ທາງການລາວ ຈະຈຳກັດຄວາມແຕກຕ່າງ ຂອງອັດຕາແລກປ່ຽນເງິນຕາໃນທະນາຄານ ແລະຕະຫຼາດ ໃຫ້ຢູ່ທີ່ອັດຕາບໍ່ເກີນ 1.5 ເປີເຊັນ ດ້ວຍການຄວບຄຸມບັນດາຫົວໜ່ວຍແລກປ່ຽນເງິນຕາຢ່າງເຂັ້ມງວດ ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.
ທ່ານສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຖະແຫລງຍອມຮັບວ່າ ຄ່າເງິນກີບໃນລາວ ຍັງຄົບສືບຕໍ່ຕົກຢູ່ໃນພາວະການຜັນຜວນ ທັງຍັງມີທ່າອຽງອ່ອນຄ່າລົງນັບມື້ອີກດ້ວຍ ຊຶ່ງເຫັນໄດ້ຈາກອັດຕາແລກປ່ຽນໃນທະ ນາຄານ ກັບໃນຕະຫຼາດທີ່ເປັນຈິງນັ້ນ ມີການແຕກໂຕນກັນໃນລະດັບທີ່ເກີນກວ່າ 22 ເປີເຊັນ ໂດຍສະເພາະແມ່ນອັດຕາແລກປ່ຽນລະຫວ່າງເງິນກີບ ກັບໂດລາສະຫະລັດ ແລະເງິນບາດນັ້ນ ຍັງຖືເປັນເງິນຕາຕ່າງປະເທດທີ່ມີອິດທິພົນຕໍ່ຄ່າເງິນກີບຫຼາຍທີ່ສຸດ ໂດຍມີສາເຫດສຳຄັນມາຈາກການທີ່ລາວຕ້ອງປະເຊີນກັບການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງອັນເຮັດໃຫ້ຕ້ອງປະເຊີນກັບການຂາດດຸນບັນຊີການຊຳລະເງິນຕາຕ່າງປະເທດທີ່ສົມທົບດ້ວຍໜີ້ເງິນກູ້ຕ່າງ ປະເທດແລະຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ທີ່ຍັງຄົງສືບຕໍ່ຈົນເຖິງປັດຈຸບັນ.
ໂດຍລັດຖະບານລາວມີໜີ້ສະສົມເຖິງ 13,491 ລ້ານໂດລາ ຄິດເປັນ 68 ເປີ ເຊັນຂອງຍອດຜະລິດຕະພັນລວມພາຍໃນ ຫຼື GDP ປີ 2020 ແລະຄາດວ່າ ຈະເພີ້ມຂຶ້ນເປັນ 15,500 ລ້ານໂດລາ ຫຼືເກີນກວ່າ 70 ເປີເຊັນຂອງ GDP ໃນປີ 2021 ນີ້ ເພາະວ່າ ລັດຖະບານລາວ ຍັງຈະຕ້ອງກູ້ຢືມຈາກຕ່າງປະເທດເພີ້ມຂຶ້ນອີກວ່າ 2,000 ລ້ານໂດລາ ເພື່ອການດຸ່ນດ່ຽງດ້ານລາຍຈ່າຍທີ່ສູງກວ່າລາຍຮັບ ສ່ວນການຄ້າຕ່າງປະເທດຂອງລາວ ໃນຊ່ວງ 9 ເດືອນປີນີ້ ມີມູນຄ່າລວມ 8,300 ລ້ານໂດລາ ຊຶ່ງໃນນີ້ ເປັນການສົ່ງອອກ 4,100 ລ້ານໂດລາ ແລະນຳເຂົາ 4,200 ລ້ານໂດລາ ເຮັດໃຫ້ລາວຂາດດຸນການຄ້າໃນມູນຄ່າ 100 ລ້ານໂດລາ ແລະເມື່ອສົມທົບກັບການຂາດດຸນບັນຊີເງິນຕາຕ່າງປະເທດເກືອບ 10 ເປີເຊັນ ຂອງ GDP ຈຶ່ງເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວ ເຫຼືອເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ບໍ່ເຖິງ 2 ເດືອນ.
ໃນຂະນະທີ່ການຈັດເກັບລາຍຮັບບໍ່ໄດ້ຕາມແຜນການທີ່ວາງໄວ້ ທັງຍັງເກີດການຮົ່ວໄຫລເພີ້ມຂຶ້ນນັບມື້ດ້ວຍນັ້ນ ຈຶ່ງເຮັດໃຫ້ທະນາຄານແຫ່ງຊາດລາວ ຕ້ອງເພີ້ມມາດຕະການເຂັ້ມງວດ ເພື່ອຄວບຄຸມແລະຫລຸດຈຳນວນໜ່ວຍແລກປ່ຽນເງິນຕາທີ່ມີຢູ່ 400 ກວ່າແຫ່ງໃນທົ່ວປະເທດ ດ້ວຍເປົ້າໝາຍທີ່ຈະຫລຸດຄວາມແຕກຕ່າງຂອງອັດຕາແລກປ່ຽນເງິນຕາ ລະຫວ່າງທະນາຄານກັບຕະຫຼາດໃຫ້ແຕກຕ່າງຈາກອັດຕາທາງການທີ່ລະດັບບໍ່ເກີນ 1.5 ເປີເຊັນ ໃຫ້ໄດ້ຢ່າງແທ້ຈິງ ດັ່ງທີ່ ທ່ານສອນໄຊ ໄດ້ໃຫ້ການຢືນຢັນວ່າ:
“ປັດຈຸບັນ ກຳລັງຢູ່ໃນຂັ້ນຕອນ ຍົກເລີກ-ການຖອນໃບອະນຸຍາດບັນດາຮ້ານແລກປ່ຽນ ສ້າງເງື່ອນໄຂໃຫ້ທະນາຄານທຸລະກິດສາມາດເກັບຊື້ເງິນຕາຕ່າງປະ ເທດໃຫ້ໄດ້ຫຼາຍຂຶ້ນ ແລະເຮັດໃຫ້ສ່ວນຕ່າງລະຫວ່າງອັດຕາແລກປ່ຽນທາງການແລະອັດຕາທາງນອກໃຫ້ແຄບເຂົ້າ ໂດຍໄດ້ອະນຸຍາດໃຫ້ທະນາຄານທຸລະກິດແລະຮ້ານແລກປ່ຽນເງິນຕາສາມາດກຳນົດອັດຈາແລກປ່ຽນໃຫ້ກວ້າງອອກເປັນບວກ-ລົບ 0.25 ເປີເຊັນ.”
ພາຍໃຕ້ສະພາບການດັ່ງກ່າວ ຍັງເຮັດໃຫ້ລັດຖະບານລາວ ຈະຕ້ອງເລັ່ງເສີມຂະຫຍາຍການພົວພັນທາງການທູດກັບຕ່າງປະເທດໃຫ້ກວ້າງຂວາງຫລາຍຂຶ້ນ ດ້ວຍຫວັງວ່າ ຈະເຮັດໃຫ້ບົດບາດຂອງລາວ ໂດດເດັ່ນຂຶ້ນໃນເວທີສາກົນອັນຈະເຮັດໃຫ້ລາວ ມີໂອກາດໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດເພີ້ມຂຶ້ນດ້ວຍ ໂດຍເປົ້າໝາຍໃນຊ່ວງປີ 2021-2025 ຄືຍາດເອົາການຊ່ວຍເຫຼືອຈາກຕ່າງປະເທດໃຫ້ໄດ້ 800 ລ້ານໂດລາ ໃນແຕ່ລະປີຫຼືບໍ່ຕ່ຳກວ່າ 4,000 ລ້ານໂດລາໃນຕະຫຼອດ 5 ປີດັ່ງກ່າວ ແຕ່ກໍປາກົດວ່າເງິນຕາຕ່າງປະເທດໄດ້ໄຫລອອກ ຈາກລາວກວ່າ 303 ລ້ານໂດລາໃນ 9 ເດືອນຂອງປີ 2021 ທັງເກັບລາຍຮັບບໍ່ໄດ້ຕາມແຜນການ.
ທັງນີ້ ລັດຖະບານລາວ ໄດ້ວາງແຜນການຈະສ້າງລາຍຮັບໃຫ້ໄດ້ 27,629 ຕື້ກີບຫຼືຄິດເປັນ 15.13 ເປີເຊັນຂອງ GDP ໃນປີ 2021 ແລະຈະຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 31,583 ຕື້ກີບ ຊຶ່ງຄິດເປັນ 17.3 ເປີເຊັນຂອງ GDP ເພື່ອທີ່ຈະຄວບຄຸມການຂາດດຸນງົບປະມານໃນມູນຄ່າລວມບໍ່ເກີນ 3,954 ຕື້ກີບຫຼືຄິດເປັນ 2.17 ເປີເຊັນຂອງ GDP ໃນປີ 2021 ຫາກແຕ່ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວ ໄດ້ໃນການຈັດຕັ້ງປະຕິບັດຕົວເປັນຕົ້ນມາກໍເຮັດໃຫ້ລັດຖະບານລາວ ຈັດເກັບລາຍຮັບໄດ້ຕ່ຳກວ່າແຜນການ ສ່ວນທະນາຄານພັດທະນາເອເຊຍ (ADB) ຄາດວ່າ ເສດຖະກິດລາວ ຈະຂະຫຍາຍຕົວ 4 ເປີເຊັນ ກັບ 4.5 ເປີເຊັນ ໃນປີ 2021 ແລະປີ 2022.