ໜີ້ສິນຂອງລັດຖະບານລາວຄິດເປັນ 65.3 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍ
ໃນ (GDP) ໃນປີ 2018 ທັງຍັງຄາດວ່າຈະເພີ້ມຂຶ້ນອີກໃນປີ 2019 ເພາະລັດຖະບານ
ລາວຍັງຕ້ອງກູ້ຢືມເງິນມາດຸ່ນດ່ຽງງົບປະມານລາຍຈ່າຍ.
ຜູ້ຊ່ຽວຊານທາງດ້ານການເງິນຂອງທະນາຄານໂລກປະຈຳ ສປປ ລາວ ເປີດເຜີຍວ່າ
ລັດຖະບານລາວຍັງຕ້ອງພະເຊີນກັບສະພາວະການເປັນໜີ້ພາກລັດເພີ້ມຂຶ້ນຢ່າງຕໍ່
ເນື່ອງ ທັງນີ້ໂດຍມີສາເຫດມາຈາກການກູ້ຢືມເງິນ ທັງພາຍໃນ ແລະຈາກຕ່າງປະເທດ
ເພື່ອນຳມາໃຊ້ສຳລັບການດຸນດ່ຽງທາງດ້ານງົບປະມານລາຍຈ່າຍທີ່ສູງກວ່າລາຍຮັບ
ຂອງລັດຖະບານລາວໃນແຕ່ລະປີ ໂດຍສະເພາະແມ່ນປີ 2016 ນັ້ນ ຖືເປັນປີທຳອິດ
ທີ່ໜີ້ສິນຂອງລັດຖະບານລາວ ມີມູນຄ່າລວມເກີນກວ່າ 60 ເປີເຊັນ ຂອງຍອດພະ
ລິດຕະພັນລວມ (GDP) ແລະຄາດວ່າຈະເພີ້ມຂຶ້ນເປັນ 65.3 ເປີເຊັນ ຂອງ GDP
ໃນປີ 2018 ແລະເກີນກວ່າ 66 ເປີເຊັນ ຂອງ GDP ໃນປີ 2019 ອີກດ້ວຍ.
ຜູ້ຊ່ຽວຊານຂອງທະນາຄານໂລກລະບຸວ່າການກູ້ຢືມເງິນຈາກຕ່າງປະເທດ ນັບເປັນ
ສາເຫດສຳຄັນທີ່ເຮັດໃຫ້ໜີ້ສິນຂອງລັດຖະບານລາວເພີ້ມຂຶ້ນຢ່າງໄວວາ ໂດຍໃນປີ
2016 ລັດຖະບານລາວມີໜີ້ຕ່າງປະເທດ ແລະໜີ້ພາຍໃນຄິດເປັນມູນຄ່າລວມເຖິງ
9,550 ລ້ານໂດລາສະຫະລັດ ແລະເພີ້ມຂຶ້ນເປັນ 10,530 ລ້ານໂດລາສະຫະລັດ
ໃນປີ 2017 ສ່ວນປີ 2018 ກໍຄາດວ່າລັດຖະບານລາວຈະມີໜີ້ສິນເພີ້ມຂຶ້ນເປັນຫຼາຍ
ກວ່າ 12,104 ລ້ານໂດລາສະຫະລັດ ທັງຍັງຄາດໝາຍວ່າຈະເພີ້ມເປັນ 13,491
ລ້ານໂດລາສະຫະລັດໃນປີ 2019 ຕາມລຳດັບ.
ແຕ່ຢ່າງໃດກໍຕາມ ລັດຖະບານລາວກໍໄດ້ວາງແຜນການທີ່ຈະຄວບຄຸມສະພາວະ
ການເປັນໜີ້ດັ່ງກ່າວດ້ວຍການຈັດຕັ້ງປະຕິບັດຕາມມະຕິຕົກລົງຂອງສະພາແຫ່ງ
ຊາດລາວຢ່າງເຄັ່ງຄັດ ກໍຄືການຈຳກັດການກູ້ຢືມຈາກຕ່າງປະເທດໃຫ້ຢູ່ໃນມູນຄ່າ
ບໍ່ເກີນ 400 ລ້ານໂດລາສະຫະລັດຕໍ່ປີ ດັ່ງທີ່ທ່ານສົມດີ ດວງດີ ຮອງນາຍົກລັດຖະ
ມົນຕີ ແລະລັດຖະມົນຕີວ່າການກະຊວງການເງິນ ໄດ້ໃຫ້ການຢືນຢັນວ່າ:
“ສຳລັບການກູ່ຢືມແຕ່ລະປີນີ້ຢູ່ໃນກອບເພດານທີ່ທາງແຫ່ງຊາດໄດ້ອະນຸມັດໃຫ້ກູ້
ຢືມ ຄັນສິເວົ້າກະປີນຶ່ງໃນລະດັບທຸກມື້ນີ້ກະບໍ່ເກີນ 400 ລ້ານໂດລາ ອັນນີ້ແມ່ນເງິນ
ກູ້ຢືມເພື່ອມາພັດທະນາໂຄງລ່າງອື່ນໆໃຫ້ແກ່ລັດ ຍັງບໍ່ໄລ່ວ່າເງິນກູ້ຢືມສຳລັບໂຄງ
ການທີ່ມີປະສິດທິຜົນທາງດ້ານເສດຖະກິດຕ່າງຫາກເພື່ອເຮັດແນວໃດບໍ່ໃຫ້ໜີ້ສິນ
ຕ່າງປະເທດເຮົາເພີ້ມສູງຂຶ້ນ ສຳລັບໜີ້ລົງທຶນຂອງລັດນີ້ກະແມ່ນທາງກະຊວງແຜນ
ການ ການລົງທຶນນັ້ນເປັນຜູ້ຈັດຕັ້ງປະຕິບັດກວດກາ."
ໂດຍອີງຕາມສະຖິຕິຂອງທະນາຄານແຫ່ງ ສປປ ລາວ ລະບຸວ່າ ສະເພາະໜີ້ຕ່າງປະ
ເທດຂອງລັດຖະບານລາວໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະ 10 ກວ່າປີມານີ້ ຄືເພີ້ມ
ຂຶ້ນຈາກ 2,470 ກວ່າລ້ານໂດລາສະຫະລັດ ໃນປີ 2006 ເປັນຫຼາຍກວ່າ 5,627 ລ້ານ
ໂດລາສະຫະລັດ ໃນປີ 2015 ແລ້ວກໍເພີ້ມຂຶ້ນເປັນ 6,900 ກວ່າລ້ານໂດລາສະຫະ
ລັດ ແລະ 8,000 ກວ່າລ້ານໂດລາສະຫະລັດໃນປີ 2016 ແລະປີ 2017 ຕາມລຳດັບ
ສ່ວນໃນປີ 2018 ນີ້ ກໍຄາດວ່າໜີ້ຕ່າງປະເທດຂອງລັດຖະບານລາວຈະເພີ້ມຂຶ້ນເປັນ
ຫຼາຍກວ່າ 9,000 ລ້ານໂດລາສະຫະລັດຢ່າງແນ່ນອນ.
ທັງນີ້ເນື່ອງຈາກວ່າລັດຖະບານລາວຈະບໍ່ສາມາດຈຳກັດການກູ້ຢືມຈາກຕ່າງປະເທດ
ໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 400 ລ້ານໂດລາສະຫະລັດໃນແຕ່ລະປີໄດ້ຢ່າງແທ້ຈິງ
ເພາະລັດຖະບານລາວໄດ້ວາງຄາດໝາຍການຂະຫຍາຍຕົວທາງເສດຖະກິດໄວ້ທີ່
ອັດຕາສະເລ່ຍ 7 ເປີເຊັນ ຕໍ່ປີໃນຊ່ວງປີ 2016 ເພື່ອຈະເຮັດໃຫ້ມູນຄ່າ GDP ສະ
ເລ່ຍເປັນລາຍໄດ້ຂອງປະຊາຊົນລາວທີ່ລະດັບ 24.8 ລ້ານກີບ ຫຼື 3,100 ລ້ານໂດ
ລາສະຫະລັດຕໍ່ຄົນໃນປີ 2020 ນັ້ນ ຕ້ອງເຮັດໃຫ້ມີການກູ້ຢືມຈາກຕ່າງປະເທດໃນ
ລະດັບທີ່ສູງກວ່າ 400 ລ້ານໂດລາສະຫະລັດເຖິງ3-4 ເທົ່າໃນແຕ່ລະປີນັ້ນເອງ.
ຫາກແຕ່ວ່າການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ນັ້ນ ບໍ່ແມ່ນເລື້ອງງ່າຍ
ເພາະວ່າລັດຖະບານລາວຈະຕ້ອງຊຸກຍູ້ພາກກະສິກຳປ່າໄມ້ໃຫ້ຂະຫຍາຍໂຕເພີ້ມ
ຂຶ້ນໃນອັດຕາສະເລ່ຍບໍ່ຕ່ຳກວ່າ 3.2 ເປີເຊັນຕໍ່ປີ ສ່ວນພາກອຸດສາຫະກຳ ແລະພາກ
ບໍລິການຈະຕ້ອງຂະຫຍາຍໂຕເພີ້ມຂຶ້ນ 9.3 ເປີເຊັນ ແລະ 8.9 ເປີເຊັນ ຕໍ່ປີຕາມລຳ
ດັບ ຊຶ່ງເຮັດໃຫ້ຈະຕ້ອງລະດົມເງິນທຶນທີ່ຈະນຳໃຊ້ໃນໂຄງການພັດທະນາຕ່າງໆໃນ
ມູນຄ່າລວມເຖິງ 27,000 ລ້ານໂດລາສະຫະລັດ ໃນຊ່ວງປີ 2016-2020 ດັ່ງກ່າວ.