ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດລາວ ສາມາດຈັບກຸມໄດ້ສະເພາະນັກຄ້າຢາເສບຕິດລາຍຍ່ອຍເທົ່ານັ້ນ ໃນຂະນະທີ່ນັກຄ້າຢາເສບຕິດລາຍໃຫຍ່ ຍັງເຄື່ອນໄຫວໄດ້ຢ່າງອິດສະຫຼະ


ຮູບພາບບັນດານັກຄ້າຢາເສບຕິດໃນລາວຈຳນວນນຶ່ງ ທີ່ຖືກຈັບກຸມ
ຮູບພາບບັນດານັກຄ້າຢາເສບຕິດໃນລາວຈຳນວນນຶ່ງ ທີ່ຖືກຈັບກຸມ

ທາງການຕຳຫຼວດລາວ ສາມາດຈັບກຸມໄດ້ສະເພາະນັກຄ້າຢາເສບຕິດລາຍຍ່ອຍເທົ່ານັ້ນ ໃນຂະນະທີ່ນັກຄ້າຢາເສບຕິດລາຍໃຫຍ່ ຍັງເຄື່ອນໄຫວໄດ້ຢ່າງອິດສະ ຫຼະ ເພາະຕຳຫຼວດລາວຍັງບໍ່ສາມາດເຂົ້າເຖິງຕົວໄດ້ເລີຍ ຊົງ​ຣິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ເຈົ້າໜ້າທີ່ປະສານງານຕ່າງປະເທດ ດ້ານການປາບປາມການຄ້າຢາເສບຕິດຂອງລາວ ເປີດເຜີຍວ່າ ການແລກປ່ຽນຂໍ້ມູນ-ຂ່າວສານ ດ້ານຢາເສບຕິດຢ່າງໃກ້ຊິດລະຫວ່າງລາວກັບໄທ ໃນລະຍະ 2 ປີທີ່ຜ່ານມານີ້ ໄດ້ເປັນຜົນເຮັດໃຫ້ທາງການຕຳຫຼວດລາວ ສາມາດຈັບນັກຄ້າຢາເສບຕິດໄດ້ເຖິງ 13,935 ຄົນ ໃນນີ້ລວມຜູ້ຕ້ອງຫາສັນຊາດຈີນ, ມຽນມາ, ຫວຽດນາມ ແລະ ໄທ ຈຳນວນ 2,083 ຄົນ ສ່ວນຢາເສບຕິດ ແລະ ສານເຄມີທີ່ຍຶດໄດ້ຈາກການຈັບກຸມໃນໄລຍະດັ່ງກ່າວ ກໍ່ມີນຳໜັກລວມເກີນກວ່າ 80 ໂຕນ ເປັນຕົ້ນແມ່ນ ຢາບ້າທີ່ຍຶດໄດ້ກວ່າ 285 ລ້ານເມັດ ຜົງຢາບ້າກວ່າ 59 ກິໂລ, ຢາໄອຊ໌ ກວ່າ 7,193 kg ເຮໂຣອິນ 507 ກິໂລ, ກັນຊາແຫ້ງ ກວ່າ 20 ໂຕນ ຝື່ນ ກ່ວາ 380 kg ເຄຕາມີນ 2.5 ໂຕນ ຢາອີກວ່າ 20 ກິໂລ ຄາເຟອີນ 168 ກິໂລ ໂຄເຄນ 3 ກິໂລ ເຄມີກວ່າ 51 ໂຕນ, ອາວຸດປືນ-ຍານພາຫະນະ ແລະ ອຸປະກອນສື່ສານທີ່ທັນສະໄໝ ຫຼາຍກວ່າ 30,000 ລາຍການ ເຊິ່ງເພີ່ມຂຶ້ນກວ່າ 2 ເທົ່າ ທຽບໃສ່ໄລຍະດຽວກັນ ເມື່ອ 2 ປີກ່ອນໜ້າ. ແຕ່ວ່າກໍ່ຍັງບໍ່ສາມາດຈັບກຸມນັກຄ້າຢາເສບຕິດລາຍໃຫຍ່ໄດ້ເລີຍ ເພາະຍາກທີ່ຈະເຂົ້າເຖິງຕົວພວກເຂົາເຈົ້າ ດັ່ງທີ່ຜູ້ປະສານງານ ຢືນຢັນວ່າ:

ການແກ້ໄຂບັນຫາຢາເສບຕິດຕົວຈິງ ສ່ວນຫຼາຍແກ້ໄຂໄດ້ແຕ່ເປົ້າໝາຍລາຍຍ່ອຍ ແລະ ເປົ້າໝາຍຮັບຈ້າງຂົນສົ່ງ ສ່ວນຫົວໂປ່ໂຕການໃຫຍ່ ຍັງບໍ່ສາມາດແກ້ໄຂໄດ້ ບວກໃສ່ກົນອຸບາຍຂອງກຸ່ມຄ້າຢາເສບຕິດ ມີລັກສະນະເລິກແລບແນບນຽນຂຶ້ນກວ່າເກົ່າ ການເກັບກຳຂໍ້ມູນ ການມີສະຕິລະວັງຕົວຂອງເຈົ້າໜ້າທີ່ຍັງບໍ່ທັນດີ ຈຶ່ງຖືກເປົ້າໝາຍຢາເສບຕິດທຳຮ້າຍເຖິງແກ່ຊີວິດ ວຽກງານຄຸ້ມຄອງ ຕິດຕາມການ ເຄື່ອນໄຫວ ເປົ້າໝາຍພົວພັນຢາເສບຕິດບໍ່ທັນແໜ້ນ ເຮັດໃຫ້ການວາງແຜນໃນການແກ້ໄຂບໍ່ທັນມີປະສິດທິພາບ.”

ຍິ່ງໄປກວ່ານັ້ນ ການກະທຳຜິດກ່ຽວກັບຢາເສບຕິດ ຍັງຖືເປັນຄະດີຄວາມທາງອາຍາ ທີ່ມີການຟ້ອງຮ້ອງຕໍ່ສານປະຊາຊົນລາວຫຼາຍທີ່ສຸດອີກດ້ວຍ ເຖິງແມ່ນວ່າຈະເກີດການລະບາດພະຍາດໄວຣັສໂຄວິດ-19 ຢ່າງຮຸນແຮງກໍ່ຕາມ ແຕ່ກໍ່ບໍ່ໄດ້ເຮັດໃຫ້ການລັກລອບຂົນສົ່ງ ແລະ ການຄ້າຢາເສບຕິດຫຼຸດລົງແຕ່ຢ່າງໃດ ກົງ ກັນຂ້າມກັບປາກົດວ່າ ມີການລັກລອບຢ່າງເປັນຂະບວນການ ທີ່ມີລັກສະນະຂ້າມຊາດ ແລະ ມີເຄືອຂ່າຍຢ່າງກວ້າງຂວາງທັງໃນລາວ ແລະ ຕ່່່າງປະເທດ ທັງໆທີ່ລັດຖະບານລາວ ກໍ່ໄດ້ປະກາດເປັນວາລະແຫ່ງຊາດແລ້ວວ່າ ຈະປາບປາມການຄ້າຢາເສບຕິດໃຫ້ໄດ້ຢ່າງສິ້ນເຊີງ ໃນປີ 2023 ກໍ່ຕາມ ແຕ່ກໍ່ຄົງຈະເປັນໄປບໍ່ໄດ້ ດັ່ງທີ່ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຢືນຢັນວ່າ:

ໂດຍສະເພາະແມ່ນກຳລັງປ້ອງກັນ ແລະ ສະກັດກັ້ນຈຳນວນນຶ່ງ ຍັງເຂົ້າໃຈວ່າແມ່ນພາລະໜ້າທີ່ຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເທົ່ານັ້ນ ອີກດ້ານນຶ່ງກຳລັງທີ່ເປັນໃຈກາງທີ່ເປັນເສນາທິການໃຫ້ລັດຖະບານກໍ່ຍັງບໍ່ທັນໄດ້ເປັນເຈົ້າການໃນການຄົ້ນຄວ້າກົນໄກ ວິທີການ ຫຼືຮູບການເພື່ອເຮັດໃຫ້ບັນຫາດັ່ງກ່າວກາຍເປັນຄວາມຮັບຜິດຊອບຂອງທົ່ວສັງຄົມ ການປະຕິບັດຫຼັກການທີ່ໄດ້ກຳນົດໃນວາລະແຫ່ງຊາດ ຄືເດັດຂາດ-ໂປ່ງໃສ-ເປັນມືອາຊີບ ອັນນີ້ ຍັງບໍ່ທັນປະຕິບັດໄດ້ຢ່າງແຂງແຮງ ແລະ ຕໍ່ເນື່ອງ

ທັງນີ້ ການກໍ່ອາດຊະຍາກຳທີ່ພົວພັນກັບການຄ້າຢາເສບຕິດໄດ້ສົ່ງຜົນກະທົບຕໍ່ຊີວິດຄວາມເປັນຢູ່ຂອງປະຊາຊົນລາວຢ່າງກວ້າງຂວາງ ແລະ ເຖິງແມ່ນວ່າ ຈະໄດ້ເພີ່ມມາດຕະການເຂັ້ມງວດໃນການປາບປາມຫຼາຍກວ່າທຸກໄລະຍະທີີ່ຜ່ານມາກໍ່ຕາມ ແຕ່ກໍ່ຍັງບໍ່ສາມາດຮັບມືກັບບັນຫາໄດ້ຢ່າງເທົ່າທັນ ຍ້ອນກຳລັງເຈົ້າໜ້າທີ່ມີນ້ອຍ ແຕ່ມີຜູ້ກະທຳຜິດຈຳນວນຫຼາຍ ທັງຍັງເປັນແກັ່ງອາດຊະຍາກຳຂ້າມຊາດທີ່ໃຊ້ອຸປະກອນສື່ສານທີ່ທັນສະໄໝ ຈຶ່ງເປັນການຍາກທີ່ຈະຕິດຕາມເພື່ອຈັບກຸມໄດ້ຢ່າງເທົ່າທັນ.

ໃນປັດຈຸບັນ ຄ້າຍຄຸມຂັງ ແລະ ດັດສ້າງໃນລາວ ມີນັກໂທດທັງໝົດຫຼາຍກວ່າ 20,000 ຄົນ ໃນນີ້ເປັນນັກໂທດປະຫານຊີວິດ 603 ຄົນ ແລະ ນັກໂທດຂັງຄຸກຕະຫຼອດຊີວິດ 996 ຄົນ ໂດຍຍັງບໍ່ລວມເຖິງຜູ້ຕ້ອງຫາທີ່ກະທຳຜິດກ່ຽວກັບຢາເສບຕິດທີ່ຢູ່ໃນລະຫວ່າງການຖືກດຳເນີນຄະດີໃນສານປະຊາຊົນລາວ ຈຳນວນຫຼາຍກວ່າ 20,000 ຄົນໃນເວລານີ້ ແຕ່ຢ່າງໃດ.

XS
SM
MD
LG