ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການ​ກໍ່​ສ້າງ ​ທາງ​ລົດ​ໄຟ ​ລາວ-ຈີນ ຕ້ອງ​ໃຊ ​້​​ກຳ​ລັງແຮງ​ງານຈີນ ຫຼາຍກວ່າ 30,000 ຄົນ


ພວກ​ພະ​ນັກ​ງານ​ສ້າງ​ທາງ​ລົດ​ໄຟ​ຈີນ ໃນ ສ​ປ​ປ ລາວ.
ພວກ​ພະ​ນັກ​ງານ​ສ້າງ​ທາງ​ລົດ​ໄຟ​ຈີນ ໃນ ສ​ປ​ປ ລາວ.

ກ່ອນການສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ຕ້ອງ​ໃຊ້​ກຳ​ລັງ​ແຮງ​ງານ​ຫຼາຍກວ່າ 30,000 ຄົນ
​ຈາກ​ຈີນ ໂດຍ​ບໍ່​ປາ​ກົດ​ວ່າ ​ມີ​ການ​ຈ້າງ​ແຮງ​ງານ​ລາວ ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ໂດຍ​ກົງ​ໃນ
​ໂຄງ​ການ​ແຕ່​ຢ່າງ​ໃດ​ ຊຶ່ງ​ຊົງ​ລິດ ໂພ​ນ​ເງິນ ນັກ​ຂ່​າວ ວີ​ໂອ​ເອ ມີ​ລາຍ​ງານ​ຈາກ​ບາງກອກ
ມາ​ສະ​ເໜີ​ທ່ານ.

ທ່ານ​ຄຳ​ສຸກ ບຸນ​ຍະ​ວົງ ສ​ະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ ຈາກ​ແຂວງຜົ້ງ​ສາ​ລີ ຢືນ​ຢັນ​
ວ່າ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ ລາວ-ຈີນ ທີ່​ກຳ​ລັງ​ດຳ​ເນີນ​ການ​ກໍ່​ສ້າງ​ໃນ​ປັດ​ຈຸ​ບັນ​
ຈະ​ຕ້ອງ​ນຳ​ໃຊ້​ກຳ​ລັງ​ແຮງ​ງານ​ຈຳ​ນວນ​ຫຼາຍກວ່າ 30,000 ຄົນ ໂດຍ​ການ​ດຳ​ເນີນ
​ງານ​ໃນ​ເວ​ລາ​ນີ້​ກໍ​ໄດ້​ມີ​ການ​ຈ້າງ​ແຮງ​ງານ​ຈາກ​ຈີນ​ເຂົ້າ​ມາໃນລາວ​ແລ້ວ​ເກີນກວ່າ
19,000 ຄົນ ຊຶ່ງ​ໃນ​ຈຳ​ນວນ​ນີ້​ບໍ່​ຮວມ​ແຮງ​ງານ​ລາວ 2,000 ກວ່າ ຄົນທີ່​ຖືກວ່າ​ຈ້າງ​
ໃນ​ພາກ​ສ່ວນ​ອື່ນໆ​ທີ່​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງໂດຍ​ກົງ​ໃນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟແຕ່​ຢ່າງ
​ໃດ ສະ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ເກີດ​ການ​ສົງ​ໄສວ່າ​ດ້ວຍສາ​ເຫດ ແລະ​ບັນ​ຫາ​ໃດ​ຈຶ່ງ​ບໍ່​ມີ​ການ​
ຈ້າງ​ແຮງງ​າ​ນ​ລາວ​ເຂົ້າ​ໄປ​ມີ​ສ່ວນ​ຮ່ວມ​ໃນ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ເລີຍ
​ ດັ່ງ​ທີ່​ທ່ານຄຳ​ສຸກ​ຢືນ​ຢັນ​ວ່າ:

“ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ ​ແຮງ​ງານ​ຕ້ອງ​ການ​ປະ​ມານ 30,000 ກວ່າຄົນ ​ມາ​
ຮອດ​ປັດ​ຈຸ​ບັນ ມີ​ແຮງ​ງານ​ຕ່າງ​ປະ​ເທດ​ເຂົ້າ​ມາ​ແລ້ວ 19,000 ກວ່າຄົນ​ ແຕ່​ວ່າ
ແຮງ​ງານ​ລາວ​ມີ​ພຽງ​ແຕ່ 2,135 ຄົນ​ເທົ່າ​ນັ້ນ ເປັນ​ແຮງ​ງານ​ທີ່​ບໍ່​ກ່ຽວ​ຂ້ອງ​ກັບ​ໂຄງ​
ການ​ທາງ​ລົດ​ໄຟ ທັ່ງໆ​ທີ່​ວ່າ​ນັກ​ຮຽນຈົບ​ວິ​ສະ​ວະ​ກຳ​ຂົວ​ທາງ​ສິ່ງ​ແວດ​ລ້ອມ ແລະ
​ອື່ນໆມັນ​ກະ​ກ່ຽວ​ພັນ​ກັບ​ໂຄງ​ການ​ນີ້ ແຕ່​ແຮງ​ງານ​ລາວ​ພຽງ​ແຕ່​ເປັນຂັບ​ລົດເອົາ
​ສື່ໆ ແຕ່​ແຮງ​ງານ ​ຫຼື​ວ່າ​ນັກຮຽນ​ຈົບ​ມາ ​ບໍ່​ໄດ້​ເຂົ້າ​ໄປ​ເຮັດ​ວຽກຢູ່​ໃນ​ຂົງ​ເຂດ​ນີ້ ແລະ
​ພາຍ​ຫຼັງ 2021 ໂຄງ​ການ​ຈະ​ສ​ຳ​ເລັດ ແລະ​ແຮງ​ງານ​ຈະ​ມາ​ຄຸ້ມ​ຄອງ​ທາງ​ລົດ​ໄຟ
​ປະ​ມານ 3,000 ຄົນອັນ​ນີ້​ລັດຖະ​ບານ​ກຽມ​ແນວ​ໃດ​ແລ້ວ.”

ກ່​ອນ​ໜ້າ​ນີ້ ທ່ານ​ບຸນ​ທອງ ຈິດ​ມະ​ນີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຖະ​ແຫຼງ​ໃນ​ໂອ​ກາດ
​ທີ່​ໄດ້ເດີນ​ທາງ​ໄປ​ກວດ​ກາ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ ຮ່ວມ​ກັບ​ທ່ານ​ຈ້າວ
ເລີ້​ຈີ ປະ​ທານ​ຄະ​ນະ​ກວດ​ກາ​ລະ​ບຽບ​ວິ​ໄນ​ສູນ​ກາງ​ພັກ​ກ​ຄອມ​ມິວ​ນິ​ສ​ຈີນ ທີ່​ແຂວງ​
ຫຼວງ​ພະ​ບາງ ເມື່ອ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ​ວ່າ ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ໄດ້​ຄືບ​ໜ້າ​ແລ້ວ
40 ເປີ​ເຊັນ ຂອງ​ແຜນ​ການ ແລະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຍັງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຮຽບ​ຮ້ອຍ
​ໃນ​ທຸກໆ​ດ້ານ​ອີກ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ຄະ​ນະ​ໄກ​່ເກ່ຍ​ຂອງ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ຍັງ​ຄົງ​
ສືບ​ຕໍ່​ການ​ເຈ​ລະ​ຈາ​ກັບ​ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ ແລະ​ປະ​ຊາ​ຊົນ​ຜູ້​ເປັນ​ເຈົ້າ​ຂອງທີ່​
ດິນ ແລະ​ສິ່ງປູກ​ສ້າງ​ຕ່າງໆ ທີ່​ຢູ່​ໃນ​ເຂດ​ກໍ່​ສ້າງ​ທາງ​ລົດ​ໄຟ​ເພື່ອ​ຈະ​ເຮັດ​ຂໍ້​ຕົກລົງ​ຮ່ວມ​
ກັນ​ກ່ຽວ​ກັບ​ອັດ​ຕາ​ລາ​ຄ່າ​ເວນ​ຄືນ​ໃຫ້ໄດ້​ຢ່າງ​ສົມ​ບູນ ຊຶ່ງ​ໃນ​ປັດ​ຈຸ​ບັນ​ນີ້ ຍັງ​ເຫຼືອ 242
ລາຍ​ທີ່​ຍັງ​ບໍ່​ສາ​ມາດ​ຕົກ​ລົງ​ກັນ​ໄດ້.

ທາງ​ດ້ານ​ທ່ານ​ປໍ​ທອງ ໂງ້ນ​ພະ​ຈັນ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ໂຍ​ທາ​ທິ​ການ
ແລະ​ຂົ​ນ​ສົ່ງ​ຢືນ​ຢັນ​ວ່າ ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ໄດ້​ສົ່ງ​
ມອບ​ທີ່​ດິນ​ໃຫ້ກັບ​ບໍ​ລິ​ສັດ​ຜູ້ຮັບ​ເໝົາ​ຈາກ​ຈີນ​ໄດ້​ແລ້ວ 84 ເປີ​ເຊັນ ຂອງ​ພື້ນ​ທີ​ທັງ​ໝົດ​
ຈຶ່ງ​ຍັງ​ເຫຼືອ​ພຽງ 16 ເປີ​ເຊັນ​ເທົ່າ​ນັ້ນ ທີ່​ຈ​ະ​ເຈ​ລະ​ຈາ​ຕົກ​ລົງ​ກັບ​ປະ​ຊາ​ຊົນ ແລະ​ສົ່ງ​ມອບ
​ທີ່​ດິນ​ໃຫ້​ບໍ​ລິ​ສັດ​ຈີນ​ຢ່າງ​ຄົບ​ຖ້ວນ​ພາຍ​ໃນທ້າຍ​ປີ 2018 ນີ້.

ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟລາວ-ຈີນ ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຊົນ​ລາວ​ຈຳ​ນວນ
​4,411 ຄອບ​ຄົວ​ໃນ​ເຂດ 13 ເມືອງ​ຂອງ​ແຂວງ​ຫຼວງ​ນ້ຳ​ທາ ອຸ​ດົມ​ໄຊ ຫຼວງ​ພະ​ບາງ
ວຽງ​ຈັນ ແລະ​ນະ​ຄອນ​ຫຼວງວຽງ​ຈັນ ໂດຍ​ມີ​ທີ່​ດິນ​ຖືກ​ກະ​ທົບ 3,832 ເຮັກ​ຕາ ສິ່ງ​ປູກ
​ສ້າງ 3,346 ຫຼັງ ຕົ້​ນ​ໄມ້​ຕ່າງໆ ແລະ​ໄມ້​ກິນ​ໝາກ​ຮວມ​ກັນ​ຫຼາຍກວ່າ 9 ແສນ​ຕົ້ນ.

ໂດຍ​ການຊົດ​ເຊີຍ​ທີ່​ດິນ​ໃນ​ເຂດ​ແຂວງ​ຫຼວງ​ນ້ຳ​ທາ ອຸ​ດົມ​ໄຊ ແລະ​ຫຼວງ​ພະ​ບາງ ມີ​
ຕັ້ງ​ແຕ່ 11,000-80,000 ກີບຕໍ່​ຕາ​ແມັດ ສ່ວນ​ທີ່​ແຂວງວຽງ​ຈັນ ແລະ​ນະ​ຄອນ​ວຽງ
​ຈັນ ຊົດ​ເຊີຍ​ລະ​ຫວ່າງ 15,000-137,000 ກີບ​ຕໍ່​ຕາ​ແມັດ.

ທາງ​ດ້ານ​ກຸ່ມ​ແລກ​ປ່ຽນ​ຂໍ້​ມູນ​ດ້ານ​ທີ່​ດິນ ຫຼື Land Information Working Group
ຊຶ່ງ​ເປັນ​ອົງ​ການ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ໃນ​ລາວ ລາຍ​ງານ​ວ່າ ການ​ກຳ​ນົດ​ອັດ​ຕາ​ຄ່າ
​ຊົດ​ເຊີຍ​ທີ່​ດິນ ແລະ​ສິ່ງ​ປູກ​ສ້າງ​ໃຫ້​ກັບ​ປະ​ຊາ​ຊົນ​ທີ່​ຖືກ​ກະ​ທົບ​ ຈາກໂຄງ​ການ​ທາງ
​ລົດ​ໄຟ​ລາວ-ຈີນ ເປັນ​ການ​ປະ​ເມີນ​ລາ​ຄາ​ທີ່​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ​ເຊັ່ນ​ທີ່​ດິນ​ຢູ່
ເຂດ​ເມືອງ​ນາ​ຊາຍ​ທອງ ມີ​ລາ​ຄາ​ສະ​ເລ່ຍ​ສູງ​ເຖິງ 1 ລ້ານ​ 3 ແສນກີບ​ຕໍ່​ຕາແມັດ ຊຶ່ງ​
ສູງກວ່າ​ອັດ​ຕາ​ຄ່າ​ຊົດ​ເຊີຍ​ໃນ​ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ ເຖິງ 10 ເທົ່າ​ໂຕ ໂດຍ​
ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ມີ​ກຳ​ນົດ​ແລ້ວ​ເສັດ​ໃນ​ປີ 2021 ຊຶ່ງ​ເປັນ​ການ​ຮ່ວມ
​ລົງ​ທຶນ​ໃນ​ມູນ​ຄ່າ 6,000 ລ້ານໂດ​ລາ​ສະ​ຫະ​ລັດ ລະ​ຫວ່າງ​ລັດ​ຖະ​ບານ​ລາວ​ກັບ​ຈີນ​
ໃນ​ສັດ​ສ່ວນ 30 ເປີ​ເຊັນ​ຕໍ່ 70 ເປີ​ເຊັນຕາມ​ລຳ​ດັບ.

XS
SM
MD
LG