ທາງການຕຳຫຼວດ ລາວ ແລະ ຈີນ ເສີມສ້າງການຮ່ວມມືລະຫວ່າງການຢ່າງໃກ້ຊິດເຂົ້າ
ໃນການປ້ອງກັນ ແລະ ປາບປາມອາຊະຍາກອນຂ້າມຊາດ 10 ປະເພດທີ່ກຳລັງເປັນ
ບັນຫາໃຫຍ່ໃນພາກພື້ນ.
ພົນຈັດຕະວາ ບຸນຊູ ນາມມະຈັກ ອຳນວຍການວິທະຍາການຕຳຫຼວດປະຊາຊົນ ລາວ
ຖະແຫຼງຢືນຢັນວ່າ ການຮ່ວມມືລະຫວ່າງຕຳຫຼວດ ລາວ ແລະ ຈີນ ໄດ້ຮັບການເສີມ
ສ້າງຢ່າງໃກ້ຊິດ ແລະ ແຂງແຮງເພີ່ມຂຶ້ນນັບມື້ ໂດຍການຮ່ວມມືດັ່ງກ່າວນີ້ ບໍ່ໄດ້ຈຳ
ກັດຢູ່ສະເພາະສອງປະເທດເທົ່ານັ້ນ ຫາກແຕ່ຍັງໄດ້ກວມເອົາທັງພາກພື້ນເອເຊຍຕາ
ເວັນອອກສຽງໃຕ້ ຫຼື ປະເທດສະມາຊິກຂອງ ອາຊຽນ ທັງ 10 ປະເທດອີກດ້ວຍ. ທັງ
ນີ້ໂດຍມຸ່ງຄວາມສຳຄັນໃນການປ້ອງກັນ ແລະ ປາບປາມອາຊະຍາກຳຂ້າມຊາດ 10
ປະເພດທີ່ກຳລັງເປັນບັນຫາໃຫຍ່ໃນພາກພື້ນ ດັ່ງທີ່ພົນຈັດຕະວາ ບຸນຊູ ໄດ້ໃຫ້ການ
ຢືນຢັນໃນໂອກາດກອງປະຊຸມຮ່ວມລະຫວ່າງຕຳຫຼວດ ອາຊຽນ ກັບ ຈີນ ຄັ້ງທີ 3 ທີ່
ທາງການ ລາວ ເປັນເຈົ້າພາບທີ່ນະຄອນຫຼວງ ວຽງຈັນ ເມື່ອບໍ່ນານມານີ້ວ່າ
"ກອງປະຊຸມອຳນວຍການວິທະຍາການຕຳຫຼວດ ຈີນ-ອາຊຽນ ເປັນກົນໄກນຶ່ງທີ່ມີປະ
ສິດທິພາບໃນການຮ່ວມມືຕ້ານອາຊະຍາກຳຂ້າມຊາດ ແລະ ການສ້າງຄວາມພ້ອມໃນ
ການແກ້ໄຂບັນຫາອາຊະຍາກຳ 10 ປະເພດ ເຊັ່ນການກໍ່ການຮ້າຍ, ອາຊະຍາກຳທາງ
ເສດຖະກິດ, ການຄ້າມະນຸດ, ການຄ້າຂາຍຢາເສບຕິດ, ການປອມແປງເອກະສານ,
ການລັກລອບເຂົ້າເມືອງ, ການຄ້າອາວຸດ, ການໂຈລະກຳທາງທະເລ, ອາຊະຍາກຳ
ທາງຄອມພິວເຕີ ແລະ ການຄ້າຂາຍສັດປ່າ-ໄມ້ຫວງຫ້າມທີ່ຜິດກົດໝາຍ."
ທາງດ້ານທ່ານ ສິຣິນຍາ ສິທິໄຊ ເລຂາທິການຄະນະກຳມະການປ້ອງກັນ ແລະ ປາບ
ປາມຢາເສບຕິດແຫ່ງຊາດ ໄທ ໃຫ້ການຢືນຢັນວ່າ ການຮ່ວມມືໃນການປາບປາມຢາ
ເສບຕິດລະຫວ່າງ ລາວ, ມຽນມາ, ໄທ, ກຳປູເຈຍ, ຫວຽດນາມ ແລະ ຈີນ ພາຍໃຕ້
ການປະຕິບັດການແມ່ນ້ຳຂອງປອດໄພຈາກບັນຫາຢາເສບຕິດ ທີ່ໄດ້ຈັດຕັ້ງປະຕິບັດ
ຮ່ວມກັນ ໃນໄລຍະ 5 ປີທີ່ຜ່ານມາ ເຮັດໃຫ້ສາມາດປາບປາມການຄ້າຢາເສບຕິດໄດ້
125,274 ກໍລະນີ ຈັບຜູ້ຕ້ອງຫາໄດ້ 160,000 ກວ່າຄົນ, ຍຶດຢາບ້າໄດ້ 363 ລ້ານເມັດ,
ຢາໄອຊ໌ ກວ່າ 13 ໂຕນ, ເຮໂຣອິນ 7,553 ກິໂລກຣາມ, ຝິ່ນກວ່າ 14 ໂຕນ, ກັນຊາ
ແຫ້ງ 20 ກວ່າໂຕນ, ອາວຸດ ພ້ອມກັບອຸປະກອນສື່ສານທັນສະໄໝຫຼາຍກວ່າໝື່ນລາຍ
ການ, ສານເຄມີກວ່າ 270 ໂຕນ ໂດຍບໍ່ລວມຢາບ້າກວ່າ 214 ລ້ານເມັດທີ່ຍຶດໄດ້ໃນ
ປະເທດ ໄທ ແຕ່ຢ່າງໃດ.
ສ່ວນທ່ານ ອັດທະພົນ ຈະເລີນຊັນສາ ຮອງອະທິບໍດີກົມປ່າໄມ້ ກະຊວງຊັບພະຍາກອນ
ທຳມະຊາດ ແລະ ສິ່ງແວດລ້ອມຂອງໄທ ຢືນຢັນວ່າ ການລັກລອບຕັດໄມ້ກະຍູງໃນ
ເຂດປ່າສະຫງວນ ແຫ່ງຊາດຂອງ ໄທ ຍັງເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ມີລັກສະນະເປັນ
ຂະບວນການຂ້າມຊາດທີ່ມີການຈັດແບ່ງໜ້າທີ່ລະຫວ່າງກັນຢ່າງຊັດເຈນ ຄືຂະບວນ
ການໃນ ໄທ ຈະຮັບຜິດຊອບການລັກລອບຕັດໄມ້ກະຍູງໃນ ໄທ ສ່ວນຂະບວນການ
ໃນ ລາວ ຈະຮັບເອົາໄມ້ກະຍູງຈາກໄທ ແລະ ຂົນສົ່ງຜ່ານ ລາວ ໄປ ຫວຽດນາມ ສ່ວນ
ຂະບວນການຢູ່ໃນ ຫວຽດນາມ ກໍຈະສົ່ງຕໍ່ໄປໃຫ້ຜູ້ສັ່ງຊື້ໃນ ຈີນ ຕາມລຳດັບ.
ນອກຈາກເປັນທາງຜ່ານຂອງການລັກລອບຂົນສົ່ງໄມ້ກະຍູງຈາກ ໄທ ໄປ ຫວຽດນາມ
ແລະ ຈີນ ດັ່ງກ່າວແລ້ວ ສຳນັກງານເລຂາທິການແຫ່ງອະນຸສັນຍາທີ່ວ່າດ້ວຍການຄ້າ
ລະຫວ່າງປະເທດ ກ່ຽວກັບ ຊະນິດສັດປ່າ ແລະ ພືດປ່າທີ່ໃກ້ສູນພັນ (CITES) ຍັງໄດ້
ຈັດການສົ່ງໜັງສືເຖິງລັດຖະບານ ລາວ ເພື່ອຢ້ຳເຕືອນວ່າ ສປປ ລາວ ຍັງຄົງເປັນປະ
ເທດທີ່ມີການລັກລອບຄ້າຂາຍສັດປ່າ ແລະ ຊິ້ນສ່ວນຂອງສັດປ່າຕ້ອງຫ້າມຕາມອະນຸ
ສັນຍາ CITES ທັງຍັງມີການລັກລອບນຳເຂົ້າຊິ້ນສ່ວນສັດປ່າທີ່ຕ້ອງຫ້າມ ເຊັ່ນ ງາ
ຊ້າງ ແລະ ນໍແຮດ ຈາກ ອາຟຣິກາ ເພື່ອສົ່ງຕໍ່ໄປຍັງປະເທດທີ 3 ອີກດ້ວຍ ທັງນີ້ໂດຍ
ຫວັງໃຫ້ລັດຖະບານ ລາວ ດຳເນີນມາດຕະການປາບປາມການລັກລອບຄ້າສັດປ່າ
ແລະ ຊິ້ນສ່ວນສັດປ່າຢ່າງເຂັ້ມງວດ ທັງນັ້ນຍັງຢ້ຳດ້ວຍວ່າ ທາງການ ລາວ ຈະລາຍ
ງານຜົນການຈັດຕັ້ງປະຕິບັດຕໍ່ CITES ຢ່າງສະໝ່ຳສະເໝີອີກດ້ວຍ.
ສປປ ລາວ ໄດ້ເຂົ້າຮ່ວມໃນການຕ້ານອາຊະຍາກຳຕໍ່ສັດປ່າໃນປີ 2014 ໂດຍຂຶ້ນບັນ
ຊີສັດປ່າ ແລະ ສັດນ້ຳ 95 ຊະນິດເປັນສັດປ່າຫວງຫ້າມ ແລະ 65 ຊະນິດເປັນສັດປ່າ
ຄຸ້ມຄອງຕາມກົດໝາຍ.