ປະຊາຊົນລາວ ຍັງຈະສືບຕໍ່ການລັກລອບເຜົາປ່າ ເພື່ອບຸກເບີກພື້ນທີ່ປູກພືດຕ່າງໆ ເພື່ອຈະສົ່ງໄປຈີນຫຼາຍຂຶ້ນ ໂດຍມີສາເຫດຈາກການຂາດແຄນທັງໃນດ້ານເງິນທຶນ ແລະເທັກໂນໂລຈີ ການຜະລິດທີ່ທັນສະໄໝ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.
ຜູ້ປະສານງານເຄືອຂ່າຍອົງການອະນຸລັກຊັບພະຍາກອນທຳມະຊາດໃນລຸ່ມນ້ຳຂອງ ເປີດເຜີຍວ່າ ການລັກລອບເຜົາປາໄມ້ ເພື່ອບຸກເບີກພື້ນທີ່ ສຳລັບຮອງຮັບການປູກພືດເສດຖະກິດຊະນິດຕ່າງໆໃນລາວ ເພື່ອເພີ້ມການສົ່ງອອກ ໄປປະເທດຈີນ ໃຫ້ຫຼາຍຂຶ້ນ ຍັງຖືເປັນສາເຫດສຳຄັນທີ່ຈະເຮັດໃຫ້ລາວ ສູນເສຍພື້ນທີ່ປ່າໄມ້ເພີ້ມຂຶ້ນອີກ ໃນໄລຍະຕໍ່ໄປນີ້ ເນື່ອງຈາກວ່າ ຊາວກະສິກອນລາວ ສ່ວນໃຫຍ່ບໍ່ມີທັງເງິນທຶນ ແລະເທັກໂນໂລຈີການຜະລິດທີ່ທັນສະໄໝ ຫາກແຕ່ວ່າ ຕ້ອງການຈະເພີ້ມການຜະລິດເພື່ອສົ່ງອອກໄປຈີນດັ່ງກ່າວ ຈຶ່ງມີພຽງການຂະຫຍາຍພື້ນທີ່ປູກພືດໃຫ້ກວ້າງຂຶ້ນດ້ວຍການລັກລອບເຜົາປ່າໄມ້ ທີ່ຄິດເປັນເນື້ອທີ່ສະເລ່ຍ 210,000 ເຮັກ ຕາຕໍ່ປີໃນໄລຍະ 4 ປີຜ່ານມາ ໂດຍສະເພາະແມ່ນໃນເຂດ 8 ແຂວງພາກເໜືອຂອງລາວ ຊຶ່ງພື້ນທີ່ສ່ວນໃຫຍ່ເປັນເຂດສຳປະທານຂອງບັນດາບໍລິສັດຈາກຈີນກໍຄືເຂດທີ່ມີການລັກລອບເຜົາປ່າໄມ້ເພື່ອບຸກເບີກພື້ນທີ່ປູກພືດຫຼາຍທີ່ສຸດໃນລາວ ແລະຍັງຈະມີການລັກລອບເຜົາປ່າໄມ້ເພີ້ມຂຶ້ນອີກ ຖ້າຫາກວ່າ ລັດຖະບານລາວ ຍັງບໍ່ສາມາດໃຫ້ການຊ່ອຍເຫຼືອຊາວກະສິກອນລາວໃນການພັດທະນາເພື່ອຍົກລະດັບການຜະລິດດ້ານກະສິກຳໃຫ້ມີຄຸນນະພາບແລະປະສິດທິພາບສູງຢ່າງແທ້ຈິງ.
ສ່ວນນັກທຸລະກິດໄທ ທີ່ລົງທຶນໃນລາວ ໃຫ້ທັດສະນະວ່າ ການທີ່ຊາວກະສິກອນລາວສ່ວນໃຫຍ່ສາມາດຕອບສະໜອງຜົນຜະລິດກະສິກຳໄດ້ຕາມຄວາມຕ້ອງການຂອງຈີນ ໂດຍສະເພາະແມ່ນຜົນຜະລິດກະສິກຳ 14 ຊະນິດທີ່ລາວ ໄດ້ຮັບສິດທິພິເສດທາງການຄ້າຈາກຈີນນັ້ນ ໄດ້ເປັນຜົນເຮັດໃຫ້ລັດຖະບານຈີນ ຕ້ອງໃຫ້ການສົ່ງເສີມແກ່ບັນດາວິສາຫະກິດຂະໜາດນ້ອຍ-ຂະໜາດກາງ (SMEs) ຂອງຈີນເອງເພື່ອໃຫ້ຂະຫຍາຍຖານການຜະລິດກະສິກຳເຂົ້າມາໃນລາວ ເພີ້ມຂຶ້ນ ໂດຍສະເພາະພາຍຫຼັງຈາກລັດຖະນາຍຈີນ ໄດ້ຍົກເລີກມາດຕະການຄວບຄຸມການລະບາດໄວຣັສໂຄວິດ-19 ໃຫ້ເປັນສູນ (Zero Covid) ເມື່ອວັນທີ 8 ມັງກອນ 2023 ດັ່ງທີ່ນັກທຸລະກິດໄທ ຢືນຢັນວ່າ:
“ຂ້ອຍວ່າ ອັນທຳອິດເລີຍຫັ້ນ ຕ້ອງຄິດວາງແຜນເລື້ອງຂອງການປັບໂຄງສ້າງ ແລ້ວກໍຄວາມສາມາດໃນການແຂ່ງຂັນຂອງຖານການຜະລິດເພື່ອການສົ່ງອອກ ສິນຄ້າຕົ້ນຕໍເຊິ່ງມີຢູ່ ຈະຍົກລະດັບຄຸນນະພາບໃຫ້ເພີ້ມຫຼາຍຂຶ້ນຢ່າງໃດ ຖ້າເຮົາໄປເບິ່ງດຸ ລັດຖະບານຈີນຫັ້ນ ຫຼັງຈາກໂຄວິດນີ້ ປະກາດມາດຕະການຄວາມຊ່ອຍເຫຼືອກິດຈະການຂະໜາດນ້ອຍ ແລະຂະໜາດກາງ ພະຍາຍາມສ້າງອຸປະສົງທີ່ເພີ້ມຂຶ້ນທັງພາຍໃນປະເທດ ເຊື່ອໂຍງທັງດ້ານການຜະລິດ ແລ້ວເຂົາກໍຈະເບິ່ງຕໍ່ເລີຍວ່າ ເຮັດແນວໃດ? ໃຫ້ຜູ້ປະກອບການເຫຼົ່ານີ້ ມັນເຕີບໃຫຍ່ຢ່າງຍັ້ງຍືນບົນພື້ນຖານຂອງນະວັດຕະກຳ ບົນພື້ນຖານຂອງເທັກໂນໂລຈີ.”
ສ່ວນເຈົ້າໜ້າທີ່ໃນກະຊວງກະສິກຳແລະປ່າໄມ້ ຢືນຢັນວ່າ ໄຟປ່າໃນຊ່ວງລະດູຮ້ອນຂອງທກປີ ເຮັດໃຫ້ປ່າໄມ້ໃນລາວ ເສຍຫາຍໄປຫຼາຍກວ່າ 100,000 ເຮັກຕາໃນແຕ່ລະປີ ໂດຍສະເພາະແມ່ນຢູ່ເຂດແຂວງພາກເໜືອທີ່ມີການລັກລອບເຜົາປ່າເພື່ອເຮັດໄຮ່ເລື່ອນລອຍໂດຍປະຊາຊົນລາວ ບັນດາເຜົ່ານັ້ນ ກໍຄືເຂດທີ່ປ່າໄມ້ເສຍຫາຍຫລາຍທີ່ສຸດ ໂດຍມີສາເຫດຈາກບັນຫາຍາກຈົນຂອງປະຊາຊົນທີ່ເປັນປະຊາກອນສ່ວນໃຫຍ່ທີ່ຢູ່ໃນເຂດດັ່ງກ່າວ ເພາະສະນັ້ນ ຈຶ່ງເປັນການຍາກທີ່ຈະຢຸດຢັ້ງການເຜົາປ່າໃນເຂດດັ່ງກ່າວ ໄດ້ຢ່າວແທ້ຈິງ ນອກຈາກຈະໄດ້ມີການແກ້ບັນຫາຍາກຈົນຂອງປະຊາຊົນລາວ ໄດ້ຢ່າງເປັນຮູບປະທຳເທົ່ານັ້ນ ຫາກແຕ່ວ່າ ບັນຫາທີ່ລັດຖະບານລາວ ກຳລັງປະເຊີນຢູ່ໃນເວລານີ້ ກໍຄືການຂາດແຄນດ້ານງົບປະມານຢ່າງໜັກໜ່ວງ ຈຶ່ງບໍ່ສາມາດທີ່ຈະໃຫ້ການຊ່ອຍເຫຼືອດ້ານເງິນທຶນແກ່ບັນດາ SME ໃນລາວໄດ້ເລີຍ ດັ່ງທີ່ທ່ານສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ໄດ້ໃຫ້ການຍອມຮັບວ່າ:
“ລັດຖະບານ ກະບໍ່ມີເງິນສິໃຫ້ກູ້ ແມ່ນຕ້ອງໄປກູ້ນຳທະນາຄານທຸລະກິດ ສະນັ້ນ ທະນາຄານທຸລະກິດ ກະໝາຍຄວາມວ່າ ເຂົາເຈົ້າເຮັດທຸລະກິດມັນກະຕ້ອງມີດອກເບ້ຍທຸລະກິດ ເຂົາກຳນົດເທົ່າໃດ ເຮົາກໍຕ້ອງກູ້ໄປຕາມນັ້ນກ່ອນ ໃນເວລາຜະລິດຫັ້ນ ມີບັນຫາ ຈຶ່ງມາຄິດໄລ່ເບິ່ງຕົນທຶນການຜະລິດ ໂຄງສ້າງລາຄາ ລັດຖະບານ ຈຶ່ງຈະສະໜັບສະໜຸນ ຄັນມັນບໍ່ມີຫຍັງນີ້ ສິໃຫ້ລັດຖະບານສະໜັບສະໜຸນ ມັນກະເປັນບໍ່ໄດ້.”
ທັງນີ້ ໂດຍເງິນກູ້ໃນລະບົບສິນເຊື່ອທະນາຄານທຸລະກິດໃນລາວ ໃນປັດຈຸບັນນີ້ມີມູນຄ່າ 95,000 ກວ່າຕື້ກີບໃນນີ້ ເປັນການປ່ອຍເງິນກູ້ໃຫ້ຫົວໜ່ວຍທຸລະກິດໃນການຜະລິດກະສິກຳ ຄິດເປັນມູນຄ່າລວມ 7,600 ກວ່າຕື້ກີບ ຊຶ່ງຄິດເປັນພຽງ 8 ເປີເຊັນເທົ່ານັ້ນ ຂອງມູນຄ່າສິນເຊື່ອທັງໝົົດ ໃນລະບົບທະນາຄານທຸລະກິດຂອງລາວ.