ທ່ານຜູ້ຟັງທັງຫລາຍ ເນື່ອງຈາກວ່າ ເດືອນມີນາເປັນເດືອນທີ່ມີການສະເຫລີມສະ
ຫລອງວັນແມ່ຍິງສາກົນຢູ່ທົ່ວໂລກ ສະນັ້ນ ໃນອາທິດນີ້ ທາງວີໂອເອ ຈຶ່ງຢາກ
ພາທ່ານໄປຟັງເລື່ອງລາວຂອງແມ່ຍິງອາເມຣິກັນເຊື້ອສາຍລາວຜູ້ນຶ່ງ ທີ່ປະສົບ
ຜົນສໍາເລັດສູງ ໃນດ້ານການສຶກສາ ແລະມີຈິດໃຈຮັກເຊື້ອແພງຊາດ ຢາກຊ່ວຍ
ຄົນລາວ ກໍຄືຊາວອົບພະຍົບທີ່ມາຈາກປະເທດໃກ້ຄຽງໃນສະຫະລັດ ໃຫ້ປະສົບ
ຜົນລໍາເລັດໃນການສຶກສາ ນັ້ນກໍຄືຮອງສາດສະດາຈານພິດສະໄໝ ສີກິດໂກຂົງ
ອຸ້ຍ. ເຖິງຈະມາຈາກຄອບຄົວທີ່ທຸກຈົນ, ຈາກປະຊາຄົມທີ່ມີຂໍ້ຈໍາກັດໃນດ້ານພາ
ສາ, ວັດທະນະທຳ, ແລະຂາດຄວາມຮູ້ໃນລະບົບການສຶກສາໃນສຫະລັດ ດຣ. ພິດສະໄໝກໍຍັງຮໍ່າຮຽນສາມາດໄດ້ຮັບທຶນໃນຂັ້ນປະລິນຍາໂທ ແລະປະລິນຍາ
ເອກ ຈາກມະຫາວິທະຍາໄລ ຮ່າເວີດ (Harvard) ຊຶ່ງເປັນມະຫາວິທະຍາໄລທີ່
ມີຊື່ສຽງອັນດັບນໍາໜ້າຂອງໂລກ ໃນທຸກສາຂາວິຊາຮຽນ. ພ້ອມກັນນັ້ນ ທ່ານນາງ
ຍັງເປັນຄົນລາວຜູ້ທໍາອິດ ທີ່ສາມາດກາຍເປັນອາຈານສອນນັກສຶກສາຂັ້ນປະລິນຍາ
ໂທ ແລະປະລິນຍາເອກ ໃນມະຫາວິທະຍາໄລຂອງອາເມຣິກັນ ແລະເປັນຜູ້ອໍານວຍ
ການຮ່ວມຂອງສູນກາງສຶກສາກ່ຽວກັບຊາວອາເມຣິກັນເຊື້ອສາຍເອເຊຍ.
ດ້ວຍເຫດໃດ ດຣ. ພິດສະໄໝ ຊຶ່ງເມື່ອກ່ອນເປັນເດັກນ້ອຍອົບພະຍົບລາວ ຈຶ່ງມາເຖິງ
ຈຸດນີ້ໄດ້ ບົວສະຫວັນ ມີລາຍລະອຽດເລື່ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.
ມື້ນີ້ທາງວີໂອເອມີຄວາມພູມໃຈທີ່ໄດ້ນໍາເອົາ ເລື່ອງລາວຂອງບຸກຄົນສໍາຄັນຄົນນຶ່ງ
ໃນວົງການ ການສຶກສາຂັ້ນສູງ ແລະເຄື່ອນໄຫວເພື່ອປົກປ້ອງຜົນປະໂຫຍດດ້ານ
ການສຶກສາຂອງປະຊາຄົມລາວ ກໍຄືຊາວອາເມຣິກັນເຊື້ອສາຍເອເຊຍຕາເວັນ ອອກສຽງໃຕ້ ຢູ່ໃນສະຫະລັດມາເລົ່າສູ່ທ່ານຟັງ.
ຮອງສາດສະດາຈານພິດສະໄໝ ສີກິດໂກຂົງອຸ້ຍ ອາຍຸ 44 ປີ ມີລູກຊາຍ 1 ຄົນ ແລະເປັນລູກສາວອົບພະຍົບຄອບຄົວນຶ່ງທີ່ມາຈາກເມືອງຫ້ວຍຊາຍ, ແຂວງບໍ່
ແກ້ວ ແລະເຂົ້າມາຕັ້ງຖິ່ນຖານຢູ່ສະຫລັດໃນປີ 1979. ຜູ້ກ່ຽວໄດ້ກາຍມາເປັນຄົນ
ລາວຜູ້ທໍາອິດທີ່ສາມາດປີນບັນໄດອາຊີບໃນລະບົບການສຶກສາຂັ້ນສູງຂອງອາເມ
ຣິກັນແລະກາຍມາເປັນຮອງສາດສະດາຈານທີ່ມີສິດສອນຢູ່ໃນມະຫາວິທະຍາໄລ
ຂອງສະຫະລັດໄດ້ຕະຫລອດໄປ ຊຶ່ງໃນພາສາອັງກິດເອີ້ນວ່າ "tenured professor".
ກ່ອນຈະກາຍເປັນຜູ້ທີ່ສາມາດສິດສອນໃນມະຫາວິທະຍາໄລຕະຫລອດໄປໄດ້ ແຕ່ລະ
ຄົນຕ້ອງໄດ້ຜ່ານການທົດສອບທັງໃນການສິດສອນ, ການຮັບໃຊ້ໃນວົງການສຶກສາ ເຊັ່ນ
ເປັນຜູ້ຈັດກອງປະຊຸມທາງວິຊາການຕ່າງໆ, ການຄົ້ນຄວ້າ ແລະພິມເຜີຍແຜ່ບົດຄົ້ນຄວ້າ
ຂອງຕົນຢູ່ໃນວາລະສານທາງວິຊາການ ແລະຢູ່ໃນປຶ້ມ ໃນຫລາຍຮູບຫລາຍແບບ ແລະ
ໃນຫລາຍລະດັບ ໃຫ້ໄດ້ຕາມຂໍ້ກໍານົດ ແລະຫລັກການຂອງມະຫາວິທະຍາໄລທີ່ຜູ້ກ່ຽວ
ສອນຢູ່ນັ້ນ. ສະນັ້ນ ການທີ່ບຸກຄົນຜູ້ນຶ່ງທີ່ມາຈາກຄອບຄົວທີ່ທຸກຍາກ ແລະມາຈາກ
ປະຊາຄົມທີ່ມີຂໍ້ຈໍາກັດທາງດ້ານພາສາອັງກິດ, ວັດທະນະທໍາ, ແລະຂາດຄວາມຮູ້ໃນ
ລະບົບການສຶກສາທີ່ສັບສົນຂອງສະຫະລັດ ຈະສາມາດກ້າວໄປເຖິງຂັ້ນນີ້ ຖືວ່າບໍ່ແມ່ນ
ເລື່ອງງ່າຍ. ແຕ່ດຣ. ພິດສະໄໝສາມາດເຮັດໄດ້ເຊັ່ນນັ້ນ ກໍຖືວ່າເປັນທີ່ເຊີດໜ້າຊູຕາ
ຂອງຄົນລາວຢູ່ໃນວົງການການສຶກສາຂັ້ນສູງຂອງສະຫະລັດ ຊຶ່ງເປັນລະບົບການສຶກ
ສາທີ່ໄດ້ຮັບຄວາມນິຍົມໃນລະດັບນໍາໜ້າຂອງໂລກອັນນຶ່ງ.
ວິຊາການໃນການສິດສອນ
ດຣ. ພິດສະໄໝເປັນອາຈານສອນທີ່ສອນຢູ່ໃນມະຫາວິທະຍາໄລລັດມັດຊາຈູເຊັສ
(Massachusetts) ທີ່ເມືອງໂລວ໌ (Lowell) ມາໄດ້ 6 ປີກວ່າແລ້ວ. ສໍາລັບການສອນຂອງ
ທ່ານນາງນັ້ນ ແມ່ນແນໃສ່ເຮັດໃຫ້ນັກສຶກສາທີ່ຈະໄປເປັນຄູ ຫລືອາຈານໄດ້ເຂົ້າໃຈວິທີ
ການສອນເພື່ອຊ່ວຍໃຫ້ນັກສຶກສາທີ່ມີວິທີການຮຽນແຕກຕ່າງກັນສາມາດຮຽນໄດ້ດີຂຶ້ນຊຶ່ງ
ທ່ານນາງເວົ້າສູ່ຟັງດັ່ງນີ້:
“Teaching diverse population, talking about the differences in students…”
“ໃນການສິດສອນນັກສຶກສາມາຈາກຫລາຍຊົນຊາດ ຊົນເຜົ່າ, ຫລາຍວັດທະນະທໍາ
ແມ່ນເວົ້າເຖິງນັກຮຽນ ນັກສຶກສາທີ່ມີວິທີການຮຽນຮູ້ແຕກຕ່າງກັນ ທີ່ພວກເຮົາເຫັນທຸກ
ມື້ ທຸກວັນຢູ່ໃນຫ້ອງຮຽນຂອງພວກເຮົາ. ຄົນເຮົາມີຄວາມສະຫລາດແຕກຕ່າງກັນ. ສະນັ້ນ
ເມື່ອເຮົາເວົ້າເຖິງຄວາມສະຫລາດ ແມ່ນໝາຍເຖິງຄວາມສະຫລາດທີ່ມີຫລາກຫລາຍ. ແລະ
ໃນແຕ່ລະແບບ ແມ່ນມີຂັ້ນຕອນການຮຽນ ແລະຮັບເອົາຄວາມຮູ້ແຕກຕ່າງກັນ. ສະນັ້ນ
ເມື່ອຂ້າພະເຈົ້າເວົ້າເຖິງຄວາມສະຫລາດແຕ່ລະຢ່າງ ຂ້າພະເຈົ້າຈະຍົກຕົວຢ່າງມາໃຫ້
ຟັງ ເຊັ່ນວ່າ ຄົນທີ່ມີຄວາມສະຫລາດຫລືມີພອນສະຫວັນດ້ານດົນຕີເຮົາຄວນເອົາດົນ
ຕີເຂົ້າມາປະກອບໃນການສິດສອນຢູ່ໃນຫ້ອງຮຽນ. ສໍາລັບພວກທີ່ມີຄວາມສະຫລາດ
ດ້ານສິ່ງແວດລ້ອມຫລືມັກທໍາມະຊາດເຮົາຄວນມີການຈັດການໄປທັດສະນະສຶກສາ ຫລື
ໃຊ້ວີດິໂອຢູ່ໃນ YouTube ເຂົ້າໃນຫລັກສູດການສິດສອນ, ໃຫ້ເຂົາເຈົ້າວິໄຈດ້ານສິ່ງ
ແວດລ້ອມ ເຊັ່ນການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນ ແທນທີ່ຈະມີແຕ່ການບັນ
ລະຍາຍໃຫ້ນັກຮຽນນັ່ງຟັງຢູ່ໃນຫ້ອງ ທີ່ພວກເຮົາມັກເຮັດຢູ່ທົ່ວໄປນັ້ນ.”
ທ່ານນາງອອກແບບການສອນວິຊາດັ່ງກ່າວນີ້ ເປັນສອງແບບ. ແບບທີນຶ່ງແມ່ນເພື່ອ
ສອນນັກສືກສາທີ່ມາຮຽນຢູ່ໃນມະຫາວິທະຍາໄລ ແລະແບບທີສອງແມ່ນສໍາລັບນັກ
ສຶກສາທີ່ຢູ່ຫ່າງໄກ ຊຶ່ງເປັນແບບອອນລາຍ. ນັກສຶກສາທີ່ລົງທະບຽນຮຽນແບບອອນ
ລາຍຂອງທ່ານນາງນັ້ນ ແມ່ນນັກສຶກສາທີ່ຢູ່ຫລາຍປະເທດ ເຊັ່ນໄທ, ເກົາຫລີໃຕ້,ຍີ່
ປຸ່ນ, ແລະຢູ່ໃນລັດຕ່າງໆ ຂອງສະຫະລັດ ເຊັ່ນ ລັດຮາວາຍ, ຄາໂຣໄລນາໃຕ້, ຄາລິ
ຟໍເນຍ, ຄາໂລຣາໂດ ທີ່ບໍ່ສາມາດເດີນທາງມາເຂົ້າຫ້ອງຮຽນແບບໜ້າ-ເຊິ່ງ-ໜ້າໄດ້.
ອີງຕາມຕາມເວັບໄຊຂອງການຈັດລະດັບມະຫາວິທະຍາໄລທົ່ວໂລກ ຫລື The
World University Ranking ມະຫາວິທະຍາໄລມັດຊາຈູແຊັສ ທີ່ດຣ. ພິດສະໄໝ
ສອນຢູ່ນັ້ນ ເປັນມະຫາວິທະຍາໄລທີ່ມີການສອນອອນລາຍທີ່ໄດ້ຮັບຄວາມນິຍົມ
ສູງລະດັບໂລກອັນນຶ່ງ, ຊຶ່ງທ່ານນາງເອງກໍເວົ້າວ່າ ຫ້ອງສອນແບບອອນລາຍຂອງ
ທ່ານນາງເປັນລະບົບການສອນທີ່ດີທີ່ສຸດອັນນຶ່ງໃນສະຫະລັດແລະໃນໂລກ ເພື່ອສິດ
ສອນນັກສຶກສາໃຫ້ກາຍເປັນນາຍຄູ, ສອນຄູໃຫ້ເປັນຫົວໜ້າໂຮງຮຽນ, ແລະສອນ
ນັກສຶກສາປະລິນຍາເອກໃໝ່. ແລະນັກສຶກສາທີ່ລົງທະບຽນ ໃນວິຊາຮຽນຂອງທ່ານ
ນາງ ມີທັງພວກນັກສຶກສາປະລິນຍາໂທ ທີ່ເປັນຄູສອນຢູ່ແລ້ວ ແລະຕ້ອງການໃບ
ປະກາດສະນີຍະບັດໃນການບໍລິຫານການສຶກສາ ເພື່ອຈະໄປເປັນຜູ້ອໍານວຍການ
ໂຮງຮຽນຕ່າງໆ ແລະນັກສຶກສາທີ່ຮຽນຈົບປະລິນຍາໂທແລ້ວ ຢາກຮຽນໃນລະດັບ
ປະລິນຍາເອກ ເພື່ອຈະໄປເປັນອາຈານສອນໃນມະຫາວິທະຍາໄລ ຫຼືໄປເປັນນັກ
ຄົ້ນຄວ້າໃນຂະແໜງການຕ່າງໆ. ທ່ານນາງອະທິບາຍເຖິງໜ້າທີ່ຂອງທ່ານນາງ
ໃນການສອນວ່າ
“I have the program called ‘Leadership in Schooling’, and my job is to
ensure that people are ready to or are prepared to either be a new teacher,
a new leader or a new professor or researcher……...”
“ຂ້າພະເຈົ້າມີຫລັກສູດການສອນທີ່ເອີ້ນວ່າ ‘ການນໍາພາຢູ່ໃນລະບົບການຮຽນ
ການສຶກສາ’ ແລະໜ້າທີ່ຂອງຂ້າພະເຈົ້າກໍຄື ຮັບປະກັນວ່າ ນັກສຶກສາທຸກຄົນມີ
ຄວາມພ້ອມທີ່ຈະເປັນຄູສອນໃໝ່, ເປັນຜູ້ນໍາໃໝ່ ຫລືເປັນອາຈານສອນໃໝ່ໃນມະ
ຫາວິທະຍາໄລ ຫລືເປັນນັກຄົ້ນຄວ້າໃໝ່. ແລະບົດບາດຂອງຂ້າພະເຈົ້າກໍຄືຊ່ວຍ
ຝຶກຄົນຄູອາຈານບໍ່ໃຫ້ມີແຕ່ພຽງຄວາມຮູ້ທາງວິຊາການ ແຕ່ຍັງໃຫ້ມີຄວາມສາມາດ
ໃນການສອນນັກຮຽນທີ່ມາຈາກ ພື້ນຖານທາງວັດທະນະທໍາ, ສັງຄົມ, ເສດຖະກິດ
ແລະຄວາມນິຍົມດ້ານອື່ນໆ ຢ່າງຫລວງຫລາຍອີກດ້ວຍ. ພ້ອມກັນນັ້ນ ຂ້າພະເຈົ້າ
ຍັງຊ່ວຍພັດທະນາຍົກລະດັບພວກທີ່ເປັນອາຈານທີ່ສອນນັກສຶກສາໃຫ້ກາຍໄປ
ເປັນອາຈານສອນໃນມະຫາວິທະຍາໄລຕ່າງໆໄດ້ອີກດ້ວຍ.”
ໃນການສອນນັກສຶກສາໃຫ້ກາຍເປັນນາຍຄູ ຫລືເປັນຜູ້ອໍານວຍການໂຮງຮຽນຕ່າງໆ
ນັ້ນ ນອກຈາກສອນພວກເຂົາເຈົ້າຢູ່ໃນມະຫາວິທະຍາໄລແລ້ວ ດຣ. ພິດສະໄໝ
ຍັງໄດ້ໄປຝຶກຄູສອນຢູ່ໃນໂຮງຮຽນຫລາຍແຫ່ງຢູ່ໃນເມືອງໂລວ໌, ລັດມັດຊາຈູເຊັສ
ອີກ ຊຶ່ງທ່ານນາງເລົ່າສູ່ຟັງວ່າ:
“I do training to help them understand better about diversity of our students; from different ethnic diversity to different gender identity….”
“ຂ້າພະເຈົ້າເຮັດການຝຶກອົບຮົມ ເພື່ອສອນໃຫ້ພວກຄູເຂົ້າໃຈເຖິງພື້ນຖານທີ່ມາ
ອັນຫລາກຫລາຍຂອງນັກຮຽນພວກເຮົາ ທີ່ມີຄວາມແຕກຕ່າງກັນກຫລາຍ ນັບ
ແຕ່ດ້ານຊົນຊາດ ຊົນເຜົ່າ ແລະວັດທະນະທໍາ ຈົນເຖິງຄວາມແຕກຕ່າງດ້ານ
ເພດ ແລະອື່ນໆ ເພື່ອຊ່ວຍເຂົາເຈົ້າໃຫ້ສາມາດຮັບໃຊ້ນັກຮຽນທີ່ນັບມື້ ນັບມາ
ຈາກຫລາຍແຫ່ງແລະປ່ຽນແປງໄປ ແຕ່ຄູສອນແລະຫົວໜ້າບໍລິຫານໂຮງຮຽນ
ສ່ວນໃຫຍ່ ຜັດຍັງແມ່ນຊາວອາເມຣິກັນຜີວຂາວຄືເກົ່າ ທີ່ບໍ່ຮູ້ຈັກວິທີການສອນ ແລະພົວພັນກັບພວກນັກຮຽນເຫລົ່ານີ້.”
ດຣ. ພິດສະໄໝ ຍັງເວົ້າອີກວ່າໃນປີກາຍນີ້ທ່ານນາງໄດ້ຊ່ວຍສ້າງສູນກາງສຶກສາ
ກ່ຽວກັບຄົນເອເຊຍ-ອາເມຣິກັນ ຫລື Center for Asian Studies ຊຶ່ງເປັນສູນກາງ
ທີ່ຮວບຮວມເອົາອາຈານສອນທີ່ເປັນຊາວອາເມຣິກັນຢູ່ໃນມະຫາວິທະຍາໄລທີ່ທ່ານ
ນາງສອນຢູ່ນັ້ນ ທີ່ມີຄວາມສົນໃຈໃນການຄົ້ນຄວ້າກ່ຽວກັບປະຊາຄົມອາເຣິກັນ-
ເຊື້ອສາຍເອເຊຍມາເຮັດວຽກຮ່ວມກັນ. ເຊິ່ງທ່ານນາງເລົ່າສູຟັງດັ່ງນີ້
“My research is around Southeast Asian Community and my dissertation topic is around the dropped out rate of…..”
“ບົດຄົ້ນຄວ້າຂອງຂ້າພະເຈົ້າແມ່ນກ່ຽວຂ້ອງກັບປະຊາຄົມອາເຣິກັນ-ເຊື້ອສາຍ
ເອເຊຍ ແລະຫົວຂໍ້ບົດວິທະຍານິພົນຂອງຂ້າພະເຈົ້າແມ່ນກ່ຽວຂ້ອງກັບອັດຕາ
ການອອກໂຮງຮຽນທີ່ສູງຂອງນັກຮຽນລາວ ແລະກໍາປູເຈຍກ່ອນຮຽນຈົບມັດທະ
ຍົມ ຕອນປາຍ. ຂ້າພະເຈົ້າຢາກຮູ້ວ່າ ເປັນຫຍັງນັກຮຽນຂອງພວກເຮົາ ຈຶ່ງຮຽນ
ບໍ່ໄດ້ດີ. ຂ້າພະເຈົ້າຢາກສອນນາຍຄູໃຫ້ຮູ້ຈັກ ແລະເຂົ້າໃຈເຖິງສະພາບຄອບຄົວ
ແລະປະຊາຄົມຂອງນັກຮຽນ ເພື່ອນາຍຄູຈະສາມາດຕິດຕໍ່ກັບຄອບຄົວຂອງນັກ
ຮຽນ ເພື່ອໃຫ້ພໍ່ແມ່ຂອງເຂົາເຈົ້າໄດ້ຮູ້ຈັກການຮຽນຂອງລູກຕົນ ແລະຊຸກຍູ້ໃຫ້
ເຂົາເຈົ້າເອົາໃຈໃສ່ຊ່ວຍລູກເຂົາເຈົ້າໃຫ້ຮຽນໄດ້ດີຂຶ້ນ.”
ໃນການພະຍາຍາມແກ້ໄຂບັນຫາຮຽນບໍ່ຈົບຂອງນັກຮຽນນັ້ນ ນອກຈາກສອນນາຍຄູ ແລະຫົວໜ້າໂຮງຮຽນໃຫ້ເຂົ້າໃຈພື້ນຖານທີ່ມາຂອງຄອບຄົວຂອງນັກຮຽນແລ້ວ ດຣ. ພິດສະໄໝ ຍັງໃຫ້ການຝຶກອົບຮົມແກ່ພໍ່ແມ່ນັກຮຽນ ຢູ່ໃນປະຊາຄົມລາວ ແລະກໍາປູ
ເຈຍຢູ່ຕາມທ້ອງຖິ່ນຕ່າງໆ. ຕົວຢ່າງໃນເດືອນພຶດສະພາ ປີ 2016 ນັ້ນ ທ່ານນາງໄດ້
ໄປຝຶກອົບຮົມພໍ່ແມ່ນັກຮຽນລາວຢູ່ລັດ ໂຣດ ໄອແລນດ໌ (Rhode Island) ໃຫ້ເຂົ້າໃຈ
ລະບົບການສຶກສາທີ່ສັບສົນຂອງອາເມຣິກັນ ເພື່ອເຂົາເຈົ້າຈະໄດ້ຊ່ວຍລູກເຕົ້າຂອງ
ຕົນໃຫ້ຮຽນໄດ້ດີຂຶ້ນ.
ປະຫວັດຄວາມເປັນມາດ້ານວິຊາການ
ໃນນາມທີ່ເປັນນັກຄົ້ນຄວ້າ ຕິດຕາມຄວາມກ້າວໜ້າໃນການສຶກສາຂອງຄົນລາວ ແລະຊາວເອເຊຍຕາເວັນອອກສຽງໃຕ້ຢູ່ໃນສະຫະລັດ ດຣ. ພິດສະໄໝເວົ້າວ່າ ມີຄົນລາວ ແລະຄົນອະເມຣິກັນເຊື້ອສາຍລາວທັງໝົດປະມານ 11 ຄົນ ທີ່ຮຽນ
ຈົບປະລິນຍາເອກຈາກມະຫາວິທະຍາໄລໃນສະຫະລັດ. ແຕ່ກໍມີແຕ່ທ່ານນາງ
ເທົ່ານັ້ນທີ່ຍຶດເອົາອາຊີບການສອນ ແລະກາຍເປັນນັກຄົ້ນຄວ້າໃນສະຖາບັນ
ການສຶກສາຂັ້ນສູງຂອງສະຫະລັດ.
ກ່ອນຈະມາເປັນອາຈານສອນໃນມະຫາວິທະຍາໄລມັດຊາຈູແຊັສນັ້ນ ທ່ານນາງໄດ້
ຮັບທຶນການສຶກສາມາຕະຫລອດ ຈົນໄດ້ຮັບປະກາດສະນີຍະບັດລະດັບປະລິນຍາ
ຕີນຶ່ງໃບ, ລະດັບປະລິນຍາໂທ 2 ໃບ ແລະປະລິນຍາເອກ 1 ໃບ. ທໍາອິດທ່ານນາງ
ຮຽນປະລິນຍາຕີໃນຂະແໜງບໍລິຫານທຸລະກິດໃນມະຫາ ວິທະຍາໄລບັອສຕັນ
(Boston) ແຕ່ໄດ້ປ່ຽນມາຮຽນວິຊາການສ້າງຫລັກສູດ ແລະການສິດສອນໃນລະດັບ
ປະລິນຍາໂທ ແລ້ວຈຶ່ງໄປຮຽນຕໍ່ປະລິນຍາໂທອີກດ້ານການສິດສອນຄູ ແລະຈາກນັ້ນ
ກໍໄປຮຽນປະລິນຍາເອກດ້ານການຝຶກອົບຮົມຄູທີ່ມະຫາວິທະຍາໄລຮ່າເວີດ (Harvard)
ຊຶ່ງເປັນມະຫະວິທະຍາໄລເອກະຊົນແຫ່ງນຶ່ງ ທີ່ເກົ່າແກ່ທີ່ສຸດໃນສະຫະລັດ ແລະມີຊື່ສຽງ
ໂດ່ງດັງໃນລະດັບໂລກໃນທຸກສາຂາວິຊາຮຽນ ມາໄດ້ຫລາຍທົດສະວັດແລ້ວ.
ມະຫາວິທະຍາໄລຮ່າເວີດຍັງເປັນສະຖາບັນການສຶກສາທີ່ມີນັກຄົນຄວ້າທີ່ໄດ້
ຮັບລາງວັນ ໂນແບລລ໌ ໃນຫລາຍຂະແໜງການເຖິງ 45 ຄົນ ແລະນັກສຶກສາ
30 ຄົນທີ່ຈົບຈາກສະຖາບັນແຫ່ງນີ້ ໄດ້ເປັນຜູ້ນໍາຫລືປະມຸກຂອງປະເທດຕ່າງໆ
ໃນໂລກ ຊຶ່ງໃນນັ້ນກໍລວມມີປະທານາທິບໍດີສະຫະລັດຫລາຍເຖິງ 8 ຄົນ ຊຶ່ງຄົນ
ຫລ້າສຸດແມ່ນປະທານາທິບໍດີບາຣັກ ໂອບາມາ. ນອກຈາກນັ້ນ ຜູ້ນໍາອົງການສາ
ກົນຕ່າງໆຫລາຍຄົນ ເຊັ່ນທ່ານບານ ກີມູນ ອະດີດເລຂາທິການໃຫຍ່ອົງການສະ
ຫະປະຊາຊາດ ກໍຮຽນຈົບຈາກສະຖາບັນແຫ່ງນີ້.
ສິ່ງດົນບັນດານຈິດໃຈ ແລະຊຸກຍູ້ໃຫ້ມີກໍາລັງໃຈ
ແມ່ນຫຍັງຄືສິ່ງດົນບັນດານໃຈໃຫ້ລູກສາວອົບພະຍົບລາວຈາກເມືອງຫ້ວຍຊາຍຄົນ
ນີ້ ບຸກບືນຈົນສາມາດປະສົບຜົນສໍາເລັດການສຶກສາໄດ້ເຖິງຂັ້ນນີ້ ທ່ານນາງບອກວ່າ ມີ
ສາມຢ່າງຕົ້ນຕໍຄື:
- ຄວາມທຸກຍາກຂອງຄອບຄົວ
- ສະພາບການສຶກສາ ທີ່ມີຄວາມຫຍຸ້ງຍາກຂອງປະຊາຄົມລາວໃນສະຫະລັດ
- ການສະໜັບສະໜຸນໃຫ້ກໍາລັງໃຈຈາກໝູ່ເພື່ອນ ແລະຄົນຮັກແພງ
ເນື່ອງຈາກ ດຣ. ພິດສະໄໝມາຈາກຄອບຄົວທີ່ພໍ່ແມ່ເປັນກໍາມະກອນ ແລະອາໄສຢູ່
ໃນປະຊາຄົມທີ່ບໍ່ມີຄົນເວົ້າພາສາອັງກິດໄດ້ດີ ທ່ານນາງໄດ້ພົບອຸປະສັກໃນດ້ານ
ການສຶກສາຢ່າງຫລວງຫລາຍ ໂດຍສະເພາະໃນຕອນຍັງເປັນເດັກນ້ອຍຢູ່ ຊຶ່ງ
ທ່ານນາງເລົ່າເຖິງມື້ທໍາອິດທີ່ທ່ານນາງໄປເຂົ້າໂຮງຮຽນປະຖົມຢູ່ເມືອງແມນແຈັສ
ເຕີ (Manchester) ລັດຄອນເນັກຕິກັດ ຕອນທີ່ມີອາຍຸໄດ້ 6 ປີ ວ່າ :
“The first day of school, I didn’t know anything. I did not speak English…”
“ມື້ທໍາອິດຂ້າພະເຈົ້າໄປໂຮງຮຽນ ບໍ່ຮູ້ຈັກຫຍັງ, ຕອນໂຮງຮຽນເລີກ ຂ້າພະ
ເຈົ້າກໍຍ່າງໄປຍ່າງມາ ເພາະບໍ່ຮູ້ພາສາອັງກິດ ແລະບໍ່ມີໃຜຮູ້ພາສາລາວ
ທີ່ຈະອະທິບາຍໃຫ້ຂ້າພະເຈົ້າຮູ້. ສະນັ້ນ ຂ້າພະເຈົ້າຈຶ່ງຢືນຢູ່ເສີຍເວລາ
ເຫັນໝູ່ຂຶ້ນລົດເມກັບບ້ານ. ຂ້າພະເຈົ້າບໍ່ຮູ້ວ່າຄວນຈະເຮັດແນວໃດຈົນກວ່າ
ວ່າມີຄົນພະຍາຍາມຕິດຕໍ່ຫາພໍ່ແມ່ຂ້າພະເຈົ້າແລະເອົາຂ້າພະເຈົ້າກັບໄປບ້ານ.”
ເນື່ອງຈາກວ່າຕົນປະສົບຄວາມຫຍຸ້ງຍາກໃນການສຶກສາເຊັ່ນນັ້ນ ແຕ່ສາມາດບຶກບືນ
ແລະມີຄວາມກ້າວໜ້າໃນດ້ານການສຶກສາ ແລ້ວທ່ານນາງກໍມີຈິດໃຈຢາກຊ່ວຍຄົນ
ອື່ນໃນປະຊາຄົມຂອງອົບພະຍົບຈາກລາວ ແລະຈາກປະເທດໃກ້ຄຽງ ເຊັ່ນກໍາປູເຈຍ
ແລະຫວຽດນາມ ໃຫ້ໄດ້ຮັບການສຶກສາສູງທຽບເທົ່າກັບເຊື້ອຊາດອື່ນໃນສັງຄົມອາ
ເມຣິກັນ. ສະນັ້ນ ທ່ານນາງຈຶ່ງພະຍາຍາມຮຽນໃຫ້ສູງເທົ່າທີ່ຈະສູງໄດ້.
ທໍາອິດ ດຣ. ພິດສະໄໝຄິດວ່າຈະເປັນພຽງນາຍຄູສອນໂຮງຮຽນປະຖົມເທົ່ານັ້ນ ແລະທ່ານນາງກໍໄປສອນໃນໂຮງຮຽນປະຖົມແຫ່ງນຶ່ງໃນເມືອງລອງບີສ (Long
Beach) ທີ່ລັດຄາລິຟໍເນຍເປັນເວລາ 5 ປີ ກ່ອນຈະຕັດສິນໃຈກັບເຂົ້າມາຮຽນຕໍ່
ເພື່ອເອົາປະລິນຍາເອກໃນມະຫາວິທະຍາໄລຮ່າເວີດ ຊຶ່ງເປັນມະຫາວິທະຍາໄລ
ອັນດັບນຶ່ງຂອງໂລກໃນດ້ານການສິດສອນຄູ. ທ່ານນາງໃຫ້ເຫດຜົນວ່າ:
“I thought that I’m just one teacher I can teach students in my classroom only. But if I can help other teachers then I will have a broader reach. …...”
“ຂ້າພະເຈົ້າຄິດວ່າ ຖ້າຫາກຂ້າພະເຈົ້າເປັນພຽງນາຍຄູຜູ້ດຽວ ກໍສາມາດສອນໄດ້
ແຕ່ນັກຮຽນຢູ່ໃນຫ້ອງຂອງຂ້າພະເຈົ້າເທົ່ານັ້ນ. ແຕ່ຖ້າຫາກຂ້າພະເຈົ້າສາມາດຊ່ວຍ
ຄູຜູ້ອື່ນ ຂ້າພະເຈົ້າຈະສາມາດເຂົ້າເຖິງຄົນໄດ້ກວ້າງກວ່າເກົ່າ. ສະນັ້ນ ຈາກການທີ່ມີ
ນັກຮຽນພຽງ 20 ຄົນຢູ່ຫ້ອງຂອງຂ້າພະເຈົ້າ ດຽວນີ້ ຂ້າພະເຈົ້າມີນັກຮຽນ ນັກສຶກສາ
ຢູ່ 56 ຄົນ ແລະພວກເຂົາເຈົ້າ ແຕ່ລະຄົນກໍມີນັກຮຽນຂອງຕົນຢູ່ແລ້ວ ຄົນລະ 28 ຄົນ.
ແລ້ວມັນເຮັດໃຫ້ຂ້າພະເຈົ້າສາມາດຊ່ວຍຄົນໄດ້ຫລາຍຂຶ້ນກວ່າເກົ່າ. ນັ້ນລະຄືພະລັງ
ໃຈທີ່ພັກດັນໃຫ້ຂ້າພະເຈົ້າ ຮຽນໃຫ້ສູງ ເທົ່າທີ່ຈະສູງໄດ້.”