມາດ​ຕາ ສ່ວນ 1 ຕໍ່ 100,000 (ປີ 1933) ຫຼັກ​ການ​ສາ​ກົນ ກ່ຽວ​ກັບ
​ການ​ຂີດ​ເສັ້ນຊາຍ​ແດນ ຫຼັກ​ການ​ຄຸ້ມ​ຄອງ​ຂອງ​ປະ​ຊາ​ຊົນ ທີ່​ສືບ​ທອດ​ກັນ​ມາຫຼັກ​ຂອງ
​ຄວາມ​ສະ​ເໝີ​ພາບເຄົາ​ລົບ​ສິດ ຜົນ​ປະ​ໂຫຍດ ແລະ​ເປັນ​ເອກ​ກະ​ພາບ​ກັນ ຢ່າງ​ສົມ​ບູນ.

ແຕ່ບັນ​ຫາ​ຂັດ​ແຍ້ງ​ຢູ່​ຊາຍ​ແດນ​ລາວ ກັບກຳ​ປູ​ເຈຍ ກໍ​ໄດ້​ເກີດ​ຂຶ້ນ ໃນ​ວັນ​ທີ 12 ສິງ​ຫາ
2017 ທີ່​ຜ່ານ​ມາ ໂດຍ​ມີສາ​ເຫດ ມາ​ຈາ​ກການເຄື່ອນ​ກຳ​ລັງ​ທະ​ຫານກຳ​ປູ​ເຈຍ
ເຂົ້າ​ໄປ ໃນ​ເຂດ ທີ່​ຍັງ​ບໍ່​ສາ​ມາດ​ຕົກ​ລົງ​ປັກ​ປັນ​ເຂດ​ແດນ ຮ່ວມ​ກັນ​ໄດ້ ຊຶ່ງ​ເຮັດ​ໃຫ້
​ນາຍ​ຍົກ​ລັດ​ຖະມົນ​ຕີ ທັງ 2 ຕ້ອງ​ພົບ​ປະ​ເຈ​ລະຈາ​ກັນ ທີ່​ນະ​ຄອນ​ວຽງຈັນ ໃນ​ວັນ​ທີ
12 ສິ​ງຫາ 2017 ຊຶ່ງກໍ​ໄດ້​ຕົກ​ລົງ ຮ່ວມ​ກັນ ໃຫ້​ຖອນ​ກຳ​ລັງ​ທະ​ຫານ​ຂອງທັງ 2
ຝ່າຍ​ອອກ​ໄປ ຈາກເຂດ​ຂັດແຍ້ງ ຫຼື​ກັບ​ໄປເຂດທີ່​ຕັ້ງ​ເດີມ ແລະ​ໃຫ້​ຍຸ​ຕິ​ການ​ສ້າງ​
ຖະ​ໜົນໃນ​ເຂດ​ຂັດ​ແຍ້ງ ດັ່ງ​ກ່າວ​ດ້ວຍ.

ທາງ​ການ​ລາວ-ກຳ​ປູ​ເຈຍ ໄດ້​ຕົກ​ລົງ​ຮ່ວມ​ກັນ​ສຳ​ຫຼວດ ເພື່ອ​ປັກ​ຫຼັກ​ໝາຍ​ຊາຍ​ແດນ
ລະ​ຫວ່າງ​ກັນ ໃນ​ປີ 1995 ແລະ​ເລີ້ມ​ການ​ສຳ​ຫຼວດຕົວ​ຈິງ ນັບ​ແຕ່​ປີ 2000 ເປັນ​ຕົ້ນ​ມາ
ໃນ​ປັດ​ຈະ​ບັນ​ສາ​ມາດ​ຕົກ​ລົງ ປັກ​ຫຼັກໝາຍ​ໄດ້​ແລ້ວ 121 ຫຼັກ ໃນ​ໄລ​ຍະທາງ 465
ກິ​ໂລແມັດ ຄິດເປັນ 87 ເປີ​ເຊັນ ຂອງ​ຊາຍ​ແດນ ທີ່​ມີ​ໄລ​ຍະ​ທາງ​ຍາວ 535 ກິ​ໂລ​ແມັດ
ຈຶ່ງ​ຍັງເຫຼືອ 70 ກິ​ໂລ​ແມັດ ຫຼື 13 ເປີ​ເຊັນ ຈະ​ຕ້ອງ​ຕົກ​ລົງ​ຮ່ວມ​ກັນ​ຕໍ່​ໄປ.

XS
SM
MD
LG