ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຕ້ອງປ່ຽນ ຈາກການພັດທະນາ ທີ່ນໍາໃຊ້ຊັບພະຍາກອນທໍາມະຊາດ ໄປສູ່ການໃຊ້ຊັບພະຍາກອນມະນຸດ


ກໍາມະກອນລາວ ກໍາລັງເຮັດວຽກກໍ່ສ້າງຕຶກອາຄານແຫ່ງນຶ່ງ
ກໍາມະກອນລາວ ກໍາລັງເຮັດວຽກກໍ່ສ້າງຕຶກອາຄານແຫ່ງນຶ່ງ

ສປປລາວ ຈະຕ້ອງປັບປ່ຽນຈາກການພັດທະນາທີ່ນໍາໃຊ້ຊັບພະຍາກອນທໍາມະຊາດເປັນດ້ານຫລັກ ໄປ ສູ່ການພັດທະນາທີ່ນໍາໃຊ້ຊັບພະຍາກອນມະນຸດທີ່ມີຄຸນນະພາບ ທີ່ເປັນໃຈກາງການພັດທະນາໃນ ທຸກດ້ານ. ຊົງລິດໂພນເງິນມີລາຍງານກ່ຽວກັບເລື້ອງນີ້ມາະສເໜີທ່ານຈາກບາງກອກ.

ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດລາວ ຖະແຫລງຍອມຮັບວ່າ ການພັດທະນາປະເທດລາວ ໃນໄລຍະຜ່ານມາ ໄດ້ມີການຂຸດຄົ້ນ ແລະນໍາໃຊ້ຊັບພະຍາກອນທໍາມະຊາດໄປຢ່າງຫລວງຫລາຍ ຫາກແຕ່ລາວ ກໍຍັງບໍ່ສາມາດຫລຸດພົ້ນຈອກສະພາບດ້ອຍພັດທະນາໄດ້ຈົນເຖິງປັດຈຸບັນນີ້ ເພາະສະ ນັ້ນ ຈຶ່ງມີຄວາມຈໍາເປັນ ຢ່າງຍິ່ງທີ່ຈະຕ້ອງມີການປັບປ່ຽນ ການພັດທະນາຈາກຮູບແບບເດີມທີ່ເນັ້ນການ ຂຸດຄົ້ນ ແລະນໍາໃຊ້ຊັບພະຍາກອນທໍາມະຊາດເປັນດ້ານຫລັກ ໄປ ສູ່ການພັດທະນາ ທີ່ນໍາໃຊ້ຊັບພະຍາກອນມະນຸດທີ່ມີຄຸນນະພາບທີ່ເປັນໃຈກາງການພັດທະນາໃນ ທຸກດ້ານໃຫ້ໄດ້ ດັ່ງທີ່ທ່ານ ທ່ານບຸນຍັງຢືນຢັນວ່າ:

“ການພັດທະນາ ໃນຊຸມປີຕໍ່ໜ້າ ຕ້ອງຫັນປ່ຽນການພັດທະນາ ທີ່ເນັ້ນການໃຊ້ຊັບພະຍາກອນ ທໍາມະຊາດເພື່ອສ້າງພື້ນຖານເສດຖະກິດເປັນຫລັກ ມາເປັນການພັດທະນາ ທີ່ສຸມໃສ່ຄົນ ທີ່ເປັນ ໃຈກາງການພັດທະນາ, ປັບປ່ຽນວິທີການພັດທະນາ ໂດຍສຸມໃສ່ການພັດທະນາສັກກະຍະພາບ ຂອງບຸກຄົນໃຫ້ສູງຂຶ້ນ ທັງດ້ານຮ່າງກາຍ, ຈິດໃຈ ແລະສະຕິປັນຍາ ເພື່ອໃຫ້ກາຍເປັນ ມະນຸດທີ່ມີຄຸນນະພາບ.”

ອົງ​ການ​ແຮງ​ງານ​ສາ​ກົນ ຫຼື ILO ຄາດ​ໝາຍ​ວ່າ ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ​ຕ່າງໆ​ໃນ​ລາວ ຈຕ້ອງ​ການ​ແຮງ​ງານ​ມີ​ຝີ​ມືຫຼາຍກວ່າ 658,000 ຄົນໃນປັດຈຸບັນ ຫາກ​ແຕ່​ວ່າ ໃນ​ຊ່ວງ​ປີ 2016-2019 ທີ່​ຜ່ານ​ມາ ລັດ​ຖະ​ບານ​ລາວ ກໍ​ສາ​ມາດ​ພັດ​ທະ​ນາ​ແຮງ​ງານ​ມີ​ຝີ​ມືໄດ້​ພຽງ 60,000 ຄົນຫລື 10 ເປີ​ເຊັນຂອງ​ຄວາມຕ້ອງການ ທີ່ເປັນຈິງເທົ່າ​ນັ້ນ.

ກອງປະຊຸມຂອງລັດຖະບານກ່ຽວກັບການພັດທະນາຝີມືໃຫ້ແກ່ແຮງງານລາວ ທີ່ຈັດຂຶ້ນໃນປີ 2017
ກອງປະຊຸມຂອງລັດຖະບານກ່ຽວກັບການພັດທະນາຝີມືໃຫ້ແກ່ແຮງງານລາວ ທີ່ຈັດຂຶ້ນໃນປີ 2017

ທາງດ້ານເຄືອຂ່າຍການພັດທະນາແບບເປີດ (Open Development Network) ອົງການທີ່ບໍ່ຂຶ້ນກັບລັດຖະບານ ລາຍງານວ່າລັດຖະບານ ລາວ ໄດ້ອະນຸຍາດສຳປະທານທີ່ດິນໃຫ້ບັນດານັກລົງທຶນລາວ ແລະ ຕ່າງຊາດໃນ 1,758 ໂຄງການ ມີພື້ນທີ່ສຳປະທານລວມເຖິງ 11,754,417 ເຮັກຕາ ແຕ່ຈາກການສຳຫຼວດພາກສະໜາມໃນໄລຍະທີ່ຜ່ານມາ ພົບວ່າບັນດານັກລົງທຶນໄດ້ມີການນຳໃຊ້ທີ່ດິນຕົວຈິງໃນພື້ນທີ່ລວມ 549,248 ເຮັກຕາ ຄິດເປັນ 4,67 ເປີເຊັນເທົ່ານັ້ນຂອງພື້ນທີ່ສຳປະທານທັງໝົດ ໂດຍໃນນີ້ກໍເປັນການອະນຸຍາດສຳປະທານໂດຍທ້ອງຖິ່ນ 1,331 ໂຄງການ ຈຶ່ງເຮັດໃຫ້ລັດຖະບານ ລາວ ບໍ່ສາມາດກວດກາໄດ້ຢ່າງທົ່ວເຖິງ ເຮັດໃຫ້ຄະນະສະເພາະກິດຂອງລັດຖະບານ ສາມາດຍຶດເອົາທີ່ດິນຂອງລັດທີ່ຖືກຍັກຍອກໄປໂດຍຜິດກົດໝາຍກັບຄືນມາໄດ້ໃນເນື້ອທີ່ພຽງ 20,000 ກວ່າເຮັກຕາເທົ່ານັ້ນ.

ສ່ວນທ່ານ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີຍອມຮັບວ່າ ລັດຖະບານລາວ ເປັນຝ່າຍທີ່ເສຍ ປຽບ ໃນໂຄງການສຳປະທານທີ່ດິນໄລຍະຍາວທີ່ໃຫ້ແກ່ເອກະຊົນລາວ ແລະ ຕ່າງຊາດໄປແລ້ວ ໂດຍການກວດກາໃນໄລຍະຜ່ານມາ ພົບວ່າໂຄງການສຳປະທານທີ່ດິນຂະໜາດໃຫຍ່ ຍັງບໍ່ໄດ້ປະຕິບັດຕາມສັນຍາ ໂດຍສະເພາະແມ່ນການບໍ່ໄດ້ນຳເງິນລົງທຶນເຂົ້າມາດຳເນີນໂຄງການຢ່າງແທ້ຈິງ ຈຶ່ງເຮັດໃຫ້ເກີດການຊັກຊ້າໃນໂຄງການສ່ວນໃຫຍ່ ໃນຂະນະທີ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມກໍບໍ່ໄດ້ກວດສອບໂຄງການແຕ່ຢ່າງໃດດັ່ງທີ່ທ່ານ ບຸນທອງ ຢືນຢັນວ່າ

"ທຸກມື້ນີ້ໄທເຮົາກະເສຍປຽບເດ້ ໃນເມື່ອອະນຸຍາດສຳປະທານແລ້ວ ລະແມ່ນໃຜຄຸ້ມຄອງ ຈັກແມ່ນກະຊວງຊັບພະຍາກອນ, ຈັກແມ່ນກະຊວງລົງທຶນ, ຍົກຕົວຢ່າງ ສຳປະທານບາງຕອນທີ່ຢູ່ໃນນະຄອນຫຼວງວຽງຈັນ 99 ປີ ມາດຽວນີ້ບໍ່ແມ່ນຮອດສິບປາຍປີແລ້ວຫວາ, ຍັງບໍ່ໄດ້ພັດທະນາອີ່ຫຍັງ ມີິແຕ່ເຮັດໃຫ້ຄົນໄປຍ່າງຕີກອຟຫັ້ນ ການພັດທະນາອັນອື່ນໆກໍ ບໍ່ທັນມີອີ່ຫຍັງ ຄັ່ນກໍລະນີໃນແບບນີ້ມັນກໍບໍ່ມີປະສິດທິຜົນບໍ່ ຫຼືວ່າແນວໃດອັນນີ້ເຮົາກະຕ້ອງໄດ້ເບິ່ງວ່າ ເຮົາຊິແກ້ແບບໃດ ອັນນີ້ກະຄືຊິແມ່ນລະດັບກະຊວງຈະຕ້ອງໄດ້ກະຕຸກຊຸກຍູ້."

ສ່ວນທ່ານ ຄຳມະນີ ອິນທິລາດ ວ່າການລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ຖະແຫຼງຢືນຢັນວ່າ ການສຳຫຼວດແຫຼ່ງແຮ່ທາດຕ່າງໆໃນ ລາວ ໄດ້ສຳຫຼວດພົບແຮ່ທາດແລ້ວກວ່າ 570 ແຫຼ່ງ ກວມເອົາເນື້ອທີ່ກວ້າງກວ່າ 162,104 ກິໂລແມັດມົນທົນ ຄິດເປັນ 68 ເປີເຊັນຂອງພື້ນທີ່ທັງໝົດໃນລາວ ແລະ ໃນນີ້ທາງການລາວ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ຮັບອະນຸຍາດໃຫ້ສຳປະທານແກ່ບັນດາບໍລິສັດເອກະຊົນ ລາວ ແລະ ຕ່າງຊາດທີ່ລົງທຶນໃນລາວໄປແລ້ວເຖິງ 649 ບໍລິສັດໃນ 942 ກິດຈະການສຳຫຼວດ ແລະ ໃນນີ້ໄດ້ດຳເນີນການຂຸດຄົ້ນແຮ່ທາດແລ້ວ 176 ກິດຈະການໃນທົ່ວປະເທດ.

XS
SM
MD
LG