ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ລາວ ຢືນຢັນວ່າຈະເກັບກູ້ ລະເບີດທີ່ຍັງບໍ່ທັນແຕກ ໃຫ້ໄດ້ຫຼາຍທີ່ສຸດ


ເຈົ້າໜ້າທີ່ເກັບກູ້ ແລະ ທຳລາຍລະເບີດທີ່ຍັງບໍ່ທັນແຕກ.
ເຈົ້າໜ້າທີ່ເກັບກູ້ ແລະ ທຳລາຍລະເບີດທີ່ຍັງບໍ່ທັນແຕກ.

ນາຍົກລັດຖະມົນຕີ ລາວ ຢືນຢັນທີ່ຈະດຳເນີນທຸກມາດຕະການເຂົ້າໃນການເກັບກູ້ລະ ເບີດບໍ່ທັນແຕກ UXO ໃຫ້ໄດ້ຫຼາຍທີ່ສຸດເພື່ອຮັບປະກັນຄວາມປອດໄພຂອງປະຊາຊົນ ລາວ ໃຫ້ໄດ້ຢ່າງຄັກແນ່ໃນປີ 2030.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຢືນຢັນວ່າ ລັດຖະບານ ລາວ ຈະດຳເນີນທຸກ ມາດຕະການເພື່ອໃຫ້ບັນລຸເປົ້າໝາຍທີ 18 ຂອງການພັດທະນາຢ່າງຍືນຍົງ Sustainable Development Goal - SDG ທີ່ໄດ້ຕົກລົງໄວ້ກັບອົງການສະຫະປະຊາຊາດຢ່າງເປັນ ທາງການເມື່ອເດືອນກັນຍາ 2016 ຢູ່ນະຄອນຫຼວງວຽງຈັນ ກໍຄືການເກັບກູ້ລະເບີດບໍ່ທັນ ແຕກ UXO ທີ່ຕົກຄ້າງໃນ ລາວ ໃຫ້ໄດ້ຫຼາຍທີ່ສຸດ ພາຍໃຕ້ເປົ້າໝາຍເພື່ອທີ່ຈະຮັບປະກັນ ຄວາມປອດ ໄພໃນຊີວິດຮ່າງກາຍຂອງປະຊາຊົນ ລາວ ໃຫ້ໄດ້ຢ່າງຄັກແນກໃນປີ 2030 ດັ່ງທີ່ທ່ານ ທອງລຸນ ໄດ້ໃຫ້ການຢືນຢັນວ່າ.

"ລັດຖະບານ ລາວ ຍັງໄດ້ຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງທີ 18 ໄດ້ ແກ່ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ, ເປົ້າໝາຍດັ່ງກ່າວກະແມ່ນແນໃສ່ຮັບປະ ກັນການເກັບກູ້ລະເບີດບທັນແຕກໃຫ້ໄດ້ຫຼາຍທີ່ສຸດ ເທົ່າທີ່ຈະຫຼາຍໄດ້ໃນເຂດທີ່ຮັບ ຜົນກະທົບ ແລະ ບ່ອນທີ່ຄົນທຸກຍາກອາໄສຢູ່ຫຼາຍທີ່ສຸດເຖິງປີ 2030 ຫຼຸດຜ່ອນຈຳ ນວນຜູ້ບາດເຈັບຈາກລະເບີດບໍ່ທັນແຕກ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ."

ທາງດ້ານທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງ ຊາດ ເພື່ອແກ້ໄຂບັນຫາລະເບີດ UXO ໃນ ລາວ ຖະແຫຼງວ່າການຈັດຕັ້ງປະຕິບັດໃນຊ່ວງ ປີ 2017-2021 ຈະຕ້ອງນຳໃຊ້ເງິນທຶນບໍ່ໜ້ອຍກວ່າ 30 ລ້ານໂດລາ ສຳລັບວຽກງານ 7 ດ້ານ ຄືການສຳຫຼວດທີ່ບໍ່ແມ່ນວິຊາການ, ການສຳຫຼວດທີ່ເປັນວິຊາການ, ການກວດກູ້ພື້ນ ທີ່ຢືນຢັນວ່າມີ UXO, ການຊ່ວຍເຫຼືອສ້າງເສດຖະກິດຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກ UXO, ການໂຄສະນາອົບຮົມ ກ່ຽວກັບ ໄພອັນຕະລາຍຈາກ UXO, ການສ້າງຄວາມ ເຂັ້ມແຂງໃນກອງທຶນເກັບກູ້ UXO ແລະ ການເຄື່ອນໄຫວຂອງຄະນະກຳມະການຄຸ້ມຄອງ ແຫ່ງຊາດເພື່ອການແກ້ໄຂບັນຫາ UXO ຕາມລຳດັບ.

ທັງນີ້ໂດຍເປົ້າໝາຍສຳຄັນຂອງການດຳເນີນງານໃນໄລຍະທີ່ຜ່ານມາ ແລະ ໃນໄລຍະ 5 ປີຕໍ່ໜ້າກໍໄດ້ແນໃສ່ການເກັບກູ້ UXO ເພື່ອເຮັດໃຫ້ຈຳນວນປະຊາຊົນ ລາວ ທີ່ໄດ້ຮັບ ເຄາະຈາກ UXO ຫຼຸດລົງຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນ ເປົ້າໝາຍສຳຄັນທີ່ລັດຖະບານ ລາວ ໄດ້ຕົກລົງຮ່ວມກັບອົງການສະຫະປະຊາຊາດ ທີ່ເອີ້ນວ່າ ເປົ້າໝາຍສະຫັດສະວັດ ການພັດທະນາ MDG ຊຶ່ງເປັນເປົ້າໝາຍທີ 9 ສຳລັບ ສປປ ລາວ ນັ້ນ ກໍຄືການປ້ອງກັນບໍ່ ໃຫ້ມີຄົນ ລາວ ໄດ້ຮັບເຄາະຈາກ UXO ໃຫ້ໄດ້ຢ່າງແທ້ຈິງ.

ໂດຍການເກັບກູ້ UXO ທີ່ຕົກຄ້າງໃນ ລາວ ນັບແຕ່ວັນທີ 1 ມັງກອນ 1996 ເຖິງເດືອນພຶດ ສະພາ 2016 ທີ່ຜ່ານມາໄດ້ມີີການເກັບກູ້ ແລະ ທຳລາຍ UXO ໄປແລ້ວ 1.4 ລ້ານກວ່າ ໜ່ວຍ ຊຶ່ງເກັບກູ້ອອກຈາກເຂດທີ່ຢູ່ອາໄສ ແລະ ທີ່ທຳກິນຂອງປະຊາຊົນ ລາວ ໃນເນື້ອທີ່ ກວ້າງກວ່າ 44,000 ເຮັກຕາ ແລະ ຝຶກອົບຮົມການປ້ອງກັນໄພອັນຕະລາຍຈາກ UXO ໃຫ້ກັບນັກຮຽນ ແລະ ປະຊາຊົນໄດ້ 3 ລ້ານກວ່າຄົນ ຢູ່ໃນແຂວງຫຼວງພະບາງ, ຫົວພັນ, ຊຽງຂວາງ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື.

ແຕ່ຢ່າງໃດກໍຕາມ ການເກັບກູ້ ແລະ ທຳລາຍລະເບີດ UXO ຈຳນວນດັ່ງກ່າວນີ້ກໍຄິດເປັນ ພຽງ 1.12 ເປີເຊັນເທົ່ານັ້ນຂອງຈຳນວນລະເບີດ UXO ທີ່ຕົກຄ້າງຢູ່ໃນ ລາວ ໃນພື້ນທີ່ 9 ແຂວງ ຂອງ ລາວ ຫຼາຍກວ່າ 80 ລ້ານໜ່ວຍນັບແຕສົງຄາມອິນໂດຈີນ ໄດ້ສິ້ນສຸດລົງໃນປີ 1975 ເປັນຕົ້ນມາ ໂດຍລະເບີດ UXO ເຫຼົ່ານີ້ຍັງຕົກຄ້າງຢູ່ໃນພື້ນທີ່ທີ່ຄິດເປັນ 1 ໃນ 3 ຂອງພື້ນທີ່ທັງໝົດຂອງປະເທດ ລາວ ດ້ວຍນັ້ນ ຈຶ່ງຍັງມີຄວາມສ່ຽງສູງທີ່ປະຊາຊົນ ລາວ ຈະໄດ້ຮັບ ອັນຕະລາຍຈາກລະເບີດ UXO ຢູ່ເລື້ອຍມາ ຊຶ່ງສາເຫດສຳຄັນທີ່ເຮັດໃຫ້ການ ເກັບກູ້ UXO ສາມາດດຳເນີນການໄດ້ຢ່າງຊັກຊ້າ ກໍຍ້ອນວ່າ ລັດຖະບານ ລາວ ຂາດ ແຄນງົບປະມານ ແລະ ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດຢ່າງຈຳກັດ ບໍ່ພຽງພໍກັບ ລະດັບຄວາມຕ້ອງການທີ່ເປັນຈິງ ກໍຄືບໍ່ນ້ອຍກວ່າ 30 ລ້ານໂດລາໃນແຕ່ລະປີ.

ແຕ່ຢ່າງໃດກໍຕາມ ທາງການ ລາວ ຄາດຫວັງວ່າການເກັບກູ້ ແລະ ທຳລາຍລະເບີດ UXO ຈະຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທີພາບສູງຂຶ້ນ ຊຶ່ງກໍເປັນຜົນຈາກການທີ່ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ປະກາດແຜນການໃຫ້ການຊ່ວຍ ເຫຼືອໃນມູນຄ່າ 90 ລ້ານໂດລາສຳລັບນຳໃຊ້ໃນການເກັບກູ້ ແລະ ທຳລາຍລະເບີດ UXO ໃນ ລາວ ເປັນເວລາ 3 ປີຕິດຕໍ່ກັນ.

XS
SM
MD
LG