ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການກວດກາແຫ່ງລັດ ສາມາດຍຶດຄືນທີ່ດິນ ຂອງລັດຖະບານໄດ້ ກວ້າງກວ່າ 10,000 ເຮັກຕາ


ເຈົ້າໜ້າທີ່ລັດຖະບານທີ່ຖືກຈັບຍ້ອນການສໍ້ລາດບັງຫຼວງ.
ເຈົ້າໜ້າທີ່ລັດຖະບານທີ່ຖືກຈັບຍ້ອນການສໍ້ລາດບັງຫຼວງ.

ອົງການກວດກາແຫ່ງລັດ ສາມາດຍຶດຄືນທີ່ດິນຂອງລັດຖະບານກວ້າງກວ່າ 10,000
ເຮັກຕາທີ່ຖືກລັກລອບຂາຍໃຫ້ນາຍທຶນ ພ້ອມທັງຍຶດຄືນເງິນຂອງລັດທີ່ຖືກທຸຈະລິດໄດ້
ອີກຫຼາຍກວ່າ 1,000 ຕືກີບ.

ທ່ານ ບຸນທອງ ຈິດມະນີ ປະທານອົງການກວດກາແຫ່ງລັດ ແລະ ປະທານອົງການຕ້ານ
ການສໍ້ລາດບັງຫຼວງແຫ່ງ ສປປ ລາວ ຖະແຫຼງຢືນຢັນວ່າ ການກວດກາບັນດາໜ່ວຍ
ງານຂອງພັກ ແລະ ລັດຖະບານ ລາວ ໃນໄລຍະ 5 ປີທີ່ຜ່ານມາໄດ້ກວດພົບການທຸຈະ
ລິດ ແລະ ການຍັກຍອກເອົາງົບປະມານ ແລະ ຊັບສິນຂອງລັດໂດຍບັນດາພະນັກງານ
ພັກ ແລະ ລັດຖະບານ ລາວ ຄິດເປັນມູນຄ່າລວມຫຼາຍກວ່າ 5,000 ຕືກີບກັບ 90 ກວ່າ
ລ້ານໂດລາ ແລະ 40 ກວ່າລ້ານບາດ.

ແຕ່ຢ່າງໃດກໍຕາມ ອົງການກວດກາແຫ່ງລັດ ກໍບໍ່ສາມາດຕິດຕາມເພື່ອຍຶດເອົງງົບປະ
ມານ ແລະ ຊັບສິນດັ່ງກ່າວກັບມາໄດ້ທັງໝົດ ໂດຍສາມາດຍຶດຄືນມາໄດ້ພຽງບາງສ່ວນ
ເທົ່ານັ້ນ ຊຶ່ງໃນນີ້ກໍລວມເຖິງການຍຶດເອົາທີ່ດິນຂອງລັດທີ່ຖືກລັກລອບຂາຍໃຫ້ກັບບັນ
ດານາຍທຶນ ລາວ ແລະ ຕ່າງຊາດກັບຄືນມາໄດ້ໃນພື້ນທີ່ລວມກວ້າງກວ່າ 10,000 ເຮັກ
ຕາດ້ວຍ ດັ່ງທີ່ທ່ານ ບຸນທອງ ໄດ້ຢືນຢັນວ່າ.

"ພວກເຮົາກວດກາຫຼາຍເປົ້າໝາຍເຫັນຄວາມເສຍຫາຍຂອງພັກຂອງລັດເຮົາ ຫ້າ-
ຫົກພັນຕື້ ເກືອບ 100 ລ້ານໂດລາ 40 ກວ່າລ້ານບາດທີ່ໄດ້ພົບເຫັນແລ້ວກະໄດ້ພ້ອມ
ກັນເກັບກູ້ຄືນ ເກັບໄດ້ມານີ້ລະແມ່ນວ່າ 1,000 ກວ່າຕື້, 70 ກວ່າລ້ານໂດລາ, 30 ກວ່າລ້ານບາດຄືນໃຫ້ລັດ ແລ້ວກະມີທີ່ເຂົາລັກຂາຍ, ຍັກຍອກ, ລັກຂາຍດິນຂອງ
ລັດໃຫ້ເອກະຊົນ ບ່ອນັ້ນບ່ອນນີ້ໄດ້ຄືນມາປະມານ 10 ກວ່າພັນເຮັກຕາ."

ກ່ອນໜ້ານີ້ອົງການເພື່ອຄວາມໂປ່ງໃສສາກົນ (Transparency International) ໄດ້
ດຳເນີນການສຳຫຼວດຄວາມຄິດເຫັນຂອງນັກທຸລະກິດ ກ່ຽວກັບ ສະພາບການສໍ້ລາດ
ບັງຫຼວງຢູ່ໃນ 176 ປະເທດທົ່ວໂລກ ໂດຍໄດ້ຈັດໃຫ້ ລາວ ຢູ່ອັນດັບທີ 123 ໃນປີ 2016 ຊຶ່ງກໍເປັນການເລື່ອນອັນດັບທີ່ດີຂຶ້ນເຖິງ 16 ອັນດັບທຽບກັບປີ 2015 ທີ່ ລາວ ໄດ້ຖືກ
ຈັດໃຫ້ຢູ່ໃນອັນດັບທີ 139 ຂອງໂລກ.

ໂດຍອັນດັບທີ່ດີຂຶ້ນດັ່ງກ່າວນີ້ ເປັນຜົນຈາກການທີ່ລັດຖະບານ ລາວ ໄດ້ຮັບຄວາມໄວ້
ວາງໃຈຈາກບັນດານັກທຸກລະກິດຊາວຕ່າງຊາດທີ່ລົງທຶນໃນ ລາວ ເພີ່ມຂຶ້ນຈາກ 25 ເປີ
ເຊັນໃນປີ 2015 ເປັນ 30 ເປີເຊັນ ໃນປີ 2016 ທັງນີ້ກໍເພາະເຫັນວ່າລັດຖະບານ ລາວ ຊຸດປັດຈຸບັນທີ່ມີທ່ານ ທອງລຸນ ສີສຸລິດ ເປັນນາຍົກລັດຖະມົນຕີ ໄດ້ເອົາຈິງເອົາຈັງໃນ
ການສະກັດກັ້ນ ແລະ ປາບປາມການສໍ້ລາດບັງຫຼວງຢ່າງເປັນຮູບປະທຳ ດັ່ງຈະເຫັນໄດ້
ຈາກການຢຸດສຳປະທານປ່າໄມ້ ແລະ ຫ້າມສົ່ງໄມ້ທ່ອນອອກໄປຕ່າງປະເທດຢ່າງສິ້ນ
ເຊີງ, ການຫ້າມບໍ່ໃຫ້ສຳປະທານການຂຸດຄົ້ນແຮ່ທາດລາຍໃໝ່ ແລະ ໃຫ້ດຳເນີນການ
ກວດສອບສຳປະທານທີ່ໄດ້ອະນຸມັດໄປແລ້ວວ່າໄດ້ດຳເນີນການຕາມສັນຍາ ຫຼື ບໍ່ ແລະ
ການຍົກເລີກສຳປະທານທີ່ດິນທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ເຊັ່ນສຳປະ
ທານທີ່ດິນສຳລັບປູກ້ວຍຂອງ ຈີນ ໃນແຂວງບໍ່ແກ້ວ ເປັນຕົ້ນ.

ຄະແນນດັ່ງກ່າວນີ້ ຍັງເປັນລະດັບຄວາມໄວ້ວາງໃຈທີ່ດີກວ່າປີ 2012 ທີ່ ລາວ ຖືກຈັດ
ໃຫ້ຢູ່ອັນດັບທີ 160 ທີ່ໄດ້ຮັບຄວາມໄວ້ວາງໃຈຈາກນັກລົງທຶນຕ່າງຊາດໃນ ລາວ ພຽງ
21 ເປີເຊັນເທົ່ານັ້ນ ທັງຍັງມີສະຖານີດີກວ່າປີ 2013 ຊຶ່ງ ລາວ ໄດ້ຮັບຄວາມໄວ້ວາງໃຈ
ທີ່ລະດັບ 26 ເປີເຊັນ ໝາຍຄວາມວ່າ ການສໍ້ລາດບັງຫຼວງໃນ ລາວ ມີທ່າອຽງຫຼຸດລົງໃນ
ສາຍຕາຂອງນັກລົງທຶນຊາວຕ່າງຊາດໃນ ລາວ ໂດຍສະເພາະແມ່ນເມື່ອທຽບລະຫວ່າງ
ປີ 2012 ກັບປີ 2016 ກໍຈະເຫັນວ່າ ອັນດັບຂອງ ສປປ ລາວ ດີຂຶ້ນເຖິງ 37 ອັນດັບ.

ໃນຊ່ວງປີ 2011-2015 ອົງການກວດກາແຫ່ງລັດໄດ້ດຳເນີນການກວດສອບ 734 ເປົ້າ
ໝາຍທີ່ເປັນໜ່ວຍງານຂອງພັກ-ລັດ ແລະ ໄດ້ກວດພົບການທຸຈະລິດຢ່າງກວ້າງຂວາງ ເຮັດໃຫ້ພັກ-ລັດສູນເສຍໄປຫຼາຍກວ່າ 5,000 ຕື້ກີບ ໂດຍອົງການກວດກາແຫ່ງລັດ ກໍ
ໄດ້ລົງໂທດທາງວິໄນຕໍ່ພະນັກງານລັດທີ່ກ່ຽວຂ້ອງໃນການທຸຈະລິດຄໍຣັບຊັນ ຈຳນວນ
165 ຄົນ ໃນຂະນະທີ່ສານປະຊາດຊົນ ກໍໄດ້ຕັດສິນລົງໂທດຈຳຄຸກພະນັກງານລັດ 38 ຄົນທີ່ກ່ຽວຂ້ອງກັບການທຸຈະລິດ ທັງຍັງໄດ້ກວດສອບເຫັນການຊຳລະໜີ້ໃນການລົງທຶນ
ນອກແຜນຂອງລັດ 103 ລ້ານໂດລາ ແລະ ການໃຊ້ຈ່າຍເງິນນອກແຜນການຂອງລັດ
18 ລ້ານ ແລະ ກວດພົບລາຍຈ່າຍລ່ວງໜ້າຢູ່ຄັງເງິນລັດເຖິງ 98 ລ້ານໂດລາອີກດ້ວຍ.

XS
SM
MD
LG