ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກລັດຖະມົນຕີ ລາວ ຍອມຮັບວ່າ ການແຜ່ລະບາດ ຂອງເຊື້ອໄວຣັສ COVID-19 ສົ່ງຜົນກະທົບຕໍ່ ລາວ ຢ່າງໜັກ


ທ່ານ ທອງລຸນ ສີສຸດລິດ ກ່າວຄຳປາໄສໃນລະຫວ່າງການລົງສຳຫຼວດ COVID-19.
ທ່ານ ທອງລຸນ ສີສຸດລິດ ກ່າວຄຳປາໄສໃນລະຫວ່າງການລົງສຳຫຼວດ COVID-19.

ນາຍົກລັດຖະມົນຕີ ລາວ ຍອມຮັບວ່າ ການແຜ່ລະບາດຂອງເຊື້ອໄວຣັສ COVID-19 ສົ່ງຜົນກະ ທົບຕໍ່ ລາວ ຢ່າງໜັກ ແລະ ຮຽກຮ້ອງໃຫ້ປະຊາຊົນຕຽມພ້ອມ ແລະ ພະຍາຍາມເພິ່ງພາຕົນເອງໃຫ້ຫຼາຍທີ່ສຸດ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຖະແຫຼງຢືນຢັນວ່າ ການແຜ່ລະບາດຂອງເຊື້ອໄວຣັສ COVID-19 ໃນທົ່ວໂລກຍ່ອມຈະສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມໃນ ລາວ ຢ່າງຫຼີກລ່ຽງບໍ່ໄດ້ ໂດຍສະເພາະແມ່ນຜົນກະທົບຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນ ລາວ ທີ່ຈະຕ້ອງປະເຊີນຄວາມຫຍຸ້ງຍາກຫຼາຍຂຶ້ນໃນທຸກໆດ້ານ ເພາະໃນສະພາບການທີ່ບໍ່ປົກກະຕິໃນທົ່ວໂລກຍ່ອມເຮັດໃຫ້ການພົວພັນ-ຮ່ວມມືລະຫວ່າງ ລາວ ກັບຕ່າງເທດຕ້ອງປະສົບກັບບັນຫາຢຸດຊະງັກໄປດ້ວຍ ຊຶ່ງລວມເຖິງການຢຸດຊະງັກຂອງບັນດາໂຄງການພັດທະນາຕ່າງໆທີ່ ລາວ ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດເປັນຫຼັກນັ້ນ ຈຶ່ງມີຄວາມຈຳເປັນຢ່າງຍິ່ງທີ່ປະຊາຊົນ ລາວ ຈະຕ້ອງຕຽມພ້ອມຮັບມືກັບສະພາບບັນຫາທີ່ຈະເກີດຂຶ້ນໃຫ້ໄດ້ ໂດຍສະເພາະແມ່ນການເພິ່ງຕົນເອງໃຫ້ໄດ້ໃນດ້ານສະບຽງອາຫານນັ້ນ ດັ່ງທີ່ທ່ານ ທອງລຸນ ຢືນຢັນວ່າ

"COVID-19 ນີ້ຈະກະທົບເຖິງການພັດທະນາເສດຖະກິດ-ສັງຄົມຂອງປະເທດ ລາວ ຂອງພວກເຮົາຢ່າງແນ່ນອນ ພວກເຮົາຕ້ອງຕຽມຕົວ ຕຽມໃຈເອົາໄວ້ ຂ້າພະເຈົ້າຄິດວ່າ ລາວ ເຮົາມີມູນເຊື້ອເພິ່ງຕົນເອງ ກຸ້ມຕົນເອງ, ດຸໝັ່ນຂະຫຍັນພຽນ ພວກເຮົາຕ້ອງຕຽມໄວ້ເພື່ອຮັບມືກັບສິ່ງຕ່າງໆນີ້ໃນກໍລະນີຂາດແຄນສະບຽງອາຫານ ຂໍໃຫ້ປະຊາຊົນໃນທົ່ວປະເທດຫັນໄປປູກຝັງ ລ້ຽງສັດ ເພີ່ມພູນຜົນຜະລິດກຸ້ມຕົນເອງໃນກໍລະນີຂາດແຄນສະບຽງອາຫານຢູ່ທ້ອງຕະຫຼາດ."

ແຕ່ຢ່າງໃດກໍຕາມ ໄພພິບັດທຳມະຊາດໃນປີ 2019 ທີ່ມີທັງນໍ້າຖ້ວມ, ລົມພາຍຸ, ຟ້າຜ່າ, ດິນເຈື່ອນ, ໄຟປ່າ ແລະ ສັດຕູພືດຕ່າງໆນັ້ນກໍໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ລາວ ຫຼາຍກວ່າ 579,000 ຄົນໃນເຂດ 2,072 ບ້ານຂອງ 112 ເມືອງໃນ 13 ແຂວງ ສ່ວນການຈັດຕັ້ງປະຕິບັດຂອງກອງທຶນຫຼຸດຜ່ອນຄວາມຍາກຈົນໄລຍະທີ່ຜ່ານມາຈະເຮັດໃຫ້ປະຊາຊົນ ລາວ ກວ່າ 6 ແສນຄົນໃນເຂດ 1,820 ບ້ານໄດ້ຮັບປະໂຫຍດຈາກການໄດ້ຊົມໃຊ້ພື້ນຖານໂຄງລ່າງຕ່າງໆກໍຕາມ ຫາກແຕ່ຜົນປະໂຫຍດທີ່ເກີດ ຂຶ້ນດັ່ງກ່າວກໍເພາະວ່ານານາຊາດໄດ້ໃຫ້ການຊ່ວຍເຫຼືອແກ່ ລາວ ເປັນດ້ານຫຼັກນັ້ນເອງ.

ທັງນີ້ິ້ເຈົ້າໜ້າທີ່ຂອງທະນາຄານໂລກປະຈຳ ລາວ ຢືນຢັນວ່າກອງທຶນຫຼຸດຜ່ອນຄວາມຍາກຈົນໃນ ລາວ ໄດ້ຮັບການສະໜັບສະໜູນງົບປະມານໃນມູນຄ່າລວມ 54 ລ້ານໂດລາສຳລັບພັດທະນາພື້ນຖານໂຄງລ່າງຕ່າງໆ ເພື່ອແກ້ບັນຫາຍາກຈົນຂອງປະຊາຊົນ ລາວ ໃນເຂດຊົນນະບົດໃນຊ່ວງປີ 2017-2019 ໂດຍສາມາດແກ້ໄຂຄວາມຍາກຈົນຂອງປະຊາຊົນ ລາວ ໄດ້ 12,011 ຄອບຄົວ ລົບລ້າງບັນຫາຍາກຈົນໄດ້ຢ່າງສິ້ນເຊີງໃນ 200 ບ້ານ, ສ້າງຕັ້ງບ້ານພັດທະນາໄດ້ເພີ່ມຂຶ້ນເປັນ 4,138 ບ້ານ ແລະ ພັດທະນາບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດເພີ່ມຂຶ້ນຈາກ 45 ເປັນ 56 ເມືອງ ຫາກແຕ່ກໍຍັງມີປະຊາຊົນ ລາວ ທີ່ຍາກຈົນອີກກວ່າ 65,000 ຄອບຄົວ ຫຼື 5.34 ເປີເຊັນຂອງຄອບຄົວທັງໝົດທີ່ລັດຖະບານ ລາວ ຈະຕ້ອງລົບລ້າງໃຫ້ໄດ້ໃນປີ 2020 ນີ້.

ສ່ວນຄະນະກຳມະການນະໂຍບາຍການພັດທະນາຂອງສະພາເສດຖະກິດ ແລະ ສັງຄົມແຫ່ງສະ ຫະປະຊາຊາດໄດ້ຖະແຫຼງວ່າລັດຖະບານ ລາວ ສາມາດຈັດຕັ້ງປະຕິບັດໄດ້ແລ້ວ 2 ​ໃນ 3 ເງື່ອນໄຂອັນເປັນເກນມາດຕະຖານຂອງການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຄືເກນມາດ ຕະຖານຂັ້ນຕໍ່າຂອງຍອດລາຍຮັບແຫ່ງຊາດ (GNI) ແລະດັດສະນີຊັບສິນມະນຸດ (HAI) ທີ່ລັດຖະ ບານປະຕິບັດໄດ້ເມື່ອປີ 2015 ຈຶ່ງເຫຼືອພຽງດັດສະນີຄວາມອ່ອນໄຫວທາງເສດຖະກິດ (EVI) ຊຶ່ງຄາດວ່າ ລາວ ຈະພົ້ນຈາກສະພາບດ້ອຍພັດທະນາໃນປີ 2024.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ ແລະ ປ່າໄມ້ເປີດເຜີຍວ່າ ໄພພິບັດທຳມະຊາດໃນປີ 2019 ເຮັດໃຫ້ນາເຂົ້າໃນ ລາວ ເສຍຫາຍໄປໃນເນື້ອທີ່ລວມ 155,802 ເຮັກຕາ ຂະນະທີ່ກະເສດຕະກອນ ລາວ ກໍປັກດຳເຂົ້ານປີໄດ້ໃນພື້ນທີ່ 506,148 ເຮັກຕາ ຫຼື 59 ເປີເຊັນຂອງແຜນການ ຈຶ່ງເຮັດໃຫ້ປະຊາຊົນ ລາວ ຕ້ອງປະເຊີນກັບບັນຫາຈາດແຄນເຂົ້າກິນນັບແຕ່ປີ 2019 ເປັນຕົ້ນມາ ເພາະວ່ານາເຂົ້າທີ່ເສຍຫາຍດັ່ງກ່າວໝາຍເຖິງຜົນຜະລິດເຂົ້າທີ່ເສຍຫາຍໄປຫຼາຍກວ່າ 623,000 ໂຕນນັ້ນເອງ.

XS
SM
MD
LG