ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາຍົກລາວ ຈັດຕັ້ງທີມງານສະເພາະກິດ ເພື່ອ ຮັບປະກັນ ໃຫ້ເສດຖະກິດ ຂະຫຍາຍຕົວຕື່ມ


ນາຍົກລັດຖະມົນຕີລາວ ທ່ານທອງລຸນ ສີສຸລິດ ໄດ້ມີຄຳສັ່ງ ໃຫ້ຈັດຕັ້ງທີມງານສະເພາະກິດ ຂຶ້ນມາຄະນະນຶ່ງ ເມື່ອ
ບໍ່ນານມານີ້
ນາຍົກລັດຖະມົນຕີລາວ ທ່ານທອງລຸນ ສີສຸລິດ ໄດ້ມີຄຳສັ່ງ ໃຫ້ຈັດຕັ້ງທີມງານສະເພາະກິດ ຂຶ້ນມາຄະນະນຶ່ງ ເມື່ອ ບໍ່ນານມານີ້

ນາຍົກລັດຖະມົນຕີລາວ ຈັດຕັ້ງທີມງານສະເພາະກິດ ເພື່ອຮັບປະກັນໃຫ້ເສດຖະກິດ
ຂະຫຍາຍຕົວ ເພີ່ມຂຶ້ນຕາມແຜນການທີ່ວາງໄວ້ ໃນປີ 2017 ໂດຍເປັນການປະສານ
ງານ ລະຫວ່າງ 4 ກະຊວງ ກັບ 1 ສຳນັກງານ.

ທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການ ກະຊວງແຜນການ ແລະການລົງທຶນ
ທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການ ກະຊວງແຜນການ ແລະການລົງທຶນ

ທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການ ກະຊວງແຜນການ ແລະການລົງທຶນ
ຖະແຫລງວ່າ ຄະນະລັດຖະບານລາວ ພາຍໃຕ້ການນຳຂອງທ່ານທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ໄດ້ມີຄຳສັ່ງໃຫ້ຈັດຕັ້ງທີມງານສະເພາະກິດ ຂຶ້ນມາຄະນະນຶ່ງ ເມື່ອ
ບໍ່ນານມານີ້ ເພື່ອໃຫ້ຮັບຜິດຊອບການຈັດຕັ້ງປະຕິບັດໃນທຸກໆດ້ານ ເພື່ອຮັບປະກັນ
ໃຫ້ເສດຖະກິດມະຫາພາກຂອງລາວ ຂະຫຍາຍຕົວເພີ່ມຂຶ້ນຕາມແຜນການເປົ້າໝາຍ
ທີ່ວາງໄວ້ ໃນປີ 2017 ນີ້ ໂດຍເປັນການປະສານງານ ລະຫວ່າງ 4 ກະຊວງ ກັບ 1
ສຳນັກງານ ຂອງລັດ ດັ່ງທີ່ ທ່ານສຸພັນ ຢືນຢັນວ່າ:

“ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ແລະສັງຄົມ ປີ 2017
ເພື່ອເຮັດໃຫ້ເສດຖະກິດມະຫາພາກມີຄວາມໝັ້ນຄົງ ມີສະຖຽນລະພາບ
ທ່ານນາຍົກກໍໄດ້ຈັດຕັ້ງທີມງານເສດຖະກິດຂຶ້ນ ມີສີ່ຫ້າກະຊວງຫລັກ ກະຊວງການເງິນ ກະຊວງແຜນການ ທະນາຄານ ກະຊວງການຄ້າ ແລະ
ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຊຶ່ງໄດ້ປະຊຸມກັນໃນທຸກໆເດືອນ
ວາງມາດຕະການ ຄົ້ນຄວ້ານະໂຍບາຍຕ່າງໆ ເພື່ອສະເໜີລັດຖະບານ
ໃນແຕ່ລະເດືອນຫັ້ນ ເພື່ອວາງອອກໄປຈັດຕັ້ງປະຕິບັດ.”

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ ກະຊວງການເງິນ
ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ ກະຊວງການເງິນ

ທາງດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ
ກະຊວງ ການເງິນ ຖະແຫລງວ່າ ການເຕີບໂຕທາງເສດຖະກິດ ໃນອັດຕາສະເລ່ຍ
7 ເປີເຊັນ ໃນແຜນການປີ 2016-2017 ຈະເຮັດໃຫ້ຍອດຜະລິດຕະພັນພາຍໃນ
(GDP) ຂອງລາວ ມີມູນຄ່າລວມເຖິງ 129,683 ຕື້ກີບ ຫຼືປະມານ 16,210 ລ້ານ
ໂດລາ ໂດຍຈະຖົວສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວ ທີ່ລະດັບ 2,341
ໂດລາຕໍ່ຄົນ ໃນທ້າຍປີ 2017 ນີ້ ແລະເພີ່ມຂຶ້ນ 18 ເປີເຊັນ ທຽບໃສ່ລາຍໄດ້ສະ
ເລ່ຍ ຂອງປະຊາຊົນລາວ ທີ່ລະດັບ 1,970 ໂດລາຕໍ່ຄົນ ໃນປີ 2016 ທີ່ຜ່ານມາ.

ທີມງານສະເພາະກິດ ປະກອບມີສີ່ຫ້າກະຊວງຫລັກ ກະຊວງການເງິນ ກະຊວງແຜນການ ແລະການລົງທຶນ ທະນາຄານ ກະຊວງການຄ້າ ແລະ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຊຶ່ງໄດ້ປະຊຸມກັນໃນທຸກໆເດືອນ
ທີມງານສະເພາະກິດ ປະກອບມີສີ່ຫ້າກະຊວງຫລັກ ກະຊວງການເງິນ ກະຊວງແຜນການ ແລະການລົງທຶນ ທະນາຄານ ກະຊວງການຄ້າ ແລະ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຊຶ່ງໄດ້ປະຊຸມກັນໃນທຸກໆເດືອນ

ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ ຢ່າງແທ້ຈິງນັ້ນ
ກໍບໍ່ ແມ່ນເລື່ອງງ່າຍ ເພາະຕ້ອງໄດ້ຮັບການຮ່ວມມືຈາກທຸກພາກສ່ວນ ໃນການ
ປະກອບ ສ່ວນເຂົ້າໃນການຈັດຕັ້ງປະຕິບັດ 10 ມາດຕະການທີ່ລັດຖະບານລາວ
ໄດ້ກຳນົດໄວ້ໃນແຜນການປີ 2016-2017 ທີ່ປະກອບດ້ວຍການຄຸ້ມຄອງເສດຖະ
ກິດມະຫາພາກ ໃຫ້ມີສະຖຽນລະພາບ ແລະໝັ້ນທ່ຽງ ເພື່ອຮັບປະກັນໃຫ້ເສດຖະກິດ
ຂະຫຍາຍຕົວ ບໍ່ໃຫ້ຫລຸດ 7 ເປີເຊັນ ສືບຕໍ່ປັບປຸງການຄຸ້ມຄອງລະບົບການເງິນ
ແລະງົບປະມານໃຫ້ແຂງແຮງແຮງ ດ້ວຍການປະຕິຮູບກົນໄກການເກັບລາຍຮັບ
ໃຫ້ເຂົ້າສູ່ລະບົບທັນສະໄໝ ແລະໂປ່ງໃສ ຄຸ້ມຄອງເງິນຕາໃຫ້ມີສະຖຽນລະພາບ
ສືບຕໍ່ການປະຕິບັດນະໂຍບາຍດອກເບ້ຍຕາມກົນໄກຕະຫຼາດ ປັບປຸງສະພາວະ
ແວດລ້ອມ ໃນການດຳເນີນທຸລະກິດ ສົ່ງເສີມການລົງທຶນພາຍໃນ ແລະ ຈາກຕ່າງ
ປະເທດໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຸກຍູ້ສົ່ງເສີມການຜະລິດສິນຄ້າ ແລະ ພັດທະນາ
ການບໍລິການ ໂດຍສຸມໃສ່ການຜະລິດສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະຫລຸດຜ່ອນ
ການນຳເຂົ້າຈາກຕ່າງປະເທດ.

ສືບຕໍ່ສຸມໃສ່ການພັດທະນາທາງດ້ານວັດທະນະທຳສັງຄົມ ແລະແກ້ໄຂຄວາມທຸກ
ຍາກ ຄົ້ນຄວ້າຜັນຂະຫຍາຍແລະຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຢ່າງຍືນ
ຍົງໃຫ້ເປັນແຜນການ ແລະໂຄງການລະອຽດ ເພື່ອຮັບປະກັນການຈັດຕັ້ງປະຕິບັດ
ໃຫ້ມີປະສິດທິຜົນ ບໍລິຫານລັດຖະການຕາມລະບຽບກົດໝາຍຢ່າງເຂັ້ມງວດ ທີ່ແນ
ໃສ່ການຕ້ານ ການສໍ້ລາດບັງຫລວງໃຫ້ເປັນຮູບປະທຳ ສະເໜີສະພາແຫ່ງຊາດ ແລະ
ສະພາທ້ອງຖິ່ນ ໃຫ້ຕິດຕາມກວດກາການປັບປຸງນິຕິກຳ ໃຫ້ສອດຄຮ້ອງກັບສະພາບ
ການຕົວຈິງ ແລະການຮັບປະກັນສະຖຽນລະພາບທາງການເມືອງ ແລະຄວາມເປັນ
ລະບຽບຮຽບຮ້ອຍທາງສັງຄົມ ໃຫ້ໄດ້ຢ່າງຄັກແນ່.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍໄດ້ປັບລົດຄາດໝາຍການຂະຫຍາຍຕົວ ທາງ
ເສດຖະກິດລົງ ຈາກ 7.5 ເປີເຊັນ ເປັນ 7 ເປີເຊັນ ຕໍ່ປີໃນໄລຍະ 4 ປີ ທີ່ເຫຼືອຂອງ
ແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ ໄລຍະ 5 ປີ ຄັ້ງທີ 8 ທີ່ຈັດຕັ້ງ
ປະຕິບັດ ຢູ່ໃນເວລານີ້ ແລະຍັງຈະຈັດຕັ້ງປະຕິບັດໄປຈົນເຖິງປີ 2020 ຊຶ່ງຖ້າຫາກ
ເປັນໄປຕາມຄາດໝາຍດັ່ງກ່າວ ກໍຈະເຮັດໃຫ້ຍອດຜະລິດຕະພັນພາຍໃນ (GDP)
ມີມູນຄ່າລວມກວ່າ 597,682 ຕື້ກີບ ຄິດສະເລ່ຍຕໍ່ຫົວປະຊາຊົນລາວ ທີ່ລະດັບ 23.82
ລ້ານກີບ ຫຼື 2,978 ຕໍ່ຄົນໃນປີ 2020.

ຫາກແຕ່ວ່າ ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ຢ່າງແທ້ຈິງ ກໍຈະຕ້ອງນຳ
ໃຊ້ເງິນທຶນ ບໍ່ນ້ອຍກວ່າ 173,328 ຕື້ກີບ ຫຼື 21,666 ລ້ານໂດລາ ໂດຍຄິດເປັນ 29
ເປີເຊັນ ຂອງ GDP.

XS
SM
MD
LG