ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດວິສາຫະກິດໃນລາວ ປະເຊີນກັບການຂາດທຶນຢ່າງຮຸນແຮງ ເພາະການທຸຈະລິດໂດຍຄະນະຜູ້ບໍລິຫານ ກັບເຄືອຍາດ


ສຳນັກງານຂອງບໍລິສັດລັດວິສາຫະກິດ ໄຟຟ້າລາວ ທີ່ນະຄອນຫຼວງວຽງຈັນ ຂອງ ສປປ ລາວ.
ສຳນັກງານຂອງບໍລິສັດລັດວິສາຫະກິດ ໄຟຟ້າລາວ ທີ່ນະຄອນຫຼວງວຽງຈັນ ຂອງ ສປປ ລາວ.

ລັດວິສາຫະກິດໃນລາວ ປະເຊີນກັບການຂາດທຶນຢ່າງຮຸນແຮງ ທັງຍັງສ້າງໜີ້ສິນຢ່າງຫຼວງຫຼາຍ ເພາະການທຸຈະລິດໂດຍຄະນະຜູ້ບໍລິຫານ ກັບເຄືອຍາດທີ່ເກີດຂຶ້ນຢ່າງກວ້າງຂວາງໃນທຸກລັດວິສາຫະກິດ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ສະມາຊິກສະພາແຫ່ງຊາດ ເປີດເຜີຍວ່າ ລັດວິສາຫະກິດທັງ 178 ຫົວໜ່ວຍຂອງລາວ ມີຊັບສິນລວມກັນ 184,765 ຕື້ກີບ ແລະມີໜີ້ສິນລວມກັນຮອດ 177,451 ຕື້ກີບ ທັງຍັງປະເຊີນກັບສະພາວະຂາດທຶນຢ່າງຫຼວງຫຼາຍ ອັນເກີດຈາກການບໍລິຫານທີ່ມີປະສິດທິພາບຕໍ່າ ເພາະມີການຫຼິ້ນພັກຫຼິ້ນພວກ ແລະການສະແຫວງຫາຜົນປະໂຫຍດສ່ວນໂຕເປັນດ້ານຫຼັກ ຈຶ່ງເຮັດໃຫ້ຈະຕ້ອງດໍາເນີນການປະຕິຮູບຢ່າງຮີບດ່ວນທີ່ສຸດ ດ້ວຍການເປີດໃຫ່ເອກະຊົນເຂົ້າມາລົງທຶນເພີ້ມຂຶ້ນ ຖ້າບໍ່ດັ່ງນັ້ນ ລັດວິສາຫະກິດທັງໝົດກໍຍັງຈະຕ້ອງປະເຊີນກັບການຂາດທຶນເພີ້ມຂຶ້ນນັບມື້ ເພາະການທຸຈະລິດໂດຍຄະນະຜູ້ບໍລິຫານ ແລະເຄືອຍາດນັ້ນເອງ, ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ໄດ້ຍົກເອົາລັດວິສາຫະກິດເບຍລາວ ເປັນກໍລະນີໂຕຢ່າງວ່າ:

“ໂດຍສະເພາະລັດວິສາຫະກິດເບຍລາວນີ້ ສ້າງລາຍຈ່າຍນິມະຫາສານ ສ້າງໃຫ້ຈຸ້ມເຈື້ອ ຍາດພີ່ນ້ອງ ເອົາໄປເອົາມາວຽກທຸກວຽກແມ່ນຄືວຽກຂອງຄອບຄົວຫຼາຍກ່ອນ ຢ່າງເຊັ່ນ ປ້າຍໂຄສະນານີ້ ກະເປັນຂອງລູກເຂີຍ-ລູກໄພ້ ຂີ້ເບຍຊື່ໆນີ້ກະຍັງຍາດກັນຊື້ ພັດແມ່ນຂອງລູກສາວ, ເອົາໄປເອົາມານີ້ ບັນຫາເລື້ອງນີ້ນິນະ ບໍ່ແປກດອກ ທີ່ລາຍງານວ່າ ບໍ່ໄດ້ກໍາໄລ ຫຼຶວ່າຈັງໃດຫັ້ນ ພວກເຮົາກວດໄດ້ເນາະ ບໍ່ແມ່ນກວດບໍ່ໄດ້ ແຕ່ວ່າປະຕິບັດນັ້ນມັນຍາກສໍ່າໃດນັ່ນ ແມ່ນອຸປະສັກພວກເຮົາຕ້ອງສູ້ຊົນຜ່ານຜ່ານໍາກັນ.”

ສ່ວນເຈົ້າໜ້າທີ່ຂັ້ນສູງໃນທະນາຄານແຫ່ງຊາດລາວເປີດເຜີຍວ່າ ເງິນກູ້ຢືມໃນລະບົບສິນເຊື່ອທະນາຄານໃນລາວ ໃນປັດຈຸບັນນີ້ ມີມູນຄ່າລວມເກີນກວ່າ 135,000 ຕື້ກີບ ໃນນີ້ເປັນສິນເຊື່ອໃນການຄຸ້ມຄອງຂອງທະນາຄານແຫ່ງຊາດ 48.45 ເປີເຊັນ ທະນາຄານຮ່ວມທຶນ ລັດ-ເອກະຊົນ 10.15 ເປີເຊັນ ແລະ 41.4 ເປີເຊັນ ເປັນສິນເຊື່ອຂອງທະນາຄານເອກະຊົນ ແຕ່ດ້ວຍການລະບາດຂອງໄວຣັສໂຄວິດ-19 ນັບຈາກປີ 2020 ກໍໄດ້ເຮັດໃຫ້ໜ່ວຍທຸລະກິດ ບໍ່ສາ ມາດຊໍາລະໜີ້ໃຫ້ທະນາຄານໄດ້ເລີຍ ອັນເຮັດໃຫ້ມີໜີ້ເສຍ (NPL) ໃນລະບົບທະນາຄານເພີ້ມຂຶ້ນເກີນກວ່າ 7 ເປີເຊັນ ທັງມີໜີ້ທີ່ມີຄວາມສ່ຽງສູງທີ່ຈະເກັບຄືນບໍ່ໄດ້ອີກ 19.98 ເປີເຊັນ ຂອງມູນຄ່າສິນເຊື່ອທັງໝົດ ໂດຍສະເພາະແມ່ນໜີ້ຂອງລັດວິສາຫະກິດນັ້ນ ກໍຄືພາກສ່ວນທີ່ມີ NPL ຫຼາຍທີ່ສຸດ ສ່ວນການກວດກາເພື່ອເກັບເອົາເງິນທີ່ຖືກທຸຈະລິດກັບຄືນມານັ້ນ ກໍສາມາດຈັດຕັ້ງປະຕິບັດໄດ້ຢ່າງຈໍາກັດ ທັງຍັງກວດກາໄດ້ຢ່າງຈໍາກັດອີກດ້ວຍ ເພາະວ່າບໍ່ສາມາດກວດກາຊັບສິນຂອງພະນັກງານຂັ້ນສູງໃນ ພັກ-ລັດ ໄດ້ເລີຍນັ້ນເອງ, ດັ່ງທີ່ສະມາຊິກສະພາແຫ່ງຊາດ ໄດ້ໃຫ້ການຢືນຢັນວ່າ:

“ການກວດກາທີ່ຕິດພັນກັບຜູ້ມີສິດອໍານາດເຮັດໄດ້ນ້ອຍ ມາດຕະການຕໍ່ຜູ້ທີ່ກະທໍາຜິດບໍ່ທັນມີມາດຕະການທີ່ເດັດຂາດຕາມ ທີ່ໄດ້ກໍານົດໄວ້ໃນກົດໝາຍ ທັ້ງໆ ທີ່ວ່າມີກົດໝາຍນິຕິກໍາຕ່າງໆເປັນເຄື່ອງມື ເປັນລະບົບຄົບຊຸດ ການຕິດຕາມກວດກາຕາມຜົນການກວດສອບ ຍັງມີລັກສະນະຊໍ້າຊ້ອນ ເຫັນວ່າເວລາກວດສອບໄດ້ເຮັດຢັ້ງຢືນ ແລະຊັດເຈນແລ້ວ ມອບໃຫ້ກວດກາການຈັດຕັ້ງປະຕິບັດ ແຕ່ເຫັນວ່າກວດກາພັດໄປເກັບກໍາຂໍ້ມູນຕື່ມອີກ ເຮັດໃຫ້ການແກ້ບັນຫານັ້ນ ບໍ່ສາມາດຈັດຕັ້ງປະຕິບັດໄດ້.”

ໃນນີ້ ບັນດາວິສາຫະກິດຂອງລັດຖະບານລາວ ມີໜີ້ຈາກການກູ້ໃນລະບົບສິນເຊື່ອຂອງທະນາຄານໃນລາວ ຄິດເປັນມູນຄ່າລວມເກີນກວ່າ 67,670 ຕຶ້ກີບ ໃນນີ້ໄດ້ຕົກເປັນ NPL ໄປແລ້ວເກີນກວ່າ 6,897 ຕື້ກີບ ແລະອີກເກີນກວ່າ 9,971 ຕື້ກີບ ກໍຖືກຈັດເປັນເງິນສິນເຊື່ອທີ່ມີຄວາມສ່ຽງສູງທີ່ຈະບໍ່ສາມາດຈັດເກັບຄືນມາໄດ້ ເພາະຜົນກະທົບຈາກການລະບາດໄວຣັສໂຄວິດ-19 ເຮັດໃຫ້ ລັດວິສາຫະກິດສ່ວນຫຼາຍບໍ່ມີລາຍໄດ້ ຫຼືວ່າມີລາຍໄດ້ບໍ່ພຽງພໍສໍາລັບການຊໍາລະເງິນກູ້ດັ່ງກ່າວ ເຊິ່ງກໍເຊັ່ນດຽວກັບຫົວໜ່ອຍທຸລະກິດເອກະຊົນກວ່າ 130,000 ຄົນ ທີ່ສາມາດຊໍາລະຄືນໜີ້ໃຫ້ກັບທະນາຄານໄດ້ຢ່າງຈໍາກັດ.

ໃນປັດຈຸບັນ, ລັດຖະບານລາວມີວິສາຫະກິດໃນການຄຸ້ມຄອງຈໍານວນທັງໝົດ 178 ຫົວໜ່ວຍ ມີທຶນຈົດທະບຽນລວມກັນເກີນກວ່າ 225,495 ຕື້ກີບ ແຕ່ມີພຽງ 34 ລັດວິສາຫະກິດເທົ່ານັ້ນ ທີ່ມີຜົນການດໍາເນີນທຸລະກິດໃນລະດັບທີ່ດີ ແລະລະດັບປານກາງ ສ່ວນທີ່ເຫຼືອກໍຄືລັດວິສາຫະກິ ດທີ່ຂາດທຶນ ແລະສ້າງໜີ້ສິນມະຫາສານເຊັ່ນ ລັດວິສາຫະກິດການບິນລາວ, ລັດວິສາຫະກິດລ້ານຊ້າງພັດທະນາ ແລະ ບໍລິການຂາເຂົ້າ-ຂາອອກ, ທະນາຄານສົ່ງເສີມກະສິກໍາ ແລະ ລັດວິສາຫະກິດໄຟຟ້າລາວ (EDL) ເຊິ່ງມີໜີ້ສິນຈາກການກູ້ຢືມ ທັງພາຍໃນ ແລະຕ່າງປະເທດຫຼາຍກວ່າ 2,900 ລ້ານໂດລາ ໃນປັັດຈຸບັນນີ້.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG