ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາວ ຕ້ອງການໆຊ່ວຍເຫຼືອ ຈາກນາໆຊາດ ຢ່າງຫຼວງຫຼາຍ ໃນດ້ານສາທາລະນະສຸກ


ໂຮງໝໍ ເມືອງພູນ ຂອງພະແນກສາທາລະນະສຸກ ໃນເຂດພິເສດ ໄຊສົມບູນ
ໂຮງໝໍ ເມືອງພູນ ຂອງພະແນກສາທາລະນະສຸກ ໃນເຂດພິເສດ ໄຊສົມບູນ

ລະບົບການໃຫ້ບໍລິການ ດ້ານສາທາລະນະສຸກໃນລາວ ຍັງຕ້ອງການຄວາມຊ່ວຍເຫຼືອ
ຈາກນານາຊາດຢ່າງຫລວງຫລາຍ ເພື່ອຍົກລະດັບຄຸນນະພາບບໍລິການຂອງສຸກສາລາ
1,000 ກວ່າແຫ່ງ ທົ່ວປະເທດ.

ທ່ານບຸນກອງ ສີຫາວົງ ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ຖະແຫລງຍອມ
ຮັບວ່າ ລະບົບໃຫ້ບໍລິການ ດ້ານສາທາລະນະສຸກ ຂອງລັດຖະບານລາວ ໃນປັດຈຸບັນນີ້
ບໍ່ສາມາດຕອບສະໜອງຄວາມຕ້ອງການຂັ້ນພື້ນຖານ ຂອງປະຊາຊົນລາວໄດ້ຢ່າງທົ່ວ
ເຖິງ ໂດຍສະເພາະ ແມ່ນຂໍ້ຈຳກັດດ້ານບຸກຄະລາກອນ ແລະເຄື່ອງມືທາງການແພດ
ສຳລັບໃຫ້ການຊ່ວຍເຫຼືອຜູ້ປ່ວຍສຸກເສີນ ຈາກອຸບັດເຫດ ຮວມເຖິງການເກີດລູກຂອງ
ແມ່ຍິງດ້ວຍນັ້ນ ຖືເປັນບັນຫາຫຍຸ້ງຍາກທີ່ສຸດ ແລະເມື່ອສົມທົບດ້ວຍການຂາດເຂີນ
ດ້ານງົບປະມານ ຂອງລັດຖະບານລາວດ້ວຍນັ້ນ ກໍຍິ່ງເຮັດໃຫ້ການພັດທະນາເພື່ອຍົກ
ລະດັບຄຸນນະພາບ ການບໍລິການ ດ້ານສາທາລະນະສຸກໃນລາວ ຕ້ອງເພິ່ງພາການ
ຊ່ວຍເຫຼືອຈາກຕ່າງປະເທດ ເປັນສຳຄັນ ດັ່ງທີ່ທ່ານບຸນກອງ ໄດ້ຖະແຫລງກ່ຽວກັບ
ການໄດ້ຮັບ ການຊ່ວຍເຫຼືອຈາກຕ່າງປະເທດໃນເວລານີ້ ວ່າ:

“ປັດຈຸບັນນີ້ ຢູ່ໂຮງໝໍສູນກາງ ກຳລັງສ້າງໂຮງໝໍທັນສະໄໝ 300 ຕຽງ ດ້ວຍທຶນ
ກູ້ຢືມຂອງປະເທດ ອອສເຕຣຍ ແລະ ສ້າງເປັນສູນສຸກເສີນຢູ່ໂຮງໝໍເສດຖາ
ທິລາດນີ້ ດ້ວຍທຶນຂອງຍີ່ປຸ່ນ ແລະກໍ່ສ້າງໂຮງໝໍແຂວງຫົວພັນ ແລະຊຽງຂວາງ
ເພື່ອໃຫ້ເປັນໂຮງໝໍໃໝ່ດ້ວຍ ການຊ່ວຍເຫຼືອຂອງ ສສ ຫວຽດນາມ ແລະກຳລັງ
ກະກຽມສ້າງໂຮງໝໍທັນສະໄໝ ຂະໜາດ 600 ຕຽງ ຢູ່ໂຮງໝໍມະໂຫສົດ ແລະກໍ
ໂຮງໝໍນ້ອຍ ຫຼືວ່າ ສຸກສາລາອີກ 100 ບ່ອນ ດ້ວຍທຶນຊ່ວຍເຫຼືອຂອງ ສປ ຈີນ.”

ອົງການບໍ່ຂຶ້ນກັບລັດຖະບານ ມອບອຸປະກອນ ເປັນຕຽງນອນຂອງຄົນປ່ວຍ ຈຳນວນນຶ່ງ ໃຫ້ແກ່ໂຮງໝໍແຫ່ງນຶ່ງ ຢູ່ໃນລາວ
ອົງການບໍ່ຂຶ້ນກັບລັດຖະບານ ມອບອຸປະກອນ ເປັນຕຽງນອນຂອງຄົນປ່ວຍ ຈຳນວນນຶ່ງ ໃຫ້ແກ່ໂຮງໝໍແຫ່ງນຶ່ງ ຢູ່ໃນລາວ

ພາຍໃຕ້ສະພາບການດັ່ງກ່າວນີ້ ຍັງເຮັດໃຫ້ລາວເປັນປະເທດ ທີ່ມີອັດຕາການເສຍ
ຊີວິດ ຂອງແມ່ຍິງໃນຂະນະເກີດລູກ ແລະການເສຍຊີວິດຂອງເດັກເກີດໃໝ່ ຍັງມີ
ອັດຕາສະເລ່ຍສູງທີ່ສຸດໃນອາຊຽນ ສ່ວນການຫລຸດຜ່ອນບັນຫານີ້ ກໍດ້ວຍການພັດ
ທະນາເພື່ອຍົກລະດັບຄຸນນະພາບການໃຫ້ບໍລິການຂອງໂຮງໝໍ ແລະສຸກສາລາ
ຫລາຍກວ່າ 1,000 ແຫ່ງ ໃນ 142 ເມືອງ ແລະ 17 ແຂວງທົ່ວປະເທດນັ້ນ ໃຫ້ໄດ້
ມາດຕະຖານທັງໃນດ້ານບຸກຄະລາກອນ ແລະເຄື່ອງມືທາງການແພດ.

ທາງດ້ານອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະເມີນວ່າ
ການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ-ສັງຄົມ ໃນ 5 ປີຜ່ານມາ
ລັດຖະບານລາວ ບໍ່ສາມາດບັນລຸເປົ້າໝາຍໃນ 6 ດ້ານ ຄືເດັກອາຍຸຕ່ຳກວ່າ 5 ປີ
ກໍຍັງມີສ່ວນສູງຕ່ຳກວ່າເກນເຖິງ 38 ເປີເຊັນ ສ່ວນເດັກນ້ຳໜັກຕ່ຳກວ່າເກນ ກໍມີຢູ່
ເຖິງ 27 ເປີເຊັນ ສ່ວນການຮຽນຈົບຊັ້ນປະຖົມ ກໍເພີ່ມຂຶ້ນຢ່າງຊັກຊ້າ ອັດຕາການ
ຕາຍ ຂອງເດັກອາຍຸຕ່ຳກວ່າ 1 ປີ ກໍສູງເຖິງ 45 ຄົນຕໍ່ 1,000 ຄົນ ການເສຍຊີວິດ
ຂອງແມ່ຍິງໃນຂະນະຖືພາ ກໍສູງເຖິງ 197 ຄົນຕໍ່ 1 ແສນຄົນ ສ່ວນແມ່ຍິງທີ່ເກີດລູກ
ທີ່ໄດ້ຮັບການຊ່ວຍເຫຼືອ ຈາກແພດ ຫຼືພະຍາບານ ກໍມີພຽງແຕ່ 53.9 ເປີເຊັນເທົ່ານັ້ນ.

ປະຊາຊົນລາວ ຄອຍຖ້າ ການໃຫ້ບໍລິການ ດ້ານສາທາລະນະສຸກ ຢູ່ທີ່ໂຮງໝໍເມືອງແຫ່ງນຶ່ງ ໃນລາວ
ປະຊາຊົນລາວ ຄອຍຖ້າ ການໃຫ້ບໍລິການ ດ້ານສາທາລະນະສຸກ ຢູ່ທີ່ໂຮງໝໍເມືອງແຫ່ງນຶ່ງ ໃນລາວ

ທາງດ້ານກະຊວງສາທາລະນະສຸກ ກໍລາຍງານວ່າ ການຈັດຕັ້ງປະຕິບັດເປົ້າໝາຍ
ສະຫັດສະວັດ ການພັດທະນາທາງດ້ານສາທາລະນະສຸກໃນລາວ ຍັງມີບັນຫາທ້າທາຍ
ໃນຫຼາຍດ້ານ ທີ່ເປັນອຸປະສັກຕໍ່ການພັດທະນາຄຸນນະພາບ ການໃຫ້ບໍລິການແກ່
ປະຊາຊົນ ເຊັ່ນ ບັນຫາການຂາດສານອາຫານຂອງເດັກທີ່ອາຍຸ ຕ່ຳກວ່າ 5 ປີ ກໍເປັນ
ສາເຫດທີ່ເຮັດໃຫ້ການລົດຈຳນວນເດັກໂຕເຕ້ຍໃນລາວ ສາມາດດຳເນີນການ ໄດ້ຢ່າງ
ຊັກຊ້າ ກໍຄືສາມາດລົດໄດ້ຈາກອັດຕາສະເລ່ຍ 40 ເປີເຊັນ ໃນປີ 2006 ມາເປັນ 38
ເປີເຊັນ ໃນປັດຈຸບັນນີ້ ໝາຍຄວາມວ່າ ລົດໄດ້ພຽງ 2 ເປີເຊັນ ເທົ່ານັ້ນໃນລະຍະ 10
ປີຜ່ານມາ ສ່ວນເດັກທີ່ອາຍຸຕ່ຳກວ່າ 5 ປີ ທີ່ມີນ້ຳໜັກຕ່ຳກວ່າເກນ ກໍຍັງສູງເຖິງ 32
ເປີເຊັນ ໃນຂະນະທີ່ເປົ້າໝາຍສະຫັດສະວັດ ໄດ້ວາງເອົາໄວ້ທີ່ອັດຕາສະເລ່ຍບໍ່ເກີນ
22 ເປີເຊັນ ຂອງຈຳນວນເດັກທີ່ອາຍຸ ຕ່ຳກວ່າ 5 ປີທັງໝົດ ໃນທົ່ວປະເທດລາວ.

ແຕ່ຢ່າງໃດກໍຕາມ ທ່ານບຸນຍັງ ວໍລະຈິດ ປະທານປະເທດ ໄດ້ສະແດງຄວາມເຊື່ອໝັ້ນ
ວ່າ ການຂະຫຍາຍຕົວທາງເສດຖະກິດ ໃນອັດຕາສະເລ່ຍບໍ່ຫລຸດ 7 ເປີເຊີນຕໍ່ປີ ທີ່
ເຮັດໃຫ້ຍອດຜະລິິດຕະພັນລວມພາຍໃນ (GDP) ສະເລ່ຍເປັນລາຍໄດ້ຂອງ ປະຊາ
ກອນລາວ ທີ່ລະດັບ 2,408 ໂດລາ ຕໍ່ຄົນ ແລະອັດຕາຄວາມຍາກຈົນ ກໍລົດລົງເຫຼືອ
ພຽງ 6.59 ເປີເຊັນ ຂອງຄົວເຮືອນທັງໝົດໃນປັດຈຸບັນນີ້ ກໍຄືພື້ນຖານອັນສຳຄັນ ທີ່ຈະ
ເຮັດໃຫ້ ສປປ ລາວ ສາມາດຫລຸດພົ້ນຈາກສະພາບດ້ອຍພັດທະນາໄດ້ໃນປີ 2020
ເພື່ອກ້າວໄປສູ່ ການເປັນປະເທດກຳລັງພັດທະນາ ທີ່ປະຊາຊົນ ຈະມີລາຍໄດ້ສະເລ່ຍ
ໃນລະດັບກາງຂຶ້ນໄປຫາສູງໄດ້ ຕາມເປົ້າໝາຍວິໄສທັດ ການພັດທະນາລາວໄປເຖິງ
ປີ 2030 ຕໍ່ປີ.

XS
SM
MD
LG