ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະ​ຊາ​ຊົນ​ລາວ ບໍ່​ມີ​ຄວາມ​ເຊື່ອ​ໝັ້ນ ກັບ​ສານ​ຍຸ​ຕິ​ທຳ ຢູ່​ໃນ​ ສ​ປ​ປ ລາວ


ບັນດາຜູ້ພິພາກສາ ສານປະຊາຊົນຂອງ ສ​ປ​ປ ລາວ.
ບັນດາຜູ້ພິພາກສາ ສານປະຊາຊົນຂອງ ສ​ປ​ປ ລາວ.

ປະ​ຊ​າ​ຊົນ​ລ​າວ​ຍັງ​ບໍ່​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຄວາມ​ຍຸ​ຕິ​ທຳ ໃນ​ກ​ານ​ຕັດ​ສິນ​ຄະ​ດີຂອງ​ບັນ​ດາ​
ຜູ້​ພິ​ພາກ​ສາ​ຂອງ​ສານປະ​ຊ​າ​ຊົນ​ໃນ​ລ​າວ ເພາະ​ຍັງ​ປາ​ກົດ​ວ່າ​ມີ​ການ​ວາງ​ໂຕ​ບໍ່​ເປັນ​ກາງ
ແລະ​ຮຽກ​ເອົາ​ສິນ​ບົນ ຊຶ່ງ​ຊົງ​ລິດ ໂພ​ນ​ເງິນ ນັກ​ຂ່​າວ ວີ​ໂອ​ເອ ມີ​ລາຍ​ງານ​ຈາກ​ບາງກອກ
ມາ​ສະ​ເໜີ​ທ່ານ.

ທ່ານ​ຄຳ​ພັນ​ ສິດ​ທິ​ດຳ​ພາ ປະ​ທານ​ປະ​ຊາ​ຊົນ​ສູງ​ສຸດ ຖະ​ແຫຼງວ່າ​ໃນ​ໄລ​ຍະ 2 ປີກວ່​າ​ທີ່​
ຜ່ານ​ມາ ສານ​ປະ​ຊາ​ຊົນ​ສູງ​ສຸດ​ໄດ້​ມີ​ຄຳ​ຕັດ​ສິນ​ຄະ​ດີ​ຢ່າງ​ເດັດ​ຂາດ​ໄປ​ແລ້ວ​ຈຳ​ນວນ​ທັງ
​ໝົດ 24,430 ຄະ​ດີ​ ໂດຍ​ໃນ​ນີ້​ແບ່ງ​ເປັນ​ຄະ​ດີ​ອາ​ຍາ 19,617 ຄະ​ດີ ແລະ​ຄະ​ດີ​ແພ່ງ
4,813 ຄະ​ດີ ຊຶ່ງ​ໃນ​ປັດ​ຈຸ​ບັນ​ກຳ​ລັງ​ຢູ່​ໃນ​ຂັ້ນ​ຕອນ​ການ ບັງ​ຄັບ​ຄະ​ດີ​ທີີ່​ເປັນ​ຄວາມ​ຮັບ
​ຜິດ​ຊອບ​ຂອງ​ພະ​ນັກ​ງານ​ໄອ​ຍະ​ການ​ໃນ​ທົ່ວ​ປະ​ເທດ ທັງ​ຍັງ​ຖື​ວ່າ​ເປັນ​ການ​ສິ້ນ​ສຸດ​
ຄວາມ​ຮັບ​ຜິດ​ຊອບ​ຂອງ​ສານ​ປະ​ຊາ​ຊົນ ທີ່​ມີ​ຕໍ່​ຄະ​ດີຄວາມເຫຼົ່າ​ນີ້​ດ້ວຍ ເພາະ​ການ​
ຕັດ​ສິ​ນ​ຄ​ະ​ດີ​ຕ່າງໆໄດ້​ດຳ​ເນີນ​ໄປ​ຢ່າງ​ໂປ່ງ​ໃສ​ນັ້ນ​ເອງ ດັ່ງ​ທີ່​ທ່ານ​ຄຳ​ພັນ ໄດ້​ໃຫ້​ການ​
ຢືນ​ຢັນ​ວ່າ:

“ການ​ພິ​ຈາ​ລ​ະ​ນາຕັດ​ສິນຄະ​ດີ​ມີ​ຄວາມ​ວ່ອງ​ໄວ ໂປ່ງ​ໃສ ແລະ​ຮັບ​ປະ​ກັນ​ຄວາມ
​ຍຸ​ຕິ​ທຳ​ໃນ​ສັງ​ຄົມ ເຮັດ​ໃຫ້​ສັງ​ຄົມ​ມີ​ຄວາມເຄົາ​ລົບ​ເຊື່ອ​ຖື ເຊື່ອ​ໝັ້ນ ຕໍ່​ກັບ​ການ​ຕັດ​
ສິນ​ຂອງ​ສານ​ຫຼາຍ​ຂຶ້ນ ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ການ​ຈັດ​ຕັ້ງ ແລະ​ການ​ເຄື່ອນ
​ໄຫວ​ຂອງ​ສານ ໄດ້​ເອົາ​ໃຈ​ໃສ່​ປັບ​ປຸງ ແລ​ະ​ພັດ​ທະ​ນາ​ການ​ຈັດ​ຕັ້ງ​ຂອງ​ສານ​ປະ​
ຊາ​ຊົນ​ແຕ່​ລະ​ຂັ້ນ ໃຫ້​ມີ​ຄວາມໜັກ​ແໜ້ນ ເຂັ້ມ​ແຂງ ເພື່ອ​ບໍ​ລິ​ການ​ຮັບ​ໃຊ້ ແລະ​
ປົກ​ປ້ອງ​ສິດ​ທິ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ.”

ທາງ​ດ້ານ​ທ່​ານ​ສົມ​ໄຊ ສີ​ຫາ​ຈັກ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ ຈາກ​ແຂວງ​ ຈຳ​ປ​າ​
ສັກ ໃຫ້​ການ​ຢືນ​ຢັນ​ວ່າ​ຍັງ​ມີ​ຜູ້​ພິ​ພາກ​ສາ​ສານ​ປະ​ຊາ​ຊົນ​ຈຳ​ນວນ​ບໍ່​ນ້ອຍ ທີ່​ປະ​ຕິ​ບັດ
​ໜ້າ​ທີ່​ໂດຍ​ບໍ່​ສຸດ​ຈະລິ​ດ ແລະ​ບໍ​ມີ​ຈັນ​ຍາ​ບັນຈຶ່ງ​ໄດ້​ມີ​ການ​ຕັດ​ສິນ​ຄະ​ດີຢ່າງ​ບໍ່​ຍຸ​ຕິ​ທຳ
ແລະ​ບໍ່​ເປັນ​ກາງ ທັງ​ຍັງ​ມີ​ການ​ຮຽກ​ຮ້ອງ​ເອົາ​ຜົນ​ປະ​ໂຫຍດ​ຈ​າກ​ຄູ່ກໍ​ລະ​ນີ ໃນ​ຄະ​ດີ​
ຄວາ​ມ​ຕ່າງໆ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ສົມ​ໄຊ ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“ໃນ​ໄລ​ຍ​ະ​ຜ່ານ​ມາ​ນີ້ ທາງ​ສານ​ປະ​ຊາ​ຊົນ​ສູງ​ສຸດ ອີງ​ຕາມ​ບົດ​ລາຍ​ງານ​ກະ​ຖື​ວ່າ
ໄດ້​ມີ​ຈຳ​ນວນ​ນຶ່ງ​ກະ​ໄດ້​ຖືກ​ປະ​ຕິ​ບັດ​ວິ​ໄນ ໃນ​ອີກ​ຈຳ​ນວນ​ນຶ່ງ ກໍໄດ້​ເອີ້ນ​ວ່າຈັນ
​ຍາ​ບັນ​ຈັນ​ຍາ​ທຳ ບໍ່​ທັນ​ໜັກ​ແໜ້ນ ກໍ​ຍັ​ງ​ມີ​ຫຼາຍ ​ເປັນ​ຕົ້ນ​ວ່າ​ການ​ວາງ​ໂຕ​ບໍ່​ເປັນ​
ກາງ ການ​ເລັ່ງ​ທວງ​ຜົນ​ປະ​ໂຫຍດຖື​ວ່າຍັງມີ​ຫຼາຍ ເພາະ​ສະ​ນັ້ນ​ຕໍ່​ບັນ​ຫາ​ດັ່ງ​ກ່າວ​
ນີ້ ຈຶ່ງ​ສະ​ເໜີ​ອມາ​ຍັງ​ທ່ານ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ຈົ່ງ​ໄດ້​ພິ​ຈາ​ລະ​ນາ​ຢູ່​
ບ່ອນ​ວ່າ​ວິ​ທີ​ການ​ ໃນ​ການ​ສຶກ​ສາ​ອົບ​ຮົມ​ຈະ​ເຮັດ​ແນວ​ໃດ."

ສ່ວນ​ທ່ານ​ຄຳ​ສານ ສຸ​ວົງ ປະ​ທານ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ຍອມ​ຮັບ​ວ່າ​ປະ​ຊາ
​ຊົນ​ລາວ​ມີ​ຄວາມ​ບໍ່​ເຊື່ອ​ໝັ້ນ​ຕໍ່​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ບັນ​ດາ​ພະ​ນັກ​ງານ​ໄອ​ຍະ​
ການ​ເພີ້ມ​ຂຶ້ນ​ນັບ​ມື້ ໂດຍ​ມີ​ສາ​ເຫດ​ມາ​ຈາກ​ການ​ປະ​ຕິ​ບັດ​ໜ້າ​ທີ່​ໂດຍ​ບໍ່​ສຸດ​ຈ​ະ​ລິດ
ໂດຍ​ສະ​ເພາະ​ແມ່ນ​ການ​ຮັບ​ເອົາ​ສິນ​ບົນ​ຈາກ​ຜູ້​ຕ້ອງ​ຫາ​ເພື່ອ​ຊ່ວຍ​ໃຫ້​ພົ້ນ​ຜິດ​ທັງ
ໃນ​ຄະ​ດີ​ແພ່ງ ແລະ​ຄະ​ດີ​ອາ​ຍາ​ນັ້ນຖືເປັນ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ຫຼາຍ​ທີ່​ສຸດ​ ແລ​ະ​ເພື່ອ​
ເປັນ​ການ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ​ນີ້ ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ ຈຶ່ງ​ໄດ້​ເລີ້ມ​ເປີດ
ຮັບ​ຈົດ​ໝາຍ​ຮ້ອງ​ຮຽນ​ໂດຍ​ກົງ​ຈາກ​ປະ​ຊາ​ຊ​າ​ຊົນ ໂດຍ​ມີ​ເງື່ອນ​ໄຂວ່າ​ປະ​ຊາ​ຊົນ​ທີ່
​ສົ່ງ​ຈົດໝາຍ​ຮ້ອງ​ຮຽນ​ນັ້ນ​ຈະ​ຕ້ອງເປີດ​ເຜິຍ​ຊື່ ແລະ​ລົງ​ລາ​ຍ​ເຊັນ​ຂອງ​ຕົນ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ໂດຍ​ອີງ​ຕາມ​ລ​າຍ​ງານ​ຂອງ​ອົງ​ການ​ໄອ​ຍ​ະ​ການປະ​ຊາ​ຊົນ​ສູງ​
ສຸດ​ກໍ​ປາ​ກົດ​ວ່າ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ອົງ​ການ​ໄອ​ຍະ​ການ​ປະ​ຊ​າ​ຊົນ​ສູງ​ສຸດ​ໄດ້​ຮັບ
​ຈົດ​ໝາຍ​ຮ້ອງ​ຮຽນ​ຈາກ​ປະ​ຊາ​ຊົນ​ລາວ​ພຽງ​ແຕ່ 3 ສະ​ບັບ​ເທົ່າ​ນັ້ນ ໂດຍ​ອົງ​ການ​
ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ໄດ້​ດຳ​ເນີນ​ການ​ສອບ​ສວນ​ໄປ​ແລ້ວ 1 ສະ​ບັບ ແລະ
​ພົບ​ວ່າ​ເປັນ​ຈິງ​ຕາມ​ການ​ຮ້ອງ​ຟ້ອງ​ຂອງ​ປະ​ຊາ​ຊົນ​ດັ່ງ​ກ່າວ ຈຶ່ງ​ໄດ້​ດຳ​ເນີນ​ຄະ​ດີ​
ອາ​ຍາ​ກັບ​ພະ​ນັກ​ງານ​ໄອ​ຍະ​ການ 2 ຄົນ ແລະ​ໄລ່​ອອກ 3 ຄົນ ສ່ວນ​ອີກ 2 ສະ​ບັບ
​ກໍ​ຈະ​ດຳ​ເນີນ​ການ​ສອບ​ສວນ​ຕໍ່​ໄປ.

ທາງ​ດ້ານ​ທ່ານ​ສາຍ​ທອງ ແກ້ວດວງ​ດີ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ​ເຂດ 1
ນະ​ຄອນຫຼວງວຽງ​ຈັນ ຢືນ​ຢັນ​ວ່າ​ການ​ບັງ​ຄັບ​ໃຊ້ກົດ​ໝາຍ​ຢູ່​ພາຍ​ໃນ​ໜ່ວຍ​ງານ​
ຕ່າງໆ​ຂອງ​ລັດ​ຖະ​ບານ​ລາວ ທັງ​ໃນ​ຂັ້ນ​ສູນ​ກາງ ແລະ​ທ້ອງ​ຖິ່ນ​ຍັງ​ເກີດ​ບັນ​ຫາ​ຊັກ​
ຊ້າ ແລະ​ບໍ່​ມີ​ປະ​ສິດ​ທິ​ພາບ​ໃນ​ທົ່ວ​ປະ​ເທດ ທັງ​ຍັງ​ປາ​ກົດ​ວ່າ​ໄດ້​ມີ​ການ​ບັ​ງ​ຄັບ​ໃຊ້​
ກົດ​ໝາຍ​ເກົ່າ ທີ່​ຖືກ​ແທນ​ທີ່​ໂດຍ​ກົດ​ໝາຍ​ໃໝ່​ແລ້ວ​ອີກ​ດ້ວຍ ​ຊຶ່ງ​ພາຍ​ໃຕ້​ສະ​ພາບ​
ການ​ດັ່ງ​ກ່າວ​ກໍ​ຍັງ​ເຮັດໃຫ້​ການ​ຈັດ​ຕັ້ງປະ​ຕິ​ບັດ​ແຜນ​ການ​ຕ່າງໆ​ຂອງ​ລັດ​ຖະ​ບານ
ບໍ່​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ໄດ້​ອີກ​ດ້ວຍ. ​

XS
SM
MD
LG