ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະຊຸກຍູ້ການລົງທຶນ ໃນພາກກະສິກໍາ ເພື່ອສົ່ງອອກໄປຈີນຫລາຍຂຶ້ນ ໂດຍສົ່ງຜ່ານທາງລົດໄຟລາວ-ຈີນ


ຟາມລ້ຽງົວແຫ່ງນຶ່ງໃນລາວ ທີ່ລ້ຽງໄວ້ເພື່ອສົ່ງອອກ
ຟາມລ້ຽງົວແຫ່ງນຶ່ງໃນລາວ ທີ່ລ້ຽງໄວ້ເພື່ອສົ່ງອອກ

ລັດຖະບານລາວ ຈະສົ່ງເສີມການລົງທຶນໃນພາກການຜະລິດກະສິກໍາເພື່ອສົ່ງອອກໄປຈີນຫລາຍຂຶ້ນໂດຍຜ່ານທາງລົດໄຟລາວ-ຈີນ ແລະ ຄາດວ່າ ຈະເຮັດໃຫ້ການຜະລິດກະສິກໍາຂອງລາວຂະຫຍາຍໂຕເພີ້ມຂຶ້ນ 2.7 ເປີເຊັນ ຕໍ່ປີ, ຊົງລິດ ໂພນເງິນມີລາຍງານມາຈາກບາງກອກ.

ທ່ານເພັດ ພົມພິພັກ, ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ຖະແຫລງວ່າການເດີນ ລົດໄຟທີ່ເຊື່ອມໂຍງລະຫວ່າງລາວ-ຈີນ ທີ່ຈະໄຂຂຶ້ນຢ່າງເປັນທາງການໃນວັນຊາດລາວ, ທີ 2 ທັນວາ 2021 ນີ້ຍ່ອມຈະສົ່ງຜົນດີຕໍ່ລາວໃນຫລາຍດ້ານ. ໂດຍສະເພາະແມ່ນດ້ານການຂົນສົ່ງ ແລະ Logistics ໃນເຂດລຸ່ມແມ່ນໍ້າຂອງທີ່ລາວເປັນສູນກາງເຊື່ອມຕໍ່ນັ້ນຍັງເປັນປັດໄຈສໍາຄັນທີ່ຈະຊຸກຍູ້ການຜະລິດສິນຄ້າກະສິກໍາຂອງລາວເພື່ອສົ່ງອອກ​ໄປ​ຈີນ ​ແລະປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນ້ຳຂອງ​ເພີ່ມ​ຂຶ້ນ​ອີກດ້ວຍ.

ໂດຍລັດຖະບານລາວ ກໍຈະສົ່ງເສີມການລົງທຶນໃນພາກການຜະລິດກະສິກໍາເພື່ອໃຫ້ຂະຫຍາຍໂຕເພີ້ມຂຶ້ນໃນລະດັບ 2.7 ເປີເຊັນຕໍ່ປີ ໂດຍສະເພາະແມ່ນໃນເຂດພື້ນທີ່ຕາມແລວທາງລົດໄຟ ລາວ-ຈີນນັ້ນ ດັ່ງທີ່ທ່ານເພັດໄດ້ໃຫ້ການຢືນຢັນວ່າ:
“ຕາມແຜນການຂອງລັດຖະບານ, ພະຍາຍາມສູ້ຊົນໃຫ້ໄດ້ 2.7 ເປີເຊັນ, ອັດຕາການເຕີບໂຕຂອງຂະແໜງການ ຢູ່ໃນນັ້ນເລັ່ງໃສ່ຈັດຕັ້ງເຂດການຜະລິດຕາມແລວທາງລົດໄຟລາວ-ຈີນ, ທາງດ່ວນ ແລະ ບັນດາແຂວງທີ່ມີທ່າແຮງຕ່າງໆ, ອັນທີສອງແມ່ນດຶງດູດນັກລົງທຶນພາຍໃນ ແລະຕ່າງປະເທດ, ລົງທຶນຢ່າງເປັນລະບົບໃສ່ການຜະລິດ ຕິດພັນກັບການປຸງແຕ່ງ, ການເກັບຮັກສາ, ການຄັດເລືອກຄຸນນະພາບຫຸ້ມຫໍ່ ແລະລະບົບຂົນສົ່ງລວມທັງລະບົບການບໍລິຫານເຊື່ອມຈອດກັບທ່າ, ທາງບົກ ແລະທາງລົດໄຟ.”

ພິທີເຊັນສັນຍາຮ່ວມມືລະຫວ່າງບໍລິສັດລາວກັບຈີນໃນການປຸງແຕ່ງສິນຄ້າກະສິກໍາເພື່ອສົ່ງອອກໄປຈີນ
ພິທີເຊັນສັນຍາຮ່ວມມືລະຫວ່າງບໍລິສັດລາວກັບຈີນໃນການປຸງແຕ່ງສິນຄ້າກະສິກໍາເພື່ອສົ່ງອອກໄປຈີນ

ສ່ວນທ່ານຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາແລະການຄ້າຖະ ແຫລງວ່າ ປັດໄຈສໍາຄັນປະການນຶ່ງ ທີ່ຈະມີສ່ວນເຮັດໃຫ້ມູນຄ່າການສົ່ງອອກສິນຄ້າຂອງລາວເພີ້ມຂຶ້ນໃນປີ 2021 ນີ້ກໍ່ຄື ການທີ່ໄດ້ມີການລົງນາມໃນຂໍ້ຕົກລົງຮ່ວມມືດ້ານການຄ້າຜົນຜະລິດກະສິກໍາລະຫວ່າງລາວ-ຈີນ, ທັງນີ້ ໂດຍຝ່າຍຈີນໄດ້ຕົກລົງ ຈະນໍາເຂົ້າສິນຄ້າກະສິກໍາຈາກລາວເພີ້ມຂຶ້ນອີກ 9 ຊະນິດ ນັບແຕ່ປີ 2021 ເປັນຕົ້ນໄປ ໂດຍຖືເປັນການເພີ້ມເຕີມ ຈາກໂຄຕ້າເຂົ້າ ແລະງົວທີ່ທາງການຈີນໄດ້ຊື້ຈາກລາວ ນັບແຕ່ປີ 2018 ເປັນຕົ້ນມາ.

ທັງນີ້ ບໍລິສັດ AIDC Lao ຈໍາກັດ ກັບບໍລິສັດ Zhengzhou ອຸດສາຫະກໍາສະບຽງອາຫານຈໍາກັດຈາກຈີນ ໄດ້ຕົກລົງຮ່ວມມືດໍາເນີນການຈັດຊື້ສິນຄ້າປຸງແຕ່ງກະສິກໍາໃນລາວເພື່ອສົ່ງອອກໄປຈີນເພີ້ມຂຶ້ນເມື່ອບໍ່ດົນມານີ້ ໂດຍສິນຄ້າປຸງແຕ່ງກະສິກໍາທີ່ຈີນຕ້ອງການນໍາເຂົ້າຈາກລາວພາຍໃຕ້ການຕົກລົງຄັ້ງນີ້ປະກອບມີ 9 ຊະນິດກໍ່ຄືຖົ່ວດິນ, ຖົ່ວເຫລືອງ, ແປ້ງມັນຕົ້ນ, ກ້ວຍຫອມ, ນໍ້າຕານ, ໝາກໝ່ວງ, ໝາກໝ່ວງຫິມມະພານ, ຖົ່ວລຽນ ແລະຊີ້ນງົວແຊ່ແຂງ ຄິດເປັນປະລິມານລວມ 1.45 ລ້ານໂຕນ ແລະຄິດເປັນມູນຄ່າລວມເຖິງ 1,500 ລ້ານໂດລາ ໃນຊ່ວງປີ 2021- 2025. ໂດຍຄາດໝາຍວ່າຈະສ້າງງານ ແລະລາຍຮັບໃຫ້ກັບຊາວກະສິກອນລາວໄດ້ເກີນກວ່າ 1 ແສນຄອບຄົວ ໂດຍສະເພາະແມ່ນກະສິກອນທີ່ມີທີ່ດິນກະສິກໍາຢູ່ຕາມເຂດແລວທາງລົດໄຟລາວ-ຈີນນັ້ນ ຍັງຈະໄດ້ຮັບການສະດວກໃນການຂົນສົ່ງສິນຄ້າລາວໄປຈີນອີກດ້ວຍ. ເຊັ່ນດຽວກັນກັບການຮ່ວມມືລະຫວ່າງກົມຜະລິດກະສິກໍາຂອງກອງທັບປະຊາຊົນລາວ ກັບບໍລິ ສັດສາງຈຽງການລົງທຶນຈາກຈີນທີ່ໄດ້ຮ່ວມກັນສ້າງຕັ້ງບໍລິສັດຮ່ວມທຶນກິສິກໍາຄົບວົງຈອນຈໍາກັດ ດ້ວຍເງິນລົງທຶນລວມ 300 ລ້ານໂດລາ ເພື່ອດໍາເນີນກິດຈະການ 30 ປີຕໍ່ສັນຍາໄດ້ສອງຄັ້ງ ຄັ້ງລະ 30 ປີ, ໂດຍແນໃສ່ການຜະລິດ ແລະສົ່ງງົວໄປຈີນໃຫ້ໄດ້ເຖິງ 400,000 ໂຕຕໍ່ປີ ຄິດເປັນ 80 ເປີເຊັນຂອງໂຄຕ້າທັງໝົດທີ່ລັດຖະບານຈີນຈະຮັບຊື້ງົວຈາກລາວຈໍານວນ 5 ແສນໂຕໃນແຕ່ລະປີນັ້ນ.

ສາເຫດທີ່ມີການຕັ້ງບໍລິສັດຮ່ວມທຶນລາວ-ຈີນດັ່ງກ່າວນີ້ ກໍເພາະວ່າການລ້ຽງສັດໃນລາວ ຍັງຈະຕ້ອງໄດ້ຮັບການພັດທະນາໃນດ້ານເທັກນິກສະໄໝໃໝ່ຢ່າງຮີບດ່ວນທີ່ສຸດ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງກະຊວງກະສິກໍາ ແລະປ່າໄມ້ລາວໄດ້ໃຫ້ການຢືນຢັນວ່າ:
ສໍາລັບວຽກງານລ້ຽງສັດ ຫາກທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມແລ້ວຖືວ່າຍັງບໍ່ພໍ, ສາຍເຫດຍັງບໍ່ພໍນີ້ ມັນຍ້ອນວ່າພື້ນຖານຈໍານວນຝູງສັດເຮົານີ້ມັນຍັງໜ້ອຍຢູ່ ຖ້າທຽບຈະລ້ຽງເປັນສິນຄ້ານີ້ເຮົາຕ້ອງໄດ້ຊອກຈໍານວນຝູງນີ້ມາເພີ້ມເຕີມໃຫ້ມັນຫລາຍເປັນຖານ ເພື່ອເຮົາຈະມີໂຮງງານຂ້າສັດທັນສະໄໝ ແລ້ວມັນຕ້ອງໄດ້ສະໜອງໃຫ້ແຕ່ລະມື້ໆ ອັນໂຕນີ້ ແມ່ນຖານທີ່ພວກເຮົາຍັງຈະຕ້ອງໄດ້ເພີ້ມອີກ.

ທັງນີ້ ການລ້ຽງສັດໃນລາວ ຈະຕ້ອງໄດ້ຮັບການຍົກລະດັບໃນການຜະລິດ, ການພັດທະນາເທັກນິກ ທີ່ເປັນໂຕແບບທີ່ດີ, ການພັດທະນາການຜະລິດງົວເປັນສິນຄ້າທີ່ກະສິກອນລາວເປັນເຈົ້າຂອງ, ການພັດທະນາພໍ່-ແມ່ພັນ, ການຕອບສະໜອງອາຫານສັດທີ່ພຽງພໍ, ການພັດທະນາດ້ານການຮັກສາສຸຂະພາບສັດ, ການສ້າງນັກວິໄຈ ແລະການລ້ຽງສັດທີ່ເປັນມິດກັບສິ່ງແວດລ້ອມ ເພາະການລ້ຽງງົວຂອງລາວຕ້ອງໄດ້ມາດຕະຖານຕາມຄວາມຕ້ອງການຂອງຈີນ ກໍ່ຄືງົວທີ່ຈະສາມາດສົ່ງໄປຈີນໄດ້ນັ້ນ ຕ້ອງມີນໍ້າໜັກຕັ້ງແຕ່ 350 ກິໂລກຣາມຂຶ້ນໄປ ແລະມີອາຍຸບໍ່ເກີນ 4 ປີ, ໂດຍໃນປີ 2019 ລາວໄດ້ສົ່ງງົວແລະຄວາຍໄປຈີນ 8 ໝື່ນກວ່າໂຕ ກັບສອງໝື່ນໂຕຕາມລໍາດັບ ທັງຍັງຫລຸດລົງໃນປີ 2020 ແລະ 2021 ນີ້ ຍ້ອນການລະບາດຂອງເຊື້ອໄວຣັສ COVID-19 ນັ້ນເອງ.

XS
SM
MD
LG