ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທານ​ປະ​ເທດ ສປປ ລາວ ​ເນັ້ນຢຳ້ເຖິງ​ ຜົນສຳ​ເລັດ ​ໃນ​ການ​ພົວພັນ ກັບ​ຕ່າງປະ​ເທດ


ພະນະທ່ານ ຈູມມະລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ໃຫ້ຄຳປາໄສທີ່ກອງປະຊຸມສະມັດຊາໃຫຍ່ ສປຊ.
ພະນະທ່ານ ຈູມມະລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ໃຫ້ຄຳປາໄສທີ່ກອງປະຊຸມສະມັດຊາໃຫຍ່ ສປຊ.

ປະ​ທານ​ປະ​ເທດ ​ເນັ້ນຢ້ຳ​ເຖິງ​ຄວາມ​ສຳ​ເລັດ ​ໃນ​ການ​ພົວພັນ
​ກັບ​ຕ່າງປະ​ເທດ​ທີ່​ເຮັດ​ໃຫ້​ລາວ ​ໄດ້​ຮັບ​ການຊ່ວຍ​ເຫຼືອ ​ແລະ
ການ​ຍອມຮັບ​ຈາກ​ນານາ​ຊາດ​ຢ່າງ​ກວ້າງ​ຂວາງຫຼາຍຂຶ້ນນັບ​ມື້.

ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ລາວ ​ໄດ້​ຖະ​ແຫລ​ງຢືນຢັນ ​ໃນໂອກາດ​ການ​ສະຖາປະນາ​ຄວາມ​ສຳພັນ​ທາງ​ການ​ທູດ ລະຫວ່າງ​ລາວ​ກັບຕ່າງປະ​ເທດ​ຄົບຮອບ 70 ປີ ​
ໃນ​ວັນ​ທີ 12 ຕຸລາ 2015 ນີ້ ວ່າການ​ດຳ​ເນີນ ​ແນວ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ພາຍ​ໃຕ້
ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດລາວ ​ໃນ​ລະຍະ​ນັບ​ແຕ່​ປີ 1975 ​ເປັນຕົ້ນມາ​ຈົນ​
ເຖິງ​ປັດຈຸບັນ​ນີ້ ​ໄດ້​ຮັບ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ ​ໃນ​ທຸກໆ​ດ້ານ.

​ໂດຍ​ຈະ​ເຫັນ​ໄດ້​ຈາ​ການ​ທີ່ ສປປ ລາວ ມີ​ສາຍ​ພົວພັນ​ທາງ​ການ​ທູດ​ກັບ 138 ປະ​ເທດ​ໃນ​ປັດຈຸບັນ ​ແລະ​ມີ​ສາຍ​ພົວພັນ ກັບ​ພັກ​ການ​ເມືອງ 124 ພັກ​ໃນ​ທົ່ວ​ໂລກ ​ໃນ​ຂະນະ​ທີ່​ລາວ​ມີ​ສຳນັກງານ​ຜູ້ຕາງໜ້າທາງ​ການ​ທູດ​ຢູ່​ຕ່າງປະ​ເທດ 38 ​ແຫ່ງ ຊຶ່ງ​ໃນ​ນີ້ ​ເປັນ​ສະຖານ​ເອກ​ອັກຄະ​ລັດຖະທູດ 26 ​ແຫ່ງ ສຳນັກງານ​ຜູ້ຕາງໜ້າ​ຖາ​ວອນ 3 ​ແຫ່ງ ສະຖານ​ກົງສຸນ​ໃຫຍ່ 8 ​ແຫ່ງ ​ແລະ ຫ້ອງການ​ກົງສຸນ 1 ​ແຫ່ງ.

ງານວາງສະແດງຜົນງານ ການພົວພັນກັບຕ່າງປະເທດ ທີ່ມີຮອງນາຍົກລັດຖະມົນຕີ ພະນະທ່ານທອງລຸນ ສີສຸລິດ ເປັນກຽດເຂົ້າຊົມ.
ງານວາງສະແດງຜົນງານ ການພົວພັນກັບຕ່າງປະເທດ ທີ່ມີຮອງນາຍົກລັດຖະມົນຕີ ພະນະທ່ານທອງລຸນ ສີສຸລິດ ເປັນກຽດເຂົ້າຊົມ.

ທ່ານ​ຈູມ​ມະ​ລີ ​ເນັ້ນຢ້ຳດ້ວຍ​ວ່າ ການ​ພົວພັນ​ກັບ​ຕ່າງປະ​ເທດ​
ຢ່າງ​ກວ້າງຂວາງຫຼາຍຂຶ້ນນັບ​ມື້ ຍັງ​ເຮັດ​ໃຫ້​ບົດບາດ​ຂອງ​ລາວ
​ໃນ​ເວທີ​ສາກົນ​ເປັນ​ທີ່​ຍອມຮັບ​ຂອງ​ນານາ​ຊາດ​ເພີ້​ມຂຶ້ນດ້ວຍ
​ໂດຍ​ສະ​ເພາະ​ການ​ທີ່​ລາວ​ໄດ້​ເປັນ​ສະມາຊິກ ຂອງ​ກຸ່ມ​ອາ​ຊຽນ
​ແຕ່​ປີ 1997 ​ເປັນຕົ້ນມາ ​ແລະ​ການ​ເປັນ​ສະມາຊິກ​ອົງການ
​ການ​ຄ້າ​ໂລກ ​ໃນ​ປີ 2013 ສ່ວນ​ໃນ​ທ້າຍ​ປີ 2015 ກໍ​ຈະ​ເລີ້ມ
​ປະຕິບັດ ​ເພື່ອ​ເຂົ້າສູ່​ການ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ
ທີ່​ເປັນ​ຕະຫຼາດການ​ຄ້າ ​ແລະ ການ​ລົງທຶນ​ດຽວ​ກັນ ​ແ​ລະ​ໃນ​ປີ
2016 ສປປ ລາວ ກໍ​ຈະ​ເປັນ​ປະທານ​ຂອງ​ກຸ່ມ​ອາ​ຊຽນ ອັນ​ຈະ​
ເຮັດ​ໃຫ້​ບົດບາດ​ຂອງ​ລາວ ​ໂດດ​ເດັ່ນ​ຂຶ້ນ​ໃນ​ເວທີ​ສາກົນ.

ແຕ່​ຢ່າງ​ໃດ​ກໍ​ຕາມ ລັດຖະບານ​ລາວ​ກໍ​ຈະ​ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພ ​ໃຫ້​ໄດ້​ທັງ 100
​ເປີ​ເຊັນ ​ແ​ລະ​ຈະ​ຕ້ອງ​ກະກຽມ​ສະຖານ​ທີ່​ຈັດ​ກອງ​ປະຊຸມ ບ້ານ​ພັກ​ຮັບຮອງ​ຜູ້ນຳ ​ແລະ​
ຄະນະ​ຜູ້​ແທນ​ຂອງ​ທຸກ​ປະ​ເທດ ຕະຫຼອດ​ເຖິງຄວາ​ມພ້ອມ​ດ້ານ​ບຸກຄະລາ​ກອນ ​ແລະ​ສິ່ງ​
ອຳ​ນວຍ​ຄວາມ​ສະດວກ​ຕ່າງໆ ດ້ວຍ ດັ່ງ​ທີ່​ທ່ານ​ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ
​ແລະ ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ອາ​ຊຽນ​ໄດ້​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ເປີດ​ກວ້າງ ສູ່​ພາຍ​ນອກ​ຂອງ​ຕົນ​ຢ່າງ​ສະ​ເໝີ​
ຕົ້ນສະ​ເໝີ​ປາຍ ດ້ວຍ​ການ​ເພີ້​ມທະວີ​ການ​ຮ່ວມ​ມື​ກັບ​ຄູ່​ຮ່ວມ​ມື່ພາຍ​ນອກ​ ​ເປັນຕົ້ນ​
ແມ່ນ​ຄູ່​ເຈລະຈາ ຕະຫລອດ​ລະຍະ 17 ປີ ທີ່ ສປປ ລາວ ​ໄດ້​ເຂົ້າ​ເປັນ​ສະມາຊິກ​
ອາ​ຊຽນ ພວກ​ເຮົາ​ໄດ້​ເຂົ້າຮ່ວມ​ຢ່າງ​ຕັ້ງໜ້າ ​ໃນ​ຂະ​ບວນການ​ສ້າງ​ປະຊາ​ຄົມ​ອາຊຽນ
​ໃນ​ປີ 2016 ນີ້ ສປປ ລາວ ກໍ​ຈະ​ໄດ້​ຖືກ​ມອບ​ໝາຍ ​ໃຫ້​ເປັນ​ປະທານ​ອາ​ຊຽນອີກ​
ຄັ້ງໜຶ່ງ ​ດັ່ງນັ້ນ ພວກເຮົາ​ຈະ​ຕ້ອງ​ໄດ້​ພ້ອມ​ກັນ ​ສ້າງ​ຄວາມ​ຕຽມພ້ອມ ​ໃນ​ທຸກ​ດ້ານ
​ເພື່ອ​ຮັບປະກັນ​ຜົນສຳເລັດ​ຂອງ​ການ​ເປັນ​ເຈົ້າພາບ ​ແລະ ການ​ເປັນ​ປະທານ​ໃນ​ຄັ້ງນີ້.”

ທາງ​ດ້ານ​ທ່ານ​ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ ກະຊວງ​ແຜນການ ​ແລະ​ການ​ລົງທຶນ
ບອກ​ວ່າ​ ​ແຜນການ​ພັດທະນາ​ເສດຖະກິດ-ສອງ​ຄົມ​ໃນ​ຊ່ວງ​ປີ 2016-2020 ທີ່​ຈະ​ເລີ້ມ​
ການຈັດຕັ້ງປະຕິບັດ ນັບ​ຈາກ​ເດືອນ​ຕຸລາ 2015 ​ເຖິງ​ເດືອນ​ກັນຍາ 2020 ລັດຖະບານ​ລາວ
ຈະ​ສູ້​ຊົນ​ເພື່ອ​ຍາດ​ແຍ່ງ​ເອົາ​ຄວາມ​ຊ່ວຍ​ເຫຼືອຈາກ​ຕ່າງປະ​ເທດ​ໃຫ້​ໄດ້​ເຖິງ 3,500 ລ້ານ​ໂດ​ລາ ຫຼື
700 ລ້ານ​ໂດ​ລາ​ຕໍ່​ປີ ຊຶ່ງ​ຄິດ​ເປັນ 12.5 ​ເປີ​ເຊັນ ຂອງ​ການ​ລົງທຶນ​ພາກ​ລັດຖະບານ​ທັງ​ໝົດ.

​ໂດຍ​ສຳ​ຫລັບ​ໃນ​ລະຍະ​ແຜນການ​ປີ 2011-2015 ທີ່​ຜ່ານ​ມາ​ລັດຖະບານ​ລາວ ກໍ​ໄດ້​ຮັບ​
ຄວາມ​ຊ່ວຍ​ເຫຼືອຈາກ​ຕ່າງປະ​ເທດ​ຄິດ​ເປັນ​ມູນ​ຄ່າ​ລວມ 3,368 ລ້ານ​ໂດ​ລາ ຫຼື ປະມານ
673 ລ້ານ​ໂດ​ລາ​ຕໍ່​ປີ ຊຶ່ງ​ໃນ​ນີ້​ແບ່ງ​ເປັນ​ການ​ຊ່ວຍ​ເຫຼືອລ້າ ​ໃນ​ມູນ​ຄ່າ 2,270 ລ້ານ​ໂດ​ລາ ​
ແລະ ​ເງິນ​ທຶນ​ກູ້​ຢືມ​ໃນ​ມູນ​ຄ່າ 1,098 ລ້ານ​ໂດ​ລາ ສ່ວນ​ການ​ຄາດໝາຍ ​ໃນ​ແຜນການ​ປີ
2016-2020 ກໍ​ຄິດ​ເປັນ​ລະດັບ​ທີ່​ເພີ້​ມຂຶ້ນ ຈາກ​ແຜນການ​ປີ 2011-2015 ພຽງ 4 ​ເປີ​ເຊັນ
​ເທົ່າ​ນັ້ນ ຈຶ່ງ​ເຮັດ​ໃຫ້​ລັດຖະບານ​ລາວ​ໝັ້ນ​ໃຈ​ວ່າ ຈະ​ໄດ້​ຮັບ​ການ​ຕອບ​ສະໜອງ​ ຈາກ​ນາ
ນາ​ຊາດ ຕາມ​ຄາດໝາຍ​ດັ່ງກ່າວ.

ທັງ​ນີ້ ​ໂດຍ​ຍີ່​ປຸ່ນ​ເປັນ​ປະ​ເທດ​ອັນ​ດັບ 1 ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ ​ແກ່​ລາວຫຼາຍທີ່​ສຸດ​ນັບ​
ຈາກ​ທັງ​ສອງ​ປະ​ເທດ ​ໄດ້​ສະຖາປະນາ​ສາຍ​ພົວພັນ​ທາງ​ການ​ທູດ ລະຫວ່າງ​ກັນ​ໃນ​ປີ 1955 ລັດຖະບານ​ຍີ່ປຸ່ນ ກໍ​ໄດ້​ເລີ້ມ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ລາວ​ດ້ວຍ​ການ​ປະ​ກອບ​ສ່ວນ​ເຂົ້າ​ ໃນ
​ການ​ພັດ​ທະນາ ​ເສດຖະກິ​ດ-ສັງຄົມ ​ໂດຍ​ຖ້າ​ຫາກ​ນັບ​ຈາກ​ປີ 1958 ​ເປັນ​ຕົ້ນ​ມາ ກໍ​ປາກົດ​ວ່າ
ລັດຖະບານ​ຍີ່ປຸ່ນ ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ລາວ​ຄິດ​ເປັນ​ມູນ​ຄ່າ ສະ​ເລ່ຍລະຫວ່າງ 80-100
ລ້ານ​ໂດ​ລາ​ ໃນ​ແຕ່ລະ​ປີ.

ລັດຖະບານ​ລາວ ​ໄດ້​ວາງ​ເປົ້າໝາຍ​ຈະ​ຊຸກຍູ້​ໃຫ້​ເສດຖະກິດ​ຂະຫຍາຍຕົວ ​ເພີ້​ມຂຶ້ນ​
ໃນ​ລະດັບ 8 ​ເປີ​ເຊັນ ​ໃນ​ແຜນການ​ປີ 2014-2015 ​ແຕ່​ການ​ຂະຫຍາຍຕົວ ​ໃນ​ລະດັບ​
ດັ່ງກ່າວໄດ້​ນັ້ນ ກໍຈະ​ຕ້ອງ​ລະດົມ​ການ​ລົງ​ທຶນ ​ໃຫ້ໄດ້​ເຖິງ 33,000 ຕື້​ກີບ ຄິດ​ເປັນ 32
​ເປີ​ເຊັນ ຂອງ GDP ຈຶ່ງ​ຕ້ອງ​ເພິ່ງພາ​ການ​ຊ່ວຍ​ເຫຼືອ ຈາກ​ຕ່າງປະ​ເທດ​ເປັນຫຼັກນັ້ນ​ເອງ.

XS
SM
MD
LG