ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງປ້ອງກັນ ຄວາມສະຫງົບໃນ ລາວ ເຂັ້ມງວດກວດກາ ການສັນຈອນໄປມາ ຂອງປະຊາຊົນ ໃນທົ່ວປະເທດ


ກຳລັງປ້ອງກັນຄວາມສະຫງົບ ລາວ ທີ່ຄວບຄຸມການສັນຈອນໄປມາໃນລະຫວ່າງ COVID-19.
ກຳລັງປ້ອງກັນຄວາມສະຫງົບ ລາວ ທີ່ຄວບຄຸມການສັນຈອນໄປມາໃນລະຫວ່າງ COVID-19.

ກຳລັງປ້ອງກັນຄວາມສະຫງົບໃນ ລາວ ເຂັ້ມງວດກວດກາການສັນຈອນໄປມາຂອງປະຊາຊົນ ລາວ ໃນທົ່ວປະເທດ ແລະ ກັກບໍລິເວນແຮງງານ ລາວ ທຸກຄົນເພື່ອສະກັດກັ້ນການລະບາດຂອງພະຍາດ COVID-19.


ພົນຈັດຕະວາ ສຸວັນນີ ສີພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະ ຫງົບພາຍໃນຢືນຢັນວ່າ ການກວດກາ ແລະ ຄວບຄຸມການເດີນທາງສັນຈອນໄປມາຂອງປະຊາຊົນ ລາວ ແລະ ຊາວຕ່າງຊາດໃນ ລາວ ຍັງຈະດຳເນີນການຕໍ່ໄປຢ່າງເຂັ້ມງວດໃນທົ່ວປະເທດ ໂດຍຈະບໍ່ຍອມອະນຸຍາດໃຫ້ມີການເດີນທາງຂ້າມເຂດທັງໃນຂັ້ນບ້ານ, ຂັ້ນເມືອງ ແລະ ແຂວງຢ່າງເດັດຂາດ ຖ້າມຫາກວ່າບໍ່ມີເຫດອັນຄວນ ສ່ວນແຮງງານ ລາວ ທີ່ເດີນທາງກັບຄືນມາຈາກປະເທດ ໄທ ທີ່ຕາມດ່ານຊາຍແດນຕ່າງໆນັ້ນກໍຈະຕ້ອງສົ່ງຕົວໄປກັກບໍລິເວນຢູ່ໃນສະຖານທີ່ກຳນົດໃນແຕ່ລະເມືອງ ຫຼື ແຂວງ ໂດຍບໍ່ມີການຍົກເວັ້ນໃນທຸກກໍລະນີ ດັ່ງທີ່ພົນຈັດຕະວາ ສຸວັນນີ ໄດ້ຖະແຫຼງຢືນ ຢັນວ່າ

“ກະຊວງປ້ອງກັນຄວາມສະຫງົບໄດ້ສົມທົບກັບກະຊວງປ້ອງກັນຊາດ ກັບຂະແໜງການກ່ຽວຂ້ອງຈັດຕັ້ງກວດກາຢູ່ລະຫວ່າງຊາຍແດນແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ບ້ານຕໍ່ບ້ານຢ່າງເຂັ້ມງວດ ເພື່ອຄຸ້ມຄອງການສັນຈອນໄປມາຂອງພົນລະເມືອງ ລາວ ແລະ ຕ່າງປະເທດຖ້າເຫັນວ່າຜູ້ໃດທີ່ການເຄື່ອນໄຫວໄປມາບໍ່ມີຄວາມຈຳເປັນ ພວກເຮົາກໍຢຸດບໍ່ໃຫ້ມີການເຄື່ອນໄຫວຕໍ່ ໃຫ້ກັບຄືນເມືອບ້ານ, ພວກເຮົາໄດ້ເອົາໃຈໃສ່ໃນການກວດກາຄຸ້ມຄອງແຮງງານ ລາວ ທີ່ກັບມາຈາກ ໄທ ພວກເຮົາໄດ້ເອົາເຂົ້າສູນເພື່ອກັກບໍລິເວນທີ່ກຳນົດໄວ້ຢູ່ຂອງແຕ່ລະແຂວງ.”

ສ່ວນທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຖະແຫຼງວ່າຈາກທ້າຍເດືອນມີນາ 2020 ເປັນຕົ້ນມາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ ບາດຂອງເຊື້ອໄວຣັສ COVID-19 ຂອງລັດຖະບານ ລາວ ໄດ້ດຳເນີນມາດຕະການກັກກັນບໍລິເວນປະຊາຊົນ ລາວ ຈຳນວນທັງໝົດ 113,404 ຄົນໃນນີ້ແບ່ງເປັນ 68,534 ຄົນທີ່ຢູ່ໃນສະຖານກັກກັນຂອງລັດຖະບານທີ່ມີຢູ່ທັງໝົດ 2,142 ແຫ່ງໃນທົ່ວປະເທດ. ສ່ວນອີກ 44,870 ຄົນນັ້ນໄດ້ອະນຸ ຍາດໃຫ້ກັກຕົວຢູ່ເຮືອນຂອງແຕ່ລະຄົນ ໂດຍມີພະນັກງານຂອງຄະນະສະເພາະກິດທີ່ເປັນຜູ້ດູແລ ແລະ ກວດກາສຸຂະພາບຢ່າງໃກ້ຊິດ.

ໃນໄລຍະຜ່ານມາ ກໍປາກົດວ່າມີແຮງງານ ລາວ ທີ່ຖືກກັກບໍລິເວນຄົບກຳນົດ 14 ວັນແລ້ວ 104,626 ຄົນ ແລະ ບໍ່ມີຜູ້ຕິດເຊື້ອໄວຣັສ COVID-19 ແຕ່ຢ່າງໃດ ຈຶ່ງເຮັດໃຫ້ຍັງເຫຼືອ 8,778 ຄົນທີ່ຕ້ອງກັກບໍລິເວນຕໍ່ໄປຈົນກວ່າຈະຄົບກຳນົດ 14​ ວັນ ສ່ວນໃນຈຳນວນຜູ້ທີ່ຕິດເຊື້ອ COVID-19 ທັງ 19 ຄົນໃນ ລາວ ນັ້ນ ກໍເປັນການກວດຈາກກໍລະນີສົງໄສພຽງ 1,461 ກໍລະນີເທົ່ານັ້ນໃນຊ່ວງເດືອນມັງກອນ-ວັນທີ 22 ເມສາ 2020 ແລະ ເຖິງແມ່ນວ່າຈະເປັນຕິດເຊື້ອໃນລະດັບຕໍ່າກໍຕາມ ຫາກແຕ່ກໍຍັງຖືເປັນສະພາບທີ່ມີຄວາມສ່ຽງທີ່ຍັງຈະມີຄົນ ລາວ ຕິດເຊື້ອໄວຣັສ COVID-19 ເພີ່ມ ຂຶ້ນໄດ້ອີກ ເນື່ອງຈາກວ່າຍັງມີແຮງງານ ລາວ ເດີນທາງກັບຈາກ ໄທ ທຸກມື້ໃນປັດຈຸບັນນີ້.

ດັ່ງນັ້ນເພື່ອປ້ອງກັນບັນຫາດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຈຶ່ງຂະຫຍາຍຄຳສັ່ງທີ່ເດີມມີຜົນບັງຄັບໃນຊ່ວງວັນທີ 1-19 ເມສາ 2020 ອອກໄປເຖິງວັນທີ 3 ພຶດສະພາ 2020 ໂດຍຫ້າມປະຊາຊົນອອກຈາກເຮືອນ ຫ້າມເດີນທາງຂ້າມແຂວງ ຫ້າມຈັດງານທີ່ມີຜູ້ເຂົ້າຮ່ວມເກີນກວ່າ 10 ຄົນ ຫ້າມກັກຕຸນ ແລະ ຂຶ້ນລາຄາສິນຄ້າ, ຫ້າມນຳສະເໜີຂ່າວປອມ,​ ໃຫ້ພະນັກງານລັດເຮັດວຽກຢູ່ເຮືອນ, ໃຫ້ປິດສະຖານບັນເທີງ, ຕະຫຼາດກາງຄືນ, ໂຮງງານ ແລະ ໂຄງການກໍ່ສ້າງຂະໜາດໃຫຍ່ເຊັ່ນ ການກໍ່ສ້າງເຂື່ອນໄຟຟ້າ ແລະ ການຂຸດຄົ້ນແຮ່ທາດ ໃຫ້ປິດດ່ານຊາຍແດນທັງໝົດ ແຕ່ກໍໃຫ້ຍົກເວັ້ນກໍລະນີທີ່ຈຳເປັນ ເຊັ່ນໃຫ້ເປີດທະນາຄານ, ຕະຫຼາດຮຸ້ນ, ໂຮງໝໍ, ຮ້ານຂາຍຢາ, ໜ່ວຍກູ້ໄພ,​ການຂົນສົ່ງສິນຄ້າໃນ ລາວ ແລະ ລະຫວ່າງປະເທດ ແລະ ບໍລິການສາທາລະນະຕ່າງໆເຊັ່ນໄຟຟ້າ, ນໍ້າປະປາເປັນຕົ້ນ.

ສ່ວນໃນການຮັບມືກັບບັນຫາການລະບາດຂອງເຊື້ອ COVID-19 ຄະນະສະເພາະກິດເພື່ອປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ COVID-19 ກໍໄດ້ກຳນົດໃຫ້ໂຮງໝໍມິດຕະພາບ ນະຄອນຫຼວງ ວຽງຈັນເປັນສູນກາງໃນການຮັກສາຜູ້ຕິດເຊື້ອ COVID-19 ໂດຍນຳໃຊ້ອາຄານຫຼັງໃໝ່ຮອງຮັບຜູ້ທີ່ຕິດເຊື້ອ COVID-19 ເພາະວ່າມີບຸກຄະລາກອນ ແລະ ເຄື່ອງມືທາງການແພດທີ່ທັນສະໄໝທີ່ສຸດໃນ ລາວ ແຕ່ກໍສາມາດຮອງຮັບຄົນປ່ວຍໄດ້ພຽງ 300 ຄົນ ເພາະສະນັ້ນ ຄະນະສະເພາະກິດຈຶ່ງໄດ້ຕຽມໂຮງໝໍ 103, ໂຮງໝໍເສດຖາທິລາດ, ໂຮງໝໍມະໂຫສົດ, ໂຮງໝໍແຂວງ ແລະ ເມືອງໄວ້ຮອງຮັບ ໃນຂະນະທີ່ມີຈຳນວນຜູ້ທີ່ຕິດເຊື້ອໄວຣັສ COVID-19 ໃນ ລາວ ເກີນກວ່າ 300 ຄົນນັ້ນເອງ.

XS
SM
MD
LG