ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການຕຳຫຼວດລາວ ຈັບນັກຄ້າ ແລະລັກລອບຂົນສົ່ງຢາເສບຕິດ ໃນລາວໄດ້ 1,562 ຄົນ ທັງຢຶດຢາບ້າ ໄດ້ 10 ໂຕນ


ທາງການຕຳຫຼວດແຂວງບໍ່ແກ້ວ ສາມາດຢຶດຢາບ້າໄດ້ຫຼາຍລ້ານເມັດ ໂດຍມີນ້ຳໜັກລວມທັງໝົດ 10 ໂຕນ ໃນຂະນະທີ່ພວກນັກຄ້າແລະລັກລອບຂົນສົ່ງຢາເສບຕິດ ໄປປະເທດທີສາມ.
ທາງການຕຳຫຼວດແຂວງບໍ່ແກ້ວ ສາມາດຢຶດຢາບ້າໄດ້ຫຼາຍລ້ານເມັດ ໂດຍມີນ້ຳໜັກລວມທັງໝົດ 10 ໂຕນ ໃນຂະນະທີ່ພວກນັກຄ້າແລະລັກລອບຂົນສົ່ງຢາເສບຕິດ ໄປປະເທດທີສາມ.

ທາງການຕຳຫຼວດລາວ ຈັບນັກຄ້າແລະລັກລອບຂົນສົ່ງຢາເສບຕິດໃນລາວໄດ້ 1,562 ຄົນ ແລະຢຶດຢາເສບຕິດໄດ້ຢ່າງຫລວງຫຼາຍໃນຊ່ວງເດືອນສິງຫາ-ຕຸລາ 2021 ໂດຍສະເພາະແມ່ນຢາບ້າທີ່ຢຶດໄດ້ກວ່າ 10 ໂຕນ.

ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ຖະແຫລງວ່າ ການຈັດຕັ້ງປະຕິບັດວາລະແຫ່ງຊາດດ້ານຢາເສບຕິດໃນຊ່ວງເດືອນສິງຫາ-ຕຸລາ 2021 ຜ່ານມາ ຕຳຫຼວດລາວສາມາດມ້າງທຳລາຍເຄືອຂ່າຍຂະບວນການຄ້າຢາເສບຕິດໄດ້ 1,106 ກໍລະນີ ຈັບຜູ້ຕ້ອງຫາໄດ້ 1,562 ຄົນ ຢຶດຢາເສບຕິດໄດ້ຢ່າງຫລວງຫລາຍ ໂດຍສະເພາະແມ່ນຢາບ້າ ຢຶດໄດ້ຫລາຍກວ່າ 10 ໂຕນ ຫຼືເກີນກວ່າ 101.58 ລ້ານເມັດ ດັ່ງທີ່ ທ່ານພັນຄຳ ໃຫ້ການຢືນຢັນວ່າ:

“ໄດ້ສຸມໃສ່ຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍບັນຫາຢາເສບຕິດ ຊຶ່ງໄດ້ເລີ້ມຈັດຕັ້ງປະຕິບັດຢ່າງຈິງຈັງເລີ້ມແຕ່ເດືອນສິງຫາເປັນຕົ້ນມາ ແລະໄດ້ມີຄວາມຄືບໜ້າຫຼາຍດ້ານ ເປັນຕົ້ນ ໄດ້ສະກັດກັ້ນຕັດເຄືອຂ່າຍການນຳເຂົ້າ ທຳລາຍແຫລ່ງຜະລິດ ເຄືອຂ່າຍຂົນສົ່ງ ແລະຈຳໜ່າຍໄດ້ເປັນຈຳນວນຫລວງຫລາຍ ຊຶ່ງສາມາດມ້າງຄະດີໄດ້ທັງໝົດ 1,106 ເລື້ອງ ຈັບຜູ້ຕ້ອງຫາໄດ້ 1,562 ຄົນ ຢຶດຢາບ້າໄດ້ 10,158 ກິໂລກຣາມ.”

ທັງນີ້ ສປປ ລາວ ໄດ້ກາຍເປັນທາງຜ່ານຂອງການລັກລອບຂົນສົ່ງຢາເສບຕິດຈາກເຂດສາມຫຼ່ຽມຄຳໄປຕ່າງປະເທດເພີ້ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງເຫັນໄດ້ຈາກການຈັບກຸມນັກຄ້າຢາເສບຕິດໄດ້ເພີ້ມຂຶ້ນ ສ່ວນຢາເສບຕິດທີ່ຢຶດໄດ້ໃນແຕ່ລະຄັ້ງ ກໍມີປະລິມານເພີ້ມຂຶ້ນຢ່າງຫລວງຫລາຍ ຊຶ່ງກໍໄດ້ສະແດງໃຫ້ເຫັນວ່າ ການລັກລອບຂົນສົ່ງຢາເສບຕິດຜ່ານລາວໄປຕ່າງປະເທດນັ້ນ ກໍຄືຂະບວນການຂ້າມຊາດຂະໜາດໃຫຍ່ ມີເຄືອຂ່າຍຢ່າງກວ້າງຂວາງໃນລາວ ແລະປະເທດໃນລຸ່ມແມ່ນ້ຳຂອງ.

ນັກຄ້າຢາເສບຕິດລາຍໃຫຍ່ ທ້າວວາເລົາ ປະຊາຊົນເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຖືກທາງການຕຳຫຼວດ ຈັບໄດ້ພ້ອມດ້ວຍຂອງກາງຢາເສບຕິດ ປະເພດໄອຊ໌ ຈຳນວນ 400 ກິໂລກຣາມ ເມື່ອວັນທີ 14 ມັງກອນ 2021.
ນັກຄ້າຢາເສບຕິດລາຍໃຫຍ່ ທ້າວວາເລົາ ປະຊາຊົນເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຖືກທາງການຕຳຫຼວດ ຈັບໄດ້ພ້ອມດ້ວຍຂອງກາງຢາເສບຕິດ ປະເພດໄອຊ໌ ຈຳນວນ 400 ກິໂລກຣາມ ເມື່ອວັນທີ 14 ມັງກອນ 2021.

ທາງດ້ານເຈົ້າໜ້າທີ່ຂັ້ນສູງຂອງຄະນະກຳມະການປ້ອງກັນແລະປາບປາມຢາເສບຕິດແຫ່ງຊາດໄທ ຢືນຢັນວ່າ ການລັກລອບຂົນສົ່ງຢາເສບຕິດຂ້າມແມ່ນ້ຳຂອງຈາກຝັ່ງລາວ ມາໃນເຂດພາກອີສານຂອງໄທ ໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍເຫັນໄດ້ຈາກການຈັບກຸມແລະຢຶດຢາບ້າໄດ້ເຖິງ 17 ລ້ານເມັດ ໃນຂະນະທີ່ກຳລັງຈະຂົນສົ່ງຂ້າມຂົວມິດຕະພາບລາວ-ໄທ ແຫ່ງທີ 1 ເມື່ອບໍ່ນານມານີ້ ຊຶ່ງຖືເປັນປະລິມານຢາບ້າທີ່ທາງການລາວຢຶດໄດ້ຫລາຍທີ່ສຸດໃນຄັ້ງດຽວ ທັງຍັງເກືອບຈະເທົ່າກັບປະລິມານຢາບ້າທີ່ທາງການລາວສາມາດຢຶດໄດ້ທັງໝົດ 18.6 ກວ່າລ້ານເມັດໃນຕະຫຼອດປີ 2020 ທີ່ຜ່ານມາອີກດ້ວຍ.

ເຈົ້າໜ້າທີ່ຂັ້ນສູງຂອງໄທ ຢືນຢັນດ້ວຍວ່າ ທາງການໄທຢຶດຢາໄອສ໌ ໄດ້ຫລາຍກວ່າ 5.7 ໂຕນໃນໄລຍະດຽວກັນນີ້ ຈຶ່ງຖືເປັນສະພາບການທີ່ສະແດງໃຫ້ເຫັນໄດ້ວ່າ ຂະບວນການຄ້າຢາເສບຕິດຂ້າມຊາດໄດ້ນຳໃຊ້ລາວເປັນເສັ້ນທາງລັກລອບຂົນສົ່ງຢາເສບຕິດຈາກເຂດສາມຫລ່ຽມຄຳແລະສົ່ງໄປຍັງຕ່າງປະເທດຫລາຍຂຶ້ນນັ້ນເອງ ຊຶ່ງສອດຄ້ອງກັບການຖະແຫລງລາຍງານໂດຍ ພົນໂທ ວິໄລ ຫລ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຂອງລາວ ທັງຍັງຍອມຮັບດ້ວຍວ່າ:

“ບັນຫາຢາເສບຕິດໄດ້ແຜ່ລະບາດຮ້າຍແຮງນັບແຕ່ຕົວເມືອງໃຫຍ່າຈົນຮອດຊົນນະບົດຫ່າງໄກສອກຫລີກເຂົ້າເຖິງທຸກເພດໄວ ທຸກຊັ້ນຄົນໃນທົ່ວສັງຄົມນັບແຕ່ນັກຮຽນ ນັກສຶກສາ ພໍ່ຄ້າຊາວຂາຍ ກຳມະກອນ ຜູ້ຫວ່າງງານຕະຫຼອດພະນັກງານ ລັດຖະກອນຈຳນວນນຶ່ງ ຕາມຂໍ້ມູນເບື້ອງຕົ້ນ ໃນປັດຈຸບັນມີຜູ້ຕິດຢາເສບຕິດຢູ່ປະເທດຂອງພວກເຮົາສະເລ່ຍ 0.94 ເປີເຊັນ ຂອງພົນລະເມືອງທັງໝົດ ນອກຈາກນັ້ນ ຢາເສບຕິດຍັງສົ່ງຜົນກະທົບຕໍ່ສຸຂະພາບ ແລະຊີວິດຂອງຊາວໜຸ່ມລຸ້ນສືບທອດ ບັນຫາດັ່ງກ່າວ ກໍໄດ້ເປັນສາເຫດພາໃຫ້ເກີດປາກົດການຫຍໍ້ທໍ້ແລະບັນຫາອາຊະຍາກຳປະເພດຕ່າງໆ.”

ສ່ວນທ່ານພຸດ ສິມມາລາວົງ ລັດຖະມົນຕີກະຊວງສອກສາທິການແລະກິລາ ກໍຖະແຫລງວ່າ ບັນຫາທີ່ໜ້າເປັນຫ່ວງຢ່າງຍິ່ງໃນສັງຄົມຂອງນັກຮຽນ-ນັກສຶກສາໃນລາວ ໃນປັດຈຸບັນນີ້ ກໍຄືການຕົກຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງທີ່ຈະເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດເພີ້ມຂຶ້ນນັບມື້ ເນື່ອງຈາກວ່າ ມີແຫລ່ງມົ້ວສຸມທີ່ໄດ້ປະຕິບັດການມອມເມົາເຍົາວະຊົນນັ້ນ ເກີດຂຶ້ນຢ່າງຫລວງຫລາຍໃນທົ່ວປະເທດ ໂດຍສະເພາະແມ່ນຮ້ານເກມຄອມພິວເຕີ ສະນຸ໊ກເກີ ຄາຣາໂອເກະ ແລະຮ້ານກິນ-ດື່ມນັນ ກໍຄືແຫລ່ງທີ່ດຶງດູດເຍົາວະຊົນຫລາຍທີ່ສຸດ.

ທັງນີ້ ໂດຍອີງຕາມການສຶກສາ-ສຳຫຼວດທີ່ດຳເນີນການໂດຍສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເມື່ອບໍ່ນານມານີ້ ພົບວ່າ ມີເຍົາວະຊົນລາວເກີນກວ່າ 4 ແສນຄົນທີ່ຕົກຢູ່ໃນສິ່ງແວດລ້ອມທີ່ຄວາມສ່ຽງສູງທີ່ຈະເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດ ສ່ວນກົນໄກການສືບຂ່າວຂອງລາວ ກໍຕິດຕາມບໍ່ທັນການເຄື່ອນໄຫວຂອງຂະບວນການຄ້າຢາເສບຕິດ ໂດຍໃນຊ່ວງ 2 ປີຜ່ານມາ ຕຳຫຼວດລາວຈັບນັກຄ້າຢາເສບຕິດ 13,900 ກວ່າຄົນຈາກ 9,437 ຄະດີ ຢຶດຢາບ້າກວ່າ 37 ລ້ານເມັດ ເຮໂຣອິນ-ໂຄເຄນ 820 kg ຢາໄອສ໌ 2 ໂຕນ ກັນຊາ 6 ໂຕນກວ່າ ຝິ່ນ 500 kg ສານເຄມີກວ່າ 10 ໂຕນ ອາວຸດແລະອຸປະກອນສື່ສານທີ່ທັນສະໄໝກວ່າ 1 ໝື່ນລາຍການ.

XS
SM
MD
LG