ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານປະຊາຊົນລາວ ຕັດສິນຈຳຄຸກ ພະນັກງານ ລັດຖະບານລາວ ຈຳນວນ 38 ຄົນ


ປ້າຍສານປະຊາຊົນສູງສຸດ
ປ້າຍສານປະຊາຊົນສູງສຸດ

ສານປະຊາຊົນ ລາວ ຕັດສິນຈຳຄຸກພະນັກງານລັດຖະບານ ລາວ ຈຳນວນ 38 ຄົນທີ່ກ່ຽວ ຂ້ອງໃນການທຸຈະລິດສໍ້ລາດບັງຫຼວງ ທີ່ເຮັດໃຫ້ລັດຖະບານ ລາວ ຕ້ອງສູນເສຍງົບປະ ມານໄປຫຼາຍກວ່າ 4,000 ຕື້ກີບ.

ທ່ານ ໄຊຄຳ ອຸ່ນມີໄຊ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຫ່ງຊາດ ຖະແຫຼງວ່າ ໃນຊ່ວງປີ 2011-2015 ອົງການກວດກາລັດຖະານ ໄດ້ດຳເນີນການກວດສອບ 734 ເປົ້າ ໝາຍທີ່ເປັນໜ່ວຍງານຂອງລັດຖະບານ ລາວ ໃນທົ່ວປະເທດ ແລະ ໄດ້ກວດພົບການທຸ ຈະລິດສໍ້ລາດບັງຫຼວງຂອງບັນດາພະນັກງານລັດຖະບານຢ່າງກວ້າງຂວາງ ໂດຍເຮັດໃຫ້ ລັດຖະ ບານ ລາວ ຕ້ອງສູນເສຍງົບປະມານໄປຄິດເປັນມູນຄ່າລວມຫຼາຍກວ່າ 4,000 ຕື້ ກີບ ຫຼື ເກີນກວ່າ 500 ລ້ານໂດລາ.

ໂດຍຈາກການສູນເສຍດັ່ງກ່າວ ອົງການກວດກາລັດຖະບານ ກໍໄດ້ລົງໂທດທາງວິໄນຕໍ່ພະ ນັກງານລັດທີ່ກ່ຽວຂ້ອງໃນການທຸຈະລິດສໍ້ລາດບັງຫຼວງຈຳນວນ 165 ຄົນໃນຂະນະທີ່ ສານປະຊາຊົນ ກໍໄດ້ຕັດສິນລົງໂທດຈຳຄຸກພະນັກງານລັດອີກ 38 ຄົນທີ່ມີພິຍານຫຼັກຖານ ຢ່າງຊັດເຈນວ່າ ກ່ຽວຂ້ອງໂດຍກົງໃນການທຸຈະລິດສໍ້ລາດບັງຫຼວງ ທີ່ເຮັດໃຫ້ເກີດການ ສູນເສຍຢ່າງຫຼວງຫຼາຍ ແລະ ເພື່ອແກ້ໄຂບັນຫາດັ່ງກ່າວນັ້ນ ລັດຖະບານ ລາວ ຍັງໄດ້ມີ ການພັດທະນາກົນໄກຕ່າງໆຢ່າງຮອບດ້ານອີກດ້ວຍ ດັ່ງທີ່ທ່ານ ໄຊຄຳ ຢືນຢັນວ່າ.

"ຜ່ານການຕິດຕາມກວດກາຜ່ານມາ ໄດ້ພົບເຫັນການຈັດຕັ້ງ ແລະ ບຸກຄົນຈຳນວນບໍ່ ນ້ອຍໄດ້ມີການສວຍໃຊ້ໜ້າທີ່ຕຳແໜ່ງທີ່ບໍ່ຖືກຕ້ອງ ມີການໃຫ້ ແລະ ຮັບສິນບົນ, ຍັກ ຍອກ, ປອມແປງມາດຕະຖານເທັກນິການກໍ່ສ້າງ ແລະ ອື່ນໆ ເພື່ອຕີຖອຍ ແລະ ປັດ ເປົ່າບັນດາປະກົດການກໍຄືພຶດຕິກຳທີ່ເປັນການສໍ້ລາດບັງຫຼວງດັ່ງກ່າວ ລັດຖະບານໄດ້ ມີການປັບປຸງກົງຈັກການຈັດຕັ້ງ ແລະ ກວດກາແກ້ໄຂບຸກຄົນທີ່ມີພຶດຕິກຳສໍ້ລາດບັງ ຫຼວງຢູ່ຫຼາຍຂົງເຂດ, ມີກົນໄກ ແລະ ລະບຽບການຕ່າງໆ ເພື່ອຄຸ້ມຄອງ ແລະ ອັດຊ່ອງ ວ່າງທີ່ຈະເກີດມີສະພາບຫຍໍ້ທໍ້ຕ່າງໆ ໃນກົງຈັກການຈັດຕັ້ງ ແລະ ຖັນແຖວພະນັກງານ ລັດຖະກອນໃນແຕ່ລະໄລຍະ."

ທາງດ້ານທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ກໍຖະແຫຼງ ລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ ສົກປີ 2014-2015 ຜ່ານມາວ່າ ໄດ້ກວດສອບເຫັນລາຍຮັບຂອງຫົວໜ່ວຍງົບ ປະມານຂັນສູນກາງ ແລະ ທ້ອງຖິ່ນບໍ່ໄດ້ມອບເຂົ້າງົບປະມານແຫ່ງລັດ ຄິດເປັນມູນຄ່າ ລວມເຖິງ 814.44 ຕື້ກີບ ຫຼື ເກີນກວ່າ 101 ລ້ານໂດລາ.

ຊຶ່ງໃນນັ້ນເປັນລາຍຮັບສ່ວຍອາກອນ 173.77 ຕື້ກີບ ລາຍຮັບຈາກຊັບສິນຂອງລັດ 156.66 ຕື້ກີບ ກອງທຶນລັດ 442.86 ຕື້ກີບ, ເງິນລະດົມ ແລະ ຄັງພັດທະນາທະນາຄານ ຂອງແຂວງຕ່າງໆ ໃນທົ່ວປະເທດ 41.15 ຕື້ກີບ ສ່ວນດ້ານລາຍຈ່າຍນັ້ນໄດ້ກວດສອບ ເຫັນຫົວໜ່ວຍງົບປະມານຂັ້ນສູນກາງ ແລະ ທ້ອງຖິ່ນກໍໄດ້ໃຊ້ຈ່າຍນອກແຜນງົບປະມານ ໃນມູນຄ່າ 406.28 ຕື້ກີບ ຫຼື ເກີນກວ່າ 50 ລ້ານໂດລາ ໃນນັ້ນກໍເປັນການໃຊ້ຈ່າຍເພື່ອ ເປັນເງິນອຸດໜູນລັດຖະກອນ ຄ່າໃຊ້ຈ່າຍດ້ານການບໍລິຫານ ການຊື້ຍວດຍານພະຫະນະ, ການດັດສົມ ແລະ ຊຳລະໂຄງການພັດທະນາຕ່າງໆຂອງລັດ ທີ່ປະສົບກັບບັນຫາຊັກຊ້າ.

ນອກຈາກນັ້ນ ຍັງໄດ້ກວດສອບເຫັນການຊຳລະໜີສິນການລົງທຶນຂອງລັດນອກແຜນງົບ ປະມານແຫ່ງລັດ ດ້ວຍຮູບແບບການອ່ວຍໜີ້ຈຳນວນ 827.05 ຕື້ກີບ ຫຼື ຫຼາກວ່າ 103 ລ້ານໂດລາ ແລະ ການໃຊ້ຈ່າຍເງິນນອກແຜນງົບປະມານແຫ່ງລັດ ເພື່ອທົດແທນບັນຊີ ເງິນຝາກຂອງອົງການບໍລິຫານວິຊາການຂອງລັດໃນມູນຄ່າ 149.45 ຕື້ກີບ ຫຼື ກວ່າ 18 ລ້ານໂດລາ ທັງກໍຍັງກວດສອບເຫັນລາຍຈ່າຍລ່ວງໜ້າຢູ່ຄັງເງິນແຫ່ງລັດເຖິງ 788.81 ຕື້ ກີບ ຫຼື ຫຼາຍກວ່າ 98 ລ້ານໂດລາອີກດ້ວຍ.

ທາງດ້ານທ່ານ ບຸນເຕັມ ຊ່ວງໄຊຍະວົງ ສະມາຊິກສະພາແຫ່ງຊາດ ລາວ ຈາກແຂວງສະ ຫວັນນະເຂດ ໃຫ້ທັດສະນະວ່າ ການກວດສອບຈະພົບເຫັນການຮົ່ວໄຫຼຂອງລາຍຮັບ ແລະ ງົບປະມານຂອງລັດຫຼາຍກວ່ານີ້ ຖ້າຫາກໄດ້ມີການກຳນົດອຳນາດໜ້າທີ່ຢ່າງຊັດ ເຈນ ລະຫວ່າງ ອົງການກວດສອບແຫ່ງລັດ ກັບ ອົງການກວດກາລັດຖະບານ ເພາະວ່າ ອຳນາດໜ້າທີ່ລະຫວ່າງ ສອງອົງການໃນປະຈຸບັນນີ້ຍັງຊ້ຳຊ້ອນກັນ ຈຶ່ງເຮັດໃຫ້ເກີດບັນ ຫາຊ່ອງວ່າງໃນການຈັດຕັ້ງປະຕິບັດ.

ກ່ອນໜ້ານີ້ ທ່ານ ບົດເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ-ວັດ ທະນະທຳ ແລະ ທ່ອງທ່ຽວໄດ້ຖະແຫຼງຮຽກຮ້ອງຂໍໃຫ້ສື່ມວນຊົນ ລາວ ທຸກຂະແໜງຈົ່ງໄດ້ ພາກັນປະກອບສ່ວນເຂົ້າໃນການຕ້ານທຸຈະລິສໍ້ລາດບັງຫຼວງຢ່າງຈິງຈັງ ແລະ ໃຫ້ເພີ່ມ ຄວາມຖີ່ຂອງການນຳສະເໜີຂອງການນຳສະເໜີລາຍງານຂ່າວທີ່ ກ່ຽວກັບການສໍ້ລາດບັງ ຫຼວງໃນທຸກໆວົງການເພື່ອໃຫ້ສັງຄົມລາວ ໄດ້ຮັບຮູ້ຢ່າງກວ້າງຂວາງຫຼາຍຂຶ້ນນັບມື້ ໂດຍ ການປະກອບສ່ວນດັ່ງກ່າວນີ້ຂອງສື່ມວນ ຊົນ ລາວ ຈະເຮັດໃຫ້ສັງຄົມ ລາວ ມີການຕື່ນ ຕົວໃນການຕ້ານການສໍ້ລາດບັງຫຼວງ ຫຼາຍຂຶ້ນນັບມື້ດ້ວຍເຊັ່ນກັນ.

XS
SM
MD
LG