ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການຕຳຫຼວດ ລາວ ສາມາດຈັບກຸມ ແກັງຄ້າຢາເສບຕິດ ໄດ້ 2,508 ກໍລະນີ ໃນປີກາຍນີ້


ນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ຍ່າງກວດກາ
ຢາເສບຕິດທີ່ຖືກຍຶດໄດ້ໃນ ລາວ.
ນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ຍ່າງກວດກາ ຢາເສບຕິດທີ່ຖືກຍຶດໄດ້ໃນ ລາວ.

ທາງການຕຳຫຼວດ ລາວ ສາມາດຈັບກຸມແກັງຄ້າຢາເສບຕິດໄດ້ 2,508 ກໍລະນີ ແລະ ມີ
ຜູ້ຕ້ອງຫາຈຳນວນເຖິງ 3,740 ຄົນທີ່ຖືກຄວບຄຸມຕົວ ທັງຍັງສາມາດຍຶດຢາເສບຕິດໄດ້
ຢ່າງຫຼວງຫຼາຍອີກດ້ວຍ.

ທ່ານ ກຸ ຈັນສີນາ ປະທານຄະນະກຳມະການຄວບຄຸມ ແລະ ກວດກາຢາເສບຕິດແຫ່ງ
ຊາດຖະແຫຼງລາຍງານວ່າໃຈຮອບ 1 ປີທີ່ຜ່ານມາ ທາງການຕຳຫຼວດ ລາວ ສາມາດຈັບ
ກຸມແກັງຄ້າຢາເສບຕິດໄດ້ເຖິງ 2,508 ກໍລະນີ ແລະ ຈັບກຸມຜູ້ຕ້ອງຫາໄດ້ 3,740 ຄົນ
ໂດຍໃນນີ້ລວມເຖິງຜູ້ຕ້ອງຫາເພດຍິງ 558 ຄົນ ແລະ ຊາວຕ່າງຊາດ 74 ຄົນ.

ສ່ວນຢາເສບຕິດຂອງກາງທີ່ຍຶດໄດ້ຈາກການຈັບກຸມນັ້ນ ກໍປະກອບດ້ວຍ ຢາບ້າຫຼາຍ
ກວ່າ 1,869 ກິໂລກຣາມ, ເຮໂຣອິນ 188 ກິໂລກຣາມ, ກັນຊາແຫ້ງ 425 ກິໂລກຣາມ,
ຢາໄອສ 144 ກິໂລກຣາມ, ຝິ່ນດິບເກີນກວ່າ 106 ກິໂລກຣາມ ແລະ ແປ້ງທີ່ເປັນສ່ວນ
ປະສົມຂອງຢາເສບຕິດ 6,830 ກິໂລກຣາມ ພ້ອມກັນນີ້ ກໍຍັງຍຶດລົດໃຫຍ່ໄດ້ 97 ຄັນ,
ລົດຈັກ 335 ຄັນ ແລະ ອາວຸດສົງຄາມອີກຫຼາຍກວ່າ 180 ລາຍການ ໂດຍເຂດທີ່ມີການ
ຈັດກຸມ ແລະ ຍຶດຢາເສບຕິດໄດ້ຫຼາຍທີ່ສຸດກໍຄືເຂດນະຄອນຫຼວງ ວຽງຈັນ.

ຫາກແຕ່ກໍເປັນທີ່ໜ້າສັງເກດວ່າ ໃນຂະນະທີ່ທາງການຕຳຫຼວດ ລາວ ສາມາດຈັບກຸມນັກ
ຄ້າຢາເສບຕິດໄດ້ເພີ່ມຂຶ້ນ ກໍປາກົດວ່າປະລິມານຢາເສບຕິດຂອງກາງທີ່ຍຶດໄດ້ໃນໄລຍະ
1 ປີທີ່ຜ່ານມານີ້ໄດ້ຫຼຸດລົງຈາກໄລຍະດຽວກັນຂອງປີກ່ອນທີ່ທາງການນຕຳຫຼວດ ລາວ
ສາມາດຈັບກຸມນັກຄ້າຢາເສບຕິດໄດ້ 2,414 ກໍລະນີ ແລະ ມີຜູ້ຕ້ອງຫາ 3,528 ຄົນ ລວມ
ຜູ້ຕ້ອງຫາເພດຍິງ 534 ຄົນ ແລະ ຊາວຕ່າງຊາດ 77 ຄົນ.

ສ່ວນຢາເສບຕິດຂອງກາງທີ່ຍຶດໄດ້ຈາກການຈັບກຸມດັ່ງກ່າວນີ້ ກໍປະກອບດ້ວຍຢາບ້າ
ຫຼາຍກວ່າ 3,185,830 ເມັດ, ເຮໂຣອິນ 231.93 ກິໂລກຣາມ, ກັນຊາແຫ້ງ 2,893 ກິໂລ
ກຣາມ, ຢາໄອສ 150 ກິໂລກຣາມ, ຝິ່ນດິບ 38.95 ກິໂລກຣາມ, ສານເຄມີ ແລະ ສ່ວນ
ປະສົມຂອງຢາເສບຕິດ 8,242 ກິໂລກຣາມ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນໜ່ວຍປາບປາມຢາເສບຕິດໃນ ລາວ ຍອມຮັບວ່າ ມີເຈົ້າ
ໜ້າທີ່ຂັ້ນສູງຈຳນວນບໍ່ນ້ອຍໃນວົງການທະຫານ, ຕຳຫຼວດ ແລະ ລັດຖະບານ ທີ່ໄດ້ເຂົ້າ
ໄປພົວພັນ ແລະ ກ່ຽວຂ້ອງກັບການຄ້າຢາເສບຕິດ. ໂດຍສະເພາະການເຂົ້າໄປມີຜົນປະ
ໂຫຍດໃນການຄ້າຢາບ້ານັ້ນ ກໍຍັງຖືເປັນສາເຫດສຳຄັນທີ່ເຮັດໃຫ້ການລັກລອບຂົນສົ່ງ
ແລະ ການຄ້າຢາບ້າໃນ ລາວ ໄດ້ມີການຈັດຕັ້ງເປັນຂະບວນການທີ່ມີເຄືອຂ່າຍຢ່າງ
ກວ້າງຂວາງທັງໃນ ລາວ ແລະ ປະເທດເພື່ອນບ້ານອີກດ້ວຍ.

ທັງນີ້ໂດຍເຂດທີ່ຂະບວນການຄ້າຢາເສບຕິດໄດ້ສວຍໃຊ້ເປັນເສັ້ນທາງລັກລອບຂົນສົ່ງ
ຢາເສບຕິດຈາກເຂດສາມຫຼ່ຽມຄຳ ໄປຕ່າງປະເທດຫຼາຍຂຶ້ນນັບມື້ຄືຊາຍແດນ ລາວ ກັບ ຫວຽດນາມ ໂດຍເສັ້ນທາງທີ່ແກັງຄ້າຢາເສບຕິດນຳໃຊ້ຫຼາຍທີ່ສຸດໃນ ລາວ ກໍຄືຖະໜົນ
ເລກ 13 ຈາກພາກເໜືອຕໍ່ມາຍັງຖະໜົນເລກ 9 ໃນແຂວງສະຫວັນນະເຂດ ຕໍ່ໄປຍັງ
ຫວຽດນາມ ແລະ ປະເທດທີ 3 ຕາມລຳດັບ ຊຶ່ງເຮັດໃຫ້ຕ້ອງເສີມຂະຫຍາຍການຮ່ວມມື
ກັບປະເທດເພື່ອນບ້ານເຂົ້າໃນການປາບປາມການຄ້າຢາເສບຕິດຂ້າມຊາດໃຫ້ມີປະສິດ
ທິຜົນຫຼາຍຂຶ້ນດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ໄດ້ໃຫ້ການຢືນຢັນວ່າ.

"ເຈົ້າໜ້າທີ່ຕຳຫຼວດ ໄດ້ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງຂັ້ນຕ່າງໆ ເພື່ອປະຕິບັດໜ້າທີ່
ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ສຳລັບກັບບັນດາປະເທດເພື່ອນບ້ານໃກ້ຄຽງນັ້ນ
ພວກເຮົາໄດ້ມີກອງປະຊຸມສອງຝ່າຍ, ຫຼາຍຝ່າຍ ໃນລະດັບຊາດ ແລະ ລະດັບທ້ອງຖິ່ນ ນອກຈາກນັ້ນ ພວກເຮົາກໍຍັງໄດ້ສ້າງຕັ້ງໜ່ວຍປະສານງານກວດກາ ແລະ ຄວບຄຸມຢາ
ເສບຕິດຕາມຊາຍແດນ ໃຫ້ສາມາດປະຕິບັດວຽກງານໄດ້ຢ່າງມີປະສິດທິຜົນ."

ຍິງໄປກວ່ານັ້ນ ການທີ່ຂະບວນການຄ້າຢາເສບຕິດຂ້າມຊາດໄດ້ຫັນມາໃຊ້ ລາວ ເປັນ
ເສັ້ນທາງລັກລອບຂົນສົ່ງຢາເສບຕິດຫຼາຍຂຶ້ນດັ່ງກ່າວນີ້ ກໍຍັງເປັນປັດໃຈສຳຄັນທີ່ຊຸກຍູ້
ໃຫ້ເຍົາວະຊົນ ລາວ ພາກັນຫັນໄປຊົມໃຊ້ຢາເສບຕິດເພີ່ມຂຶ້ນນັບມື້ອີກດ້ວຍ ໂດຍການ
ສຳຫຼວດຫຼ້າສຸດພົບວ່າ ມີເຍົາວະຊົນ ລາວ ກວ່າ 4 ແສນຄົນທີ່ຢູ່ໃນສິ່ງແວດລ້ອມທີ່ມີ
ຄວາມສ່ຽງສູງທີ່ຈະເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດໃນປັດຈຸບັນນີ້.

XS
SM
MD
LG