ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຸລະກິດພາກບໍລິການໃນລາວ ຕ້ອງການທຶນຈາກລັດຖະບານ ສຳລັບນຳໃຊ້ໃນການປັບປຸງພື້ນຖານໂຄງລ່າງ ເພື່ອຮອງຮັບ ປີທ່ອງທ່ຽວ 2024


ລາວໃນຖານະເປັນປະທານຂອງອາຊຽນ ຈັດກອງປະຊຸມລະດັບລັດຖະມົນຕີ ອາຊຽນ ກ່ຽວກັບການທ່ອງທ່ຽວ ຄັ້ງທີ 27 ຢູ່ນະຄອນຫຼວງວຽງຈັນ, ໃນວັນທີ 25 ມັງກອນ 2024.
ລາວໃນຖານະເປັນປະທານຂອງອາຊຽນ ຈັດກອງປະຊຸມລະດັບລັດຖະມົນຕີ ອາຊຽນ ກ່ຽວກັບການທ່ອງທ່ຽວ ຄັ້ງທີ 27 ຢູ່ນະຄອນຫຼວງວຽງຈັນ, ໃນວັນທີ 25 ມັງກອນ 2024.

ທຸລະກິດພາກບໍລິການໃນລາວ ຕ້ອງການເງິນທຶນສະໜັບສະໜຸນຈາກລັດຖະບານ ສຳລັບນຳໃຊ້ໃນການປັບປຸງພື້ນຖານໂຄງລ່າງກັບສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອຮອງຮັບຊາວຕ່າງຊາດໃນປີ ທ່ອງທ່ຽວ 2024 ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ນັກທຸລະກິດລາວໃນພາກບໍລິການແລະທ່ອງທ່ຽວ ໃຫ້ທັດສະນະວ່າ ການທີ່ລັດຖະບານລາວ ໄດ້ຕັ້ງເປົ້າໝາຍທີ່ຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ 4 ລ້ານ 6 ແສນຄົນ ເພື່ອທີ່ຈະສ້າງລາຍຮັບໃນພາກທຸລະກິດບໍລິການໃຫ້ໄດ້ 700 ລ້ານໂດລາ ໃນຕະຫຼອດປີທ່ອງທ່ຽວລາວ 2024 ຈະບໍ່ສາມາດບັນລຸເປົ້າໝາຍໄດ້ເລີຍ ຖ້າຫາກວ່າ ບໍ່ມີງົບປະມານສຳລັບນຳໃຊ້ ໃນການພັດທະນາປັບປຸງ ສິ່ງອຳ ນວຍຄວາມສະດວງຕ່າງໆທີ່ຊຸດໂຊມຢ່າງໜັກໃນປັດຈຸບັນນີ້ ໂດຍສະເພາະແມ່ນເສັ້ນທາງຄົມມະນາຄົມ-ຂົນສົ່ງແລະລະບົບພື້ນຖານໂຄງລ່າງທີ່ເຊື່ອມຕໍ່ ແລະຢູ່ໃນສະຖານທີ່ທ່ອງທ່ຽວຕ່າງໆນັ້ນ ກໍຄື ພາກສ່ວນທີ່ຈະຕ້ອງໄດ້ຮັບການປັບປຸງຢ່າງຮີບດ່ວນທີ່ສຸດ ແຕ່ວ່າ ກໍຍັງບໍ່ປາກົດມີການສະໜັບສະໜຸນດ້ານງົບປະມານຈາກລັດຖະບານແຕ່ຢ່າງໃດ ທັງຍັງຂາດການໂຄສະນາປີການທ່ອງທ່ຽວລາວ ໃນຕ່າງປະເທດອີກດ້ວຍ ດັ່ງທີ່ນັກທຸລະກິດລາວ ໃຫ້ການຢືນຢັນວ່າ:

“ໃນຂົງເຂດງົບປະມານແຫ່ງລັດຫັ້ນ ຍັງບໍ່ທັນວາງງົບປະມານຊັດເຈນເທື່ອ ເລື້ອງກ່ຽວກັບປີທ່ອງທ່ຽວ ເຮົານີ້ ພວກເຮົາເຮັດຫຍັງແນ່? ໃນງົບປະມານປີ 2024 ວ່າເຮົາສິເຮັດອີຫຍັງ? ເພາະເປົ້າເຮົານີ້ແມ່ນຈາກ 2 ລ້ານຄົນນັກທ່ອງທ່ຽວເຂົ້າ ເປັນ 4-5 ລ້ານຄົນ ເຮົາມີແຕ່ເປົ້າລາຍຮັບເທົ່ານັ້ນບໍ່? ເຮົາບໍ່ມີເປົ້າລາຍຈ່າຍບໍ່? ບໍ່ມີເຮັດການໂຄສະນາ-ເຮັດສື່ໂຄສະນາຕ່າງໆຢູ່ເຂດອ້ອມ-ແອ້ມປະເທດບໍ່? ແລ້ວຄວາມພ້ອມເຮົາເດ້ ຄົນເຮົາມັນສິມີຢູ່ໃສ? ເພາະວ່າ ການທ່ອງທ່ຽວນີ້ ແມ່ນແຫລ່ງໃຊ້ຄົນເປັນຫລັກ ການບໍລິການ ຮ້ານຄ້າຮ້ານອາຫານ ໂຮງແຮມ ຊຶ່ງໃຊ້ຄົນໝົດ.”

ທັງນີ້ ການລະບາດໄວຣັສໂຄວິດ-19 ໃນຊ່ວງປີ 2020-2022 ໄດ້ສົ່ງຜົນກະທົບຕໍ່ທຸລະກິດບໍລິການ ແລະທ່ອງທ່ຽວໃນລາວຢ່າງໜັກໜ່ວງ ໂດຍເຮັດໃຫ້ບໍລິສັດທ່ອງທ່ຽວໄດ້ຢຸດກິດຈະການເກືອບທັງໝົດ ແລະໄດ້ເລີກຈ້າງແຮງງານເກືອບທັງໝົດເຊັ່ນກັນ ຈຶ່ງເຮັດໃຫ້ທຸລະກິດບໍລິການ ແລະທ່ອງທ່ຽວໃນລາວ ຕ້ອງປະເຊີນກັບບັນຫາຂາດແຄນບຸກຄະລາກອນຢ່າງຫຼວງຫຼາຍໃນໄລຍະຜ່ານມາ ຫາກແຕ່ບັນຫາເຫຼົ່ານີ້ ກໍຍັງບໍ່ໄດ້ຮັບການແກ້ໄຂໃຫ້ກັບຄືນສູ່ສະພາວະທີ່ເປັນປົກກະຕິໄດ້ເລີຍ ເຊັ່ນດຽວກັບການຈັດກຽມຄວາມພ້ອມດ້ານການຈັດງານເທດສະການແລະກິດຈະ ກຳຕ່າງໆ ທັງໃນລະດັບຊາດແລະລະດັບແຂວງນັ້ນ ກໍຍັງປະເຊີນກັບບັນຫາຂາດແຄນດ້ານງົບປະມສານຢ່າງໜັກໜ່ວງໃນເວລານີ້.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍຄາດຫວັງວ່າ ຈະໄດ້ຮັບການຊ່ອຍເຫຼືອຈາກປະເທດເພື່ອນມິດໃນມໍ່ໆນີ້ ໂດຍສະເພາະແມ່ນການຊ່ອຍເຫຼືອຈາກລັດຖະບານຈີນ ທີ່ເປັນຫຸ້ນສ່ວນຍຸດທະສາດ ການພັດທະນາຢ່າງຮອບດ້ານກັບລາວນັ້ນ ທັງຍັງເຊື່ອໝັ້ນວ່າ ທາງລົດໄຟລາວ-ຈີນ ຈະເຮັດໃຫ້ລັດຖະບານລາວ ສາມາດທີ່ຈະບັນລຸເປົ້າໝາຍໃນປີທ່ອງທ່ຽວ 2024 ແລະຈະມີສ່ວນຢ່າງສຳຄັນໃນການເຮັດໃຫ້ເສດຖະກິດລາວ ມີການຂະຫຍາຍຕົວ ເພີ້ມຂຶ້ນດ້ວຍ ດັ່ງທີ່ ທ່ານບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນະຄານແຫ່ງຊາດລາວ ໄດ້ຢືນຢັນວ່າ:

“ພວກເຮົາຍັງເຫັນວ່າ ສະພາບພາຍໃນ ຍັງມີປັດໄຈທີ່ເປັນທ່າແຮງ ຈະຊ່ວຍເຮັດໃຫ້ເສດຖະກິດເຕີບໂຕສູງກວ່າ 4.5 ເປີເຊັນ ເປັນຕົ້ນແມ່ນການເປີດປະເທດ ຈະຊ່ວຍດຶງດູດເອົານັກທ່ອງທ່ຽວເຂົ້າມາເພີ້ມຂຶ້ນ ການປັບປຸງລະດັບການຂົນສົ່ງລົດໄຟລາວ-ຈີນ ລະບົບ ໂລຈິສຕິກ (Logistic) ຊຶ່ງໄດ້ມີການແກ້ໄຂເຮັດໃຫ້ມີການບໍລິການໄດ້ຄ່ອງຕົວ ແລະຈຳນວນເພີ້ມຂຶ້ນ ຊຶ່ງປັດໄຈເຫຼົ່ານີ້ ຈະຊ່ວຍດູດເງິນຕາເຂົ້າສູ່ລະບົບເສດຖະກິດໄດ້ຫຼາຍຂຶ້ນ.”

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງຖະແຫລງຂ່າວ-ວັດທະນະທຳແລະທ່ອງທ່ຽວ ຢືນຢັນວ່າ ລັດຖະບານລາວ ຈະເລັ່ງດຳເນີນການພັດທະນາທຸລະກິດບໍລິການແລະທ່ອງທ່ຽວໃຫ້ໄດ້ລະດັບມາດຕະຖານສາກົນໃຫ້ໄວທີ່ສຸດ ເພາະຄາດຫວັງວ່າ ນັກທ່ອງທ່ຽວຊາວຕ່າງຊາດ ຈະເດີນທາງມາລາວຫຼາຍຂຶ້ນ ໂດຍສະເພາະພາຍຫຼັງຈາກທີ່ສາມາດຄວບຄຸມການລະບາດໄວຣັສໂຄວິດ-19 ໄດ້ຢ່າງຄັກແນ່ແລ້ວ ທັງຍັງໄດ້ເປີດການແລ່ນລົດໄຟໄດ້ໃນຕະຫຼອດເສັ້ນທາງນະຄອນວຽງຈັນ-ເມືອງຄຸນໝິງ ນັບແຕ່ວັນທີ 13 ເມສາ 2023 ເປັນຕົ້ນມາແລ້ວນັ້ນ ຍ່ອມຈະຕ້ອງຈັດກອງປະຊຸມສຸດຍອດຜູ້ນຳອາຊຽນແລະກອງປະຊຸມລະດັບລັດຖະມົນຕີ ລວມເຖິງກິດ ຈະກຳຕ່າງໆໃນຕະຫຼອດປີ 2024 ດ້ວຍແລ້ວ ກໍລ້ວນແຕ່ເປັນປັດໄຈບວກສຳລັບ ປີທ່ອງທ່ຽວລາວ 2024 ອີກດ້ວຍ.

ແຕ່ຢ່າງໃດກໍຕາມ ການລະບາດໄວຣັສໂຄວິດ-19 ໃນຊ່ວງປີ 2020-2022 ນັ້ນ ກໍໄດ້ສົ່ງຜົນກະທົບເຮັດໃຫ້ພາກທຸລະກິດບໍລິການແລະທ່ອງທ່ຽວໃນລາວ ຕ້ອງສູຍເສຍລາຍຮັບເກີນກວ່າ 700 ລ້ານຕໍ່ປີ ທັງຍັງເຮັດໃຫ້ຫົວໜ່ວຍທຸລະກິດຈຳນວນຫຼາຍຕ້ອງຂໍເລື່ອນຊຳລະໜີ້ໃຫ້ກັບທະນາຄານເປັນເວລາເຖິງ 3 ປີຕິດຕໍ່ກັນ ແລະມີການເລີກຈ້າງແຮງງານໃນລາວ ຫຼາຍກວ່າ 6 ແສນຄົນ ຊຶ່ງແຮງງານລາວ ຈຳ ນວນດັ່ງກ່າວນີ້ ໄດ້ເດີນທາງໄປເຮັດວຽກໃນໄທ ນັບແຕ່ເກີດວິກິດການທາງເສດ ຖະກິດໃນລາວ ເມື່ອປີ 2021 ເປັນຕົ້ນມາແລ້ວ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG