ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ລາວ ສັ່ງໃຫ້ສືບຕໍ່ ມາດຕະການ ກວດກາສຳປະທານ ຂຸດຄົ້ນແຮ່ທາດທຸກ ໂຄງການ


ພະນັກງານບໍ່ຄຳກຳລັງເກັບກຳຂໍ້ມູນໃນຂະນະທີ່ລົດຈົກກຳລັງຂຸດດິນຂຶ້ນລົດ.
ພະນັກງານບໍ່ຄຳກຳລັງເກັບກຳຂໍ້ມູນໃນຂະນະທີ່ລົດຈົກກຳລັງຂຸດດິນຂຶ້ນລົດ.

ນາຍົກລັດຖະມົນຕີ ລາວ ສັ່ງການໃຫ້ສືບຕໍ່ມາດຕະການກວດກາສຳປະທານຂຸດຄົ້ນແຮ່ ທາດທຸກໂຄງການ ແລະ ຍຸຕິການພິຈາລະນາເພື່ອອະນຸຍາດໃຫ້ສຳປະທານຂຸດຄົ້ນແຮ່ ທາດ ໂຄງການໃໝ່ໃນທົ່ວປະເທດ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ມີຄຳສັ່ງໄປເຖິງທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ສືບຕໍ່ການຈັດຕັ້ງປະຕິບັດມາດຕະການກວດກາສຳປະທານການສຳຫຼວດ ແລະ ຂຸດຄົ້ນແຮ່ທ່າດໃນທົ່ວປະເທດ ທັງຍັງໄດ້ເນັ້ນຢໍ້າໃຫ້ທຸກພາກສ່ວນຢຸດການພິຈາລະນາ ເພື່ອອະນຸຍາດໃຫ້ສຳປະທານໂຄງການໃໝ່ຢ່າງສິ້ນເຊີງອີກດ້ວຍ.

ທ່ານ ທອງລຸນ ໃຫ້ການຢືນຢັນວ່າການສືບຕໍ່ດຳເນີນມາດຕະການກວດກາດັ່ງກ່າວ ກໍເພື່ອ ເປັນການຮັບປະກັນວ່າ ບັນດາບໍລິສັດເອກະຊົນ ລາວ ແລະ ຕ່າງຊາດທີ່ໄດ້ຮັບອະນຸຍາດ ສຳປະທານການຂຸດຄົ້ນແຮ່ທາດຈາກລັດຖະບານ ລາວ ແລ້ວນັ້ນ ໄດ້ຈັດຕັ້ງປະຕິບັດຕາມ ເງື່ອນໄຂທີ່ໄດ້ກຳນົດໄວ້ໃນສັນຍາຢ່າງຄົບຖ້ວນ ຫຼື ບໍ່ ເພາະຈາກການກວດກາໃນໄລຍະທີ່ ຜານມາ ພົບວ່າການດຳເນີນງານຂອງບໍລິສັດສ່ວນໃຫຍ່ ຍັງບໍ່ໄດ້ມາດຕະຖານ ແລະ ບໍ່ ເປັນໄປຕາມເງື່ອນໄຂໃນສັນຍາເຊັ່ນ ການຄຸ້ມຄອງໃນຫຼາຍໆໂຄງການຍັງຂາດປະສິດ ທິພາບ ຈຶ່ງໄດ້ສົ່ງຜົນກະທົບຕໍ່ສະພາວະແວດລ້ອມທຳມະຊາດ, ລະບົບນິເວດ ແລະ ສະ ພາບຊີວິດການເປັນຢູ່ຂອງປະຊາຊົນ ລາວ ຢ່າງກວ້າງຂວາງ.

ຍິ່ງໄປກວ່ານັ້ນ ການກວດກາຍັງພົບດ້ວຍວ່າ ການຊົດເຊີຍຕໍ່ຜົນເສຍຫາຍຂອງປະຊາຊົນ ທີ່ເກີດຈາກການຂຸດຄົ້ນແຮ່ທາດນັ້ນ ກໍໄດ້ດຳເນີນໄປຢ່າງຊັກຊ້າ ທັງຍັງມີການນຳໃຊ້ນິຕິ ກຳໃນການແຈ້ງຊຳລະພາສີອາກອນ ແລະ ຄ່າທຳນຽມຕ່າງໆ ທີ່ກ່ຽວກັບການຂຸດຄົ້ນແຮ່ ທາດທີ່ບໍ່ໂປ່ງໃສ. ສ່ວນການປະຕິບັດໜ້າທີ່ຂອງພະນັກງານລັດຖະບານກໍຍັງບໍ່ລວມສູນ ແລະ ບໍ່ເປັນເອກະພາບກັນໃນທົ່ວປະເທດ ຈຶ່ງເຮັດໃຫ້ເກີດມີການສັບສົນໃນການຄຸ້ມຄອງ ແລະ ການຈັດເກັບລາຍຮັບເຂົ້າງົບປະມານຂອງລັດຖະບານ ຊຶ່ງຜົນຕິດຕາມມາກໍຄືເກີດ ການຮົ່ວໄຫຼຂອງລາຍຮັບງົບປະມານຢ່າງຫຼວງຫຼາຍ.

ຢ່າງໃດກໍຕາມ ຂະແໜ່ງການຂຸດຄົ້ນແຮ່ທາດກໍໄດ້ປະກອບສ່ວນຢາງສຳຄັນເຂົ້າໃນການ ພັດທະນາເສດຖະກິດຂອງ ລາວ ໂດຍໃນຊ່ວງປີ 2011-2015 ທີ່ຜ່ານມາກໍປາກົດວ່າ ຂະ ແໜງການຂຸດຄົ້ນແຮ່ທາດໃນ ລາວ ມີມູນຄ່າຜົນຜະລິດລວມຫຼາຍກວ່າ 68,000 ຕື້ກີບ ຫຼື ເກີນກວ່າ 8,500 ລ້ານໂດລາ ແລະ ເມື່ອລວມກັບຜົນຜະລິດໃນຂະແໜງພະລັງງານໄຟ ຟ້າທີ່ມີມູນຄ່າຫຼາຍກວ່າ 27,000 ຕື້ກີບ ຫຼື ເກີນກວ່າ 3,375 ລ້ານໂດລາດ້ວຍແລ້ວ ກໍເຮັດ ໃຫ້ຜົນຜະລິດໃນພາກພະລັງງານ ແລະ ບໍ່ແຮ່ ຈະຍັງມີສ່ວນຢ່າງສຳຄັນໃນການຊຸກຍູ້ໃຫ້ ເສດຖະກິດຂອງ ລາວ ຂະຫຍາຍຕົວເພີ່ມຂຶ້ນຕໍ່ໄປ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງພະ ລັງງານ ແລະ ບໍ່ແຮ່ ໄດ້ໃຫ້ການຢືນຢັນວ່າ.

"ຂະແໜງການບໍ່ແຮ່ ພວກເຮົາກະຄາດຄະເນວ່າມັນຢູ່ໃນລະດັບເກົ່າ ໂດຍສະເພາະ ຄຳ, ທອງ ຫັ່ນພວກເຮົາກະຄິດໄລ່ພຽງແຕ່ວ່າຢູ່ໃນລະດັບ 70 ເປີເຊັນຂອງມູນຄ່າການ ຜະລິດ ແຕ່ວ່າຂະແໜງໄຟຟ້ານີ້ ຄາດຄະເນວ່າຈະຂະຫຍາຍຕົວຫຼາຍ ໂດຍສະເພາະ ບັນດາໂຄງການທີ່ຈະສຳເລັດ ແລະ ນຳເຂົ້າສູ່ການຜະລິດເພີ່ມຂຶ້ນ ດັ່ງນັ້ນອັດຕາການ ເຕີບໂຕຢູ່ໃນຂະແໜ່ງໄຟຟ້າ-ບໍ່ແຮ່ ຈະເປັນປັດໃຈຜັກດັນໃຫ້ແກ່ເສດຖະກິດເຕີບໂຕ ຢູ່ໃນລະດັບ 7 ເປີເຊັນ."

ໂດຍໃນປະຈຸບັນ ທາງການ ລາວ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ອະນຸຍາດໃຫ້ສຳ ປະທານການຂຸດຄົ້ນແຮ່ທາດແກ່ 657 ບໍລິສັດໃນ 942 ກິດຈະການໃນທົ່ວປະເທດ ແລະ ໃນແຜນການປີ 2015-2016 ກໍປາກົດວ່າຜົນຜະລິດຈາກຂະແໜງແຮ່ທາດໃນ ລາວ ມີ ມູນຄ່າລວມ 11,000 ຕື້ກີບ ຫຼື 1,375 ລ້ານໂດລາ.

ທັງນີ້ໂດຍສຳປະທານທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງພະລັງງານ ແລະ ບໍ່ແຮ່ ກໍມີ ຢູ່ເຖິງ 226 ບໍລິສັດ ແລະ ມີພື້ນທີ່ຂຸດຄົ້ນລວມ 58,569.54 ກິໂລແມັດມົນທົນ ຫຼື ຄິດເປັນ ກວ່າ 24 ເປີ ເຊັນຂອງພື້ນທີ່ທັງໝົດໃນປະເທດ ໂດຍການກວດກາໃນໄລຍະທີຜ່ານມານີ້ ເປັນການຈັດຕັ້ງປະຕິບັດຕາມຄຳສັ່ງເສກທີ 13 ຂອງນາຍົກລັດຖະມົນຕີ ລົງວັນທີ 11 ມິຖຸ ນາ 2012 ຊຶ່ງ ໄດ້ກຳນົດໃຫ້ດຳເນີນການກວດກາທຸກໂຄງການໃນທົ່ວປະເທດ ໃຫ້ແລ້ວ ສຳເລັດທັງໝົດ ພາຍໃນປີ 2015 ຫາກແຕ່ກໍບໍ່ສາມາດປະຕິບັດໄດ້ຈິງ.

XS
SM
MD
LG