ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທາງການ ລາວ ຈະເລັ່ງການສັກຢາວັກຊີນກັນໄວຣັສ ໂຄວິດ-19 ໃຫ້ເດັກນ້ອຍອາຍຸລະຫວ່າງ 6-11 ປີຈຳນວນເກືອບ 1 ລ້ານຄົນໃຫ້ໄດ້ໄວທີ່ສຸດ


ຜູ້ຍິງຄົນນຶ່ງ ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ຢູ່ໃນ ສປປ ລາວ.
ຜູ້ຍິງຄົນນຶ່ງ ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ຢູ່ໃນ ສປປ ລາວ.

ທາງການ ລາວ ຈະເລັ່ງການສັກຢາວັກຊີນກັນໄວຣັສ ໂຄວິດ-19 ໃຫ້ກັບເດັກນ້ອຍອາຍຸລະຫວ່າງ 6-11 ປີຈຳນວນເກືອບເຖິງ 1 ລ້ານຄົນໃຫ້ໄດ້ໄວທີ່ສຸດ ແຕ່ວ່າກໍປະສົບບັນຫາຫຍຸ້ງຍາກໃນການເດີນທາງໄປໃນເຂດຊົນນະບົດ.

ທ່ານນາງ ຈັນໃສ ປະຖຳມະວົງ ຮອງຫົວໜ້າຂະແໜງກັນພະຍາດດ້ວຍວັກຊີນ ກົມອະນາໄມ ແລະ ສົ່ງເສີມສຸຂະ ພາບ ກະຊວງສາທາລະນະສຸກ ຖະແຫຼງວ່າການສັກຢາວັກຊີນກັນໄວຣັສ ໂຄວິດ-19 ໃຫ້ເດັກນ້ອຍທີ່ມີອາຍຸລະ ຫວ່າງ 6-11 ປີຈະເລີ່ມດຳເນີນການຈັດຕັ້ງປະຕິບັດຕົວຈິງໄດ້ໃນເດືອນມີນາ 2022 ນີ້ ໂດຍມີເດັກນ້ອຍທີ່ເປັນເປົ້າໝາຍຈຳນວນ 957,042 ຄົນໃນທົ່ວປະເທດ ຫາກແຕ່ກໍຍັງບໍ່ສາມາດກຳນົດໄລຍະເວລາຂອງການດຳເນີນງານໄດ້ວ່າຈະສັກຢາວັກຊີນໃຫ້ກັບເດັກນ້ອຍໃນກຸ່ມນີ້ໄດ້ຢ່າງຄົບຖ້ວນເມື່ອໃດແທ້ ເພາະປະສົບບັນຫາຫຍຸ້ງຍາກໃນການເດີນທາງໄປໃນເຂດຊົນນະບົດຫ່າງໄກສອກຫຼີກທີ່ເຮັດໃຫ້ເກີດການຊັກຊ້າໃນການດຳເນີນງານມາແລ້ວຢູ່ໃນແຂວງຜົ້ງສາລີ ຊຶ່ງເຮັດໃຫ້ບໍ່ສາມາດທີ່ຈະວາງແຜນການສັກຢາວັກຊີນໃຫ້ກັບເດັກນ້ອຍທີ່ອາຍຸຫຼຸດລົງມາໄດ້ເລີຍ ດັ່ງທີ່ທ່ານນາງ ຈັນໃສ ໃຫ້ການຢືນຢັນວ່າ

“6-11 ປີນີ້ແມ່ນພວກເຮົາຄາດຄະເນວ່າ ພວກເຮົາຈະຕ້ອງໄດ້ສັກ 957,042 ຄົນຄາດວ່າແມ່ນເຮົາຈະເລີ່ມໃນຕົ້ນເດືອນ 3 ພວກເຮົາກະອີງໃສ່ບົດຮຽນຂອງປະເທດເພື່ອນບ້ານ ແລະ ກໍອີງໃສ່ບົດຮຽນຂອງແຂວງຜົ້ງສາລີ ໃນການສັກວັກຊີນໃຫ້ແກ່ກຸ່ມເດັກນ້ອຍນີ້ ອັນນີ້ພວກເຮົາກະເປັນຂໍ້ມູນທີ່ວ່າພວກເຮົາຈະຂະຫຍາຍອອກໃນທົ່ວປະເທດວ່າກຸ່ມເດັກນ້ອຍຄວນຈະໄດ້ຮັບແມ່ນກຸ່ມໃດ ແຕ່ພວກເຮົາຈະເລີ່ມກຸ່ມໃນ 6-11 ປີໄປກ່ອນ ແລ້ວຫຼັງຈາກນັ້ນ ພວກເຮົາກະຈຶ່ງເບິ່ງວ່າຫຼຸດອາຍຸລົງມາອີກ.”

ສ່ວນທ່ານນາງ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ຢືນຢັນວ່າສາເຫດສຳຄັນປະການນຶ່ງທີ່ເຮັດໃຫ້ປະຊາຊົນ ລາວ ຕິດເຊື້ອໄວຣັສໂຄວິດ-19 ແລະ ເສຍຊີວິດຫຼາຍຂຶ້ນນັບມື້ເພາະວ່າການສັກຢາວັກຊີນກັນໄວຣັສໂຄວິດ-19 ຍັງກະຈາຍໄປບໍ່ເຖິງກຸ່ມເປົ້າໝາຍທີ່ຈະຕ້ອງໄດ້ຮັບການສັກຢາວັກຊີນຢ່າງຮີບດ່ວນ ກໍຄືຜູ້ທີ່ອາຍຸແຕ່ 60 ປີຂຶ້ນໄປ ຜູ້ທີ່ມີໂຣກປະຈຳຕົວ, ແມ່ຍິງທີ່ຖືພາເກີນ 12 ສັບປະດາ ແລະ ເຍົາວະ ຊົນທີ່ອາຍຸ 18 ປີລົງມາ ຊຶ່ງຈາກການສຶກສາວິໄຈໃນ ລາວ ພົບວ່າ 85 ເປີເຊັນຂອງຈຳນວນຜູ້ຕິດໂຄວິດ-19 ແລະ 84.6 ເປີເຊັນຂອງຈຳນວນຜູ້ເສຍຊີວິດທັງໝົດນັ້ນກໍຄືກຸ່ມປະຊາກອນ ລາວ ທີ່ຍັງບໍ່ທັນໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ເມື່ອປະກອບກັບໂຄວິດ-19 ທີ່ລະບາດຢູ່ ລາວ ໃນເວລານີ້ຄືໄວຣັສສາຍພັນ ແດລຕ້າ ດ້ວຍແລ້ວຈຶ່ງສາມາດຕິດຕໍ່ກັນໄດ້ງ່າຍ ແລະ ຢ່າງກວ້າງຂວາງນັ້ນເອງ.

ໂດຍສະເພາະແມ່ນນະຄອນວຽງຈັນ ທີ່ເປັນເຂດທີ່ມີປະຊາຊົນລາວ ຕິດໄວຣັສໂຄວິດ-19 ຫຼາຍທີ່ສຸດໃນລາວ ປະກອບກັບໄວຣັສໄດ້ລະບາດເຂົ້າໄປ ໃນລະດັບຊຸມຊົນຢ່າງກວ້າງຂວາງດ້ວຍແລ້ວ ກໍຍິ່ງເຮັດໃຫ້ ຈະຕ້ອງເລັ່ງການສັກຢາວັກຊີນກັນໂຄວິດ-19 ໃຫ້ໄດ້ເຖິງ 90 ເປີເຊັນ ຂອງປະຊາກອນທັງໝົດ ໃນນະຄອນວຽງຈັນ ແລະ ແຂວງອື່ນໆນັ້ນ ກໍຈະຕ້ອງສັກຢາວັກຊີນໃຫ້ໄດ້ເຖິງ 80 ເປີເຊັນຂອງປະຊາກອນທັງໝົດພາຍໃນປີ 2022 ນີ້.

ແຕ່ວ່າທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ລາວ ກໍຖະແຫຼງວ່ານິຕິກຳ ແລະ ມາດຕະການປ້ອງກັນການລະບາດພະຍາດໂຄວິດ-19 ທີ່ກຳລັງຈັດຕັ້ງປະຕິບັດຢູ່ໃນ ລາວ ໃນປັດຈຸບັນຍັງບໍ່ໄດ້ຮັບການຮ່ວມມືຢ່າງແທ້ຈິງຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ສົມທົບດ້ວຍການຂາດແຄນອຸປະກອນທາງການແພດ ຈຶ່ງເຮັດໃຫ້ ລາວ ຍັງຈະຕ້ອງປະເຊີນກັບບັນຫາການລະບາດ ແລະ ມີຜູ້ທີ່ຕິດເຊື້ອໄວຣັສໂຄວິດ-19 ເພີ່ມຂຶ້ນຈາກ 0.15 ເປີເຊັນເປັນ 0.52 ເປີເຊັນຂອງປະຊາກອນ ລາວ.

ແຕ່ຢ່າງໃດກໍຕາມ ດ້ວນການຊ່ວຍເຫຼືອດ້ານຢາວັກຊີນໄວຣັສໂຄວິດ-19 ຈາກນານາຊາດໃນໄລຍະທີ່ຜ່ານມາ ກໍເຮັດໃຫ້ລັດຖະບານ ລາວ ເຊື່ອວ່າຍັງຈະໄດ້ຮັບການຊ່ວຍເຫຼືອເພີ່ມຂຶ້ນ ແລະ ພຽງພໍສຳລັບການເພີ່ມເປົ້າໝາຍໃນການສັກວັກຊີນຈາກ 80 ເປັນ 87.25 ເປີເຊັນຂອງປະຊາກອນ ລາວ ພາຍໃນທ້າຍປີ 2022 ນີ້ໂດຍສະເພາະແມ່ນການຊ່ວຍເຫຼືອຈາກລັດຖະບານ ຈີນ ແລະ ລັດຖະບານສະຫະລັດ ອາເມຣິກາ ທີ່ໃຫ້ການຊ່ວຍເຫຼືອຜ່ານໂຄງການ COVAX ຂອງອົງການອະນາໄມໂລກນັ້ນ ກໍຍັງເຮັດໃຫ້ ລາວ ມີຢາວັກຊີນຫຼາຍຊະນິດທີ່ສາມາດສັກໃຫ້ກັບປະຊາ ຊົນ ລາວ ແລະ ຊາວຕ່າງຊາດທີ່ຢູ່ໃນ ລາວ ໄດ້ເພີ່ມຂຶ້ນ ທັງເປັນການສ້າງພູມຄຸ້ມກັນລວມໝູ່ທີ່ຈະເຮັດໃຫ້ປະຊາ ຊົນ ລາວ ສາມາດທີ່ຈະດຳລົງຊີວິດປົກກະຕິແບບໃໝ່ໄດ້ໄວຂຶ້ນດ້ວຍ.

ໂດຍຫຼ້າສຸດ ລັດຖະບານ ຈີນ ກໍໄດ້ໃຫ້ການຊ່ວຍເຫຼືອຢາວັກຊີນກັນໂຄວິດ-19 ສຳລັບ 3 ແຂວງພາກເໜືອຂອງ ລາວ ຈຳນວນ 423,200 ໂດສ ແລະ ອຸປະກອນການສັກຢາວັກຊີນ 425,600 ຊຸດ ຊຶ່ງເຮັດໃຫ້ລັດຖະບານ ຈີນ ເປັນຜູ້ທີ່ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ລາວ ຫຼາຍທີ່ສຸດ ຄິດເປັນຈຳນວນວັກຊີນລວມກວ່າ 9.4 ລ້ານໂດສ ນັບຈາກປີ 2020 ເປັນຕົ້ນມາ ສ່ວນລັດຖະບານສະຫະລັດ ອາເມຣິກາ ກໍໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ລາວ ກວ່າ 13 ລ້ານໂດລາໂດຍຜ່ານ WHO, UNICEF ແລະ USAID ໃນນີ້ລວມຢາວັກຊີນ Johnson & Johnson ແລະ Pfizer ຈຳນວນລວມກັນກວ່າ 2.7 ລ້ານໂດສ ທັງຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອເພີ່ມຂຶ້ນອີກໃນໄວໆນີ້.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG