ນາງ ສີລິນາ ພະອາໄພ, ນັກກິລາແລ່ນປະເພດ 100 ແມັດ ຈາກປະເທດລາວ ບໍ່ໄດ້ຮັບ ຫລຽນຄໍາ, ຫລຽນເງິນ ຫລື ຫລຽນທອງແດງແຕ່ຢ່າງໃດ ແຕ່ປາກົດວ່າ ນາງໄດ້ສະແດງໃຫ້ເຫັນສິ່ງທີ່ລໍ້າຄ່າເໜືອກວ່າສິ່ງໃດໆ ຢູ່ໃນລະຫວ່າງການແຂ່ງຂັນໃນຮອບປະຖົມມະເລີກໃນວັນສຸກທີ 2 ສິງຫາຜ່ານມານີ້. ໃນລະຫວ່າງນັ້ນກໍເກີດມີເຫດການບໍ່ຄາດຄິດເກີດຂຶ້ນ ມີນັກກິລາຄົນນຶ່ງໄດ້ຮັບບາດເຈັບ, ຊຶ່ງຂະນະນັ້ນນາງແລ່ນຢູ່ເລນທີ 2 ແລະ ຜູ້ບາດເຈັບກໍຄືນາງ ລູເຊຍ ໂມຣີສ (Lucia Moris), ນັກກິລາຈາກຊູດານໃຕ້ ແລ່ນຢູ່ເລນທີ 1 ຂະນະທີ່ອີກ 7 ຄົນ ແລ່ນຢູ່ ເລນທີ່ຖັດກັນໄປ. ໃນແລງມື້ນັ້ນ (ຕາມເວລາໃນຝຣັ່ງ) ນາງເລົ່າໃຫ້ພວກ ເຮົາຟັງຜ່ານທາງ WhatsApp ວ່າ:
“ຫລັງຈາກລາວແລ່ນໄດ້ປະມານ 30 ແມັດ 40 ແມັດຊິເຂົ້າໜີ້ຫລະ ເຫັນວ່າລາວ ແລ່ນຊ້າລົງ ແລ້ວກະ ນ້ອງກະແລ່ນກາຍລາວ ຫລະຮູ້ສຶກເຫັນພານຕາ ວ່າລາວ ລົ້ມລົງຫັ້ນນະ ແຕ່ວ່າ ນ້ອງຍັງເປັນນັກກິລາທີ່ຍັງຢູ່ໃນການແຂ່ງຂັນຢູ່ ຕ້ອງໄດ້ໄປ ກ່ອນ ນ້ອງຕ້ອງໄດ້ເຂົ້າເສັ້ນໄຊກ່ອນຈຶ່ງກັບມາເບິ່ງລາວໄດ້ຫັ້ນນະ. ຕ້ອງໄດ້ກັບ ໄປເພາະວ່າ ເວລາແຂ່ງຂັນເນາະ ເຮົານັກກິລາ 100 ແມັັດຄືກັນ ໄລຍະສັ້ນຄືກັນ ເຮົາຈະເຂົ້າໃຈເລີຍວ່າ ຜູ້ນັ້ນລາວເຂົ້າໃຈແນວໃດ, ລາວຮູ້ສຶກແນວໃດ, ລາວເຈັບ ແນວໃດຫັ້ນນະ.”
ນາງເລົ່າຕໍ່ໄປວ່າ: “ແລະອີກຢ່າງເນາະ ໂຕນີ້ມັນເປັນການແຂ່ງຂັນໂອ ລິມປິກເປັນ ກິລາລະດັບໂລກຫັ້ນນະ ທຸກຄົນຕ້ອງຫວັງ ທີ່ວ່າຈະເຮັດເວລາໃຫ້ດີ ທີ່ສຸດ ທີ່ຈະ ເຮັດໃຫ້ສຸດຄວາມສາມາດເນາະຫລະລາວຜັດມາເຈັບຢູ່ລະຫວ່າງການແຂ່ງ ຂັນຄືຈັ່ງຊີ້ໜີ້ຊິເສຍໃຈຫລາຍ.”
ກິລາໂອລິມປິກ ມີຕົ້ນກໍາເນີດມາຈາກການແຂ່ງຂັນກິລາລະຫວ່າງປະເທດ ທີ່ຈັດຂຶ້ນຄັ້ງທໍາອິດຢູ່ເຂດໂອລິມເປຍຂອງປະເທດກຣີສໃນສະໄໝບູຮານ. ເປົ້າໝາຍຂອງມັນທີ່ກ່າວໄວ້ໃນເວັບໄຊຂອງຄະນະ ກໍາມະການໂອ ລິມປິກສາກົນ (International Olympic Committee) ກໍຄື “ເພື່ອປະກອບສ່ວນສ້າງໂລກໃຫ້ ມີສັນຕິພາບ ແລະ ດີຂຶ້ນກວ່າເກົ່າໂດຍການສຶກສາອົບຮົມເຍົາວະຊົນຜ່ານກິລາທີ່ ບໍ່ມີການຈຳແນກໃດໆ ແລະ ຢູ່ໃນຈິດໃຈຂອງໂອລິມປິກ, ເຊິ່ງຮຽກຮ້ອງໃຫ້ມີ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນດ້ວຍຈິດໃຈມິດຕະພາບ, ຄວາມສາມັກຄີ ແລະ ຍຸຕິທຳ.” ສິ່ງທີ່ ສີລິນາ ໄດ້ເຮັດຕໍ່ເພື່ອນມະນຸດທີ່ເປັນນັກກິລາດ້ວຍນັ້ນ ປາກົດ ວ່າຖືກຕາມເປົ້າໝາຍອັນສູງສົ່ງທີ່ວ່ານີ້ ຢ່າແທ້ຈິງເລີຍ.
ຟໍຣັມສະແດງຄວາມຄິດເຫັນ