ລິ້ງ ສຳຫລັບເຂົ້າຫາ

ທະນາຄານແຫ່ງ ສປປ ລາວ ບໍ່ສາມາດ ຄວບຄຸມ ການແລກປ່ຽນ ແລະການໂອນ ເງິນຕາຕ່າງປະເທດ


ເຈົ້າໜ້າທີ່ທະນາຄານແຫ່ງນຶ່ງ ກຳລັງນັບເງິນຕາຕ່າງປະເທດ ສະກຸນໂດລາ ກ່ອນນຳເຂົ້າບັນຊີທະນາຄານ.

ທະນາຄານແຫ່ງ ສປປ ລາວ ບໍ່ສາມາດຄວບຄຸມການແລກປ່ຽນເງິນຕາ ແລະການໂອນ
ເງິນຕາຕ່າງປະເທດໄດ້ ຢ່າງມີປະສິດທິຜົນ ໃນຂະນະທີ່ ທຶນສຳຮອງເງິນຕາຕ່າງປະເທດ
ກໍຫລຸດລົງຢ່າງຕໍ່ເນື່ອງ.

ທ່ານສົມພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຍອມຮັບວ່າ ທະນາຄານ
ແຫ່ງ ສປປ ລາວ ຕ້ອງດຳເນີນມາດຕະການຢ່າງເຂັ້ມງວດ ໃນການຄວບຄຸມອັດຕາແລກ
ປ່ຽນ ແລະກວດກາການໂອນເງິນຕາຕ່າງປະເທດ ຜ່ານລະບົບທະນາຄານ ທັງຂອງລັດ
ຖະບານ ແລະເອກກະຊົນໃນທົ່ວປະເທດລາວ ໃນເວລານີ້ ເນື່ອງຈາກວ່າ ອັດຕາແລກ
ປ່ຽນ ເງິນຕາໃນລາວ ໄດ້ຕົກຢູ່ພາຍໃຕ້ສະພາວະຜັນຜວນຢ່າງໜັກ ໂດຍມີສາເຫດມາ
ຈາກສະພາບເຄັ່ງຕຶງໃນດ້ານງົບປະມານ ຂອງລັດຖະບານລາວ ສົມທົບດ້ວຍ ການຫລຸດ
ລົງຂອງທຶນສຳຮອງເງິນຕາຕ່າງປະເທດ ຈຶ່ງເຮັດໃຫ້ພາກເອກກະຊົນບໍ່ເຊື່ອໝັ້ນໃນຄ່າ
ເງິນກີບ ແລະພາກັນຫັນໄປຖືຄອງເງິນຕາຕ່າງປະເທດຫຼາຍຂຶ້ນ ໂດຍທີ່ທະນາຄານ
ແຫ່ງຊາດ ກໍບໍ່ສາມາດຄວບຄຸມໄດ້ຢ່າງມີປະສິດທິຜົນ ດັ່ງທີ່ທ່ານສົມພາວ ໄດ້ໃຫ້ການ
ຍອມຮັບວ່າ:

“ເສດຖະກິດມະຫາພາກ ຍັງບໍ່ມີພື້ນຖານທີ່ໜັກແໜ້ນ ເຄື່ອງມືດ້ານເງິນຕາ ຍັງ
ບໍ່ທັນມີປະສິດທິຜົນ ເທົ່າທີ່ຄວນ ຈຶ່ງມີຄວາມຈຳເປັນໄດ້ນຳໃຊ້ເຄື່ອງມືອັດຕາ
ແລກປ່ຽນເປັນເຄື່ອງມືຕົ້ນຕໍ ໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດ
ຄັງສຳຮອງເງິນຕາຕ່າງປະເທດ ກຸ້ມການນຳເຂົ້າ ບໍ່ໄດ້ຕາມແຜນການ ຍ້ອນ
ເງິນຝາກຂອງລັດຖະບານ ແລະທະນາຄານທຸລະກິດ ຫລຸດລົງຫຼາຍ ການນຳ
ໃຊ້ເງິນຕາຕ່າງປະເທດ ຍັງແຜ່ຫຼາຍຢູ່ໃນສັງຄົມ ເຮັດໃຫ້ທະນາຄານແຫ່ງ
ສປປ ລາວ ບໍ່ສາມາດລວມສູນເງິນຕາຕ່າງປະເທດ ໃນລະດັບທີ່ແນ່ນອນ.”

ອັດຕາແລກ ປ່ຽນ ເງິນຕາໃນລາວ ໄດ້ຕົກຢູ່ພາຍໃຕ້ສະພາວະຜັນຜວນຢ່າງໜັກ ຈຶ່ງເຮັດໃຫ້ເງິນກີບຂອງລາວ ຫລຸດລາຄາລົງ.
ອັດຕາແລກ ປ່ຽນ ເງິນຕາໃນລາວ ໄດ້ຕົກຢູ່ພາຍໃຕ້ສະພາວະຜັນຜວນຢ່າງໜັກ ຈຶ່ງເຮັດໃຫ້ເງິນກີບຂອງລາວ ຫລຸດລາຄາລົງ.

ຍິ່ງໄປກວ່ານັນ ການທີ່ພາກເອກກະຊົນ ໄດ້ພາກັນຖືຄອງເງິນຕາຕ່າງປະເທດດັ່ງກ່າວນີ້
ກໍຍັງເຮັດໃຫ້ເກີດສ່ວນຕ່າງ ລະຫວ່າງອັດຕາແລກປ່ຽນ ໃນຕະຫຼາດກັບທະນາຄານຍັບ
ຫ່າງອອກຈາກກັນເພີ່ມຂຶ້ນນັບມື້ອີກດ້ວຍ ຊຶ່ງຈະເຫັນໄດ້ຈາກອັດຕາແລກປ່ຽນເງິນໂດລາ
ສະຫະລັດ ແລະເງິນບາດໃນຕະຫຼາດ ມີສ່ວນຕ່າງຈາກການແລກປ່ຽນ ໃນທະນາຄານ
ຄິດໄລ່ເປັນອັດຕາສະເລ່ຍເຖິງ 3.7 ເປີເຊັນ ແລະ 3.08 ເປີເຊັນ ຕາມລຳດັບ.

ສ່ວນທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງ
ການເງິນ ກໍຍອມຮັບວ່າ ລັດຖະບານລາວ ກຳລັງປະເຊີນກັບບັນຫາໜີ້ສິນເພີ່ມຂຶ້ນ ທັງ
ພາຍໃນ ແລະຕ່າງປະເທດ ໂດຍໜີ້ສິນພາຍໃນ ທີ່ເພີ່ມຂຶ້ນ ກໍມີສາເຫດມາຈາກການ
ທີ່ລັດຖະບານລາວ ໄດ້ອະນຸຍາດໃຫ້ບັນດາບໍລິສັດເອກກະຊົນ ເປັນຜູ້ລົງທຶນໃຫ້ກ່ອນ
ໃນໂຄງການພັດທະນາຕ່າງໆ ທີ່ລັດຖະບານບໍ່ມີຄວາມພ້ອມດ້ານງົບປະມານ ແລະເມື່ອ
ບໍລິສັດເອກກະຊົນ ໄດ້ດຳເນີນງານສຳເລັດແລ້ວນັ້ນ ຈຶ່ງເຮັດໃຫ້ລັດຖະບານ ມີພັນທະ
ທີ່ຈະຕ້ອງຊຳລະຄືນເງິນທຶນດັ່ງກ່າວ ພ້ອມດ້ວຍດອກເບ້ຍທີ່ໄດ້ຕົກລົງກັນ ໃນສັນຍາ
ຂອງແຕ່ລະໂຄງການນັ້ນເອງ.

ສຳລັບໜີ້ຕ່າງປະເທດ ທີ່ເພີ່ມສູງຂຶ້ນນັບມື້ ເຊັ່ນກັນນັ້ນ ກໍມີສາເຫດມາຈາການກູ້ຢືມ
ເງິນທຶນຈາກຕ່າງປະເທດ ເພື່ອນຳມາໃຊ້ດຸ່ນດ່ຽງງົບປະມານລາຍຈ່າຍສຳລັບໂຄງການ
ພັດທະນາຕ່າງໆ ຂອງລັດຖະບານໃນແຕ່ລະປີ ຊຶ່ງເຮັດໃຫ້ລັດຖະບານລາວ ມີໜີ້ຕ່າງ
ປະເທດເກີນກວ່າ 6,900 ລ້ານໂດລາ ຄິດໄລ່ເປັນ 52 ເປີເຊັນ ຂອງຍອດຜະລິດຕະພັນ
ລວມພາຍໃນ (GDP) ແລະໜີ້ພາຍໃນ 836 ກວ່າລ້ານໂດລາ ຄິດໄລ່ເປັນ 6.3 ເປີເຊັນ
ຂອງ GDP ໃນປີ 2016 ສ່ວນປີ 2017 ລັດຖະບານລາວ ຍັງໄດ້ກູ້ຢືມເງິນຈາກຕ່າງ
ປະເທດ ເພີ່ມຂຶ້ນອີກ 2,478 ຕື້ກີບ ທັງຍັງຄາດວ່າ ຈະຕ້ອງກູ້ຢືມເງິນ ຈາກຕ່າງປະເທດ
ບໍ່ໜ້ອຍກວ່າ 3,590 ຕື້ກີບ ໃນປີ 2018 ນີ້ອີກດ້ວຍ.

ຫາກແຕ່ວ່າ ເພື່ອເປັນການຄວບຄຸມສະພາວະການເປັນໜີ້ຕ່າງປະເທດໃຫ້ຢູ່ໃນອັດຕາ
ທີ່ເໝາະສົມກັບສະພາບຕົວຈິງ ດ້ານລາຍຮັບ-ລາຍຈ່າຍ ຂອງລັດຖະບານລາວ ສະພາ
ແຫ່ງຊາດ ກໍໄດ້ຈຳກັດສິດ ໂດຍອະນຸຍາດໃຫ້ລັດຖະບານລາວ ສາມາດກູ້ຢືມຈາກຕ່າງ
ປະເທດໄດ້ ໃນມູນຄ່າລວມບໍ່ເກີນ 400 ລ້ານໂດລາ ໃນແຕ່ລະປີ ຊຶ່ງກໍຍັງບໍ່ສາມາດ
ຈັດຕັ້ງປະຕິບັດໄດ້ ໃນຄວາມເປັນຈິງ.

ທາງດ້ານທະນາຄານພັດທະນາເອເຊຍ (ADB) ລາຍງານວ່າ ໜີ້ຕ່າງປະເທດ ຂອງລັດ
ຖະບານລາວ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຕະຫຼອດໄລຍະ 10 ປີມານີ້ ກໍຄືເພີ່ມຂຶ້ນ ຈາກ
2,470 ກວ່າລ້ານໂດລາ ໃນປີ 2006 ເປັນຫຼາວກວ່າ 5,627 ລ້ານໂດລາ ໃນປີ 2015
ແລະ 6,900 ກວ່າລ້ານໂດລາ ໃນປີ 2016 ສ່ວນໃນປີ 2017 ກໍເພີ່ມຂຶ້ນເປັນເກີນກວ່າ
8,000 ລ້ານໂດລາ ຄິດໄລ່ເປັນ 55.6 ເປີເຊັນ ຂອງ GDP ແລະຄາດວ່າ ຈະເພີ່ມຂຶ້ນ
ເປັນຫຼາຍກວ່າ 10,000 ລ້ານໂດລາ ຄິດໄລ່ເປັນ 56 ເປີເຊັນ ຂອງ GDP ໃນປີ 2018.

ສ່ວນກອງທຶນການເງິນສາກົນ (IMF) ຄາດໝາຍວ່າ ໜີ້ຕ່າງປະເທດຂອງລັດຖະບານ
ລາວ ເມື່ອລວມກັບໜີ້ພາຍໃນປະເທດ ຈະເຮັດໃຫ້ລັດຖະບານລາວ ມີໜີ້ສະສົມຄິດໄລ່
ເປັນ 70.3 ເປີເຊັນ ຂອງ GDP ໃນປີ 2018 ນີ້.

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG