ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫົວໜ້າ ອົງການ ກວດສອບລັດ ຍອມຮັບວ່າ ບໍ່ໄດ້ຮັບການຮ່ວມມື ຈາກອົງການຕ່າງໆ


ທ່ານນາງ ວຽງທອງ ສີພັນດອນ ປະທານ ອົງການກວດສອບແຫ່ງລັດ ກ່າວຄຳປາໄສຢູ່ກອງປະຊຸມ.
ທ່ານນາງ ວຽງທອງ ສີພັນດອນ ປະທານ ອົງການກວດສອບແຫ່ງລັດ ກ່າວຄຳປາໄສຢູ່ກອງປະຊຸມ.

ປະທານອົງການກວດສອບແຫ່ງລັດ ຍອມຮັບວ່າການກວດສອບການຈັດເກັບລາຍຮັບ
ແລະ ການໃຊ້ຈ່າຍງົບປະມານບໍ່ໄດ້ຮັບການຮ່ວມມືຈາກບັນດາໜ້ວຍງານລັດທີ່ເປັນ
ເປົ້າໝາຍຢ່າງເທົ່າທີ່ຄວນ.

ທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດຖະແຫຼງຢືນຢັນ
ວ່າ ໃນຕະຫຼອດປີ 2019 ນີ້ໄດ້ວາງແຜນການດຳເນີນການກວດສອບໜ່ວຍງານລັດ
ໃຫ້ໄດ້ 99 ເປົ້າໝາຍ ພ້ອມທັງຈະດຳເນີນການກວດສອບບົດສະຫຼຸບຂາດຕົວການຈັດ
ຕັ້ງປະຕິບັດແຜນງົບປະມານແຫ່ງລັດ 46 ເປົ້າໝາຍ ໂຄງການພັດທະນາແບບຍືນຍົງ
2 ເປົ້າໝາຍ, ໂຄງການລົງທຶນຂອງລັດທີ່ຢູ່ຂັ້ນທ້ອງຖິ່ນ 6 ເປົ້າໝາຍ, ໂຄງການກູ້ຢືມ
ແລະ ການຊ່ວຍເຫຼືອລ້າ 21 ເປົ້າໝາຍ, ທະນາຄານລັດ 6 ເປົ້າໝາຍ ແລະ ລັດວິສາ
ຫະກິດອີກບໍ່ໜ້ອຍກວ່າ 88 ເປົ້າໝາຍໃນທົ່ວປະເທດ.

ຫາກແຕ່ການຈັດຕັ້ງປະຕິບັດຕົວຈິງນັ້ນຈະສາມາດບັນລຸເປົ້າໝາຍທີ່ວາງໄວ້ໄດ້ຫຼືບໍ່ນັ້ນ
ຍັງຖືເປັນບັນຫາທີ່ບໍ່ມີຄຳຕອບ ເພາະການຈັດຕັ້ງປະຕິບັດໃນຕະຫຼອດປີ 2018 ທີ່ຜ່ານ
ມາຍັງບໍ່ໄດ້ຮັບການຮ່ວມມືຈາກບັນດາໜ່ວຍງານລັດທີ່ເປັນເປົ້າໝາຍຂອງການກວດ
ສອບຢ່າງເທົ່າທີ່ຄວນຈຶ່ງເຮັດໃຫ້ບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມແຜນການທີ່ວາງໄວ້
ດັ່ງທີ່ທ່ານນາງ ວຽງທອງ ຖະແຫຼງຢືນຢັນວ່າ

“ການກະກຽມດຳເນີນການກວດສອບຂອງບາງຫົວໜ່ວຍງົບປະມານບໍ່ທັນໄດ້ດີ ເປັນ
ຕົ້ນສົ່ງເອກະສານລາຍງານການເງິນບໍ່ຄົບຖ້ວນ, ການຕອບຮັບແກ່ຍາວເວລາ, ການ
ສະໜອງຂໍ້ມູນ, ຫຼັກຖານ ບໍ່ຄົບຖ້ວນ ແລະ ຊັກຊ້າ, ການຊີ້ແຈງບັນຫາບໍ່ຖືຕ້ອງຕາມຫຼັກ
ການກວດສອບ, ການເຊັນບັນທຶນຜົນກວດສອບໃຊ້ເວລາຫຼາຍເດືອນ.”

ທາງດ້ານທ່ານ ບຸນທອງ ຈິດມະນີ ປະທານອົງການຕ້ານການສໍ້ລາດບັງຫຼວງແຫ່ງຊາດ
ຢືນຢັນວ່າ ຄະນະກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ມີ
ມະຕິຕົກລົງ ແລະ ມອບໝາຍໃຫ້ອົງການກວດກາພັກ-ລັດ ເປັນພາກສ່ວນທີ່ຮັບຜິດ
ຊອບໃນການພິຈາລະນາ ກ່ຽວກັບ ການນຳສະເໜີ ແລະ ເຜີຍແຜ່ກໍລະນີ ຫຼື ຄະດີທຸຈະ
ລິດຄໍຣັບຊັ້ນຂອງບັນດາພະນັກງານພັກ-ລັດອອກສູ່ການຮັບຮູ້ຂອງປະຊາຊົນ ລາວ
ຢ່າງກວ້າງຂວາງໂດຍຜ່ານເຄືອຂ່າຍສື່ມວນຊົນໃນທົ່ວປະເທດ ຫາກແຕ່ວ່າຈະມີການ
ຍົກເວັ້ນບາງກໍລະນີ ຫຼື ຄະດີທີ່ຈະສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດເປັນສຳຄັນ.

ທັງນີ້ອົງການກວດກາລັດຖະບານ ໄດ້ກວດພົບໂຄງການນອກແຜນການຂອງລັດຖະ
ບານຈຳນວນ 285 ໂຄງການທີ່ແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ຫົວພັນ,
ຊຽງຂວາງ, ບໍລິຄຳໄຊ, ສະຫວັນນະເຂດ, ຈຳປາສັກ, ອັດຕະປືນ ແລະ ວຽງຈັນ ທີ່ມີມູນ
ຄ່າຫຼາຍກວ່າ 4,483 ຕື້ກີບທີ່ມີການຈັດຕັ້ງປະຕິບັດບໍ່ເປັນໄປຕາມລະບຽບກົດໝາຍ
ໃນດ້ານງົບປະມານລາຍຮັບ-ລາຍຈ່າຍ ແລະ ບໍ່ຜ່ານການຮັບຮອງໂດຍສະພາແຫ່ງ
ຊາດລາວ ໂດຍຍັງບໍ່ລວມເຖິງຜົນເສຍຫາຍທີ່ເກີດຂຶ້ນຈາກການລັກລອບຂົນສົ່ງໄມ້ໄປ
ຕ່າງປະເທດທີ່ມີມູນຄ່າ ເກີນກວ່າ 2,407 ຕື້ກີບ ຊຶ່ງການຈັດຕັ້ງປະຕິບັດໄດ້ຄືແນວນີ້ກໍ
ຍ່ອມຈະຕ້ອງມີການຮ່ວມມືກັນຢ່າງເປັນຂະບວນການທັງໃນພາກສ່ວນທີ່ເປັນພະນັກ
ງານລັດ ນັກທຸລະກິດເອກະຊົນ ລາວ ແລະ ນັກທຸລະກິດຊາວຕ່າງຊາດທີ່ລົງທຶນຢູ່ໃນ
ລາວນັ້ນເອງ.

ກ່ອນໜ້ານີ້ຄະນະກົມການເມືອງສູນກາງພັກ ປະຊາຊົນປະຕິວັດ ລາວ ໄດ້ມີຄຳສັ່ງໃຫ້
ບັນດາກະຊວງ, ອົງການຈັດຕັ້ງມະຫາສົນຂອງພັກ, ໜ່ວຍງານຂອງລັດ ແລະ ອຳນາດ
ການປົກຄອງແຂວງໃນທົ່ວປະເທດ ລາວ ໃຫ້ແຕ່ງຕັ້ງຄະນະກວດກາການຈັດຕັ້ງປະຕິ
ບັດໜ້າທີ່ຂອງພະນັກງານພັກ-ລັດ ເພື່ອຈັດແບ່ງລະດັບຊັ້ນ ແລະ ຄຸນນະພາບໃນການ
ປະຕິບັດໜ້າທີ່ຂອງພະນັກງານໃນທົ່ວປະເທດ.

ສ່ວນອົງການຕ້ານການສໍ້ລາດບັງຫຼວງແຫ່ງຊາດ ລາວ ລາຍງານວ່າໄດ້ກວດພົບວ່າ
ການທຸຈະລິດທີ່ເຮັດໃຫ້ລັດຖະບານເສຍຫາຍຫຼາຍກວ່າ 5,000 ຕື້ກີບ, 90 ລ້ານກວ່າ
ໂດລາ, 40 ລ້ານກວ່າບາດ. ໂດຍສາມາດຍຶດຄືນມາໄດ້ 1,000 ກວ່າຕື້ກີບ, 70 ລ້ານ
ກວ່າໂດລາ, 30 ລ້ານກວ່າບາດ ທັງຍຶດທີ່ດິນລັດທີ່ຖືກລັກລອບຂາຍໃນນັກທຸລະກິດ
ກັບຄືນມາໄດ້ໃນເນື້ອທີ່ກວ້າງກວ່າ 10,000 ເຮັກຕາອີກດ້ວຍໃນໄລຍະ 5 ປີທີ່ຜ່ານມາ.

XS
SM
MD
LG