ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ລາວ ຢືນຢັນວ່າ ສປປ ລາວ ໄດ້ຮັບ ຜົນປະໂຫຍດ ຈາກການເປັນ ສະມາຊິກ ຂອງອາຊຽນ


ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວຖະແຫລງ ໃນພິທີ ສະເຫຼີມສະຫຼອງ ວັນສ້າງຕັ້ງປະຊາຄົມ ອາຊຽນ
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວຖະແຫລງ ໃນພິທີ ສະເຫຼີມສະຫຼອງ ວັນສ້າງຕັ້ງປະຊາຄົມ ອາຊຽນ

ນາຍົກລັດຖະມົນຕີລາວ ຢືນຢັນວ່າ ສປປ ລາວ ໄດ້ຮັບຜົນປະໂຫຍດ ໃນຫລາຍໆດ້ານ
ຈາກການເປັນສະມາຊິກຂອງອາຊຽນ ທັງຍັງຈະສືບຕໍ່ ການຈັດຕັ້ງປະຕິບັດ ເພື່ອໃຫ້
ບັນລຸວິໄສທັດ 2025 ໃຫ້ໄດ້.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫລງຢືນຢັນວ່າ ການເຂົ້າຮ່ວມເປັນ
ສະມາຊິກໃນອາຊຽນໃນຕະຫລອດໄລຍະ 20 ປີທີ່ຜ່ານມາເຮັດໃຫ້ ສປປ ລາວ ໄດ້ຮັບ
ຜົນປະໂຫຍດໃນຫລາຍໆດ້ານ ໂດຍທີ່ເຫັນໄດ້ຢ່າງຈະແຈ້ງ ກໍຄືສະຖານະບົດບາດຂອງ
ສປປ ລາວ ໃນເວທີສາກົນທີ່ໂດດເດັ່ນຫລາຍຂຶ້ນ ນັບແຕ່ການເປັນປະທານອາຊຽນຄັ້ງ
ທຳອິດ ໃນປີ 2004 ຕິດຕາມດ້ວຍການເປັນເຈົ້າພາບຈັດການແຂ່ງຂັນກິລາຊີເກມ ຄັ້ງ
ທີ 25 ໃນປີ 2009 ການເປັນເຈົ້າພາບຈັດກອງປະຊຸມສຸດຍອດຜູ້ນຳຂອງເອເຊຍ ກັບ
ສະຫະ ພາບຢູໂຣບ ຄັ້ງທີ 9 ໃນປີ 2012 ແລະການເປັນປະທານ ຂອງອາຊຽນ ຄັ້ງທີ 2
ໃນປີ 2016 ອັນເປັນບາດກ້າວສຳຄັນ ທີ່ສປປ ລາວ ໄດ້ປະກອບສ່ວນເຂົ້າໃນວິໄສທັດ
ການພັດທະນາອາຊຽນເຖິງປີ 2025 (ASEAN Vision 2025).

ລາວ ໄດ້ເປັນເຈົາພາບ ຈັດກອງປະຊຸມ ສຸດຍອດ ອາຊຽນ ໃນປີ 2016
ລາວ ໄດ້ເປັນເຈົາພາບ ຈັດກອງປະຊຸມ ສຸດຍອດ ອາຊຽນ ໃນປີ 2016

ແຕ່ຢ່າງໃດກໍຕາມ ສປປ ລາວ ກໍຍັງຈະຕ້ອງມີການພັດທະນາປັບປຸງ ລະບົບ-ກົນໄກ
ການບໍລິຫານງານ ພາຍໃນປະເທດໃນຫລາຍດ້ານເຊັ່ນກັນ ເພື່ອໃຫ້ສາມາດຮອງຮັບ
ແລະປະສານເຂົ້າໃນການຮ່ວມມືກັບປະເທດສະມາຊິກ ຂອງອາຊຽນດ້ວຍກັນ ແລະ
ບັນດາປະເທດຄູ່ເຈລະຈາຂອງອາຊຽນ ໄດ້ຢ່າງມີປະສິດທິຜົນ ໃນທຸກໆດ້ານດັ່ງທີ່
ທ່ານທອງລຸນ ໄດ້ໃຫ້ການຢືນຢັນວ່າ:

“ໃນຕໍ່ໜ້າ ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເຊັ່ນ ສົ່ງເສີມຄວາມຮັບຮູ້
ຂອງປະຊາຊົນ ກ່ຽວກັບປະຊາຄົມອາຊຽນ ປັບປຸງກົນໄກປະສານພາຍໃນ ຂອງ
ພວກເຮົາ ລະຫວ່າງ ສູນກາງກັບທ້ອງຖິ່ນ ໃຫ້ວ່ອງໄວ ແລະທັນການ ສົ່ງເສີມ
ການຜະລິດເປັນສິນຄ້າ ແລະການບໍລິການ ທີ່ຈຕິດພັນກັບທ່າແຮງຂອງລາວ ໃຫ້
ສາມາດແຂ່ງຂັນໃນຕະຫລາດອາຊຽນ ແລະນອກອາຊຽນ ປັບປຸງນິຕິກຳ ແລະ
ລະບຽບການຕ່າງໆ ສຳລັບການສ້າງຕັ້ງ ແລະດຳເນີນທຸລະກິດ ເພື່ອໃຫ້ພາກ
ທຸລະກິດປັບປຸງຕົນເອງ ແລະເພີ່ມຄວາມສາມາດໃນການແຂ່ງຂັນ ໃຫ້ນັບມື້ນັບ
ສູງຂຶ້ນ ແລະກໍ່ສ້າງບຸຄະລາກອນ ທັງຢູ່ສູນກາງ ແລະທ້ອງຖິ່ນ.”

ໂດຍໃນປັດຈຸບັນ ສປປ ລາວ ມີການພົວພັນທາງການທູດກັບ 139 ປະເທດໃນທົ່ວໂລກ
ແລະໄດ້ມີການສ້າງຕັ້ງ ສຳນັກງານຕາງໜ້າທາງການທູດທັງໝົດ 39 ແຫ່ງ ແບ່ງເປັນ
ສະຖານທູດ 26 ແຫ່ງ ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ ກົງສຸນໃຫຍ່ 9 ແຫ່ງ ແລະ
ຫ້ອງການກົງສຸນ 1 ແຫ່ງ.

ສ່ວນໃນດ້ານເສດຖະກິດນັ້ນ ກໍມີການພົວພັນທາງການຄ້າ ກັບ 50 ກວ່າປະເທດ ເຊິ່ງ
ນອກຈາກຈະເຮັດໃຫ້ການຄ້າຕ່າງປະເທດຂອງລາວ ມີມູນຄ່າເພີ່ມຂຶ້ນທຸກປີແລ້ວ ກໍຍັງ
ເຮັດໃຫ້ຕ່າງປະເທດເຂົ້າມາລົງທຶນໃນລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງອີກດ້ວຍ ດັ່ງຈະເຫັນ
ໄດ້ ຈາກການຄ້າຕ່າງປະເທດທີ່ເພີ່ມຂຶ້ນເປັນຫລາຍກວ່າ 8,000 ລ້ານໂດລາ ແລະການ
ລົງທຶນຂອງຕ່າງປະເທດໃນລາວ ທີ່ມີມູນຄ່າລວມເກີນກວ່າ 28,000 ລ້ານໂດລາ ໃນປີ
2016 ໂດຍຈີນເປັນຜູ້ລົງທຶນອັນດັບ 1 ມີມູນຄ່າລວມເກີນກວ່າ 7,000 ລ້ານໂດລາ.

ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີວ່າການຕ່າງປະເທດ
ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີວ່າການຕ່າງປະເທດ

​ທາງດ້ານທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີວ່າການຕ່າງປະເທດ ໃຫ້ການຢືນຢັນ
ວ່າ ການຈັດຕັ້ງປະຕິບັດແຜນການ ແລະນະໂຍບາຍການຕ່າງປະເທດຂອງລັດຖະບານ
ລາວ ໃນຊ່ວງປີ 2017-2019 ຈະເນັ້ນໜັກໃນດ້ານການທູດ ປ້ອງກັນປະເທດ ແລະບຸກ
ທະລຸເພື່ອການປົກປັກຮັກສາ ແລະພັດທະນາປະເທດ ໂດຍຍົກສູງຄວາມສາມາດ ລັກຊະ ນະທີ່ນຳໜ້າ ແລະຄວາມເປັນເຈົ້າການ ຂອງພະນັກງານໃນດ້ານການຕ່າງປະເທດ ເພື່ອ
ດຶງເອົາການຊ່ວຍເຫຼືອ ຈາກຕ່າງປະເທດໃຫ້ໄດ້ຫລາຍຂຶ້ນນັບມື້.

ທັງນີ້ໂດຍອີງຕາມລາຍງານຂອງທະນາຄານໂລກ ລະບຸວ່າ ໃນຊ່ວງປີ 2000-2015
ຜ່ານມາ ລັດຖະບານລາວ ໄດ້ຮັບການຊ່ວຍເຫຼືອລ້າຈາກຕ່າງປະເທດ ຄິດເປັນມູນຄ່າ
ລວມເຖິງ 28,894.9 ລ້ານໂດລາ ທີ່ສ່ວນໃຫຍ່ເປັນການຊ່ວຍເຫຼືອ ທີ່ແນໃສ່ການພັດ
ທະນາເພື່ອຍົກລະດັບຄຸນນະພາບຊີວິດ ແລະການເປັນຢູ່ຂອງປະຊາຊົນລາວ ໃຫ້ໄດ້
ດີຂຶ້ນ ສ່ວນບັນດາປະເທດ ແລະອົງການສາກົນ ທີ່ໃຫ້ການຊ່ວຍເຫຼືອແກ່ລາວ ກໍໄດ້ເນັ້ນ
ໜັກ ໃຫ້ຄວາມສຳຄັນເປັນພິເສດ ໃນ 4 ດ້ານ ຄືການຄຸ້ມຄອງເສດຖະກິດມະຫາພາກ
ທີ່ເຕີບໂຕຢ່າງສົມສ່ວນ ແລະຍືນຍົງ ການພັດທະນາຊັບພະຍາກອນມະນຸດ ການໃຊ້
ຊັບພະຍາກອນທຳມະຊາດຢ່າງຍືນຍົງ ແລະອະນຸລັກສິ່ງແວດລ້ອມທຳມະຊາດ ຢ່າງມີ
ປະສິດທິຜົນ ເພື່ອເຮັດໃຫ້ລາວຫລຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ຢ່າງແທ້ຈິງ
ໃນປີ 2020.

XS
SM
MD
LG