ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລາວ ອະນຸຍາດໃຫ້ 38 ໂຮງງານ ສົ່ງອອກ ໄມ້ປອກ ແລະໄມ້ຝານ ໄດ້ ໃນປະລິມາດລວມ 12,456 ແມັດກ້ອນ


ຜະລິດຕະພັນ ໄມ້ແປຮູບ ເຊັ່ນເຄື່ອງເຮືອນຕ່າງໆ ຈາກໂຮງງານຜະລິດຕະພັນໄມ້ ຢູ່ໃນລາວ
ຜະລິດຕະພັນ ໄມ້ແປຮູບ ເຊັ່ນເຄື່ອງເຮືອນຕ່າງໆ ຈາກໂຮງງານຜະລິດຕະພັນໄມ້ ຢູ່ໃນລາວ

ນາຍົກລັດຖະມົນຕີລາວ ອະນຸຍາດໃຫ້ 38 ໂຮງງານສົ່ງອອກໄມ້ປອກ ແລະໄມ້ຝານ ໄດ້ໃນປະລິມາດລວມ 12,456 ແມັດກ້ອນ ເນື່ອງຈາກເປັນໄມ້ຕົກຄ້າງທີ່ໄດ້ຮັບອະນຸ ຍາດຢ່າງຖືກຕ້ອງກ່ອນໜ້ານີ້ແລ້ວ.

ທ່ານຈະເລີນ ເຢຍປາວເຮີ ລັດຖະມົນຕີ ແລະໂຄສົກລັດຖະບານລາວ ຖະແຫລງຢືນຢັນ ວ່ານາຍົກລັດຖະມົນຕີ ໄດ້ໃຫ້ການອະນຸຍາດ ເປັນກໍລະນີພິເສດ ແກ່ຜູ້ປະກອບກິດຈະການ ໂຮງງານຜະລິດຕະພັນໄມ້ ຈຳນວນ 38 ລາຍ ເພື່ອໃຫ້ສາມາດດຳເນີນການສົ່ງອອກ ໄມ້ຝານ ແລະ ໄມ້ປອກ ໄດ້ໃນປະລິມາດລວມ 12,456 ແມັດກ້ອນ ຊຶ່ງເປັນຜະລິດຕະພັນ ໄມ້ທີ່ຕົກຄ້າງ ແລະໄດ້ຮັບອະນຸຍາດຢ່າງຖືກຕ້ອງ ຈາກທາງການລາວ ກ່ອນທີ່ຈະມີຄຳສັ່ງ ຂອງນາຍົກລັດຖະມົນຕີ ທີ່ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້ ເຄື່ອນຍ້າຍໄມ້ ແລະທຸລະກິດໄມ້ ທີ່ມີຜົນບັງຄັບໃຊ້ນັບແຕ່ ວັນທີ 13 ພຶດສະພາ 2016 ເປັນຕົ້ນມາແລ້ວ.

ພະນັກງານຈຳນວນນຶ່ງ ກຳລັງ ພາກັນ ຈັດແຈງໄມ້ປູພື້ນ ຢູ່ໃນໂຮງງານແຫ່ງນຶ່ງ ໃນລາວ
ພະນັກງານຈຳນວນນຶ່ງ ກຳລັງ ພາກັນ ຈັດແຈງໄມ້ປູພື້ນ ຢູ່ໃນໂຮງງານແຫ່ງນຶ່ງ ໃນລາວ

ທ່ານຈະເລີນ ຢືນຢັນວ່າ ການອະນຸຍາດດັ່ງກ່າວ ໄດ້ຜ່ານການກວດສອບຢ່າງຄັກແນ່ແລ້ວ ຊຶ່ງພົບວ່າ ໄມ້ປອກ ແລະໄມ້ຝານທັງໝົດນີ້ ເປັນໄມ້ທີ່ຖືກແປຮູບກ່ອນຄຳສັ່ງ ຂອງນາຍົກ ລັດຖະມົນຕີລາວ ຈຶ່ງເປັນສິດອັນຊອບທຳຂອງຜູ້ປະກອບກິດຈະການໂຮງງານທັງ 38 ລາຍ ທີ່ຈະສົ່ງອອກຜະລິດຕະພັນໄມ້ຂອງພວກຕົນດັ່ງກ່າວ.

ແຕ່ຢ່າງໃດກໍຕາມ ນອກຈາກກໍລະນີ ຂອງຜູ້ປະກອບການໂຮງງານແປຮູບໄມ້ທັງ 38 ລາຍ ດັ່ງກ່າວນີ້ແລ້ວ ລັດຖະບານລາວ ຈະບໍ່ອະນຸຍາດໃຫ້ມີການຂຸດຄົ້ນໄມ້ເກົ່າ ທັງຍັງຈະບໍ່ມີ ການອະນຸມັດໂຄວຕາໄມ້ຕື່ມອີກ ຢ່າງເດັດຂາດອີກດ້ວຍ ດັ່ງທີ່ທ່ານຈະເລີນ ໄດ້ຖະແຫລງ ຢືນຢັນວ່າ:

“ຕໍ່ໄປນີ້ ຈະບໍ່ອອກໂຄວຕາໄມ້ອີກ ຕ້ອງສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງນາຍົກ ລັດຖະມົນຕີ ສະບັບທີ 15 ນີ້ ຢ່າງເຂັ້ມງວດ ແລະສັກສິດຕາມກົດໝາຍກຳນົດ ປະຕິບັດກົດໝາຍວ່າດ້ວຍປ່າໄມ້ຢ່າງເຂັ້ມງວດ ຖ້າມີຜູ້ໃດລະເມີດ ກໍຕ້ອງໄດ້ ດຳເນີນການສຶກສາອົບຮົມ ຫຼືດຳເນີນຄະດີຕາມກົດໝາຍກຳນົດ ຍ້ອນແນວນັ້ນ ບັນຫານີ້ ກໍອາດຈະກະທົບກະເທືອນເຖິງນັກທຸລະກິດ ຜູ້ປະກອບການ ເປັນຕົ້ນ ແມ່ນພາກສ່ວນທຸລະກິດຂຸດຄົ້ນໄມ້ ແຕ່ກໍຫວັງວ່າ ບັນດານັກທຸລະກິດເຫຼົ່ານັ້ນ ຈະເສຍສະລະຜົນປະໂຫຍດສ່ວນຕົວ ໃນລະຍະຊົ່ວຄາວອັນນີ້ ເພື່ອຮັກສາປ່າ ໄມ້ຂອງພວກເຮົາ.”

ທັງນີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງວ່າດ້ວຍການເພີ່ມທະວີ ຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະກວດກາການຂຸດຄົ້ນໄມ້ ເຄື່ອນຍ້າຍໄມ້ ແລະ ທະລະກິດໄມ້ ໂດຍມີຜົນບັງຄັບໃຊ້ ນັບແຕ່ວັນທີ 13 ພຶດສະພາ 2016 ເປັນຕົ້ນມາ ຫາກ ແຕ່ກໍຍອມຮັບວ່າ ຈະບໍ່ສາມາດບັນລຸເປົ້າໝາຍທີ່ວາງເອົາໄວ້ໄດ້ເລີຍ ຖ້າຫາກບໍ່ໄດ້ຮັບ ການຮ່ວມມືຈາກພະນັກງານຂອງລັດຖະບານ ໃນທຸກພາກສ່ວນຢ່າງແທ້ຈິງ.

ຍິ່ງໄປກວ່ານັ້ນ ສະພາບການຍັງຈະດຳເນີນໄປ ໃນທິດກົງກັນຂ້າມ ກໍຄືສະພາບປ່າໄມ້ຂອງ ລາວ ຍັງຈະສືບຕໍ່ລົດອັດຕາຄວາມໜາແໜ້ນລົງຕື່ມອີກ ໂດຍມີສາເຫດມາຈາກການ ທີ່ບັນ ດາພະນັກງານລັດ ໄດ້ເຂົ້າໄປມີຜົນປະໂຫຍດຮ່ວມດ້ວຍ ຈຶ່ງບໍ່ໄດ້ກວດກາຢ່າງເຂັ້ມງວດ.

ຄຳສັ່ງດັ່ງກ່າວຂອງນາຍົກລັດຖະມົນຕີລາວ ປະກອບດ້ວຍຄຳສັ່ງ 17 ຂໍ້ ທີ່ແນໃສ່ການ ຢຸດຢັ້ງ ການສົ່ງອອກໄມ້ທ່ອນ ແລະປາບປາມການຄ້າໄມ້ຜິດກົດໝາຍ ໃຫ້ໄດ້ຢ່າງແທ້ຈິງ ໂດຍມີສາລະສຳຄັນ ກໍຄືກຳນົດ ໃຫ້ທຸກພາກສ່ວນທັງສູນກາງ ແລະທ້ອງຖິ່ນໃນທົ່ວປະເທດ ຈະຕ້ອງເພີ່ມທະວີຄວາມເອົາໃຈໃສ່ ແລະຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດໜ້າທີ່ ໃຫ້ຖືກຕ້ອງ ຕາມກົດໝາຍ ແລະລະບຽບການ ທີ່ກ່ຽວຂ້ອງກັບການຄຸ້ມຄອງປ່າໄມ້ ການຂຸດ ຄົ້ນໄມ້ ການເຄື່ອນຍ້າຍໄມ້ ທຸລະກິດການຄ້າໄມ້ ແລະການສົ່ງໄມ້ໄປຕ່າງປະເທດ.

ພ້ອມທັງຍັງໄດ້ລະບຸຢ່າງຊັດເຈນວ່າ ໃຫ້ຍຸຕິການສົ່ງອອກໄມ້ທ່ອນ ໄມ້ຕີຕັບ ໄມ້ແປຮູບ ໄມ້ຊອຍ ຮາກໄມ້ ເຫງົ້າໄມ້ ຕໍໄມ້ ປູດໄມ້ ງ່າໄມ້ ໄມ້ຢືນຕົ້ນ ຫຼື ໄມ້ປະດັບ ທີ່ຂຸດຄົ້ນອອກ ຈາກປ່າທຳມະຊາດ ໄປຕ່າງປະເທດໃນທຸກກໍລະນີ ຢ່າງເດັດຂາດ ຮວມທັງໄມ້ທີ່ລັດຖະ ບານ ໄດ້ອະນຸມັດແລ້ວ ແຕ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ໂດຍຈະອະນຸຍາດໃຫ້ສົ່ງອອກໄດ້ ສະເພາະຜະລິດຕະພັນໄມ້ສຳເລັດຮູບເທົ່ານັ້ນ.

XS
SM
MD
LG