ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເອກະຊົນລາວ ຍັງປະເຊີນໜ້າ ກັບບັນຫາຫຍຸ້ງຍາກ ໃນການຫຼຸດຕົ້ນທຶນ ການຜະລິດ


ກະຊວງພະລັງງານ ແລະບໍ່ແຮ່ ສປປ ລາວ.
ກະຊວງພະລັງງານ ແລະບໍ່ແຮ່ ສປປ ລາວ.

ຂະນະທີ່ເສດຖະກິດ ແລະຊີວິດການເປັນຢູ່ ຂອງປະຊາຊົນລາວ ທົ່ວປະເທດ ຍັງບໍ່ສາມາດ
ຟື້ນຕົວຄືນຢ່າງເຕັມສ່ວນໄດ້ຈາກຜົນກະທົບຂອງພະຍາດໂຄວິດ-19 ຢູ່ນີ້ ການທີ່ລັດຖະ
ບານກໍບໍ່ໄດ້ຊ່ວຍເຫລືອທຸລະກິດ ໃນການຜະລິດສິນຄ້າສ່ວນໃຫຍ່ ໃນປະເທດພົບບັນຫາຫຍຸ້ງຍາກນັ້ນ ໂດຍການຫລຸດອັດຕາຄ່າໄຟຟ້າລົງໄດ້ຫລາຍນັ້ນ ແມ່ນມີແນວໂນ້ມທີ່ຈະ
ເຮັດໃຫ້ພວກເຂົາເຈົ້າ ປະສົບຄວາມຫຍຸ້ງຍາກເພີ້ມຂຶ້ນໃນການຫລຸດຕົ້ນທຶນການຜະລິດ.
ກິ່ງສະຫວັນ ຈະນຳເອົາລາຍກ່ຽວກັບເລື້ອງນີ້ ຈາກນັກຂ່າວຂອງເຮົາສະເໜີທ່ານ ໃນອັນ
ດັບຕໍ່ໄປ.

ເຊີນຊົມວີດີໂອ
please wait

No media source currently available

0:00 0:00:54 0:00
ລິງໂດຍກົງ

ເຖິງແມ່ນ ສປປ ລາວຈະຫລີກລ້ຽງ ວິກິດການດ້ານສາທາລະນະສຸກທີ່ເກີດຈາກ ພະຍາດ
ໂຄວິດ-19 ໄດ້ກໍຕາມ ແຕ່ໃນທາງເສດຖະກິດແລ້ວຜົນກະທົບຈາກການລະບາດຂອງພະ
ຍາດນີ້ແມ່ນຍັງໜັກໜ່ວງຢູ່ ເມື່ອພາກເອກະຊົນບໍ່ສາມາດຫລຸດ ຕົ້ນທຶນການຜະລິດລົງໄດ້
ໃນຂະນະທີ່ລັດຖະບານເອງກໍບໍ່ໄດ້ໃຫ້ການຊ່ວຍເຫລືອ ເຂົາເຈົ້າ ເພື່ອຮັບມືກັບຜົນກະທົບ
ນີ້ຫລາຍປານໃດເຖິງແມ່ນຈະມີນະໂຍບາຍຊຸກ ຍູ້ການຜະລິດພາຍໃນ ໂດຍການຫລຸດຄ່າ
ໄຟຟ້າລົງ ໃນໄລຍະນຶ່ງກໍຕາມ. ນາຍົກລັດຖະມົນຕີ ທອງລຸນ ສີສຸລິດໄດ້ມີຂໍ້ຕົກລົງເລກທີ
31/ນຍ ອອກມາໃນວັນທີ 02 ເມ ສາ 2020 ໂດຍມີຄໍາສັ່ງແນະນໍາບອກໃຫ້ພາກລັດ ຄົ້ນ
ຄວ້າຜ່ອນຜັນລາຄາ ແລະຕໍ່ເວລາ ໃນການຊໍາລະຄ່າໄຟຟ້າ ແລະນໍ້າປະປາຂອງຜູ້ຊົມໃຊ້
ໃນຄົວເຮືອນ ແລະພາກທຸລະກິດ. ຂະນະດຽວກັນ ດັ່ງທີ່ທາງວີໂອເອໄດ້ລາຍງານໄປ ໃນເ
ດືອນກັນຍາຜ່ານມານັ້ນ, ທ່ານຄໍາມະນີ ອິນທິລາດ, ລັດຖະ ມົນຕີກະຊວງພະລັງງານ ແລະ
ບໍ່ແຮ່ຖະແຫລງວ່າການປັບໂຄງສ້າງລາຄາໄຟຟ້າຄັ້ງຫລ້າສຸດມີຜົນບັງຄັບໃຊ້ ຖືກເລື່ອນ
ຈາກໃນວັນທີ 1 ພຶດສະພາມາເປັນເດືອນສິງຫາ 2020 ເປັນຕົ້ນມານັ້ນ ກໍານົດວ່າ ອັດຕາ
ຄ່າໄຟຟ້າ ແມ່ນຫລຸດລົງ 50 ເປີເຊັນ ສໍາລັບຜູ້ມີລາຍໄດ້ຕ່ຳທີ່ຊົມໃຊ້ໄຟຟ້າບໍ່ເກີນ 150 ກິ
ໂລວັດ/ຊົ່ວໂມງ ຕໍ່ເດືອນກໍຄືຄ່າໄຟຟ້າສໍາລັບທີ່ຢູ່ອາໄສ ແມ່ນເສຍຕາມອັດຕາໃໝ່ ຄື 355
ກີບຕໍ່ກິໂລວັດ/ຊົ່ວໂມງ ແຕ່ວ່າ ຄົວເຮືອນທີ່ໃຊ້ໄຟຟ້າ ເກີນກວ່າ 150 ກິໂລວັດ/ຊົ່ວໂມງ
ນັ້ນ ຈະຄິດຄ່າໄຟຟ້າໃນອັດຕາ 710 ກີບຕໍ່ກິໂລວັດ/ຊົ່ວໂມງ. ຫລັງຈາກນັ້ນ ຈຶ່ງຈະມີການ
ປັບລາຄາຂຶ້ນໃນອັດຕາສະເລ່ຍ 1 ເປີເຊັນ ໃນທຸກປີນັບແຕ່ 2021 ຫາ 2025. ສ່ວນຫົວ
ໜ່ວຍການຜະລິດກະສິກຳນັ້ນ ຈະຄິດຄ່າໄຟຟ້າໃນອັດຕາຕ່ຳສຸດຄື 448 ຫາ 600 ກີບຕໍ່
ກິໂລວັດ/ຊົ່ວໂມງເທົ່ານັ້ນ. ທັງນີ້ກະເພາະວ່າລັດຖະບານລາວ ຢາກຊຸກຍູ້ການຜະລິດສິນ
ຄ້າໃນປະເທດໃຫ້ຫລາຍຂຶ້ນ ດັ່ງທີ່ທ່ານໃຫ້ການຢືນຢັນວ່າ:

ຈຸດປະສົງອັນທີ 1 ແມ່ນຢາກໃຫ້ປະຊາຊົນລາວໄດ້ເຮັດການຜະລິດເປັນສິນຄ້າໃຫ້ເພີ້ມ
ຂຶ້ນ ຈະແມ່ນຢູ່ໃນລະດັບຈຸນລະພາກ ຂະໜາດນ້ອຍ, ຂະໜາດກາງ ຫລືວ່າ ອຸດສາຫະກໍາ
ປຸງຕ່ງປະເພດຕ່າງໆ ກໍຢາກໃຫ້ມີການນໍາໃຊ້ສິນຄ້າພາຍໃນໃຫ້ຫລາຍຂຶ້ນ ໃຫ້ຫລຸດຜ່ອນ
ການສົ່ງອອກວັດຖຸດິບ ທີ່ບໍ່ໄດ້ຮັບການປຸງແຕ່ງ ເພື່ອໃຫ້ເກີດມູນຄ່າເພີ້ມໃຫ້ຫລາຍຂຶ້ນ. ອັນ
ທີ 3 ແມ່ນໃຫ້ລັດວິສາຫະກິດໄຟຟ້າລາວ ສາມາດສືບຕໍ່ ດໍາເນີນທຸລະກິດ ທີ່ມີຜົນກໍາໄລ
ແລະສາມາດແກ້ໄຂເງິນທີ່ພວກເຮົາຢືມມາ, ຕົ້ນທຶນ ແລະດອກເບ້ຍ ໃຫ້ທະນາຄານ.”

ແຕ່ໃນຕົວຈິງແລ້ວອັດຕາຄ່າໄຟຟ້າບໍ່ໄດ້ມີການຫລຸດໃຫ້ຫົວໜ່ວຍທຸລະກິດທີ່ຜະ ລິດສິນ
ຄ້າ ຢູ່ພາຍໃນດັ່ງຂໍ້ຕົກລົງເລກທີ 31/ນຍຂອງນາຍົກລັດຖະມົນຕີ ແລະ ຄໍາຖະແຫລງຂອງ
ທ່ານຄໍາມະນີທີ່ກ່າວຢູ່ຂ້າງເທິງນັ້ນອີງຕາມການເປີດເຜີຍຂອງເຈົ້າຂອງທຸລະກິດທີ່ຜະລິດ
ສິນຄ້າໃນນະຄອນຫລວງວຽງຈັນທ່ານນຶ່ງທີ່ເວົ້າວ່າ:

“ຄືເກົ່າຫັ້ນແຫລະ ມັນຈະເປັນຈັ່ງໃດ ມັນກະຄືເກົ່າຫັ້ນແຫຼະ ໃຊ້ຫລາຍກະຈ່າຍ ຫລາຍຫັ້ນແຫລະ ມັນຊິເຮັດຈັ່ງໃດ ມັນກາເປັນຈັ່ງຊັ້ນແຫລະ ຄືເກົ່າຫັ້ນລະນິ ໝົດໂຄວິດໄປນີ້ ເຂົາກໍ
ກະຄູນເຈົ້າ 710 ບາດດຽວໜີ້ແຫ່ງໜັກແຫລະ ອຸກໃຈ ຢູ່ ຕໍ່ໄປໜີ້ ໃຊ້ໄຟແພງແລ້ວໜີ້. ບໍ່
ມີດອກຄໍາວ່າຊິຫລຸດ ບໍ່ມີ. ຄໍາວ່າຫລຸດບໍ່ມີດອກ. ລາຄາມີແຕ່ຂຶ້ນໜ້າຕິກໆ.”

ເຊັ່ນດຽວກັນການປະເມີນແບບເລັ່ງດ່ວນຜົນກະທົບຂອງໂຄວິດ-19 ຕໍ່ພາກອຸດ ສາຫະກໍາ
ແລະການຜະລິດສິນຄ້າຂອງລາວ ທີ່ດໍາເນີນໂດຍພະແນກຄົ້ນຄວ້າ ແລະສະຖິຕິຂອງອົງ
ການພັດທະນາອຸດສາຫະກໍາຂອງອົງການສະຫະປະຊາຊາດ ທີ່ມີ 102 ບໍລິສັດເຂົ້າຮ່ວມ
ໃນທ້າຍເດືອນເມສາຜ່ານມານັ້ນກໍພົບວ່າ ການຊ່ວຍ ເຫລືອຈາກລັດຖະບານ ໃນເພື່ອຮັບ
ມື ກັບຜົນກະທົບຂອງການລະບາດ ຂອງ ພະຍາດ ໂຄວິດ-19 ແກ່ຜູ້ຜະລິດພາຍໃນນັ້ນ
ແມ່ນມີແບບຈໍາກັດທີ່ສຸດ. ບົດປະ ເມີນຜົນກະທົບ ສະບັບນີ້ຍັງບອກວ່າ ນອກຈາກການ
ຫລຸດພາສີ ແລະການເລື່ອນ ເວລາການ ສໍາລະພາສີແລ້ວ ຜູ້ເຮັດການຜະລິດຍັງຢາກໃຫ້
ມີການຫລຸດຄ່ານໍ້າ ແລະຄ່າໄຟ ອີກດ້ວຍ. ຊຶ່ງບົດສະເໜີນີ້ກໍກົງກັນກັບການສະເໜີຢູ່ໃນ
ບົດລາຍງານສັງລວມຂໍ້ສະເຫນີກ່ຽວກັບມາດຕະການ ແລະນະໂຍບາຍ ເພື່ອຫຼຸດ ຜ່ອນ
ຜົນກະທົບ ແລະຟື້ນຟູເສດຖະກິດຈາກວິກິດການຂອງ COVID-19 ຂອງສະພາການຄ້າ
ແລະອຸດສາຫະກໍາລາວ ທີ່ພິມເຜີຍແຜ່ ໃນເດືອນພຶດສະພາຜ່ານມາວ່າ ສະເໜີ ໃຫ້ລັດ
ຖະບານ ມີນະໂຍບາຍຫຼຸດຄ່ານໍ້າປະປາ, ໄຟຟ້າ ແລະຄ່າ ອິນເຕີເນັດ, ຄ່າເຊົ່າສະຖານ
ທີ່ໃຫ້ຜູ້ປະກອບການທ່ອງທ່ຽວເຖິງ 50 ເປີເຊັນໃນໄລຍະເດືອນກຸມພາ ເຖິງ ທັນວາ ປີ
2020.

ສະຫລຸບແລ້ວ ຜູ້ເຮັດທຸລະກິດໃນດ້ານການຜະລິດໃນລາວສ່ວນໃຫຍ່ຍັງບໍ່ໄດ້ຮັບການຊ່ວຍເຫລືອ ຈາກລັດຖະບານໃນດ້ານການປັບຫລຸດຄ່າໄຟຟ້າລົງ ເພື່ອໃຫ້ ສາມາດຫລຸດ
ຕົ້ນທຶນການຜະລິດລົງໄດ້ ເຖິງແມ່ນວ່າຈະມີນະໂຍບາຍເຊັ່ນນັ້ນ ແລ້ວກໍຕາມ ສະນັ້ນພວກ
ເຂົາເຈົ້າຍັງປະສົບ ຄວາມຫຍຸ້ງຍາກໃນການຮັບມື ກັບ ຜົນກະທົບຂອງການລະບາດຂອງ
ພະຍາດ ໂຄວິດ-19 ຢ່າງໜັກໜ່ວງອີກຕໍ່ໄປ.

XS
SM
MD
LG