ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ລາວ ຍັງຂາດງົບປະມານ ເພື່ອກໍ່ສ້າງ ຂົວຂ້າມແມ່ນໍ້າຂອງ ແຫ່ງທີ 5


ຂົວມິດຕະພາບລາວ-ໄທ ແຫ່ງທີ 4 ຢູ່ບໍ່ແກ້ວ
ຂົວມິດຕະພາບລາວ-ໄທ ແຫ່ງທີ 4 ຢູ່ບໍ່ແກ້ວ

ໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງທີ 5 ລະຫວ່າງ ລາວ-ໄທ ຍັງບໍ່ສາມາດດຳເນີນ
ການໄດ້ ເພາະລັດຖະບານ ລາວ ຍັງບໍ່ມີງົບປະມານ ແຕ່ຄາດວ່າຈະໄດ້ຮັບການສະ
ໜັບສະໜູນຈາກ ໄທ ໃນໄວໆນີ້.

ທ່ານ ອາຄົມ ເຕີມພິດທະຍາໄພສິດ ລັດຖະມົນຕີວ່າການກະຊວງຄົມມະນາຄົມຂອງ
ໄທ ຖະແຫຼງຢືນຢັນວ່າລັດຖະບານ ລາວ ແລະ ໄທ ໄດ້ຕົກລົງກັນຢ່າງເປັນທາງການວ່າ
ຈະຮ່ວມມືກັນດຳເນີນການກໍ່ສ້າງສະພານຫຼື ຂົວຂ້າມແມ່ນໍ້າຂອງມິດຕະພາບ ລາວ-
ໄທ ແຫ່ງທີ 5 ໃຫ້ສຳເລັດ ແລະ ເປີດນຳໃຊ້ພາຍໃນປີິ 2019 ຫາກແຕ່ຈະຕ້ອງເລື່ອນ
ກຳນົດດັ່ງກ່າວອອກໄປຈົນກວ່າວ່າທາງການຝ່າຍ ລາວ ຈະພ້ອມໃນດ້ານງົບປະມານ
ສຳລັບຮ່ວມທຶນກັບທາງການ ໄທ ເພື່ອນຳໃຊ້ໃນການກໍ່ສ້າງຕໍ່ໄປ.

ໂດຍການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ຕ້ອງໃຊ້ເງິນທຶນໃນມູນຄ່າລວມ
115 ລ້ານໂດລາແບ່ງເປັນຄວາມຮັບຜິດຊອບຂອງທາງການ ລາວ ແລະ ໄທ ໃນມູນຄ່າ
40 ລ້ານໂດລາ ແລະ 75 ລ້ານໂດລາຕາມລຳດັບ ຊຶ່ງທາງການ ໄທ ມີຄວາມພ້ອມໃນ
ດ້ານງົບປະມານຢູ່ແລ້ວ ຈຶ່ງລໍຖ້າພຽງການສັນຫາງົບປະມານຂອງທາງການ ລາວ ເທົ່າ
ນັ້ນ.

ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ຈະເຊື່ອມຕໍ່ລະຫວ່າງຈັງຫວັດ ບຶງການ ກັບ ແຂວງ
ບໍລິຄຳໄຊ ທີ່ສາມາດຕໍ່ໄປຍັງພາກກາງໃນ ຫວຽດນາມ ໄດ້ດ້ວຍຖະໜົນເລກ 8 ໃນ
ລາວ ໂດຍການດຳເນີນງານທີ່ຜ່ານມາ ກໍໄດ້ສຳເລັດທັງໃນດ້ານການສຶກສາສຳຫຼວດ
ແລະ ອອກແບບກໍ່ສ້າງແລ້ວ ແລະ ເມື່ອການກໍ່ສ້າງແລ້ວສຳເລັດຍັງຈະສົ່ງຜົນດີຕໍ່ການ
ຄ້າ ແລະ ການລົງທຶນລະຫວ່າງ ລາວ-ໄທ-ຫວຽດນາມ ແລະ ຈີນ ອີກດ້ວຍ ດັ່ງທີ່ທ່ານ
ພົງສັກ ປຣີຊາວິດ ຜູ້ວ່າລາດຊະການຈັງຫວັດ ບຶງການ ໃຫ້ການຢືນຢັນວ່າ.

"ເປັນຄວາມຮ່ວມມືດ້ານຊາຍແດນ ລະຫວ່າງ ຈັງຫວັດ ບຶງການ ກັບ ບໍລິຄຳໄຊ ຮອງ
ຮັບປະຊາຄົມອາຊຽນ ຊຶ່ງຈະມຸ່ງສູ່ຄວາມເປັນສາກົນ ຈັງຫວັດບຶງການ ມີການຄ້າຂາຍ
ຊາຍແດນທີ່ເກີດໝາກຜົນ ມີຄວາມຮ່ວມມືກັບບໍລິຄຳໄຊ, ກັບ ຊຽງຂວາງ ຂອງ ສປປ
ລາວ ຮ່ວມມືກັບເມືອງ ຮາຕິງ ຂອງປະເທດ ຫວຽດນາມ ຕະຫຼອດຈົນມີຄວາມສຳພັນ
ໄປເຖິງປະເທດ ຈີນ ຈຶ່ງເປັນການເຊີນຊວນທັງຊາວ ໄທ ແລະ ຊາວຕ່າງປະເທດເພື່ອ
ເຂົ້າມາລົງທຶນ."

ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ຈະມີຄວາມຍາວ 1,350 ແມັດ ມີ 2 ຊ່ອງທາງຈະ
ລາຈອນ ແລະ ທາງທີ່ເຊື່ອມຕໍ່ກັບຕົວຂົວຢູ່ເບື້ອງ ລາວ ມີໄລຍະທາງຍາວ 3.18 ກິໂລ
ແມັດ ມີ 2 ຊ່ອງທາງຈະລາຈອນ ສ່ວນທາງຢູ່ເບື້ອງ ໄທ ນັ້ນ ມີໄລຍະທາງຍາວ 16.18
ກິໂລແມັດ ທັງຍັງຈະມີການກໍ່ສ້າງອາຄານສຳນັກງານດ່ານຊາຍແດນທັງ 2 ເບື້ອງດ້ວຍ
ຊຶ່ງຫຼ້າສຸດ ກໍມີລາຍງານວ່າ ຄະນະລັດຖະບານ ໄທ ໄດ້ມອບໝາຍໃຫ້ກົມຄວາມຮ່ວມມື
ລະຫວ່າງປະເທດ ເປັນພາກສ່ວນຮັບຜິດຊອບໃນການພິຈາລະນາເຖິງຄວາມເປັນໄປ
ໄດ້ໃນການສະໜັບສະໜູນເງິນກູ້ໃຫ້ແກ່ລັດຖະບານ ລາວ ເພື່ອນຳໃຊ້ໃນໂຄງການນີ້
ແລ້ວ.

ໃນປັດຈຸບັນ ສປປ ລາວ ມີຂົວຂ້າມແມ່ນໍ້າຂອງທີ່ກໍ່ສ້າງແລ້ວສຳເລັດ ແລະ ນຳໃຊ້ເພື່ອ
ເຊື່ອມຕໍ່ການຄົມມະນາຄົມ-ຂົນສົ່ງແລ້ວ 10 ແຫ່ງໃນທົ່ວປະເທດ ໂດຍໃນນີ້ແບ່ງເປັນ
5 ແຫ່ງທີ່ນຳໃຊ້ເພື່ອການເຊື່ອມຕໍ່ການຄົມມະນາຄົມ-ຂົນສົ່ງພາຍໃນ ລາວ ແລະ 5
ແຫ່ງທີ່ເຊື່ອມໂຍງການຄົມມະຄົມ-ຂົນສົ່ງ ລະຫວ່າງ ລາວ ກັບປະເທດເພື່ອນບ້ານ.

ໂດຍຂົວ 5 ແຫ່ງພາຍໃນ ລາວ ກໍປະກອບດ້ວຍຂົວທີ່ເຊື່ອມຕໍ່ເມືອງປາກເຊ ກັບ ເມືອງ
ໂພນທອງ ແຂວງຈຳປາສັກ, ຂົວຂ້າມດອນໂຂງຢູ່ເມືອງໂຂງໃນແຂວງຈຳປາສັກ, ຂົວ
ທີ່ເມືອງເງິນ ແຂວງຫຼວງພະບາງ ກັບເມືອງປາກແບ່ງ ແຂວງອຸດົມໄຊ, ຂົວປາກດອນ
ທີ່ເມືອງ ນານ ແຂວງຫຼວງພະບາງ ເຊື່ອມຕໍ່ທ່າເດື່ອ ແຂວງໄຊຍະບູລີ ແລະ ຂົວທີ່ເມືອງ
ສະນະຄາມໃນແຂວງວຽງຈັນ ກັບເມືອງປາກລາຍ ແຂວງໄຊຍະບູລີ ຕາມລຳດັບ.

ສ່ວນອີກ 5 ແຫ່ງ ກໍປະກອບດ້ວຍຂົວມິດຕະພາບ ລາວ-ໄທ ເຊື່ອມຕໍ່ນະຄອນຫຼວງວຽກ
ຈັນ ກັບຈັງຫວັດໜອງຄາຍ, ຂົວເຊື່ອມຕໍ່ສະຫວັນນະເຂດກັບມຸກດາຫານ, ຄຳມ່ວນກັບ
ນະຄອນມະນົມ ຫ້ວຍຊາຍ ໃນແຂວງບໍ່ແກ້ວ ກັບຊຽງຂອງໃນຈັງຫວັດຊຽນຣາຍ ແລະ
ຂົວທີ່ເຊື່ອມຕໍ່ກັບສະຫະພາບ ມຽນມາ ທີ່ເຊື່ອມຕໍ່ເມືອງທ່າຂີ້ເຫຼັກໃນລັດ ສານ ເມືອງ
ຊຽງກົກ ໃນແຂວງຫຼວງນໍ້າທາ.

XS
SM
MD
LG