ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວກຳ​ລັງ​ຂໍໃຫ້ຫວຽດ​ນາມ, ກຳ​ປູ​ເຈຍ ແລະ​ປະ​ເທດ​ອື່ນໆ ​ຊື້​ໄຟ​ຟ້າ​ຈາກ​ຕົນ ​ເພີ້ມ​ຂຶ້ນ


ສາຍ​ສົ່ງ​ໄຟ​ຟ​້າ​ແຮງ​ສູງ​ຂອງ​ອາ​ຊຽນ ທີ່​ຈະ​ເນັ່ງ​ຈາກ​ລາວ​ຕໍ່​ໃສ່ ໄທ, ມາ​ເລ​ເຊຍ, ແລະ​ສິງ​ກະ​ໂປ ທີ່​ຈະ​ເຮັດ​ໃຫ້​ລາວ​ສາ​ມາດ​ສົ່ງ​ໄຟ​ຟ້າ​ໄປ​ຫາ​ສິງ​ກະ​ໂປ​ໂດຍ​ຜ່ານຕາ​ຂ່າຍ​ສາຍ​ສົ່ງ​ໄຟ​ຟ້າ​ໃນ​ໄທ​ໄດ້
ສາຍ​ສົ່ງ​ໄຟ​ຟ​້າ​ແຮງ​ສູງ​ຂອງ​ອາ​ຊຽນ ທີ່​ຈະ​ເນັ່ງ​ຈາກ​ລາວ​ຕໍ່​ໃສ່ ໄທ, ມາ​ເລ​ເຊຍ, ແລະ​ສິງ​ກະ​ໂປ ທີ່​ຈະ​ເຮັດ​ໃຫ້​ລາວ​ສາ​ມາດ​ສົ່ງ​ໄຟ​ຟ້າ​ໄປ​ຫາ​ສິງ​ກະ​ໂປ​ໂດຍ​ຜ່ານຕາ​ຂ່າຍ​ສາຍ​ສົ່ງ​ໄຟ​ຟ້າ​ໃນ​ໄທ​ໄດ້

ລັດ​ຖະ​ບານ​ລາວກຳ​ລັງ​ເຈ​ລະ​ຈາກັບ​ທາງ​ການຫວຽດ​ນາມ-ກຳ​ປູ​ເຈຍ-ມາເລເຊຍ ແລະ​ສິງ​ກະ​ໂປ ເພື່ອ​ຂໍ​ໃຫ້​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລາວ​ເພີ້ມ​ຂຶ້ນ. ຫາກ​ແຕ່​ວ່າ​ ການບໍ່​ມີ​ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ​ກໍ​ຍັງ​ເປັນ​ບັນ​ຫາ​ສຳ​ຄັນ. ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນລັດວິສາຫະກິດໄຟຟ້າລາວ ຫຼື EDL ຢືນ​ຢັນ​ວ່າລັດ​ຖະ​ບານ​ລາວກຳ​ລັງ​ເຈ​ລະ​ຈາ ເພື່ອ​ຂໍ​ໃຫ້​ລັດ​ຖະ​ບານ​ຫວຽດ​ນາມ-ກຳ​ປູ​ເຈຍ-ມາເລເຊຍ ແລະ​ສິງ​ກະ​ໂປ ຮັບ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລາວ​ໃຫ້​ຫລາຍ​ຂຶ້ນ ໂດຍ​ສະ​ເພາ​ະ​ແມ່ນຫວຽດ​ນາມ ທີ່​ໄດ້​ຕົ​ກ​ລົງ ​ຈະ​ຮັບຊື້​ພະ​ລັງ​ງານ​ໄຟ​ຟ້າ​ຈາກ​ລາວໃນ​ປະ​ລິ​ມານ 5,000 ເມ​ກາ​ວັດ ນັບແຕ່ປີ 2025 ເປັນຕົ້ນໄປນັ້ນ ກໍ​ຂໍ​ໃຫ້​ເພີ້ມ​ຂຶ້ນ​ເປັນ​ລະ​ຫວ່າງ 7,000-9,000 ເມ​ກາ​ວັດ. ສ່ວນມາ​ເລ​ເຊຍ ກໍ​ຂໍ​ໃຫ້ ເພີ້ມ​ຈາກ 300 ເປັນ 500 ເມ​ກາ​ວັດ, ແລະກຳປູເຈຍເພີ້ມ​ຈາກ 200 ເປັນ 500 ເມ​ກາ​ວັດ. ທັງ​ຍັງ​ໄດ້​ເຈ​ລະ​ຈາ​ກັບ​ສິງ​ກະ​ໂປ ເພື່ອ​ຂໍ​ໃຫ້​ເລັ່ງ​ເຮັດ ຂໍ້​ຕົກ​ລົງ​ກັບ​ມາ​ເລ​ເຊຍ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່ລະ​ບົບສາຍສົ່ງໄຟ​ຟ້າ​ແຮງ​ສູງ ເຂົ້າ​ດ້ວຍ​ກັນ ເພື່​ອ​ທີ່​ວ່າ ລາວ​ຈະ​ໄດ້​ສົ່ງກະ​ແສໄຟ​ຟ້າ ໄປ​ຂາຍ​ໃຫ້​ສິງ​ກະ​ໂປ​ໄດ້ ໂດຍ​ຜ່ານ​ໄທ ແລະ​ມາ​ເລ​ເຊຍ ຕາມ​ຂໍ້​ຕົກ​ລົງ​ທີ່​ທັງ 4 ປະ​ເທດ ມີ​ຮ່ວມ​ກັນ ນັບ​ແຕ່​ປີ 2017 ເປັນ​ຕົ້ນ​ມາ.

ທ່ານຄຳມະນີ ອີນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະບໍ່ແຮ່
ທ່ານຄຳມະນີ ອີນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະບໍ່ແຮ່

ທາງ​ດ້ານ ທ່ານ​ຄຳ​ມະ​ນີ ອີ​ນທິ​ລາດ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພະ​ລັງ​ງານ ແລະ​ບໍ່​ແຮ່ຢືນ​ຢັນ​ວ່າ ທາງ​ການ​ຫວຽດ​ນາມ ຕ້ອງ​ການ​ທີ່​ຈະ​ເລັ່ງການ​ຮັບ​ຊື້ກະ​ແສ​ໄຟ​ຟ້າ​ຈາກ​ລາວ ໃຫ້​ໄວ​ຂຶ້ນ ຫາກ​ແຕ່​ມີ​ຂໍ້​ຈຳ​ກັດ ໃນ​ດ້ານ​ລະ​ບົບ​ສາຍ​ສົ່ງ​ໄຟ​ຟ້າ​ແຮງງ​ສູງ ທີ່​ຍັງ​ບໍ່​ເຊື່ອມ​ຕໍ່​ກັບ​ລາວ ຈຶ່ງ​ໄດ້​ເຈ​ລະ​ຈາ​ກັນ ​ເພື່ອ​ຕົກ​ລົງ​ໃນ​ລະ​ອຽດ​ຮ່ວມ​ກັນ ຕໍ່​ໄປ ໂດຍ​ທີ່​ທາງ​ການ​ຫວຽດ​ແລ້ວ​ວ່າ ຈະ​ຮັບ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລາວ ທັງ​ພະ​ລັງ​ງານ​ທາງ​ນ້ຳ ແລະ​ພະ​ລັງ​ຄວາມ​ຮ້ອນ ດັ່ງ​ທີ່​ທ່ານ ຄຳ​ມະ​ນີ ໃຫ້​ການ​ຢືນ​ຢັນ​ວ່າ: “​ສຳ​ລັບຫວຽດ​ນາມ ພວກ​ເຮົາ​ກຳ​ລັງ​ເຈ​ລະ​ຈາ ຊຶ່ງ​ຈະ​ມີ​ຢູ່ 8 ຈຸດ ໃນ​ການ​ເຊື່ອມ​ຕໍ່​ກັນ​ແລ້ວ ກາ​ໄດ້​ມີ​ການ​ເຊັນ​ສັນ​ຍາ ເລື້ອງ​ການ​ຮ່ວມ​ມື​ພັດ​ທະ​ນາ​ໄຟ​ຟ້າ​ລະ​ຫວ່າງ ລາວ​ກັບ​ຫວຽດ​ນາມ ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ມີ​ແຕ່​ເຈ​ລະ​ຈາ​ເປັນ​ແຕ່​ລະ​ໂຄງ​ການ ເປັນ​ແຕ່​ລະ​ຈຸດ​ໄປ. ທາງ​ລັດ​ຖະ​ບານ​ຫວຽດ​ນາມ ກໍ​ໄດ້​ແຈ້ງ​ໃຫ້​ພວກ​ເຮົາ​ຊາບ​ວ່າ ເພິ່ນ​ຈະ​ຊື້ ຈາກ​ພວກ​ເຮົາ ທັງ​ພະ​ລັງ​ງານ​ທາງ​ນ້ຳ ແລະ​ພະ​ລັງ​ຄວາມ​ຮ້ອນ ເພິ່ນ​ກໍ​ແຈ້ງ​ເປັນ​ລາ​ຄາ​ຂ້ອນ​ຂ້າງ​ລະ​ອຽດ.”

ທາງ​ດ້ານ​ທ່ານ ຕີ ໂນ​ຣິນ, ຫົວ​ໜ້າ​ຫ້ອງ​ການ​ກະ​ຊ​ວງ​ພະ​ລັງ​ງານ ແລະ​ບໍ່​ແຮ່​ຂອງ​ກຳ​ປູ​ເຈຍ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ ລັດ​ຖະ​ບານ​ກຳ​ປູ​ເຈຍ ຈະ​ຊື້​ພະ​ລັງ​ງານ​ໄຟ​ຟ້າ 200 ເມ​ກາ​ວັດ ຈາກ​ເຂື່ອນ​ໄຟ​ຟ້າ ດອນ​ສະ​ໂຮງ ນັບ​ແຕ່​ປີ 2019-2021 ເພື່ອ​ເປັນ​ການ​ຫລຸດ​ຜ່ອນບັນ​ຫາ ຂາດ​ແຄນ​ພ​ະ​ລັງ​ງານ​ໄຟ​ຟ້າໃນ​ກຳ​ປູ​ເຈຍ ທັງ​ຍັງ ຈະ​ມີ​ການ ພິ​ຈາ​ລະ​ນາ ຮັບ​ຊື້​ໄຟ​ຟ້າ​ຈາກ​ລາວ​ເພີ້ມ​ຂຶ້ນ​ອີກ ຖ້າ​ຫາກວ່າ ຄວາມ​ຕ້ອງ​ການ​ພະ​ລັງ​ງານໄຟ​ຟ້າໃນ​ກຳ​ປູ​ເຈຍ ເພີ້ມ​ຂຶ້ນ.

ສ່ວນ​ທ່ານ ສະ​ໜັ່ນ ສີ​ພາ​ພົມ​ມະ​ຈັນ, ເຈົ້າ​ເມືອງ ເມືອງ​ໂຂງ, ແຂວງ​ຈຳ​ປາ​ສັກ ຖະແຫລງ
ວ່າການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງ ໃນເຂດສີ່ພັນດອນ-ຄອນພະເພັງຈະແລ້ວເສັດ
ພາຍໃນເດືອນມິຖຸນາ 2019 ແລະຈະເລີ້ມການຜະລິດກະແສໄຟຟ້າ ເພື່ອຕອບສະໜອງ
ການຊົມໃຊ້ໃນແຂວງຈຳປາສັກ ແລະສົ່ງອອກໄຟກຳປູເຈຍ ຫວຽດນາມ ແລະໄທ ນັບ
ຈາກທ້າຍປີ 2019 ນີ້ເປັນຕົ້ນໄຟ ໂດຍມີສັນຍາສຳປະທານ ເປັນໄລຍະເວລາເຖິງ 25 ປີ.

ໂຄງການເຂື່ອນໄຟຟ້າດອນສະໂຮງມີກຳລັງຕິດຕັ້ງ 260 ເມກາວັດ ໂດຍຈະສາມາດ
ຜະລິດພະລັງງານໄຟຟ້າໄດ້ ໃນປະລິມານ 2,000 ລ້ານກິໂລວັດ/ໂມງຕໍ່ປີ ທີ່ລົງທຶນ ໂດຍ
ກຸ່ມບໍລິສັດ Mega First Berhad ຈາກມາເລເຊຍ ມີມູນຄ່າການລົງທຶນລວມ 500 ລ້ານ
ໂດລາ ໂດຍພະລັງງານໄຟຟ້າທີ່ຜະລິດໄດ້ ສ່ວນຫຼາຍຈະຕອບສະໜອງໃຫ້ກັບ ເຂດ
ເສດຖະກິດ ໃໝ່ສີ່ພັນດອນ ໃນເຂດເມືອງໂຂງ ຊຶ່ງເປັນໂຄງການລົງທຶນຂະໜາດໃຫຍ່
ທີ່ມີພື້ນທີ່ສຳປະທານ 9,800 ເຮັກຕາ ແລະຈະຕ້ອງໃຊ້ເງິນທຶນລວມເຖິງ 10,000 ລ້ານ
ໂດລາ ເພື່ອພັດທະນາ ເປັນເຂດທ່ອງທ່ຽວທຳມະຊາດ ແລະວັດທະນະທຳ ທີ່ມີສິ່ງອຳ
ນວຍຄວາມສະດວກຢ່າງຄົບວົງຈອນ ພາຍໃຕ້ເປົ້າໝາຍ ທີ່ຈະດຶງດູດເອົາ ນັກທ່ອງທ່ຽວ
ຕ່າງຊາດໃຫ້ໄດ້ເຖິງ 15 ລ້ານຄົນຕໍ່ປີ

ປັດຈຸບັນ ສປປ ລາວ ມີແຫລ່ງຜະລິດພະລັງງານໄຟຟ້າ 61 ແຫ່ງ ມີກຳລັງຕິດຕັ້ງລວມ
ກວ່າ 7,200 ເມກາວັດ ແລະສາມາດຜະລິດພະລັງງານໄຟຟ້າໄດ້ຫຼາຍກວ່າ 37,000
ລ້ານ ກິໂລວັດ/ໂມງຕໍ່ປີ ຊຶ່ງເປັນພະລັງງານ ທີ່ຜະລິດທັງຈາກເຂື່ອນໄຟຟ້າພະລັງງານ
ຖ່ານລິກໄນຕ໌ ພະລັງງານແສງອາທິດ ແລະຊີວະມວນ ຕາມລຳດັບ. ທາງ​ດ້ານທະນາ
ຄານ ພັດທະນາເອເຊຍ (ADB) ລາຍງານວ່າ ການຜະລິດພະລັງງານໄຟຟ້າຂອງລາວ
ໃນປີ 2018 ໄດ້ຂະຫຍາຍຕົວເພີ້ມສູງຂຶ້ນ ໃນອັດຕາສະເລ່ຍ 7.5 ເປີເຊັນທຽບໃສ່ປີ
2017 ຊຶ່ງເຮັດໃຫ້ການສົ່ງອອກ ພະລັງງານໄຟຟ້າຂອງລາວ ຍັງສືບຕໍ່ເພີ້ມສູງຂຶ້ນ ໂດຍ
ສະເພາະແມ່ນການສົ່ງພະລັງງານໄຟຟ້າ ໄປຂາຍໃຫ້ໄທໄດ້ປັບຕົວສູງຂຶ້ນເຖິງ 23 ເປີ
ເຊັນ.

XS
SM
MD
LG