ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນລາວ ຍັງຈະຕ້ອງປະເຊີນກັບວິກິດການທາງເສດຖະກິດ ແລະສັງຄົມ ຍ້ອນການແກ້ໄຂບັນຫາຍັງບໍ່ມີປະສິດທິພາບ ໃນທຸກໆດ້ານ


ອາຫານສຸກຫຼາກຫຼາຍປະເພດຢູ່ທີ່ຕະຫຼາດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ຂອງສປປ ລາວ
ອາຫານສຸກຫຼາກຫຼາຍປະເພດຢູ່ທີ່ຕະຫຼາດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ຂອງສປປ ລາວ

ປະຊາຊົນລາວ ຍັງຈະຕ້ອງປະເຊີນກັບວິກິດການທາງເສດຖະກິດ ແລະສັງຄົມຕໍ່ໄປ ອີກຫຼາຍປີ ຍ້ອນວ່າ ການດຳເນີນມາດຕະການຕ່າງໆຂອງລັດຖະບານລາວ ເພື່ອແກ້ໄຂບັນຫາຍັງບໍ່ມີປະສິດທິພາບໃນທຸກໆດ້ານ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ນັກທຸລະກິດລາວ ໃນສະພາການຄ້າແລະອຸດສາຫະກຳແຫ່ງຊາດ ໄດ້ໃຫ້ການຢືນ ຢັນວ່າ ສະພາບການເປັນຢູ່ຂອງປະຊາຊົນລາວ ໃນປັດຈຸບັນນີ້ ຍັງບໍ່ໄດ້ຮັບການຍົກລະດັບໃຫ້ດີຂຶ້ນແຕ່ຢ່າງໃດ ໂດຍບໍ່ຈຳກັດສະເພາະບັນຫາວິກິດການທາງເສດ ຖະກິດເທົ່ານັ້ນ ແຕ່ວ່າ ຍັງລວມເຖິງການປະເຊີນກັບບັນຫາທາງສັງຄົມ ແລະສິ່ງແວດລ້ອມທຳມະຊາດທີ່ເກີດຈາກການບໍລິຫານງານທີ່ບໍ່ມີປະສິດທິພາບຂອງລັດຖະບານລາວອີກດ້ວຍ ຊຶ່ງຈາກການເກັບກຳຂໍ້ມູນໃນໄລຍະຜ່ານມາ ພົບວ່າ ປະຊາຊົນລາວ ມີຄວາມກັງວົນໃຈຕໍ່ບັນຫາໃນຊີວິດປະຈຳວັນ ໃນ 10 ກວ່າດ້ານດ້ວຍກັນ ດັ່ງທີ່ນັກທຸລະກິດລາວ ໄດ້ໃຫ້ການຢືນຢັນວ່າ:

“ບັນຫາທີ່ພົ້ນເດັ່ນທີ່ສັງຄົມມີຄວາມສົນໃຈຫຼາຍ ບັນຫາເງິນເຟີ້ ຄ່າຄອງຊີບສູງ ການຄຸ້ມຄອງລາຄາສິນຄ້າ ການອະນຸມັດໃຫ້ເຊົ່າສຳປະທານທີ່ດິນ ການຂຸດຄົນແຮ່ທາດ ການເກັບເງິນນຳລົດບັນທຸກສິນຄ້າ ການກວດກາ ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ການກໍ່ສ້າງເສັ້ນທາງການຂາຍສິນຄ້າທີ່ເປັນເງິນກີບ ການແລກປ່ຽນເງິນຕາ ການປາບປາມຢາເສບຕິດ ຂໍ້ຂັດແຍ້ງທີ່ດິນ ການຊົດເຊີຍຂອງໂຄງການລົງທຶນຂອງລັດ ເຊັ່ນເສັ້ນທາງລົດໄຟ ການສ້າງສະໜາມຝຶກຊ້ອມທະຫານ ເຂື່ອນໄຟຟ້າແລະບັນຫາສິ່ງແວດລ້ອມ.”

ທັງນີ້ ໂດຍເຖິງແມ່ນວ່າ ອັດຕາເງິນເຟີ້ໃນລາວ ໄດ້ປັບຕົວຫລຸດລົງຢ່າງຕໍ່ເນື່ອງ ກໍຄືຈາກລະດັບສູງສຸດທີ່ 41.26 ເປີເຊັນ ເມື່ອເດືອນກຸມພາ 2023 ລົງມາຢູ່ລະດັບ 24.37 ເປີເຊັນ ເມື່ອເດືອນທັນວາ 2023 ນັ້ນ ກໍບໍ່ໄດ້ເຮັດໃຫ້ລະດັບຄ່າຄອງຊີບໃນລາວຫລຸດລົງແຕ່ຢ່າງໃດ ຊຶ່ງເຫັນໄດ້ຈາກດັດຊະນີລາຄາສິນຄ້າ ຍັງປັບຕົວສູງຂຶນເກີນກວ່າ 200 ເປີເຊັນ ໂດຍສະເພາະ ແມ່ນໃນດ້ານການຄົມມະ ນາຄົມ ແລະຂົນສົ່ງທີ່ປັບຕົວສູງຂຶ້ນ 232.48 ເປີເຊັນ ຕາມດ້ວຍອາຫານແລະເຄື່ອງດື່ມ ໝວດຮັກສາສຸຂະພາບແລະຢາ ໝວດເຄື່ອງນຸ່ງຫົ່ມ ໂຮງແຮມ-ຮ້ານອາຫານແລະບໍລິການຕ່າງໆນັ້ນ ລ້ວນແຕ່ປັບຕົວສູງຂຶນເກີນກວ່າ 200 ເປີເຊັນ ໂດຍລັດຖະບານລາວ ບໍ່ສາມາດຄວບຄຸມໄດ້ເລີຍ ເພາະວ່າ ເປັນສິນຄ້າທີ່ລາວຜະລິດໄດ້ບໍ່ພຽງພໍ ຈຶ່ງຕ້ອງນຳເຂົ້າຈາກຕ່າງປະເທດເປັນດ້ານຫຼັກ.

ພາຍໃຕ້ສະພາບການດັ່ງກ່າວ ກໍຍັງໄດ້ສົ່ງຜົນເຮັດໃຫ້ຄ່າເງິນກີບຍັງສືບຕໍ່ຜັນຜວນອີກດ້ວຍ ເພາະວ່າ ສິນຄ້າທີ່ນຳເຂົ້າຈະຕ້ອງຊຳລະລາຄາດ້ວຍເງິນຕາຕ່າງປະເທດ ໂດຍສະເພາະແມ່ນເງິນບາດ ແລະໂດລາສະຫະລັດນັ້ນ ກໍຄືເງິນຕາຕ່າງປະເທດທີ່ພາກທຸລະກິດການຄ້າໃນລາວ ຕ້ອງການຫຼາຍທີ່ສຸດ ເມື່ອສົມທົບກັບການທີ່ລາວ ຂາດດຸນການຄ້າຕ່າງປະເທດດ້ວຍແລ້ວ ຍັງເຮັດໃຫ້ເງິນກີບອ່ອນຄ່າລົງເຖິງ 20.8 ເປີເຊັນ ແລະ 22.7 ເປີເຊັນ ທຽບໃສ່ໂດລາສະຫະລັດ ແລະເງິນບາດອີກດ້ວຍ ຊຶ່ງຜົນທີ່ຕາມມາ ຄືຄວາມສາມາດໃນການຊື້ສິນຄ້າຂອງປະຊາຊົນລາວ ຍັງສືບຕໍ່ຫລຸດລົງ ສ່ວນການຈັດຕັ້ງປະຕິບັດໂຄງການພັດທະນາຕ່າງໆທີ່ລັດຖະບານລົງທຶນ ໂດຍສະເພາະແມ່ນການພັດທະນາລະບົບພື້ນຖານໂຄງລ່າງ ແລະການສົ່ງເສີມການຜະລິດເປັນສິນຄ້າຢູ່ເຂດຊົນນະບົດນັ້ນ ກໍຍັງຈັດຕັ້ງປະຕິບັດໄດ້ຢ່າງຈຳກັດ ດັ່ງທີ່ທ່ານເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳແລະປ່າໄມ້ ໄດ້ຖະແຫລງຍ້ອມຮັບວ່າ:

“ໂຄງລ່າງພື້ນຖານຮັບໃຊ້ການຜະລິດ ແລະການດຳລົງຊີວິດຂອງປະຊາຊົນຢູ່ໃນເຂດຊົນນະບົດຫ່າງໄກຊອກຫລີກ ຍັງບໍ່ທັນໄດ້ຮັບປະກັນທັງດ້ານປະລິມານແລະຄຸນນະພາບ ຍັງທຸກຍາກຂາດເຂີນ ການສົ່ງເສີມ ການຜະລິດເປັນສິນຄ້າ-ການບໍລິການເພື່ອສ້າງລາຍຮັບໃຫ້ຊາວກະສິກອນຄອບຄົວ ແລະຊຸມຊົນມີຄວາມຢູ່ດີກິນດີ ຍັງເຮັດໄດ້ບໍ່ທັນຫຼາຍ ການຈັດຕັ້ງກຳລັງການຜະລິດ ການຮ່ວມສຳພັນເສດຖະ ກິດ ແລະການເຂົ້າເຖິງແຫລ່ງທຶນ ເຂົ້າເຖິງຕະຫຼາດ ຍັງບໍ່ທັນເຂງແຮງ.”

ທັງນີ້ ໂດຍສິນຄ້າທີ່ລາວ ນຳເຂົ້າແລະຕ້ອງຊຳລະລາຄາດ້ວຍເງິນຕາຕ່າງປະເທດຄິດເປັນມູນຄ່າສູງສຸດ ປະກອບມີ 10 ລາຍການສິນຄ້າດ້ວຍກັນ ໂດຍສະເພາະນ້ຳມັນເຊື້ອໄຟນັ້ນ ຄິດເປັນສັດສ່ວນເຖິງ 20 ເປີເຊັນ ຂອງມູນຄ່າການນຳເຂົ້າສິນຄ້າທັງໝົດ ຕິດຕາມດ້ວຍອຸປະກອນເຄື່ອງຈັກຍານພາຫະນະ ເຫຍື່ອໄມ້ ເສດເຈ້ຍແກ້ວປະເສີດ ເຄື່ອງດື່ມ ເຫຼັກ ນ້ຳຕານ ແລະເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ.

ໂດຍໃນໄລຍະຜ່ານມາ ລັດຖະບານລາວ ໄດ້ແກ້ໄຂບັນຫາເງິນເຟີ້ດ້ວຍການອອກ ພັນທະບັດເປັນສະກຸນເງິນກີບເຖິງ 5 ຄັ້ງໃນປີ 2023 ທີ່ເຮັດໃຫ້ທະນາຄານແຫ່ງຊາດລາວ ສາມາດຄວບຄຸມປະລິມານເງິນກີບໃນຕະຫຼາດໄດ້ຫຼາຍຂຶ້ນ ແຕ່ການທີ່ລາວຍັງຕ້ອງນຳເຂົ້າສິນຄ້າອຸປະໂພກບໍລິໂພກຈາກຕ່າງປະເທດ ທີ່ຕ້ອງຊຳລະລາ ຄາດ້ວຍເງິນຕາຕ່າງປະເທດ ຈຶ່ງເຮັດໃຫ້ການອອກພັນທະບົດດັ່ງກ່າວ ບໍ່ໄດ້ສົ່ງຜົນເຮັດໃຫ້ລາຄາສິນຄ້າຫລຸດລົງແຕ່ຢ່າງໃດ ເຊັ່ນດຽວກັບການທີ່ບໍ່ສາມາດຄວບຄຸມອັດຕາແລກປ່ຽນໄດ້ຢ່າງແທ້ຈິງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG