ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກລາວ ຮຽກຮ້ອງໃຫ້ລັດຖະບານ ກັບ ພາກເອກະຊົນ ຮ່ວມມືກັນຢ່າງໃກ້ຊິດ ເພື່ອຟື້ນຟູເສດຖະກິດຂອງປະເທດຄືນ


ກອງປະຊຸມໃຫຍ່ຄັ້ງທີ 8 ຂອງສະພາການຄ້າ ແລະອຸດສາຫະກໍາລາວທີ່ຈັດຂັ້ນໃນວັນທີ 25 ກັນຍາ 2020
ກອງປະຊຸມໃຫຍ່ຄັ້ງທີ 8 ຂອງສະພາການຄ້າ ແລະອຸດສາຫະກໍາລາວທີ່ຈັດຂັ້ນໃນວັນທີ 25 ກັນຍາ 2020

ລັດຖະບານ ແລະພາກເອກະຊົນລາວຈໍາເປັນຈະຕ້ອງໄດ້ປະສານຮ່ວມມືກັນຢ່າງໃກ້ຊິດ ເພື່ອຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຢ່າງໜັກຈາກການລະບາດຂອງໄວຣັສ ໂຄວິດ-19 ຢູ່ໃນລາວ ແລະທົ່ວໂລກ, ຊົງລິດ ໂພນເງິນ ມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.

ທ່ານທອງລຸນ ສີສຸລິດ, ນາຍົກລັດຖະມົນຕີໄດ້ຮຽກຮ້ອງຕໍ່ກອງປະຊຸມໃຫຍ່ຄັ້ງທີ 8 ຂອງສະພາການຄ້າ ແລະອຸດສາຫະກຳແຫ່ງຊາດເມື່ອບໍ່ດົນມານີ້ວ່າການຕົກຕໍ່າທາງເສດຖະກິດໃນປີ 2020 ອັນເປັນຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ຢູ່ໃນລາວ ແລະໃນທົ່ວໂລກນັ້ນ ເຮັດໃຫ້ລັດຖະບານກັບພາກເອກະຊົນ ໃນລາວຈະຕ້ອງປະສານການຮ່ວມມືກັນຢ່າງໃກ້ຊິດ ເພື່ອຟື້ນຟູເສດຖະກິດຂອງລາວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວທີ່ສຸດ ດ້ວຍການສ້າງເງື່ອນໄຂພາຍໃນທີ່ດີໃຫ້ແກ່ການຜະລິດສິນຄ້າ ແລະການບໍລິ ການ, ການສົ່ງເສີມການລົງທຶນຕ່າງປະເທດໃຫ້ເຂົ້າມາລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ລວມທັງການຜະລິດສະບຽງອາຫານ ເພື່ອຕອບສະໜອງການບໍລິໂພກພາຍໃນລາວຢ່າງພຽງພໍນັ້ນ ຖືເປັນປັດໄຈສຳຄັນທີ່ສຸດ ເຊິ່ງລັດຖະບານ ແລະພາກເອກະຊົນຈະຕ້ອງຮ່ວມມືກັນຢ່າງໃກ້ຊິດເທົ່ານັ້ນ ຈຶ່ງຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງເປັນຮູບປະທໍາ ດັ່ງທີ່ທ່ານທອງລຸນໄດ້ໃຫ້ການເນັ້ນຢໍ້າວ່າ:

ຊ່ວຍກັນລະຫວ່າງລັດຖະບານ ແລະສະພາການຄ້າພວກເຮົາ ຈົ່ງພ້ອມໄປນໍາກັນ ໂດຍບໍ່ຢາກໃຫ້ໃຜຢູ່ເບື້ອງຫລັງ ບໍ່ປະລະໃຫ້ຜູ້ໃດຢູ່ເບື້ອງຫຼັງ. ນັກທຸລະກິດກໍບໍ່ປະລະໃຫ້ລັດຖະບານຢູ່ເບື້ອງຫຼັງ ລັດຖະບານແນ່ນອນຈະ ເຮັດສຸດຄວາມສາມາດ ບໍ່ປະລະໃຫ້ນັກທຸລະກິດທີ່ຢູ່ເບື້ອງຫລັງ ຈັ່ງຊັ້ນ ພວກເຮົາຕ້ອງພ້ອມກັນກ້າວຕໍ່ໄປ. ພວກເຮົາຍັງມີທ່າແຮງຫຼາຍສິ່ງ ຫຼາຍຢ່າງ, ພວກເຮົາຈະສາມາດຟື້ນຟູເສດຖະກິດຂອງປະເທດເຮົາ."

ກອງປະຊຸມກ່ຽວກັບຜົນກະທົບຂອງພະຍາດໂຄວິດ-19 ຂອງທຸລະກິດຂະໜາດນ້ອຍ ແລະກາງ
ກອງປະຊຸມກ່ຽວກັບຜົນກະທົບຂອງພະຍາດໂຄວິດ-19 ຂອງທຸລະກິດຂະໜາດນ້ອຍ ແລະກາງ

ທັງນີ້ ທະນາຄານພັດທະນາເອເຊຍ (ADB) ໄດ້ປັບຫລຸດຄາດໝາຍການເຕີບໂຕທາງເສດຖະກິດໃນ ບັນດາ ປະເທດສະມາຊິກອາຊຽນລົງທັງ 10 ປະເທດລົງ ຍ້ອນຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ຊຶ່ງໃນນີ້ມີ 7 ປະເທດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແລະຄາດວ່າ ຍອດຜະລິດຕະພັນລວມ (GDP) ປີ 2020 ຈະຫລຸດລົງຈາກປີ 2019 ກໍຄືໄທ, ຟິລິບປີນ, ມາເລເຊຍ, ສິງກະໂປ, ກໍາປູເຈຍ, ລາວ, ອິນໂດເນເຊຍ ທີ່ຄາດວ່າ GDP ຈະຫລຸດລົງເຖິງ 8 ເປີເຊັນ, 7.3 ເປີເຊັນ, 6.5 ເປີເຊັນ, 4 ເປີເຊັນ ແລະ 1 ເປີເຊັນຕາມລໍາດັບ.

ສ່ວນບຣູໄນ, ມຽນມາ ແລະຫວຽດນາມ ກໍຄື 3 ປະເທດສະມາຊິກຂອງອາຊຽນທີ່ໄດ້ຮັບການຄາດໝາຍວ່າ ເສດຖະກິດໃນປີ 2020 ຈະຂະຫຍາຍຕົວເພີ້ມຂຶ້ນທີ່ລະດັບ 1.4 ເປີເຊັນ, 1.8 ເປີເຊັນ ແລະ 1.8 ເປີເຊັນ ຕາມລໍາດັບ.

ແຕ່ເຖິງຢ່າງໃດກໍ່ຕາມ, ADB ກໍໄດ້ຄາດວ່າເສດຖະກິດອາຊຽນຈະກັບສູ່ສະພາບປົກກະຕິຄືມີການຂະຫຍາຍຕົວຂອງ GDP ໃນທຸກໆປະເທດ ເມື່ອສາມາດຄວບຄຸມການລະບາດຂອງໄວຣັສໂຄວິ-19 ໄດ້ຢ່າງຄັກແນ່ແລ້ວ ຊຶ່ງຈະເຮັດໃຫ້ GDP ຂອງບັນດາປະເທດສະມາຊິກອາຊຽນໃນປີ 2021 ຂະຫຍາຍຕົສເພີ່ມຂຶ້ນໃນລະດັບຕັ້ງແຕ່ 3 ເປີເຊັນ ຫາ 6.5 ເປີເຊັນ. ສໍາລັບ GDP ຂອງລາວນັ້ນຈະເຕີບໂຕໃນລະດັບ 4.5% ເທົ່າກັບໄທ ແລະສິງກະໂປ. ສ່ວນບຣູນາຍ, ອິນໂດເນເຊຍ, ກຳປູເຈຍ, ມຽນມາ ແລະຫວຽດນາມນັ້ນ GDP ກໍຈະຂະຫຍາຍຕົວໃນລະດັບ 3 ເປີເຊັນ, 5,3 ເປີເຊັນ, 5,9 ເປີເຊັນ, 6 ເປີເຊັນ ແລະ 6,3 ເປີເຊັນ ຕາມລຳດັບ, ໃນຂະນະທີ່ GDP ຂອງຟີລິບປິນແລະມາເລເຊຍ ຈະຂະຫຍາຍຕົວສູງທີ່ສຸດໃນລະດັບ 6.5 ເປີເຊັນ ໃນປີ 2021 ນັ້ນ ໃນຂະນະທີ່ລັດຖະບານລາວກໍໄດ້ວາງຄາດໝາຍການຂະຫຍາຍຕົວຂອງ GDP ໃນປີ 2020 ໄວ້ໃນລະດັບ 6.5 ເປີເຊັນ, ເຊິ່ງຈະເຮັດໃຫ້ GDP ມີມູນຄ່າລວມ 117,780 ຕື້ກີບ ໂດຍທີ່ສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວຢູ່ທີ່ລະດັບ 2,733 ໂດລາ ຕໍ່ຄົນ ຕໍ່ປີ, ແຕ່ຍ້ອນຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ຈຶ່ງເປັນໄປບໍ່ໄດ້ຢ່າງແນ່ນອນ.

ທາງດ້ານສະພາອຸດສາຫະກຳ ແລະການຄ້າຂອງສະຫະພາບຢູໂຣບ (EU) ປະຈຳລາວຄາດໝາຍວ່າ ການລະບາດຂອງເຊື້ອໄວຣັສ COVID-19 ຈະເຮັດໃຫ້ເກີນກວ່າ 70 ເປີເຊັນຂອງໜ່ວຍທຸລະກິດທັງໝົດໃນລາວ ຕ້ອງສູນເສຍລາຍໄດ້ຫຼາຍກວ່າ 70 ເປີເຊັນຂອງລາຍໄດ້ທັງໝົດໃນປີ 2020 ອັນຈະເຮັດໃຫ້ໜ່ວຍທຸລະກິດເຫຼົ່ານີ້ບໍ່ມີເງິນສຳລັບໃຊ້ຊຳລະໜີ້ເງິນກູ້ ແລະ ດອກເບ້ຍໃຫ້ທະນາຄານ ໂດຍສອດຄ່ອງກັບສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດທີ່ຄາດການວ່າ ພາກບໍລິການ ແລະທ່ອງທ່ຽວໃນລາວຈະສູນເສຍລາຍໄດ້ເກີນກວ່າ 700 ລ້ານໂດລາ. ສ່ວນກະຊວງແຜນການ ແລະການລົງທຶນປະເມີນວ່າ ການລະບາດຂອງເຊື້ອໄວຣັສ COVID-19 ຈະເຮັດໃຫ້ເສດຖະກິດລາວ ເກີດການສູນເສຍໃນຕະຫຼອດປີ 2020 ນີ້ ຄິດເປັນມູນຄ່າລວມເຖິງ 7,000 ຕື້ກີບ ແລະກະທົບຕໍ່ວິສາຫະກິດເຖິງ 128,690 ລາຍ ໃນນີ້ 97 ເປີເຊັນ ກໍຄື ວິສາຫະກິດຂະໜາດນ້ອຍ-ຂະໜາດກາງ (SME) ນັ້ນ.

XS
SM
MD
LG