ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານ ລາວ ຕັ້ງຄະນະ ສະເພາະກິດ ເພື່ອກວດກາ ທຸກໂຄງການ ເຂື່ອນໄຟຟ້າ


ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່ ອະທິບາຍກ່ຽວກັບ ເຂື່ອນເຊປຽນ-ເຊນໍ້ານ້ອຍ.
ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່ ອະທິບາຍກ່ຽວກັບ ເຂື່ອນເຊປຽນ-ເຊນໍ້ານ້ອຍ.

ລັດຖະບານ ລາວ ຕັ້ງຄະນະສະເພາະກິດ ເພື່ອດຳເນີນມາດຕະການກວດສອບທຸກ
ໂຄງການເຂື່ອນໄຟຟ້າ ທັງທີ່ໄດ້ກໍ່ສ້າງສຳເລັດແລ້ວ ແລະ ທີ່ກຳລັງກໍ່ສ້າງ ທັງຍັງໄດ້
ໂຈະຊົ່ວຄາວການອຸນຸມັດໂຄງການໃໝ່ອີກດ້ວຍ.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ຖະ
ແຫຼງຢືນຢັນວ່າລັດຖະບານ ລາວ ໄດ້ມີມະຕິຕົກລົງໃຫ້ຕັ້ງຄະນະສະເພາະກິດ ເພື່ອ
ດຳເນີນມາດຕະການກວດກາ ແລະ ກວດສອບທຸກໂຄງການເຂື່ອນໄຟຟ້າໃນທົ່ວປະ
ເທດໃນໂອກາດກອງປະຊຸມສະໄໝວິສາມັນຂອງຄະນະລັດຖະບານ ລາວ ພາຍໃຕ້
ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເມື່ອວັນທີ 7 ສິງຫາ
2018 ໂດຍມອບໝາຍໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເປັນເຈົ້າການສົມທົບກັບ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງວິທະຍາສາດ ແລະ
ເທັກໂນໂລຈີ ແລະ ບັນດາຜູ້ຊ່ຽວຊານຈາກສາກົນ.

ຄະນະສະເພາະກິດດັ່ງກ່າວນີ້ຈະດຳເນີນການກວດກາ ແລະ ກວດສອບທັງໂຄງການ
ເຂື່ອນໄຟຟ້າທີ່ສ້າງສຳເລັດແລ້ວ ແລະ ທີ່ກຳລັງກໍ່ສ້າງຢູ່ໃນປັດຈຸບັນນີ້ ໂດຍແນໃສ່
ການສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມ ເພື່ອຮັບປະກັນການບໍລິຫານນໍ້າ ແລະ ຄວບ
ຄຸມມາດຕະຖານການກໍ່ສ້າງ ດັ່ງທີ່ທ່ານ ຄຳມະນີ ຢືນຢັນວ່າ

"ພວກເຮົາໄດ້ຕັ້ງຄະນະກຳມະການຂຶ້ນ ເພື່ອກວດກາຄຸນນະພາບຂອງບັນດາເຂື່ອນ
ທີ່ສຳເລັດການກໍ່ສ້າງແລ້ວ ທີ່ກຳລັງທຳການຜະລິດຢູ່ໃນປັດຈຸບັນນີ້ ຊຶ່ງມີຢູ່ເກືອບ 50
ແຫ່ງເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມ ເພື່ອຮັບປະກັນການບໍລິຫານນໍ້າ ພ້ອມນັ້ນ
ກໍເພື່ອເຮັດໜ້າທີ່ໃນການກວດກາຄືນດ້ານການອອກແບບເຂື່ອນຕ່າງໆທີ່ກຳລັງກໍ່
ສ້າງ ແລະ ກະກຽມການກໍ່ສ້າງຢູ່ໃນປັດຈຸບັນນີ້."

ທ່ານ ຄຳມະນີ ຢືນຢັນດ້ວຍວ່າຄະນະສະເພາະກິດຊຸດນີ້ຍັງມີອຳນາດອອກຄຳສັ່ງໃຫ້
ມີການປັບປຸງແກ້ໄຂການອອກແບບ ແລະ ການກໍ່ສ້າງເຂື່ອນທີ່ໄດ້ມາດຕະຖານສາກົນ
ຢ່າງແທ້ຈິງ ລວມທັງຍັງມີອຳນາດອອກຄຳສັ່ງໃຫ້ໂຈະຊົ່ວຄາວໃນການພິຈາລະນາອະ
ນຸມັດບັນດາໂຄງການໃໝ່ອີກດ້ວຍ.

ກ່ອນໜ້ານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ແຕ່ງຕັ້ງຄະນະສະເພາະກິດ
ຂຶ້ນມາຊຸດນຶ່ງ ເພື່ອຮັບຜິດຊອບການສືບສວນສອບສວນຫາສາເຫດທີ່ເຮັດໃຫ້ເຂື່ອນ
ເຊປຽນ-ເຊນໍ້ານ້ອຍແຕກ ແລະ ກໍໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ລາວ ຢ່າງຮຸນແຮງ
ນັບແຕ່ວັນທີ 23 ກໍລະກົດ 2018 ເປັນຕົ້ນມານັ້ນ ທັງຍັງໄດ້ຕັ້ງຄະນະກຳມະການສະ
ເພາະກິດ ເພື່ອແກ້ໄຂໄພພິບັດລະດັບຊາດ ແລະ ແຕ່ງຕັ້ງຄະນະສະເພາະກິດ ເພື່ອດຳ
ເນີນການປະເມີນຜົນເສຍຫາຍ ແລະ ຜົນກະທົບຂອງໄພພິບັດຄັ້ງນີ້ດ້ວຍ ໂດຍສະ
ເພາະແມ່ນຄະນະສະເພາະກິດທີ່ຮັບຜິດຊອບການສືບສວນສອບສວນຫາສາເຫດທີ່
ເຮັດໃຫ້ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກນັ້ນຍັງຈະມີການຮັບເອົາການຊ່ວຍເຫຼືອຈາກ
ຕ່າງປະເທດທັງໃນດ້ານການເງິນ, ເທັກນິກ ແລະ ຄະນະຊ່ຽວຊານເພື່ອເຂົ້າຮ່ວມໃນ
ການສືບສວນສອບສວນດັ່ງກ່າວດ້ວຍ.

ໄພນໍ້າຖ້ວມໄດ້ເກີດຂຶ້ນຢ່າງກະທັນຫັນ ໂດຍເປັນຜົນກະທົບຈາກພາຍຸເຊິ່ນຕິງ ທີ່ເຮັດ
ໃຫ້ປະລິມານນໍ້າຝົນລົ້ນອ່າງນໍ້າຂອງເຂື່ອນເຊປຽນ-ເຊນໍ້ານ້ອຍ ແລະ ເກີດການແຕກ
ນັບຕັ້ງແຕ່ເວລາ 20 ໂມງຂອງວັນທີ 23 ກໍລະກົດ 2018 ແລ້ວກໍໄຫຼລົງຖ້ວມເມືອງສະ
ໜາມໄຊ ແຂວງອັດຕະປື ຢ່າງໜັກໜ່ວງ ແລະ ດ້ວຍຜົນກະທົບທີ່ເກີດຂຶ້ນຢ່າງກວ້າງ
ກໍເຮັດໃຫ້ລັດຖະບານ ລາວ ຕ້ອງປະກາດເປັນພື້ນທີ່ປະສົບໄພພິບັດສຸກເສີນລະດັບ
ຊາດ ນັບແຕ່ວັນທີ 24 ກໍລະກົດ 2018 ເປັນຕົ້ນມາຈົນເຖິງປັດຈຸບັນ.

ທັງນີ້ໂດຍທ່ານ ຄຳມະນີ ຖະແຫຼງຢືນຢັນວ່າການແຕກຂອງເຂື່ອນເຊປຽນ-ເຊນໍ້ານ້ອຍ
ໃນຄັ້ງນີ້ເກີດຈາກການກໍ່ສ້າງທີ່ບໍ່ໄດ້ມາດຕະຖານ ຊຶ່ງທາງການ ລາວ ຈະສືບສວນ
ສອບສວນ ເພື່ອຊອກຫາພິຍານຫຼັກຖານຕ່າງໆ ເພື່ອເອົາຜິດກັບກຸ່ມລົງທຶນໃນໂຄງ
ການຕໍ່ໄປ ກໍຄືບໍລິສັດ SK ວິສະວະກຳ ແລະ ກໍ່ສ້າງຂອງເອກະຊົນ ລາວ, ລັດວິສາຫະ
ກິດຖືຫຸ້ນລາວ, ບໍລິສັດ Western Power ຈາກ ເກົາຫຼີໃຕ້ ແລະ ກຸ່ມບໍລິສັດໄຟຟ້າ
ຣາດຊະບູຣີ (ມະຫາຊົນ) ຈາກ ໄທ ທີ່ຮ່ວມທຶນ 26 ເປີເຊັນ, 24 ເປີເຊັນ, 25 ເປີເຊັນ,
25 ເປີເຊັນຂອງມູນຄ່າລວມ 1,020 ລ້ານໂດລາ.

ສ່ວນທ່ານ ວິທູນ ເພີ່ມພົງສາຈະເລີນ ຜູ້ອຳນວຍການເຄືອຂ່າຍພະລັງງານເພື່ອລະບົບ
ນິເວດທຳມະຊາດໃນລຸ່ມແມ່ນໍ້າຂອງ ຢືນຢັນວ່າ ບັນດາອົງການອະນຸລັກສິ່ງແວດລ້ອມ
ໃນລຸ່ມແມ່ນໍ້າຂອງ ແລະ ສາກົນໄດ້ສະແດງການຄັດຄ້ານຕໍ່ໂຄງການເຂື່ອນເຊປຽນ-
ເຊນໍ້ານ້ອຍມາໂດຍຕະຫຼອດ ເພາະເຊື່ອວ່າຈະສົ່ງຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດ
ລ້ອມທຳມະຊາດໃນ ລາວ ຢ່າງກວ້າງຂວາງ ໂດຍການຜະລິດໄຟຟ້າດ້ວຍການຜັນນໍ້າ
ຈາກເຊປຽນລົງໄປຍັງເຊນໍ້ານ້ອຍແລ້ວ ກໍປ່ອຍລົງສູ່ເຊກອງ ແລະ ລົງໄປສູ່ງນໍ້າຂອງ
ຕາມລຳດັບນັ້ນ ເປັນການເພີ່ມປະລິມານນໍ້າຈາກລະດັບທຳມະຊາດຂອງແມ່ນໍ້າແຕ່ລະ
ສາຍທີ່ມີລະບົບນິເວດວິທະຍາແຕກຕ່າງກັນ.

XS
SM
MD
LG