ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄາດວ່າ ລາວ ຈະເປັນໜີ້ຕ່າງປະເທດເກີນ 70 ເປີເຊັນ ຂອງຍອດຜະລິດຕະພັນລວມ ພາຍໃນຂອງປີນີ້


ພິທີເຊັນສັນຍາກູ້ຢືມເງິນ 140 ລ້ານໂດລາ ຂອງລັດຖະບານລາວຈາກທະນາຄານພັດທະນາເອເຊຍໃນປີ 2019
ພິທີເຊັນສັນຍາກູ້ຢືມເງິນ 140 ລ້ານໂດລາ ຂອງລັດຖະບານລາວຈາກທະນາຄານພັດທະນາເອເຊຍໃນປີ 2019

ລັດຖະບານລາວເປັນໜີ້ເງິນກູ້ຕ່າງປະເທດຄິດເປັນສັດສ່ວນເກີນກວ່າ 70 ເປີເຊັນຂອງຍອດຜະລິດຕະພັນ ລວມພາຍໃນປີ 2021 ທັງຍັງຂາດດຸນບັນຊີການຊໍາລະເງິນຕາຕ່າງປະເທດ ເພີ້ມຂຶ້ນອີກດ້ວຍ. ຊົງລິດ ໂພນເງິນມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນທະນາຄານແຫ່ງຊາດລາວ ເປີດເຜີຍວ່າລັດຖະບານລາວປະເຊີນກັບການຂາດດຸນບັນຊີເງິນຕາຕ່າງປະເທດ 9,4 ເປີເຊັນຂອງລວມຍອດຜະລິດຕະພັນພາຍໃນ (GDP) ຂອງລາວໃນປີ 2020 ໂດຍ ເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວມີມູນຄ່າຕໍ່າກວ່າ 1 ຕື້ໂດລາ, ເທົ່າກັນກັບການ ນຳເຂົ້າສິນຄ້າຕ່າງປະເທດບໍ່ຮອດສອງເດືອນ ຈຶ່ງເຮັດໃຫ້ລັດຖະບານລາວຕ້ອງກູ້ຢືມເງິນຈາກຕ່າງປະເທດຫຼາຍຂຶ້ນເພື່ອນຳມາໃຊ້ດຸ່ນດ່ຽງລາຍຈ່າຍທີ່ສູງກວ່າລາຍຮັບ ຊຶ່ງເຮັດໃຫ້ລັດຖະບານລາວເປັນໜີ້ເຖິງ 13 ຕື້ 491 ລ້ານໂດລາ, ເຊິ່ງກວມເອົາ 68 ເປີເຊັນຂອງ GDP ປີ 2020, ແລະຈະເພີ່ມຂຶ້ນເປັນຫຼາຍກວ່າ 70 ເປີເຊັນ ຂອງ GDP ໃນປີ 2021 ນີ້ ເນື່ອງຈາກວ່າ ລັດຖະບານລາວຕ້ອງການຈະກູ້ຢືມຈາກຕ່າງປະເທດບໍ່ ໜ້ອຍກວ່າ 1 ລ້ານ 9 ແສນໂດລາ ໃນປີນີ້ 2021 ນີ້.

ສ່ວນທ່ານສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງຊາດ ຖະແຫຼງຢືນຢັນ ວ່າລັດຖະບານລາວມີຄວາມຕ້ອງການເງິນຕາຕ່າງປະເທດບໍ່ໜ້ອຍກວ່າ 4,000 ລ້ານໂດລາສະຫະລັດ ໃນແຕ່ລະປີ ຫາກແຕ່ກໍສາມາດປະຕິບັດໄດ້ແທ້ພຽງ 50 ເປີເຊັນເພາະສາມາດແລກເງິນຕາຕ່າງປະເທດ ຈາກຜູ້ສົ່ງອອກສິນຄ້າ ໄດ້ພຽງແຕ່ 2,000 ລ້ານໂດລາ ຈຶ່ງເຮັດໃຫ້ຂາດດຸນການຊໍາລະເງິນຕາຕ່າງປະເທດເຖິງ 2,000 ລ້ານໂດລາໃນປີ 2020ຜ່ານມາ ຊຶ່ງເປັນສາເຫດທີ່ເຮັດໃຫ້ສະຖາບັນ Moody’s Investors Service ໄດ້ປັບລົດລະດັບໜີ້ສິນຂອງລາວຈາກລະດັບທີ່ມີຄວາມຫວັງວ່າຈະພັດທະນາດີຂຶ້ນ ລົງມາເປັນລະດັບທີ່ຕິດລົບ ຫຼືຕົກຕໍ່າລົງກວ່າໃນປີ 2019 ນັ້ນເອງ.

ທາງດ້ານທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີວ່າການຕ່າງປະເທດຖະແຫຼງ ວ່າ ການເສີມຂະຫຍາຍການພົວພັນທາງການທູດ ກັບຕ່າງປະເທດ ໃຫ້ໄດ້ຢ່າງກວ້າງຂວາງຂຶ້ນ ຖືເປັນເປົ້າໝາຍສຳຄັນທີ່ສຸດ ໃນນະໂຍບາຍການຕ່າງປະເທດ ຂອງລັດຖະບານລາວໃນປີ 2021 ຫາ 2025 ດ້ວຍຫວັງວ່າ ການເສີມຂະ ຫຍາຍການພົວພັນທາງການທູດດັ່ງກ່າວ ກໍຈະເຮັດໃຫ້ສະຖານະ ແລະບົດບາດຂອງລາວໂດດເດັ່ນຂຶ້ນ ໃນເວທີສາກົນ ອັນຈະເຮັດໃຫ້ລາວມີໂອກາດໄດ້ຮັບ ການຊ່ວຍເຫຼືອລ້າຈາກຕ່າງປະເທດເພີ້ມຂຶ້ນດ້ວຍ ຊຶ່ງເປົ້າໝາຍກໍຄື ການຍາດ ແຍ່ງເອົາການຊ່ວຍເຫຼືອ ໃຫ້ໄດ້ເຖິງ 800 ລ້ານໂດລາສະຫະລັດຕໍ່ປີ ດັ່ງທີ່ທ່ານ ສະເຫຼີມໄຊ ຢືນຢັນວ່າ:
ເພີ້ມທະວີເຄື່ອນໄຫວການທູດເສດຖະກິດ ລະດົມຂົນຂວາຍການຊ່ວຍເຫຼືອເພື່ອ ການພັດທະນາ ຫຼື ODA ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນ ພັດທະນາເສດຖະກິດ 5 ປີ ຄັ້ງທີ 9 ຄາດຄະເນໃຫ້ໄດ້ປະມານ 700 ເຖິງ 800 ລ້ານໂດລາສະຫະລັດຕໍ່ປີ ສູ້ຊົນປັບປຸງກົງຈັກການຈັດຕັ້ງ ໃຫ້ກະທັດຣັດ ມີປະສິດທິພາບມີແບບແຜນ ມີວິທີເຮັດວຽກທີ່ທັນສະໄໝແລະປັບປຸງລະບົບນີຕິກໍາກອງກະຊວງຕ່າງປະເທດ ໃຫ້ຄົບຖ້ວນສົມບູນໂດຍພື້ນຖານ ພາຍໃນປີ 2025.

ທັງນີ້ ລັດຖະບານລາວ ໄດ້ວາງແຜນການຈະສ້າງລາຍຮັບໃຫ້ໄດ້ 27,629 ຕື້ກີບຫຼືຄິດເປັນ 15.13 ເປີເຊັນຂອງມູນຄ່າຜະລິດຕະພັນລວມພາຍໃນ (GDP) ໃນຕະຫຼອດປີ 2021 ແລະໃນຂະນະດຽວກັນ ກໍຈະຄວບຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 31,583 ຕື້ກີບຫຼືຄິດເປັນ 17.3 ເປີເຊັນຂອງ GDP ອັນຈະເຮັດໃຫ້ລັດຖະບານລາວ ສາມາດຈຳກັດການຂາດດຸນງົບປະມານໃຫ້ຢູ່ໃນມູນຄ່າບໍ່ເກີນ 3,954 ຕື້ກີບຫຼືຄິດເປັນ 2.17 ເປີເຊັນເທົ່ານັ້ນຂອງມູນຄ່າ GDP ທັງໝົດໃນຕະຫຼອດປີ 2021 ນີ້. ຫາກແຕ່ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ ໃນການຈັດຕັ້ງປະຕິບັດຕົວຈິງນັ້ນ ກໍບໍ່ແມ່ນເລື້ອງງ່າຍ ເພາະຜົນກະທົບຈາກການລະບາດຂອງພະຍາດໄວຣັສໂຄວິດ-19 ນັບຕັ້ງແຕ່ປີ 2020 ເປັນຕົ້ນມາ ໄດ້ສົ່ງຜົນເຮັດໃຫ້ລັດຖະບານລາວ ຈັດເກັບລາຍຮັບໄດ້ຕ່ຳກວ່າແຜນການທີ່ວາງໄວ້ຄິດເປັນມູນຄ່າເກີນກວ່າ 6,322 ຕື້ກີບໃນປີ 2020 ທີ່ຜ່ານມາຈຶ່ງເຮັດໃຫ້ລັດຖະບານລາວມີງົບປະມານຢ່າງຈຳກັດ ສຳລັບນໍາໃຊ້ເຂົ້າໃນບັນດາໂຄງການພັດທະນາຕ່າງໆທີ່ລົງທຶນໂດຍລັດຖະບານ ຈົນຕ້ອງໄດ້ທຳການປັບລົດການລົງທຶນພາກລັດລົງ 50 ເປີເຊັນ ໃນແຜນການພັດທະນາເສດຖະກິດແລະສັງຄົມປະຈຳປີ 2020 ອີກດ້ວຍ.

ທະນາຄານພັດທະນາເອເຊຍ (ADB) ຄາດວ່າ ເສດຖະກິດໃນລາວໃນປີ 2021 ຈະຂະຫຍາຍຕົວເພີ່ມຂຶ້ນ 4 ເປີເຊັນທຽບໃສ່ປີ 2020 ແລະເພີ້ມຂຶ້ນ 2.9 ເປີເຊັນໃນປີ 2022 ອັນຈະເຮັດໃຫ້ລາຍໄດ້ສະເລ່ຍຂອງປະຊາຊົນລາວເພີ້ມຂຶ້ນ 2.4 ເປີເຊັນ ໃນປີ 2021 ແລະ 2.9 ເປີເຊັນໃນປີ 2022 ແຕ່ວ່າການອ່ອນຄ່າລົງຂອງເງິນກີບຍ້ອນການຂາດດຸນການຄ້າຕ່າງປະເທດຈະເຮັດໃຫ້ລາວຕ້ອງປະເຊີນກັບສະພາວະ ເງິນເຟີ້ສູງກວ່າລະດັບ 5 ເປີເຊັນ.

XS
SM
MD
LG