ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລາວ ສັ່ງໃຫ້ເປີດ ການປະມູນ ຂາຍລົດ ປະຈຳຕຳແໜ່ງ ຂອງການນຳຂັ້ນສູງ


ລົດປະຈຳຕຳແໜ່ງ ການນຳຂັ້ນສູງຂອງລາວ
ລົດປະຈຳຕຳແໜ່ງ ການນຳຂັ້ນສູງຂອງລາວ

ນາຍົກລັດຖະມົນຕີລາວ ສັ່ງໃຫ້ເປີດການປະມູນຂາຍລົດ ປະຈຳຕຳແໜ່ງຂອງການນຳ
ຂັ້ນສູງ ແລະໃຫ້ນຳເອົາເງິນທີ່ໄດ້ຈາກການປະມູນ ໄປຊື້ລົດປະຈຳຕຳແໜ່ງຄັນໃໝ່
ທີ່ມີລາຄາຖືກກວ່າຄັນເກົ່າ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫລງຢືນຢັນວ່າ ການນຳຂັ້ນສູງຂອງພັກ
ແລະລັດຖະບານ ໄດ້ເລີ້ມສົ່ງຄືນລົດຍົນປະຈຳຕຳແໜ່ງ ທີີ່ມີລາຄາແພງໃຫ້ກັບ ຄະນະ
ສະເພາະກິດ ທີ່ຮັບຜິດຊອບການຈັດຕັ້ງປະຕິບັດ ເພື່ອຕອບສະໜອງນະໂຍບາຍ ປະຢັດ
ລາຍຈ່າຍໃນພາກລັດແລ້ວ ຈຳນວນ 15 ຄັນ ປະກອບດ້ວຍລົດ BMW ລຸ້ນ 730Li
ຈຳນວນ 7 ຄັນ ແລະລົດ Mercedes Benz ລຸ້ນ S350 ຈຳນວນ 8 ຄັນ ໂດຍຈະເປີດ
ການປະມູນຂາຍຢ່າງເປີດກວ້າງ ທີ່ມີຄວາມໂປ່ງໃສ ແລະຖືກຕ້ອງຕາມລະບຽບກົດໝາຍ
ຢ່າງເຂັ້ມງວດຕໍ່ໄປ ດັ່ງທີ່ ທ່ານທອງລຸນ ໄດ້ໃຫ້ການຢືນຢັນວ່າ:

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫລງຢືນຢັນວ່າ ການນຳຂັ້ນສູງຂອງພັກ ແລະລັດຖະບານ ໄດ້ເລີ້ມສົ່ງຄືນລົດຍົນປະຈຳຕຳແໜ່ງ ທີີ່ມີລາຄາແພງໃຫ້ກັບ ຄະນະ ສະເພາະກິດ.
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫລງຢືນຢັນວ່າ ການນຳຂັ້ນສູງຂອງພັກ ແລະລັດຖະບານ ໄດ້ເລີ້ມສົ່ງຄືນລົດຍົນປະຈຳຕຳແໜ່ງ ທີີ່ມີລາຄາແພງໃຫ້ກັບ ຄະນະ ສະເພາະກິດ.

“ໄປປະມູນຂາຍໃຫ້ພວກພໍ່ຄ້າ ຫຼືວ່າ ໃຫ້ພວກນັກທຸລະກິດເຂົາມີເງິນຫຼາຍໆ ມາ
ປະມູນຊື້ເອົາ ຕີລາຄາຂຶ້ນໄດ້ຫຼາຍເທົ່າໃດ ຍິ່ງດີເທົ່ານັ້ນ ເອົາເຂົ້າງົບປະມານ
ສະຫາຍເລຂາທິການໃຫຍ່ ລ່ະແມ່ນຊີ້ນຳ ກ່ອນອື່ນໝົດເອົາເຮົານິ ລົດສະຫາຍ
ທອງລຸນ ລົດສະຫາຍ ປານີ ໄປກ່ອນຊະ ສະຫາຍອື່ນໆນີ້ ເອົາໄປໂລດ ເອົາໄປ
ແລ້ວເອົາຄັນໃໝ່ ມາປ່ຽນໃຫ້ແລ້ວເອົາໄປປະມູນຂາຍ ເຮັດໃຫ້ປະຊາຊົນເຫັນວ່າ
ພວກເຮົານຳພາເຮັດ.”

ພ້ອມກັນນັ້ນ ນາຍົກລັດຖະມົນຕີລາວ ກໍຍັງໄດ້ອອກຄຳສັ່ງເລກທີ 142 ວ່າດ້ວຍການ
ແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງ ໃນທົ່ວປະເທດ ເມື່ອວັນທີ 25 ມັງກອນ 2017 ຜ່ານມາ
ໂດຍມອບໝາຍໃຫ້ກະຊວງການເງິນ ແລະໜ່ວຍງານກ່ຽວຂ້ອງ ດຳເນີນການກວດສອບ
ແລະແກ້ໄຂລົດຍົນນຳເຂົ້າ ຢ່າງບໍ່ຖືກຕ້ອງ ຈຳນວນ 5,639 ຄັນ ໃຫ້ແລ້ວເສັດໄວທີ່ສຸດ
ທັງຍັງຈະຕ້ອງກຳນົດໃຫ້ບໍລິສັດເອກກະຊົນ ທີ່ນຳເຂົ້າລົດຍົນ ເພື່ອສົ່ງຕໍ່ໄປປະເທດທີ 3
ຈຳນວນ 1,947 ຄັນ ຈະຕ້ອງດຳເນີນການໃຫ້ແລ້ວເສັດພາຍໃນ 4 ເດືອນອີກດ້ວຍ.

ໂດຍອີງຕາມລາຍງານຂອງກົມພາສີ ກະຊວງການເງິນ ລະບຸວ່າ ໃນສົກປີ 2015-2016
ທີ່ຜ່ານມາ ຂະແໜງການພາສີ ໄດ້ວາງແຜນ ການຈັດເກັບລາຍຮັບ ຈາກການນຳເຂົ້າ
ຍານພາຫະນະ ໃຫ້ໄດ້ 2,426 ຕື້ກີບ ຫາກແຕ່ກໍສາມາດຈັດເກັບຕົວຈິງໄດ້ພຽງ 1,828
ຕື້ກີບ ຄິດເປັນ 75.34 ເປີເຊັນ ຂອງແຜນການເທົ່ານັ້ນ ຊຶ່ງກໍມີສາເຫດມາຈາກ ການນຳ
ເຂົ້າລົດຍົນບໍ່ຖືກຕ້ອງຕາມກົດໝາຍດັ່ງກ່າວ ໃນນີ້ກໍລວມເຖິງ ລົດຍົນ ທີ່ນຳເຂົ້າໂດຍ
ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ດ້ວຍ 1,254 ຄັນ.

ທາງດ້ານທ່ານນາງວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ຖະແຫລງ
ວ່າ ໃນຮອບປີຜ່ານມາ ອົງການກວດສອບແຫ່ງລັດ ໄດ້ກວດພົບວ່າ ລັດຖະບານລາວ
ສູນເສຍລາຍຮັບໄປ ຄິດເປັນມູນຄ່າ ຫຼາຍກວ່າ 2,000 ຕື້ກີບ ຫຼືເກີນກວ່າ 250 ລ້ານໂດລາ
ໂດຍມີສາເຫດມາຈາກການທີ່ກົມພາສີ ໄດ້ມີການຍົກເວັນພາສີນຳເຂົ້ານ້ຳມັນ ແລະ ຍານ
ພາຫະນະ ໃຫ້ແກ່ບັນດາບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ.

ພ້ອມກັນນັ້ນ ອົງການກວດສອບແຫ່ງລັດ ກໍຍັງໄດ້ກວດພົບວ່າ 116 ໜ່ວຍງານຂອງລັດ
ບໍ່ໄດ້ຈັດສົ່ງລາຍຮັບເຂົ້າງົບປະມານ ປະຈຳປີ 2013-2014 ຂອງລັດຖະບານ ຄິດເປັນ
ມູນຄ່າ ລວມເຖິງ 749.22 ຕື້ກີບ ໂດຍສ່ວນໃຫຍ່ ເປັນລາຍຮັບຈາກສ່ວຍສາອາກອນ
ລາຍຮັບຈາກຊັບສິນຂອງລັດ ລາຍຮັບຈາກການຂາຍໄມ້ ລາຍຮັບຈາກການຫັນຊັບສິນ
ເປັນທຶນ ແລະອື່ນໆ.

ໂດຍພາຍໃຕ້ສະພາບບັນຫາດັ່ງກ່າວ ກໍເຮັດໃຫ້ ທ່ານນາງວຽງທອງ ໄດ້ໃຫ້ການຍອມຮັບ
ວ່າ ການຈັດຕັ້ງປະຕິບັດຂອງອົງການກວດສອບແຫ່ງລັດ ໃນແຜນການປີ 2014-2015
ທີ່ວາງຄາດໝາຍໄວ້ວ່າ ຕ້ອງດຳເນີນການກວດສອບໜ່ວຍງານ ຂອງລັດຖະບານໃຫ້ໄດ້
ບໍ່ນ້ອຍກວ່າ 95 ຫົວໜ່ວຍ ຫາກແຕ່ວ່າ ຈາກການຈັດຕັ້ງປະຕິບັດ ໃນພາກຕົວຈິງນັ້ນ
ສາມາດກວດສອບໄດ້ພຽງ 60 ຫົວໜ່ວຍເທົ່ານັ້ນ ທັງຍັງຕ້ອງລົດເປົ້າໝາຍການກວດ
ໃນສົກປີ 2015-2016 ລົງເຫຼືອພຽງແຕ່ 89 ຫົວໜ່ວຍເທົ່ານັ້ນ ອີກດ້ວຍ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງ ໃນກະຊວງແຜນການ ແລະການລົງທຶນ ເປີດເຜີຍວ່າ ໜ່ວຍ
ສະເພາະກິດຂອງກະຊວງແຜນການ ໄດ້ກວດພົບການສູນເສຍລາຍຮັບຂອງລັດຖະບານ
ຫຼາຍກວ່າ 6,000 ຕື້ກີບ ອັນເກີດຈາກການຈັດຕັ້ງປະຕິບັດໂຄງການ ທີ່ບໍ່ຜ່ານການເຫັນ
ຊອບຂອງກະຊວງການເງິນ ກັບກະຊວງແຜນການ ແລະການລົງທຶນ ຈຳນວນ 56
ໂຄງການ ທັງໄດ້ກວດພົບການທຸຈະລິດຫຼາຍກວ່າ 324 ຕື້ກີບ ໃນ 25 ໂຄງການພັດທະນາ
ທີ່ບໍ່ມີຕົວຕົນ ໃນເຂດແຂວງອຸດົມໄຊ ແລະກວດພົບການໃຊ້ຈ່າຍງົບປະມານ ເກີນຈິງ
ຫຼາຍກວ່າ 87 ຕື້ກີບໃນ 77 ໂຄງການ ສ່ວນ 254 ໂຄງການ ຍັງດຳເນີນງານບໍ່ສຳເລັດ
ຕາມແຜນການ ທັງໆທີ່ວ່າໄດ້ໃຊ້ຈ່າຍງົບປະມານຫຼາຍກວ່າ 4,300 ຕື້ກີບ ໄປທັງໝົດ
ແລ້ວນັ້ນ.

XS
SM
MD
LG