ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການກວດສອບແຫ່ງລັດ ຈະເຮັດວຽກຮ່ວມກັບ ສະພາປະຊາຊົນ ຂັ້ນແຂວງ ເພື່ອປັບປຸງ ວຽກງານ ການກວດສອບ ໃນທຸກໆຂັ້ນ


ທ່ານນາງວຽງທອງ ສີພັນດອນ, ປະທານອົງການກວດສອບ
ແຫ່ງລັດ ຂອງລາວ
ທ່ານນາງວຽງທອງ ສີພັນດອນ, ປະທານອົງການກວດສອບ ແຫ່ງລັດ ຂອງລາວ

ອົງການກວດສອບແຫ່ງລັດ ຈະຂະຫຍາຍວຽກງານການກວດສອບ ການປະຕິບັດ ໜ້າທີ່ທຸດຈະລິດ ຂອງບັນດາພະນັກງານລັດທຸກລະດັບຊັ້ນດ້ວຍການຮ່ວມມືກັບສະພາ
ປະຊາຊົນຂັ້ນແຂວງ ໃນທົ່ວປະເທດ.

​ທ່ານນາງວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ຖ​ະ​ແຫລ​ງວ່າ ​ເພື່ອ​ເຮັດ​ໃຫ້​ວຽກງານກວດສອບມີ​ປະສິດທິພາບ​ສູງ​ຂຶ້ນ ​ແລະ​ສາມາດ​ດໍາ​ເນີນ​ການກວດ​ສອບ ການ​ປະຕິບັດໜ້າທີ່ ຂອງ​ບັນດາ​ພະນັກງານ​ທຸກ​ລະດັບ ​ໃຫ້​ໄດ້​ຢ່າງ​ແທ້​ຈິງ​ນັ້ນ ອົງການ​ກວດ​ສອບ​ແຫ່ງ​ລັດ ຈະ​ໄດ້​ຂະຫຍາຍ ການ​ຮ່ວມ​ມື ກັບ​ສະພາ​ປະຊາຊົນຂັ້ນ​ແຂວງ​ຢ່າງ​ໃກ້ຊິດ ​ໂດຍ​ມອບໝາຍ​ໃຫ້​ເປັນຄວາມ​ຮັບຜິດຊອບຂອງ ອົງການກວດສອບແຫ່ງລັດປະ​ຈໍາ 3 ພາກ ຄື ພາກ​ເໜືອ, ພາກ​ກາງ ​ແລະ​ພາກ​ໃຕ້ ດັ່ງ​ທີ່ທ່ານນາງວຽງທອງ ສີພັນດອນ ​ໄດ້ໃຫ້ການ​ຢືນຢັນ​ວ່າ
ອົງການກວດສອບແຫ່ງລັດ ​ໄດ້​ຊີ້ນໍາ​ການກວດ​ສອບ​ປະ​ຈໍາ 3 ພາກ​ໃນ​ການ​ຜັນ​ຂະ
ຫຍາຍ​ມະຕິ ຂອງສະພາ​ແຫ່ງ​ຊາດ ຊຸດ​ທີ 8 ​ໂດຍ​ກະ​ໄດ້​ມີ​ທິດ​ແນະ​ນໍາ​ໃຫ້
ອົງການ
ກວດສອບປະ​ຈໍາ​ພາກຄົ້ນຄວ້າ ສ້າ​ງນິຕິ​ກໍາ ​ແລະ​ກົນ​ໄກ​ປະສານ​ງານ​ຮ່ວມ​ກັນ​ລະ
ຫວ່າງ
ສະພາ​ປະຊາຊົນຂັ້ນ​ແຂວງ​ ກັບອົງການກວດສອບປະ​ຈໍາ​ພາກ ​ເພື່ອ​ຮັບປະ
ກັນ​ໃຫ້​ແກ່​ການ​ຕິດຕາມ ກວດກາ ຊຸກຍູ້​ໃຫ້​ບັນດາ​ການຈັດຕັ້ງທ້ອງ​ຖິ່ນ, ປັບປຸງ
​ແກ້​ໄຂ​ຂໍ້ຄົງຄ້າງ.”

ກອງປະຊຸມໃຫຍ່ຄັ້ງທີ 1 ຂອງອົງການກວດສອບແຫ່ລັດ
ກອງປະຊຸມໃຫຍ່ຄັ້ງທີ 1 ຂອງອົງການກວດສອບແຫ່ລັດ

ທັງ​ນີ້ອົງການກວດກາລັດຖະບານລາຍງານວ່າ ໄດ້ກວດພົບໂຄງການອກແຜນຂອງ
ລັດຖະບານໃນສົກປີ 2017 ຈຳນວນ 285 ໂຄງການທີ່ມີມູນຄ່າຫຼາຍກວ່າ 4,483 ຕື້
ກີບທີ່ໄດ້ຈັດຕັ້ງປະຕິບັດບໍ່ເປັນໄປຕາມລະບຽບກົດໝາຍດ້ານງົບປະມານ ແລະ ບໍ່
ຜ່ານການຮັບຮອງຂອງສະພາແຫ່ງຊາດ ໂດຍບໍ່ລວມເຖິງການເສຍຫາຍທີ່ເກີດຈາກ
ການລັກລອບຂົນໄມ້ໄປຕ່າງປະເທດຫຼາຍກວ່າ 2,407 ຕື້ກີບໃນປີ 2015-2016 ຊຶ່ງ
ການຈັດຕັ້ງປະຕິບັດໄດ້ຄືແນວນີ້ຕ້ອງມີການຮ່ວມມືກັນຢ່າງເປັນຂະບວນການທັງ
ພາກສ່ວນທີ່ເປັນພະນັກງານລັດ, ເອກະຊົນລາວ ແລະ ນັກທຸລະກິດຕ່າງຊາດທີ່ລົງ
ທຶນໃນລາວ ຊຶ່ງເຮັດໃຫ້ເກີດການເສຍຫາຍ ​ແລະ​ລັດຖະບານ​ລາວ ຕ້ອງ​ສູນ​ເສຍ​ລາຍ
​ຮັບ​ໄປ​ໃນ​ແຕ່ລະ​ປີ.

ທາງ​ດ້ານຄະນະກວດກາສູນກາງພັກປະຊາຊົນປະຕິວັດ ລາວ ລາຍງານການຈັດຕັ້ງປະ
ຕິບັດວຽກງານກວດກາພາຍໃນພັກໃນຕະຫຼອດປີ 2017 ຜ່ານມາວ່າໄດ້ກວດພົບການ
ທຸຈະລິດຄໍຣັບຊັ້ນ 146 ກໍລະນີ ທີ່ເຮັດໃຫ້ເກີດຄວາມເສຍຫາຍຫຼາຍກວ່າ 593 ຕື້ກີບ
ກັບ 5.53 ລ້ານບາດ, 4.67 ລ້ານໂດລາ ແລະ 20 ລ້ານກວ່າດົງ ໂດຍມີຜູ້ຕ້ອງຫາທັງ
ໝົດ 994 ຄົນ ໃນນີ້ເປັນພະນັກງານລັດ 908 ຄົນ ແລະ ຜູ້ປະກອບກິດຈະການເອ
ກະຊົນ 86 ຄົນຊຶ່ງໃນປັດຈຸບັນກຳລັງດຳເນີນການກວດກາ 420 ຄົນ ແລະ ປະຕິບັດ
ວິໄນດ້ານບໍລິຫານແລ້ວ 414 ຄົນ, ກຳລັງດຳເນີນຄະດີ 84 ຄົນ, ສະຫຼຸບຄະດີສົ່ງໄອ
ຍະການປະຊາຊົນໄປແລ້ວ 62 ຄົນ ຈຶ່ງມີພຽງ 14 ຄົນເທົ່ານັ້ນທີ່ຖືກສານປະຊາຊົນ
ລາວ ຕັດສິນໃຫ້ຂັງຄຸກ ຫາກ​ແຕ່​ວ່າ ກໍ​ສາມາດ​ເກັບ​ກູ້​ເງິນ​ມາ​ໄດ້ 357 ກວ່າ​ຕື້ກີບ ກັບ 956,500 ບາດ, 1 ລ້ານ 210 ພັນ​ໂດ​ລາ ​ແລະ 20 ລ້ານ​ດົງ.

ພ້ອມ​ກັນນີ້ ​ໃນ​ຊ່ວງ 10 ປີທີ່​ຜ່ານ​ມາສູນ​ກາງພັກ​ໄດ້​ລົງ​ໂທດ​ຕໍ່ການຈັດຕັ້ງ ​ແລະສະມາ
ຊິກພັກ ທີ່ມີການລະເມີດກົດລະບຽບຂອງພັກດ້ວຍການຍຸບການຈັດຕັ້ງພັກ​ໃນ 4 ຮາກຖານ, ສະມາຊິກພັກຖືກວິໄນ 2,723 ສະຫາຍ, ເອົາອອກຈາກພັກ 1,440 ສະ
ຫາຍ, ​ແລະ​ໃຫ້​ອອກ​ຈາກ​ຕໍາ​ແໜ່ງ ​ໃນ​ວົງ​ການລັດຖະບານ 960 ຄົນ ທີ່ກະທຳການລະ
ເມີດລະບຽບກົດໝາຍ ​ແລະກໍ່ຜົນເສຍຫາຍໃຫ້ແກ່ຊັບສິນລັດເຖິງ 5,113 ຕື້ກວ່າກີບ.

ສ່ວນອົງການເພື່ອຄວາມໂປ່ງໃສສາກົນ (Transparency International) ສະເໜີ
ລາຍງານສະພາບການສໍ້ລາດບັງຫຼວງໃນ 180 ປະເທດທົ່ວໂລກປະຈຳປີ 2017 ເມື່ອ
ບໍ່ນານມານີ້ ໂດຍໄດ້ຈັດໃຫ້ ສປປ ລາວ ຢູ່ອັນດັບທີ 135 ດ້ວຍລະດັບຂອງຄວາມໄວ້
ວາງໃຈທີ່ບັນດານັກລົງທຶນຊາວຕ່າງຊາດມີຕໍ່ຄວາມໂປ່ງໃສໃນການບໍລິຫານງານ
ຂອງລັດຖະບານ ລາວ ທີ່ 29 ຄະແນນຈາກ 100 ຄະແນນເຕັມ ຊຶ່ງເປັນລະດັບຄວາມ
ໄວ້ວາງໃຈທີ່ຫຼຸດລົງຈາກ 30 ຄະແນນໃນປີ 2016 ໂດຍມີສາເຫດມາຈາກການປາບ
ປາມການສໍ້ລາດບັງຫຼວງທີ່ມີປະສິດທິພາບຕໍ່າ ແລະ ຍັງບໍ່ທົ່ວເຖິງໃນທົ່ວປະເທດ ດັ່ງ
ຈະເຫັນໄດ້ຈາກການປະຕິບັດຄຳສັ່ງນາຍົກລັດຖະມົນຕີເລກທີ 15/ນຍ ທີ່ວ່າດ້ວຍ
ການຫ້າມສົ່ງອອກໄມ້ທ່ອນຢ່າງເດັດຂາດ ແຕ່ກໍຍັງປາກົດວ່າມີການລັກລອບຂົນສົ່ງ

XS
SM
MD
LG