ຕັ້ງແຕ່ໂຣກລະບາດໄວຣັສໂຄໂຣນາໄດ້ເລີ່ມຂຶ້ນ ການເດີນທາງໄປມາໃນທົ່ວໂລກແມ່ນໄດ້ຢຸດຊະງັກ. ປະຊາຊົນບໍ່ສາມາດເດີນທາງອອກຈາກປະເທດ ແລະ ນັກທ່ອງທ່ຽວ, ນັກທຸລະກິດ ແລະ ນັກສຶກ ສາຈຳນວນຫຼາຍທີ່ຢູ່ໃນຕ່າງປະເທດ ແມ່ນບໍ່ສາມາດເດີນທາງກັບບ້ານ ເນື່ອງຈາກແຕ່ລະປະເທດໄດ້ປິດເຂດຊາຍແດນຂອງເຂົາເຈົ້າ ເພື່ອປ້ອງກັນການລະບາດຂອງ COVID-19. ພຸດທະສອນ ມີລາຍງານເລື້ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.
ຫຼາຍຄົນຕ້ອງໄດ້ລໍຖ້າຫຼາຍເດືອນຈຶ່ງສາມາດເດີນທາງກັບບ້ານໄດ້, ເຊິ່ງເຂົາເຈົ້າໄດ້ຂໍຄວາມຊ່ວຍ ເຫຼືອຈາກສະຖານທູດຂອງຕົນປະຈຳປະເທດທີ່ເຂົາເຈົ້າຢູ່ນັ້ນ ເພື່ອຊ່ວຍປະສານງານ ກ່ຽວກັບ ການເດີນທາງ. ນອກຈາກຄົນຕ່າງປະເທດທີ່ຕິດຄ້າງຢູ່ໃນປະເທດອື່ນແລ້ວ, ຄົນລາວຈຳນວນນຶ່ງກໍໄດ້ຕິດຄ້າງໃນຕ່າງປະເທດເຊັ່ນກັນ. ເມື່ອວັນອາທິດທີ 8 ສິງຫາທີ່ຜ່ານມາ, ນັກສຶກສາ ລາວ ຈຳ ນວນ ນຶ່ງໄດ້ເດີນທາງກັບຈາກປະເທດ ອອສເຕຣເລຍ ດ້ວຍການຕິດຕໍ່ ແລະ ຊ່ວຍເຫຼືອປະສານງານໃຫ້ໂດຍສະຖານທູດ ລາວ ປະຈຳ ອອສເຕຣເລຍ.
ນາງ ຕິນ່າ ພັດທະນາກ, ນັກສຶກສາທີ່ໄດ້ໄປຮຽນ ກ່ຽວກັບ ການອົບເຂົ້າໜົມ ຢູ່ສະຖາບັນ William Angliss ໃນນະຄອນ ຊິດນີ, ລັດ ນິວ ຊາວ ເວລສ໌ ໄດ້ກ່າວວ່າ “ທີ່ລາຍຊື່ທີ່ເພິ່ນສົ່ງໃຫ້ທາງສະຖານ ທູດແມ່ນມີມາແຕ່ ແມລເບິນ ລະກາມີມາແຕ່ ຊິດນີ. ແຕ່ສ່ວນຕົວເຮົານີ້ ບໍ່ຮູ້ວ່າຜູ້ໃດທີ່ມາແຕ່ ແມລ ເບິນແນ່ ຫຼື ຊິດນີແນ່. ແຕ່ທີ່ຮູ້ນິ ແມ່ນສາມຄົນມີລຸ້ນນ້ອງ ທີ່ມາແຕ່ ຊິດນີ ນຳກັນລວມ ນ່າເປັນສີ່ຄົນ ແຕ່ຈະມີອີກບໍ່ແມ່ນບໍ່ຮູ້ເພາະວ່າເຮົາບໍ່ຮູ້ຂໍ້ມູນ. ຄົນລາວທີ່ມີລາຍ ຊື່ຢູ່ຫັ້ນແມ່ນ 40 ຄົນທີ່ເຫັນ ແຕ່ຍັງບໍ່ເຫັນລາຍຊື່ເພີ່ມເຕີມຫຼືວ່າຄົນທີ່ຈອງປີ້ໄດ້ຊ້າແບບນີ້ ເຮົາບໍ່ແນ່ໃຈວ່າມີອີກຈັກຄົນ ເພາະວ່າບາງຄົນທີ່ຈອງປີ້ນຳຫຼັງກະອາດຈະບໍ່ມີລາຍຊື່ຢູ່ໃນລາຍເອກະສານໂຕນັ້ນຫັ້ນນະ.”
ນາງ ຕິນ່າ ເວົ້າວ່າປະຊາຊົນທີ່ຕິດຄ້າງໃນ ອອສເຕຣເລຍ ໄດ້ເດີນທາງກັບ ກ່ອນໜ້າລາວແລ້ວປະ ມານ 4 ຫຼື 5 ຖ້ຽວ. ຜູ້ທີ່ກັບບ້ານສ່ວນຫຼາຍຈະແມ່ນ ນັກສຶກສາທີ່ໄດ້ຮຽນຈົບແລ້ວ ຫຼື ວ່າໂຮງຮຽນໄດ້ຫັນໄປຮຽນ ທາງອອນໄລນ໌ ແທນ ເພາະວ່າ ໂຮງຮຽນ, ມະຫາວິທະຍາໄລ ແລະ ສະຖາບັນການສຶກ ສາ ຕ່າງໆ ແມ່ນໄດ້ປິດບໍ່ໃຫ້ມີນັກຮຽນ, ນັກສຶກສາເຂົ້າໄປນັ່ງຮຽນໃນຫ້ອງຮຽນ. ການກັບບ້ານຂອງຜູ້ທີ່ຮຽນທາງອອນໄລນ໌ນັ້ນແມ່ນຄວາມສະໝັກໃຈ.
ຄົນ ລາວ ທີ່ເດີນທາງກັບຈາກຕ່າງປະເທດສ່ວນຫຼາຍແມ່ນຈະຂຶ້ນເຮືອບິນໄປ ສະໜາມບິນ ອິນຊອນ ຂອງນະຄອນຫຼວງ ໂຊລ ປະເທດ ເກົາຫຼີໃຕ້ ແລ້ວຕໍ່ສາຍການບິນ ລາວ ກັບໄປສະໜາມບິນວັດໄຕສາກົນໂດຍກົງ ແລະ ຂັ້ນຕອນການກະກຽມກັບບ້ານນັ້ນ ຕິນ່າ ກໍໄດ້ເວົ້າດັ່ງນີ້
“ຖ້າຫາກວ່າໄດ້ປີ້ຍົນແລ້ວເນາະ. ເຮົາກະຕ້ອງໄດ້ແຈ້ງໃຫ້ເອເຈັ້ນຮູ້ວ່າ ເຮົາຈະຕ້ອງໄດ້ກັບມາມື້ໃດ. ເຮົາກະຈຶ່ງຊິໄດ້ດຳເນີນການໄປກວດ. ເຮົາຕ້ອງໄດ້ໄປໂຮງໝໍເພື່ອກວດເອົາເຊື້ອວ່າເຮົາເປັນບໍ່ສະບາຍບໍ່, ເປັນໄຂ້ກ່ອນໜ້ານີ້ບໍ່ ຫຼືວ່າ ມີອາການທີ່ບໍ່ສະບາຍກ່ອນໜ້າທີ່ຈະມາກວດບໍ່. ຕ້ອງກວດຫາໂຄວິດຢູ່ແລ້ວ, ລະກະເອົາໃບໂຕນັ້ນໄປຍື່ນຄາວເຕີ້ເລີຍ.”
ເອເຈັ້ນທີ່ກ່າວໄປນັ້ນແມ່ນຕົວແທນຂອງໂຮງຮຽນທີ່ນາງ ຕິດນ່າ ໄດ້ໄປຮຽນ.
ສຳລັບປີ້ເຮືອບິນແມ່ນຂ້ອນຂ້າງຈະແພງກວ່າປົກກະຕິ ເພາະວ່ານີ້ແມ່ນຖ້ຽວບິນ ພິເສດ ແລະ ກໍອາດຈະແພງຍ້ອນການຈອງຊື້ໃນເວລາທີ່ສັ້ນ.
“ໂຕຂອງ ນ່າ ຊື້ແມ່ນ 1,700 (ໂດລາ), ເປັນສອງປີ້. ມີແຕ່ One Way ແຕ່ ວ່າເປັນສອງປີ້. ແບບວ່າລາຄານຶ່ງຈາກ ຊິດນີ ຫາ ເກົາຫຼີ ລະລາຄານຶ່ງຈາກ ເກົາຫຼີ ຫາ ວຽງຈັນ. ຫຼາຍຄົນທີ່ວ່າຈອງຊ້າຫັ້ນນະເຂົາເຈົ້າກະຈະໄດ້ເສຍເພີ່ມ. ບໍ່ເຂົ້າໃຈຄືກັນ ອາດຈະເປັນ ຄລາສ Business ຂຶ້ນມາເບາະ. ບາງຄົນກະໄດ້ເສຍ 1,800, ບາງຄົນກະໄດ້ເສຍ 2,200 ແບບນີ້.”
ທຳມະດາແລ້ວ, ຖ້ຽວບິນພິເສດໃນຊ່ວງໂຣກລະບາດ COVID-19 ນີ້ສາຍການ ບິນຕ່າງໆຈະໃຫ້ຜູ້ໂດຍສານນັ່ງຢູ່ຫ່າງກັນ ແລະ ໃສ່ໜ້າກາກເພື່ອປ້ອງກັນໂຣກດັ່ງກ່າວ. ແຕ່ຖ້ຽວບິນຂອງນາງ ຕິນ່າ ແມ່ນໄດ້ປະຕິບັດຄືກັບຖ້ຽວບິນທີ່ປົກກະຕິທົ່ວໄປ ເຊິ່ງຜູ້ໂດຍສານໄດ້ນັ່ງຕິດກັນ ແຕ່ຕ້ອງໄດ້ໃສ່ໜ້າກາກ.
ເວລາເຊັກອິນຖ້ຽວບິນນັ້ນຈະໃຊ້ເວລາດົນກວ່າປົກກະຕິ, ເຊິ່ງເຂົາເຈົ້າຕ້ອງໄດ້ ລຽນແຖວຢູ່ຫ່າງກັນ, ພະນັກງານສາຍການບິນຈະຖາມຜູ້ໂດຍສານຢ່າງລະອຽດ ແລະ ເຂົາເຈົ້າຕ້ອງໄດ້ສະແດງໃນຢັ້ງຢືນການກວດ COVID-19 ແລະ ຂໍ້ມູນຂອງຖ້ຽວບິນ. ແຕ່ກ່ອນການຂຶ້ນເຮືອບິນນັ້ນ ເຂົາເຈົ້າກໍບໍ່ໄດ້ກວດອັນໃດເພີ່ມເຕີມ.
ເວລາເດີນທາງຮອດສະໜາມບິນວັດໄຕນັ້ນ, ຜູ້ໂດຍສານທຸກຄົນກໍຈະຖືກກວດໂຣກອີກຄັ້ງນຶ່ງ ເຊິ່ງນາງ ຕິນ່າ ເວົ້າວ່າ
“ຮອດລາວປຸບ, ເຮົາກະເຂົ້າແຖວ. ເພິ່ນຊິມີທີມງານສາທາລະນະສຸກຫັ້ນນະກວດຢູ່ຫັ້ນ ລະກະວັດ ແທກອຸນຫະພູມໃຫ້ເຮົາ. ກະຊິມີໃບຢັ້ງຢືນວ່າອຸນຫະພູມຂອງເຮົາຢູ່ໃນລະດັບປົກກະຕິບໍ່, ບໍ່ມີໄຂ້ ແບບນີ້. ລະເພິ່ນກະຊິໃຫ້ເຮົາໄປກວດໂຄວິດອີກຮອບນຶ່ງ. ຊິມີທີມມາກວດ, ໃຊ້ໄມ້ແຢ່ດັງ ລະກະໃຊ້ໄມ້ກວດຄໍ ເພື່ອເອົາຕົວຢ່າງໄປກວດອີກຮອບນຶ່ງວ່າ ເຮົາໄດ້ມາແຕ່ຕ່າງປະເທດລະເຮົາຊິມີເຊື້ອ ຫຍັງບໍ່ຫັ້ນນະ. ເຂົ້າໄປທຳອິດລະເຈິໂຕນີ້ກ່ອນ ກ່ອນທີ່ຈະໄປຫາ Immigration.”
ປັດຈຸບັນນີ້ນາງ ຕິນ່າ ໄດ້ກັກຕົວກວດໂຣກ ເປັນເວລາ 14 ວັນ ຢູ່ທີ່ໂຮງແຮມ ແຫ່ງນຶ່ງໃນນະຄອນ ຫຼວງ ວຽງຈັນ ທີ່ລາວໄດ້ເລືອກຢູ່ໃນລາຍການຂອງທາງການ ລາວ ໄດ້ມີໄວ້ໃຫ້. ເຊິ່ງປະຊາຊົນ ລາວທີ່ໄດ້ເດີນທາງຮອດພ້ອມກັນນັ້ນ ກໍໄດ້ເລືອກກັກບໍລິເວນກວດໂຣກຢູ່ໂຮງແຮມ ທີ່ຕົນເອງຄິດວ່າຕັ້ງຢູ່ໃກ້ບ້ານຂອງຕົນ, ແຕ່ລະໂຮງແຮມແມ່ນມີລາຄາຕ່າງກັນ. ໂຮງແຮມທີ່ນາງ ຕິນ່າ ພັກຢູ່ນັ້ນ ເຊິ່ງລາວບໍ່ໄດ້ບອກຊື່ແມ່ນມີລາຄາມື້ນຶ່ງ ສາມແສນສາມສິບພັນກີບ ບໍ່ລວມອາຫານ, ຖ້າລວມອາ ຫານທາງໂຮງແຮມກໍຈະໄລ່ເພີ່ມນຶ່ງແສນກີບ. ຫຼັງຈາກຄົບ 14 ວັນແລ້ວເຂົາເຈົ້າກໍຈະສາມາດກັບໄປຢູ່ບ້ານຂອງເຂົາເຈົ້າ ໄດ້.