ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລາວ ເນັ້ນໜັກ ໃຫ້ທຸກພາກສ່ວນ ປະກອບສ່ວນ ເພື່ອເຮັດໃຫ້ເສດຖະກິດ ຂະຫຍາຍຕົວເພີ່ມຂຶ້ນ


ນາຍົກລັດຖະມົນຕີລາວ ທ່ານທອງລຸນ ສີສຸລິດ ເນັ້ນໜັກໃຫ້ທຸກພາກສ່ວນ ຕ້ອງປະກອບສ່ວນເຂົ້າໃນການ
ຈັດຕັ້ງປະຕິບັດ ເພື່ອລົດຄວາມສ່ຽງໃນທຸກໆດ້ານ ເພື່ອຮັບປະກັນໃຫ້ເສດຖະກິດ ຂະຫຍາຍຕົວເພີ່ມຂຶ້ນຕາມແຜນການ ປີ 2017.
ນາຍົກລັດຖະມົນຕີລາວ ທ່ານທອງລຸນ ສີສຸລິດ ເນັ້ນໜັກໃຫ້ທຸກພາກສ່ວນ ຕ້ອງປະກອບສ່ວນເຂົ້າໃນການ ຈັດຕັ້ງປະຕິບັດ ເພື່ອລົດຄວາມສ່ຽງໃນທຸກໆດ້ານ ເພື່ອຮັບປະກັນໃຫ້ເສດຖະກິດ ຂະຫຍາຍຕົວເພີ່ມຂຶ້ນຕາມແຜນການ ປີ 2017.

ນາຍົກລັດຖະມົນຕີລາວ ເນັ້ນໜັກໃຫ້ທຸກພາກສ່ວນ ຕ້ອງປະກອບສ່ວນເຂົ້າໃນການ
ຈັດຕັ້ງປະຕິບັດ ເພື່ອລົດຄວາມສ່ຽງໃນທຸກໆດ້ານ ເພື່ອຮັບປະກັນໃຫ້ເສດຖະກິດ ຂະຫຍາຍຕົວເພີ່ມຂຶ້ນຕາມແຜນການ ປີ 2017.

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງການເງິນ
ຖະແຫລງວ່າ ການເຕີບໂຕທາງເສດຖະກິດ ໃນອັດຕາສະເລ່ຍ 7 ເປີເຊັນ ໃນແຜນການ
ປະຈຳປີ 2016-2017 ຈະເຮັດໃຫ້ຍອດຜະລິດຕະພັນພາຍໃນ (GDP) ຂອງລາວມີມູນ
ຄ່າລວມເຖິງ 129,683 ຕື້ກີບ ຫຼື ປະມານ 16,210 ລ້ານໂດລາ ໂດຍຈະຖົວສະເລ່ຍເປັນ
ລາຍໄດ້ຂອງປະຊາຊົນລາວ ທີ່ລະດັບ 2,341 ໂດລາຕໍ່ຄົນ ໃນທ້າຍປີ 2017 ນີ້ ແລະ
ເພີ່ມຂຶ້ນ 18 ເປີເຊັນ ທຽບໃສ່ລາຍໄດ້ສະເລ່ຍຂອງປະຊາຊົນລາວ ທີ່ລະດັບ 1,970
ໂດລາຕໍ່ຄົນ ໃນປີ 2016 ທີ່ຜ່ານມາ.

ກຣາຟ ສະແດງໃຫ້ເຫັນ ລະດັບ ຂອງຜະລິດຕະພັນລວມພາຍໃນ ຫຼື GDP ປະຈຳປີ ຂອງລາວ ຕະຫຼອດແຜນການ ປີ 2006 ຫາ 2016.
ກຣາຟ ສະແດງໃຫ້ເຫັນ ລະດັບ ຂອງຜະລິດຕະພັນລວມພາຍໃນ ຫຼື GDP ປະຈຳປີ ຂອງລາວ ຕະຫຼອດແຜນການ ປີ 2006 ຫາ 2016.

ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍບໍ່
ແມ່ນເລື່ອງງ່າຍ ເພາະຕ້ອງໄດ້ຮັບການຮ່ວມມື ຈາກທຸກພາກສ່ວນ ໃນການປະກອບ
ສ່ວນເຂົ້າໃນການຈັດຕັ້ງປະຕິບັດ ເພື່ອລົດຄວາມສ່ຽງໃນທຸກໆດ້ານ ດັ່ງທີ່ ທ່ານທອງລຸນ
ສີສຸລິດ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ:

“ຄັນແມ່ນຢາກຄຸ້ມຄອງເສດຖະກິດມະຫາພາກ ໃຫ້ໝັ້ນທ່ຽງ ພວກເຮົາຈະຕ້ອງຫລຸດ
ຜ່ອນ ບັນດາຄວາມສ່ຽງ ຄວາມສ່ຽງເຖິງການລົງທຶນ ຄວາມສ່ຽງເຖິງການຮົ່ວໄຫລ
ຄວາມສ່ຽງເຖິງການລົງທຶນ ທີ່ບໍ່ມີຄຸນນະພາບຂາດປະສິດທິຜົນ ຄວາມສ່ຽງເຖິງການ
ລົງທຶນ ທີ່ມີລາຄາສູງ ແຕ່ຄຸນນະພາບບໍ່ດີ ຄວາມສ່ຽງເຖິງການແກ່ຍືດແກ່ຍາວເວລາ
ເຮັດບໍ່ແລ້ວຈັກເທື່ອ ໃນກໍລະນີນີ້ແທນທີ່ຈະໄປສຸມໃສ່ໂຄງການທີ່ໄດ້ສະເໜີຫັ້ນ ເຮັດ
ໃຫ້ມັນແລ້ວ ຈັ່ງສະເໜີໂຄງການໃໝ່ ເຮັດໂຄງການໃໝ່ ສຸດທ້າຍອັນໃດກໍບໍ່ແລ້ວ.”

ໂດຍລັດຖະບານລາວ ໄດ້ກຳນົດ 10 ມາດຕະການຈັດຕັ້ງປະຕິບັດໃນຕະຫຼອດແຜນການ
ປີ 2016-2017 ນີ້ ຊຶ່ງປະກອບດ້ວຍ ການຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີສະຖຽນ
ລະພາບ ແລະໝັ້ນທ່ຽງ ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວບໍ່ໃຫ້ຫລຸດ 7 ເປີເຊັນ
ສືບຕໍ່ປັບປຸງການຄຸ້ມຄອງລະບົບການເງິນ ແລະງົບປະມານໃຫ້ແຂງແຮງ ດ້ວຍການປະຕິ
ຮູບກົນໄກການເກັບລາຍຮັບ ໃຫ້ເຂົ້າສູ່ລະບົບທັນສະໄໝ ແລະໂປ່ງໃສ ຄຸ້ມຄອງເງິນຕາ
ໃຫ້ມີສະຖຽນລະພາບ ສືບຕໍ່ການປະຕິບັດນະໂຍບາຍດອກເບ້ຍຕາມກົນໄກຕະຫຼາດ
ປັບປຸງ ສະພາວະແວດລ້ອມ ໃນການດຳເນີນທຸລະກິດ ສົ່ງເສີມການລົງທຶນພາຍໃນ ແລະ
ຈາກຕ່າງປະເທດໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຸກຍູ້ສົ່ງເສີມການຜະລິດ ແລະການບໍລິການ
ໂດຍສຸມໃສ່ການຜະລິດສິນຄ້າເພື່ອຊົມໃຊ້ພາຍໃນ ແລະ ຫລຸດຜ່ອນການນຳເຂົ້າ ຈາກ
ຕ່າງປະເທດ.

ສືບຕໍ່ສຸມໃສ່ການພັດທະນາທາງດ້ານວັດທະນະທຳສັງຄົມ ແລະແກ້ໄຂຄວາມທຸກຍາກ
ຄົນຄວ້າຜັນຂະຫຍາຍ ແລະຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາຢ່າງຍືນຍົງ ໃຫ້
ເປັນແຜນການ ແລະໂຄງການລະອຽດ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີປະສິດ
ທິຜົນ ບໍລິຫານລັດຖະການຕາມລະບຽບກົດໝາຍຢ່າງເຂັ້ມງວດ ທີ່ແນໃສ່ການຕ້ານ
ການສໍ້ລາດບັງຫລວງ ໃຫ້ເປັນຮູບປະທຳ ສະເໜີສະພາແຫ່ງຊາດ ແລະສະພາທ້ອງຖິ່ນ
ໃຫ້ຕິດຕາມກວດກາ ການປັບປຸງນິຕິກຳ ໃຫ້ສອດຄ້ອງກັບສະພາບການຕົວຈິງ ແລະ
ການຮັບປະກັນສະຖຽນລະພາບທາງການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍ
ທາງສັງຄົມໃຫ້ໄດ້ຢ່າງຄັກແນ່.

ທາງດ້ານທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການ ກະຊວງແຜນການ ແລະການ
ລົງທຶນຖະແຫລງຢືນຢັນວ່າ ລັດຖະບານລາວ ໄດ້ປັບລົດຄາດໝາຍການເຕີບໂຕ
ທາງເສດຖະກິດລົງຈາກ 7.5 ເປີເຊັນ ເປັນ 7 ເປີເຊັນຕໍ່ປີ ໃນຊ່ວງ 4 ປີ ທີ່ເຫຼືອ ຂອງ
ແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ ໄລຍະ 5 ປີ ຄັ້ງທີ 8 ທີ່ຈັດຕັ້ງ
ປະຕິບັດ ຢູ່ໃນເວລານີ້ ແລະຈະຍັງຈັດຕັ້ງປະຕິບັດໄປຈົນເຖິງປີ 2020 ຊຶ່ງຖ້າຫາກ
ເປັນໄປຕາມຄາດໝາຍ ດັ່ງກ່າວ ກໍຈະເຮັດໃຫ້ຍອດຜະລິດຕະພັນພາຍໃນ (GDP)
ມີມູນຄ່າລວມກວ່າ 597,682 ຕື້ກີບ ທີ່ຄິດສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວ
ທີ່ລະດັບ 23.82 ລ້ານກີບ ຫຼື ປະມານ 2,978 ໂດລາຕໍ່ຄົນ ໃນປີ 2020.

ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຈະ
ຕ້ອງນຳໃຊ້ເງິນທຶນບໍ່ນ້ອຍກວ່າ 173,328 ຕື້ກີບ ຫຼື ປະມານ 21,666 ລ້ານ ໂດຍຄິດ
ເປັນ 29 ເປີເຊັນ ຂອງ GDP ຊຶ່ງໃນນີ້ ແບ່ງເປັນການລົງທຶນຂອງລັດ 21,723 ຕື້ກີບ
ເງິນທຶນ ຈາກການກູ້ຢືມ ແລະການຊ່ອຍເຫຼືອຈາກຕ່າງປະເທດ 33,960 ຕື້ກີບ ການລົງ
ທຶນຂອງເອກກະຊົນລາວ ແລະຕ່າງປະເທດ 79,447 ຕື້ກີບ ແລະເງິນທຶນຈາກລະບົບ
ສິນເຊື່ອຂອງທະນາຄານໃນປະເທດ 38,199 ຕື້ກີບ ຕາມລຳດັບ.

XS
SM
MD
LG