ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍຄູ ຊັ້ນມັດທະຍົມຂອງລາວ ທ່ານນຶ່ງໄດ້ຮັບທຶນ ໃນໂຄງການ ຟູໄບຣຕ໌ ທີອີເອ ໄປຝຶກອົບຮົມໃນສະຫະລັດ


ອາຈານ ນິພອນ ຢ່າ ສອນຢູ່ທີ່ໂຮງຮຽນມັດທະຍົມ ໂພນສະຫວັນ ແຂວງຊຽງຂວາງ ໄດ້ຮັບທຶນ ໃນໂຄງການຟູໄບຣຍຕ໌ ເພື່ອໄປຝຶກອົບຮົມເປັນເວລາ 6 ອາທິດ ທີ່ມະຫາວິທະຍາໄລ ໃນສະຫະລັດ.
ອາຈານ ນິພອນ ຢ່າ ສອນຢູ່ທີ່ໂຮງຮຽນມັດທະຍົມ ໂພນສະຫວັນ ແຂວງຊຽງຂວາງ ໄດ້ຮັບທຶນ ໃນໂຄງການຟູໄບຣຍຕ໌ ເພື່ອໄປຝຶກອົບຮົມເປັນເວລາ 6 ອາທິດ ທີ່ມະຫາວິທະຍາໄລ ໃນສະຫະລັດ.

ອາຈານນິພອນ ຢ່າ, ອາຈານສອນທີ່ ໂຮງຮຽນມັດ​ທະ​ຍົມ​ ໂພນສະຫວັນ ແຂວງຊຽງຂວາງ ​ໄດ້ສຳເລັດການຝຶກອົບຮົມທີ່ ມະຫາວິທະຍາໄລ Appalachian State University ທີ່​ເມືອງ ບູນ (Boone) ​ໃນ​ລັດ ຄາໂຣໄລນາ ເໜືອ ພາຍໃຕ້ໂຄງການ ຟູລໄບຣຕ໌ ທີອີເອ (Fulbright TEA) ເມື່ອອາທິດແລ້ວນີ້.

ອາ​ຈານ​ນິ​ພ​ອນ ກ່າວ​ວ່າ “ຂ້າພະເຈົ້າຮູ້ສຶກດີໃຈທີ່ໄດ້ມາຮຽນຮູ້ແລກປ່ຽນບົດຮຽນນຳບັນດາຄູອາຈານທີ່ປະເທດສະຫະລັດອາເມຣິກາ ໂດຍສະເພາະແມ່ນສາຍສຶກສາລະດັບມັດທະຍົມ ເຊິ່ງຂ້າພະເຈົ້າໄດ້ແລກປ່ຽນບົດຮຽນ ແລະຮຽນຮູ້ນຳຄູ ອາ ຈານ 145 ທ່ານ ທີ່ມາຈາກ 65 ປະເທດ ທົ່ວໂລກ. ທຶນ Fulbright TEA ນີ້ ແມ່ນເຮັດໃຫ້ຂ້າພະເຈົ້າຮູ້ໄດ້ເຖິງການຮຽນການສອນໂດຍການນຳໃຊ້ເທັກໂນໂລຈີ ໃນຫ້ອງຮຽນໃຫ້ນັກຮຽນ ເຊິ່ງແທດເໝາະກັບໂຮງຮຽນ ທີ່ກຳລັງພັດທະນາ ຄືໂຮງຮຽນຂ້າພະເຈົ້າ ແລະ ຂ້າພະເຈົ້າມີແຜນ ທີ່ຈະນຳເອົາຄວາມຮູ້ດັ່ງກ່າວ ມາພັດທະນານຳໃຊ້ໃຫ້ດີຂຶ້ນໄປເທື່ອລະກ້າວ.”

ໂຄງການ Fulbright TEA ຫຼື Fulbright Teaching Excellence and Achievement Program ແມ່ນ​ນຳ​ເອົາອາ​ຈານ​ສອນ​ມັດ​ທະ​ຍົມ​ຈາກ​ປະ​ເທດ​ຕ່າງໆ ມາ​ອົບ​ຮົມ​ຢູ່​ສະ​ຫະ​ລັດ ​ເປັນ​ເວ​ລາ 6 ອາ​ທິດ ຢູ່​ຕາມ​ມະ​ຫາ​ວິ​ທະ​ຍາ​ໄລ ແຫ່ງ​ຕ່າງໆ.

ບັນດາຄູສອນໂຮງຮຽນມັດທະຍົມຈາກທົ່ວໂລກ ທີ່ໄດ້ຮັບທຶນ ຈາກໂຄງການຟູໄບຣຕ໌ ທີອີເອ ຊຶ່ງອາຈານິພອນ ຢ່າ ເປັນນຶ່ງໃນນັນ. (ແຖວໜ້າຈາກຊ້າຍ ຜູ້ທີສອງ)
ບັນດາຄູສອນໂຮງຮຽນມັດທະຍົມຈາກທົ່ວໂລກ ທີ່ໄດ້ຮັບທຶນ ຈາກໂຄງການຟູໄບຣຕ໌ ທີອີເອ ຊຶ່ງອາຈານິພອນ ຢ່າ ເປັນນຶ່ງໃນນັນ. (ແຖວໜ້າຈາກຊ້າຍ ຜູ້ທີສອງ)

Teacher Niphone YAR from Phonesavanh Secondary School of Xiengkhuang province, who recently completed his professional development meeting under the Fulbright Teaching Excellence and Achievement (TEA) program in the United States last week.

“I am glad to join this program with teachers in the United States, especially in the secondary education sector. I learned and shared my experiences with 145 secondary-level teachers from 65 countries worldwide. The Fulbright TEA program enabled me to learn about teaching and using technology in the classroom with students. I plan to use this knowledge to develop programs in my school,” said Teacher Niphone YAR, Fulbright TEA Fellow.

The Fulbright Teaching Excellence and Achievement Program bring international, secondary-level teachers to the United States for a six-week program.

XS
SM
MD
LG