ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໙ ຕຸລາ ໒໐໒໔

ລາວ ສາມາດ​ເຊື່ອ​ມຕໍ່​ ເສັ້ນທາງ ໃນ 148 ຕົວເມືອງ ແຕ່ຍັງຂາດເຂີນ ໃນ​ເຂດ​ຊົນນະບົດ


ເສັ້ນທາງ ຢູ່ໃນເຂດຊົນນະບົດ ຍັງເປັນດິນແດງ ທີ່ເຮັດໃຫ້ການເດີນທາງ ທຸລະກັນດານ ໃນລະດູຝົນ
ເສັ້ນທາງ ຢູ່ໃນເຂດຊົນນະບົດ ຍັງເປັນດິນແດງ ທີ່ເຮັດໃຫ້ການເດີນທາງ ທຸລະກັນດານ ໃນລະດູຝົນ

​ໂຄງ​ຂ່າຍ​ຖະໜົນ​ໃນ​ລາວ ສາມາດ​ເຊື່ອ​ມຕໍ່​ໄປ​ເຖິງ​ທັງ 148 ​ເມືອງ
​ໃນ​ທົ່ວ​ປະ​ເທ​ດ​ແລ້ວ ຫາກ​ແຕ່​ສຳ​ຫລັບ ​ໃນ​ເຂດ​ຊົນນະບົດ ​ສ່ວນ
​ໃຫຍ່ ຍັງ​ຂາດ​ເຂີນ ​ແລະ​ມີ​ຖະໜົນ​ ທີ່​ເຊື່​ອມຕໍ່​ໄດ້​ພຽງ 2 ລະດູເທົ່າ​
ນັ້ນ.


ທ່ານ​ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ​ວ່າການ ກະຊວງ​ໂຍທາ​ທິການແລະ​ຂົນ​ສົ່ງ ຖະ​ແຫລ​ງ
ຢືນຢັນ​ວ່າ ​ໃນ​ປັດຈຸບັນ​ໃນ​ທົ່ວ​ປະ​ເທດ​ລາວ ມີ​ເສັ້ນທາງ​ຄົມມະ​ນາ​ຄົມ-ຂົນ​ສົ່ງ​ທາງ​ບົກ​ຄິດ​
ເປັນ​ລະຍະ​ທາງ​ລວມ​ເຖິງ 51,900 ກວ່າ​ກິ​ໂລ​ແມັດ ​ໂດຍ​ມີ​ລະຍະ​ທາງ​ ທີ່​ເພີ້​ມຂຶ້ນ​ເຖິງ
10,836 ກິ​ໂລ​ແມັດ ​ເມື່ອ​ທຽບ​ໃສ່​ປີ 2010 ທັງ​ຍັງ​ເຮັດ​ໃຫ້​ເສັ້ນທາງ​ຄົມມະນາຄົມ-ຂົນ​ສົ່ງ​
ທາງບົກ​ດັ່ງກ່າວ​ນີ້ ສາມາດ​ເຊື່ອມ​ຕໍ່​ໄປ​ເຖິງ 148 ​ເມືອງ ​ໃນ 17 ​ແຂວງ ​ແລະ​ເຂດ​ນະຄອນຫຼວງວຽງ​ຈັນ ​ໄດ້​ຕະຫຼອດປີ​ອີກ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ເນື່ອງ​ຈາກ​ວ່າ ​ໃນ​ລະຍະ​ທາງ​ລວມຂອງ​ເສັ້ນທາງ​ຄົມມະນາຄົມ-ຂົນ​ສົ່ງ​ດັ່ງກ່າວນີ້ ​ເປັນ​ເສັ້ນທາງ​ທີ່​ປູ​ດ້ວຍ​ຫິນ​ແຮ່ 19,361 ກິ​ໂລ​ແມັດ ​ແລະ​ປູ​ດິນ​ທຳ​ມະ​ຊາດ​ເຖິງ​ 22,838 ກິ​ໂລແມັດ ຈຶ່ງ​ເຮັດ​ໃຫ້​ບັນດາ​ບ້ານ​ສ່ວນ​ໃຫຍ່ ​ໃນ​ເຂດ​ຊົນນະບົດ ຍັງ​ບໍ່​ສາມາດ​ເຊື່ອມ​ຕໍ່​ກັບ​ເຂດ​ເມືອງ​ໄດ້​ຕະຫຼອດປີ ​ເພາະວ່າ​ເສັ້ນທາງ​ຄົມມະນາຄົມ-ຂົນ​ສົ່ງ​ທີ່​ປູ​ດ້ວຍ​ຫິນ​ແຮ່ ​ແລະ​ດິນ​ທຳ​ມະ​ຊາດ​ດັ່ງກ່າວ​ນັ້ນ ​ໃຊ້​ການ​ບໍ່​ໄດ້​ເລີຍ ​ໃນ​ຊ່ວງ​ລະດູ​ຝົນ​ນັ້ນ​ເອງ.

ເສັ້ນທາງ ສາຍນຶ່ງ ຢູ່ເຂດຊົນນະບົດ ຂອງລາວ ຍັງເປັນທາງດິນແດງຢູ່
ເສັ້ນທາງ ສາຍນຶ່ງ ຢູ່ເຂດຊົນນະບົດ ຂອງລາວ ຍັງເປັນທາງດິນແດງຢູ່

ທາງ​ດ້ານ​ກະຊວງ​ແຜນການ ​ແລະ​ການ​ລົງທຶນ ລາຍ​ງານ​ວ່າ ​
ໃນ​ແຜນການ​ປະຈຳ​ປີ 2014-2015 ລັດຖະບານ​ລາວ ​ໄດ້​ວາງ
​ເປົ້າໝາຍ​ການ​ພັດທະນາ ລະບົບ​ພື້ນຖາ​ນ​ໂຄງ​ລ່າງ ​ໃຫ້​ສຳ​ເລັດ​
ເຖິງ 247 ​ໂຄງການ ​ໃນ​ທົ່ວ​ປະ​ເທດ ຊຶ່ງ​ຈະ​ຕ້ອງ​ໃຊ້​ເງິນ​ທຶນ
ສຳ​ຫລັບ​ດຳ​ເນີນ​ການ ​ໃນ​ມູນ​ຄ່າ​ລວມ​ເຖິງ 14,225.68 ຕື້​ກີບ
ຫຼື ​ເກີນ​ກວ່າ 1,778 ລ້ານ​ໂດ​ລາ ທີ່​ຕ້ອງ​ເພິ່ງ​ພາ​ການ​ຊ່ວຍ​ເຫຼືອ
​ແລະ​ກູ້​ຢືມ ຈາກ​ຕ່າງປະ​ເທດ​ເປັນ​ຫລັກ.

ການ​ພັດທະນາ​ໂຄງການ​ເຫຼົ່ານີ້ ຖື​ເປັນ​ພາກສ່ວນ​ສຳຄັນ​ຢ່າງ​ຍິ່ງ
ສຳ​ຫລັບ​ການຈັດຕັ້ງປະຕິບັດ​ໃຫ້​ບັນ​ລຸ​ເປົ້າໝາຍ ສະຫັດ​ສະ​ວັດ​ການ​ພັດທະນາ ​ເພື່ອ​ການ​
ລົບ​ລ້າງ​ຄວາມ​ຍາກຈົນ ​ຂອງ​ປະຊາຊົນ​ລາວ ​ລົງສູ່ລະດັບ​ບໍ່​ເກີນ 10 ​ເປີ​ເຊັນ ຂອງ​ຈຳນວນ​
ບ້ານ​ທັງ​ໝົດໃນ​ທົ່ວ​ປະ​ເທດ ພາຍ​ໃນ​ທ້າຍ​ປີ 2015 ຊຶ່ງ​ໃນ​ການຈັດຕັ້ງປະຕິບັດ​ ​ໃນ​ຊ່ວງ​ປີ
2011-2014 ທີ່​ຜ່ານ​ມາ ກໍ​ປາກົດ​ວ່າ ສາມາດ​ລົບ​ລ້າງ​ຄວາມ​ຍາກຈົນ ​ຂອງ​ປະຊາຊົນ​ລາວ
​ໄດ້​ໃນ​ເຂດ 886 ບ້ານ ຄິດ​ເປັນ 9.97 ​ເປີ​ເ​ຊັນ ຂອງ​ຈຳນວນ​ບ້ານ​ທັງ​ໝົດ ​ແລະຄິດ​ສະ​ເລ່ຍ
​ເປັນ​ລະດັບ​ຄວາມ​ສາມາດ​ ​ໃນ​ການ​ລົບ​ລ້າງ​ຄວາມ​ຍາກຈົນ​ ໄດ້​ພຽງ​ແຕ່ 3 ​ເປີ​ເຊັນກວ່າ​
ເທົ່າ​ນັ້ນ ​ໃນ​ແຕ່ລະ​ປີ ​ໃນ​ຂະນະ​ທີ່​ຍັງ​ເຫຼືອບ້ານ​ຍາກຈົນ​ເຖິງ 2,289 ບ້ານ ຫຼືຄິດ​ເປັນ
26.72 ​ເປີ​ເຊັນ ຂອງ​ບ້ານ​ທັງ​ໝົດ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ພັດທະນາ ​ໃນ​ລະຍະທີ່​ຜ່ານ​ມາ​ ກໍ​ຍັງ​ເຮັດ​ໃຫ້​ເກີດ​ບັນຫາ​ກ່ຽວ​ກັບ​
ການ​ແຕກ​ໂຕນ​ກັນ ​ໃນ​ລະດັບ​ຂອງ​ການ​ພັດທະນາ​ທາງ​ເສດຖະກິດ ລະຫວ່າງ​ເຂ​ດ​ເມືອງ
ກັບ​ເຂດ​ຊົນນະ​ບົດ​ເພີ້​ມຂຶ້ນນັບ​ມື້ ອີກ​ດ້ວຍ ກໍ​ຄື​ຂະນະ​ທີ່​ເຂດ​ເມືອງ​ ມີ​ສິ່ງ​ອຳ​ນວຍ ຄວາມ
​ສະດວກ​ຕ່າງໆຫຼາຍຂຶ້ນນັ້ນ ​ເຂດ​ຊົນນະບົດ​ກັບ​ຍັງ​ຂາດ​ແຄນ​ ໃນ​ທຸກ​ດ້ານ ດັ່ງ​ທີ່​ເຈົ້າໜ້າ​ທີ່
​ຂັ້ນສູງ ​ໃນ​ແຂວງ​ຫົວພັນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ພວກ​ເຮົາ​ກະ​ງົບປະມານ​ມີ​ຈຳກັດ ບໍ່​ພຽງພໍ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ​
ກະ​ບໍ່​ມີ​ຍານພາຫະນະ ທີ່​ຈະ​ລົງ​ໄປ ​ແລະ​ກະ​ເສັ້ນທາງ​ການ​ໄປ​ມາ​ນີ້ ກະ​ທຸລະ
ກັນດານ​ເນາະ ຕ້ອງ​ໄດ້​ອາ​ໄສ​ຢ່າງ​ນີ້​ແລ້ວຫຼາຍກວ່າ ​ເພາະວ່າ ​ເສັ້ນທາງ​ລົດ​ເຂົ້າ​
ໄປ​ບາງ​ບ້ານ ກະ​ບໍ່​ມີ​ເນາະ ​ແຕ່​ວ່າ​ໄປ​ໄດ້​ນີ້ ກະ​ບ່ອນ​ໃດ​ມີ​ເສັ້ນທາງ​ລົດ ກະ​ໄປ​ໄດ້​
ພຽງ​ລະດູ​ແລ້ງ ລະດູຝົນ​ນີ້ ກະ​ໄປ​ບໍ່​ໄດ້.”

ທັງ​ນີ້ ​ໂດຍ​ຈະ​ເຫັນໄດ້​ຈາກ​ການ​ພັດທະນາ​ເສດຖະກິດ ​ໃນ​ນະຄອນຫຼວງວຽງ​ຈັນ ທີ່​ມູນ​ຄ່າ​
ຜະລິດ​ຕະພັນ​ລວມ (GDP) ​ໃນ​ແຜນການ​ປີ 2014-2015 ສາມາດ​ຖົວ​ສະ​ເລ່ຍ​ເປັນ​ລາຍ​
ໄດ້ ຂອງ​ປະຊາຊົນ​ໃນ​ເຂດ​ນະຄອນຫຼວງວຽງ​ຈັນ ​ໄດ້​ເກີນ​ກວ່າ 35 ລ້ານ​ກີບ ຫຼື 4,390 ​
ໂດ​ລາ ຕໍ່​ຄົນ​ຕໍ່​ປີ ຫາກ​ແຕ່​ປະຊາຊົນ​ທີ່ຢູ່​ແຂວງ​ຜົ້ງສາລີ ກັບ​ມີ​ລາຍ​ໄດ້​ສະ​ເລ່ຍພຽງ 978 ​
ໂດ​ລາ​ຕໍ່​ຄົນ​ຕໍ່​ປີນັ້ນ ​ໃນ​ຂະນະ​ທີ່​ອັດຕາ​ຄວາມທຸກ​ຍາກ ກໍ​ຍັງ​ສູງ​ກວ່າ 45 ​ເປີ​ເຊັນ ຈຶ່ງ​ເປັນ
​ການ​ຍາກ​ຢ່າງ​ຍິ່ງ ທີ່​ຈະ​ລົບ​ລ້າງ​ຄວາມ​ຍາກຈົນ​ໄດ້ ພາຍ​ໃນ​ປີ 2015 ນັ້ນ​ເອງ.

ທັງ​ນີ້ ​ໂດຍ​ມີ​ສາ​ເຫດ​ສຳຄັນ​ມາ​ຈາກ ​ການ​ທີ່​ລັດຖະບານ​ລາ​ວ ບໍ່​ສາມາດ​ຕອບ​ສະໜອງ​
ງົບປະມານ​ ໄດ້ຢ່າງ​ພຽງພໍ ຈຶ່ງ​ເຮັດ​ໃຫ້​ກວ່າ 25 ​ເປີ​ເຊັນ ຂອງ​ບ້ານ​ທັງ​ໝົດ​ເຂົ້າບໍ່​ເຖິງ
ການ​ບໍລິການ​ຕ່າງໆ ຂອງ​ລັດຖະບານ ​ແລະ 2 ​ໃນ 3 ຂອງ​ບ້ານ​ທັງ​ໝົດ ກໍ​ຍັງ​ບໍ່​ມີ​ການ​
ຜະລິດ​ສິນຄ້າ​ເພື່ອຕອບ​ສະໜອງ ​ຕະຫຼາດອີກ​ດ້ວຍ.

XS
SM
MD
LG