ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດເອກະຊົນຈີນ 6 ບໍລິສັດ ໄດ້ຮັບອະນຸມັດ ການລົງທຶນ ໃນການພັດທະນາຟາມລ້ຽງງົວຂະໜາດໃຫຍ່ ເພື່ອສົ່ງອອກໄປ ຈີນ


ຟາມລ້ຽງງົວຢູ່ໃນລາວ
ຟາມລ້ຽງງົວຢູ່ໃນລາວ

ບໍລິສັດເອກະຊົນຈີນ 6 ບໍລິສັດ ໄດ້ຮັບອະນຸມັດການລົງທຶນ ໃນການພັດທະນາຟາມລ້ຽງງົວຂະໜາດໃຫຍ່ ໃນເຂດແຂວງພາກເໜືອຂອງລາວ ໂດຍມີເປົ້າໝາຍເພື່ອສົ່ງງົວຈາກລາວ ໄປຈີນ ພາຍໃຕ້ໂຄຕ້າ 5 ແສນໂຕຕໍ່ປີ. ຊົງ​ຣິດ ໂພນ​ເງິນ​ມີ​ລາຍ​ງານ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ຈາກ​ບາ​ງກອກ.

ນັກທຸລະກິດໃນສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ ເປີດເຜີຍວ່າ ໃນປັດຈຸບັນ ມີບໍລິສັດເອກະຊົນຈີນຈຳນວນ 15 ບໍລິສັດ ທີ່ໄດ້ລົງທຶນເພື່ອການພັດທະນາຟາມລ້ຽງງົວຂະໜາດ ໃຫຍ່ຢູ່ໃນເຂດແຂວງພາກເໜືອຂອງລາວ ໂດຍມີເປົ້າໝາຍເພື່ອ ສົ່ງອອກງົວໄປຈີນພາຍໃຕ້ໂຄຕ້າ ທີ່ລັດຖະບານຈີນຈະອະນຸຍາດ ໃຫ້ນຳເຂົ້າງົວຈາກລາວເຖິງ 5 ແສນໂຕ ຕໍ່ປີ ນັບຈາກປີ 2019 ເປັນຕົ້ນມານັ້ນ ແຕ່ເມື່ອພິຈາລະນາຈາກຄວາມສາມາດຕົວຈິງຂອງ ພາກທຸລະກິດ ແລະຊາວກະສິກອນໃນລາວ ຍ່ອມຈະເປັນໄປໄດ້ ຍາກທີ່ຈະສາມາດຜະລິດເພື່ອສົ່ງອອກງົວໄປຈີນໄດ້ຕາມໂຄຕ້າດັ່ງກ່າວ ເພາະສະນັ້ນ ຈຶ່ງໄດ້ຫັນມາສົ່ງເສີມບໍລິສັດເອກະຊົນຈີນ ເພື່ອໃຫ້ເຂົ້າມາລົງທຶນດ້ານລ້ຽງໃນລາວ ເພີ້ມຂຶ້ນ ໂດຍປະກົດວ່າ ສະເພາະໃນຊ່ວງທ້າຍປີ 2022 ທີ່ຜ່ານມາ ກໍ່ມີບໍລິສັດເອກະຊົນ ຈີນເຖິງ 6 ລາຍທີ່ໄດ້ເຂົ້າມາລົງທຶນເພື່ອພັດທະນາຟາມລ້ຽງງົວ ຂະໜາດໃຫຍ່ຢູ່ທີ່ແຂວງຫຼວງນໍ້າທາ ດັ່ງທີ່ນັກທຸລະກິດໃນສະພາ ອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ

ປະເພດສັດໃຫຍ່ງົວ-ຄວາຍນີ້ ກະຖືວ່າພວກເຮົາກະໄດ້ສົ່ງເສີມໃຫ້ ຜະລິດເພື່ອເປັນສິນຄ້າສົ່ງອອກໄປປະເທດໃກ້​ຄຽງໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ ສປ​ຈີນນີ້ ເພາະ​ວ່າ​ລັດ​ຖະ​ບານ​ສອງ​ປະ​ເທດລາວ ແລະ ຈີນໄດ້ເຊັນສັນຍາກັນຈັດຕັ້ງປະຕິບັດໂຄງການ ຮ່ວມມືສົ່ງງົວຂຶ້ນຈາກ ສປປລາວ ໄປ ສປ ຈີນຫັ້ນ ແລະ ຜ່ານ ການຈັດຕັ້ງປະຕິບັດຮອດທ້າຍປີ 2022 ມີ 6 ບໍລິສັດໃຫຍ່ ທີ່ມາລົງທຶນສ້າງຟາມລ້ຽງງົວເພື່ອສົ່ງໄປຈີນ

ກ່ອນໜ້ານີ້ ບໍລິສັດ Zhengzhou ອຸດສາຫະກຳສະບຽງອາຫານ ຈຳກັດຈາກຈີນກໍ່ໄດ້ລົງທຶນໃນທຸລະກິດປຸງແຕ່ງສິນຄ້າກະສິກຳ 9 ຊະນິດໃນລາວ ເພື່ອສົ່ງອອກໄປຈີນ ກໍ່ຄື ຖົ່ວດິນ ຖົ່ວເຫຼືອງ ມັນຕົ້ນ ກ້ວຍ ນໍ້າຕານ ໝາກມ່ວງ ໝາກມ່ວງຫິມະພານ ຖົ່ວລຽນ ແລະຊີ້ນງົວ ໂດຍຄິດເປັນມູນຄ່າ 1,500 ລ້ານໂດລາຕໍ່ປີ ທັ້ງຍັງ ຈະສ້າງງານ ແລະ ລາຍໄດ້ໃຫ້ກະສິກອນລາວຫຼາຍກວ່າ 1 ແສນ ຄອບຄົວທີ່ຢູ່ຕາມແລວທາງລົດໄຟລາວ-ຈີນ ສ່ວນກອງທັບປະຊາ ຊົນລາວ ກັບ ບໍລິສັດສາງຈຽງການລົງທຶນຈາກຈີນ ກໍ່ໄດ້ ສ້າງຕັ້ງບໍລິສັດຮ່ວມທຶນກະສິກຳຄົບວົງຈອນ ມູນຄ່າ 300 ລ້ານ ໂດລາ ເພື່ອດຳເນີນກິດຈະການ 30 ປີ ທີ່ຕໍ່ສັນຍາໄດ້ 2 ຄັ້ງ ຄັ້ງລະ 30 ປີ ຊຶ່ງແນໃສ່ການຜະລິດງົວເພື່ອສົ່ງໄປຈີນເຖິງ 4 ແສນໂຕ ຫຼື 80 ເປີເຊັນ ຂອງໂຄຕ້າ 5 ແສນໂຕດັ່ງກ່າວ

ໂດຍກະຊວງການຄ້າຈີນໄດ້ກຳນົດ 12 ເງືອນໄຂສຳລັບການນຳ ເຂົ້າງົວຈາກລາວ ກໍ່ຄືງົວຈະຕ້ອງມີນໍ້າໜັກ 350 ກິໂລກຣາມ ຂຶ້ນໄປ ມີອາຍຸບໍ່ເກີນ 4 ປີ ຕ້ອງມາຈາກເຂດທີ່ປອດຈາກພະຍາດ ປາກເປື່ອຍລົງເລັບ ຕ້ອງລ້ຽງຢູ່ເຂດທ້ອນໂຮມຢ່າງຫນ້ອຍ 45 ວັນ ຕ້ອງມີການລ້ຽງແຍກເພດ ຕ້ອງກວດບໍ່ພົບເຊື້ອໂຣກຕິດຕໍ່ທຸກ ຊະນິດ ຕ້ອງຂຶ້ນທະບຽນສັດ ກວດການຖືພາ ສັກຢາກັນໂຣກ ປາກເປື່ອຍ 2 ເຂັມ ຈັດເກັບຕົວຢ່າງ ແລະ ວິໄຈພະຍາດເປັນ ປະຈຳ ຕິດຕາມການໃຊ້ອາຫານ ແລະ ຢາປິ່ນປົວ ຄວບຄຸມການ ເຄື່ອນຍ້າຍທີ່ໄດ້ມາດຕະຖານ ແລະ ຕ້ອງກັກສັດ 30 ວັນ ກ່ອນທີ່ຈະສົ່ງໄປຈີນ

ສ່ວນຊາວກະສິກອນລາວ ນອກຈາກຈະບໍ່ສາມາດຜະລິດງົວ ແລະ ສິນຄ້າກະສິກຳຕ່າງໆ ທີ່ໄດ້ຕາມກຳນົດ ແລະ ເງື່ອນໄຂຂອງທາງ ການຈີນແລ້ວ ກໍ່ຍັງຂາດແຄນປັດໃຈໃນການພັດທະນາການ ຜະລິດໃນທຸກດ້ານອີກດ້ວຍ ໂດຍສະເພາະແມ່ນການຂາດແຄນ ເງິນທຶນ ແລະ ເທັກໂນໂລຈີການຜະລິດສະໄໝໃໝ່ ລວມທັງຍັງ ຂາດຕະຫລາດທີ່ຈະຮອງຮັບສິນຄ້າອີກດ້ວຍ ສະນັ້ນ ຈຶ່ງເປັນໄປ ບໍ່ໄດ້ເລີຍ ທີ່ຊາວກະສິກອນລາວ ຈະສາມາດຜະລິດສິນຄ້າ ຄຸນນະພາບ ເພື່ອແຂ່ງຂັນໃນຕະຫຼາດຕ່າງປະເທດໄດ້ຢ່າງແທ້ຈິງ ດັ່ງທີ່ຊາວກະສິກອນລາວ ໄດ້ໃຫ້ການຢືນຢັນວ່າ

ເລື້ອງສົ່ງສິນຄ້າກະສິກຳໄປຕ່າງປະເທດຫັ້ນ ແມ່ນພວກບໍລິສັດ ໃຫຍ່ພຸ້ນແລ້ວເຮັດ ຈັ່ງໄດ້ສົ່ງໄປຕ່າງປະເທດ ປະຊາຊົນຄືເຮົານີ້ ໄປສົ່ງ ກະບໍ່ໄດ້ດອກ ມັນມີຫນ້ອຍ ດຽວນີ້ ຢາກເຮັດໃຫ້ມັນຫຼາຍ ຫັ້ນລະ ພໍໄດ້ໄປຂາຍຕະຫຼາດໃນເມືອງໃຫຍ່ຫັ້ນ ຕ້ອງເຮັດ ແນວໃດ໋? ຄັນສິໄປຢືມເງິນທະນາຄານ ກະຢ້ານຫຼຸບທຶນ ບາງເທື່ອ ຄັນເຮັດຫຼາຍ ລາຄາມັນກະຖືກ ຂາຍບໍ່ໄດ້ເທົ່າໃດ ຄືດຽວນີ້ ລາຄາຜັກ ລາຄາຊີ້ນມັນກະແພງຢູ່ ແນວມັນມີຫນ້ອຍໃນຕະຫຼາດ ຄັນມີຄົນເຮັດຫຼາຍນີ້ມັນກະຖືກລົງຫັ້ນແລ້ວ ປະຊາຊົນຄືໄທເຮົານີ້ ມັນບໍ່ມີທຶນເຮັດຫັ້ນນະ ມີແຕ່ເຮັດພໍໄດ້ກຸ້ມກິນຊື່ໆນີ້ຫຼະ

ທາງການລາວກັບຈີນໄດ້ຕົກລົງຮ່ວມມືດ້ານການຄ້າຜົນຜະລິດກະສິກຳ ລະຫວ່າງ 2 ປະເທດ ນັບແຕ່ປີ 2018 ເປັນຕົ້ນມາ ຊຶ່ງໃນ ດ້ານນຶ່ງກໍ່ເຮັດໃຫ້ລາວສາມາດສົ່ງສິນຄ້າກະສິກຳ ໄປຍັງຈີນ ໄດ້ ເພີ້ມຂຶ້ນນັບມື້ ຫາກແຕ່ໃນອີກດ້ານນຶ່ງກໍ່ເຮັດໃຫ້ບັນດາບໍລິສັດຈາກ ຈີນໄດ້ພາກັນຫຼັ່ງໄຫຼເຂົ້າມາລົງທຶນໃນພາກກະສິກຳໃນລາວເພີ້ມຂຶ້ນຢ່າງຕໍ່ເນື່ອງເຊັ່ນກັນ ເພາະວ່າການຜະລິດກະສິກຳສ່ວນຫຼາຍ ໃນ ລາວຍັງບໍ່ໄດ້ມາດຕະຖານຕາມຄວາມຕ້ອງການຂອງຕະຫຼາດໃນ ປະເທດຈີນນັ້ນເອງ

XS
SM
MD
LG