ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນລາວ ຄັດຄ້ານການອະນຸຍາດໃຫ້ສຳປະທານ ຂຸດຄົ້ນແຮ່ ໂປຕັສ (Potash) ແກ່ບໍລິສັດຈີນ ໃນເຂດນະຄອນຫຼວງວຽງຈັນ


ລົດຂົນສ່ົງແຮ່ທາດ ຢູ່ໃນ ສປປ. ລາວ.
ລົດຂົນສ່ົງແຮ່ທາດ ຢູ່ໃນ ສປປ. ລາວ.

ປະຊາຊົນລາວ ຄັດຄ້ານການອະນຸຍາດໃຫ້ສຳປະທານຂຸດຄົ້ນແຮ່ ໂປຕັສ ແກ່ບໍລິສັດຈີນ ຈຳນວນ 5 ໂຄງການ ໃນເຂດນະຄອນຫຼວງວຽງຈັນ ເພາະຢ້ານກົວວ່າ ຈະເກີດຜົນກະທົບຢ່າງກວ້າງຂວາງ. ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ.

ສະມາຊິກສະພາແຫ່ງຊາດລາວ ເປີດເຜີຍວ່າ ປະຊາຊົນລາວຕ້ອງການໃຫ້ລັດຖະບານຍົກເລີກສຳປະທານຂຸດຄົ້ນແຮ່ ໂປຕັສ ໃນເຂດນະຄອນຫຼວງວຽງຈັນ ຊຶ່ງໄດ້ອະນຸຍາດໃຫ້ສຳປະທານແກ່ບໍລິສັດຈີນໄປແລ້ວ 5 ໂຄງການ ເພາະຢ້ານກົວວ່າ ການຂຸດຄົ້ນແຮ່ ໂປຕັສ ດັ່ງກ່າວ ຈະເກີດມີຜົນກະທົບຕໍ່ສິ່ງແວດລ້ອມລ້ອມທຳມະຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນຢ່າງກວ້າງຂວາງ ເນື່ອງຈາກເປັນການອະນຸຍາດໃຫ້ສຳປະທານແບບເລັ່ງດ່ວນ ຈຶ່ງບໍ່ມີການສຶກສາສຳຫຼວດເພື່ອປ້ອງກັນຜົນກະທົບໃດໆເລີຍ ແຕ່ກໍໄດ້ທຳການຂຸດຄົ້ນແລ້ວ 3 ໂຄງການ ໃນເຂດເມືອງໄຊທານີ ຫາດຊາຍຟອງ ແລະ ປາກງື່ມ ສ່ວນອີກ 2 ໂຄງການ ທີ່ເມືອງສັງທອງ ຈະເລີ້ມຂຸດຄົ້ນໃນໄວໆນີ້ ໂດຍຍັງບໍ່ໄດ້ທຳການສຶກສາສຳຫຼວດເພື່ອປ້ອງກັນຜົນກະທົບເຊັ່ນດຽວກັນ ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:

“ດຽວນີ້ຢາກໃຫ້ເບິ່ງໂດຍສະເພາະທາງເບື້ອງຂອງພະລັງງານ ແລະ ບໍ່ແຮ່ສິມີມາດຕະການແນວໃດຕໍ່ກັບ 3 ບໍລິສັດທີ່ເຮັດໄປແລ້ວ ທີ່ລັດຖະບານອະນຸຍາດແລ້ວ ກະຕໍ່ກັບ 2 ບໍລິສັດທີ່ກຳລັງຈະສືບຕໍ່ ຫຼືວ່າ ເຊັນສັນຍາ ຂໍໃຫ້ທົບທວນຄືນ ອັນນີ້ ມັນເປັນບັນຫາຂອງນະຄອນຫຼວງວຽງຈັນ ເປັນບັນຫາຜົນກະທົບເຖິງຊີວິດການເປັນຢູ່ຂອງພໍ່ແມ່ ປະຊາຊົນ ລູກຫຼານຂອງພວກເຮົາລຸ້ນສືບທອດຕໍ່ໄປ ໃນສ່ວນຕົວຂ້າພະເຈົ້າແລ້ວ ແມ່ນບໍ່ເຫັນດີ ອັນນີ້ຂໍໃຫ້ທົບທວນຄືນບັນຫາຕ່າງໆທີ່ເກີດຂຶ້ນ ອັນນີ້ ເປັນບັນຫາຂອງປະເທດຊາດເນາະ ບໍ່ແມ່ນນະຄອນຫຼວງຝ່າຍດຽວເດະ

ທັງນີ້ ໃນຊ່ວງປີ 2021 – 2022 ລັດຖະບານລາວໄດ້ອະນຸຍາດສຳປະທານຂຸດຄົ້ນແຮ່ທາດແບບເລັ່ງດ່ວນແກ່ບໍລິສັດຈີນ 98 ໂຄງການ ທີ່ລັດຖະບານລາວ ມີລາຍຮັບຈາກຄ່າສຳປະທານລວມພຽງແຕ່ 228 ລ້ານໂດລາເທົ່ານັ້ນ ໃນປີ 2022 ແລະ 2023 ເພາະລັດຖະບານລາວ ບໍ່ມີບຸກຄະລາກອນທີ່ມີຄວາມຮູ້ດ້ານເທັກໂນໂລຈີທີ່ທັນສະໄໝ ໃນດ້ານການຂຸດຄົ້ນແຮ່ທາດ ທັງຍັງປາກົດດ້ວຍວ່າ ມີການທຸດຈະຣິດເກີດຂຶ້ນຢ່າງກວ້າງຂວາງເພາະບໍ່ມີການກວດກາສຳປະທານຢ່າງແທ້ຈິງ ຈຶ່ງເຮັດໃຫ້ການຈັດເກັບລາຍໄດ້ ບໍ່ມີປະສິດທິພາບ ແລະ ຖືກເອົາລັດເອົາປຽບໄດ້ງ່າຍ ໃນຂະນະທີ່ສຳປະທານຈຳນວນຫຼາຍ ກໍ່ໄດ້ຈົດທະບຽນໃນນາມຂອງຄົນລາວ ທັງໆທີ່ວ່າ ເຈົ້າຂອງສຳປະທານຕົວຈິງເປັນຊາວຕ່າງຊາດ ອັນເຮັດໃຫ້ມີບັນຫາໃນການຕິດຕາມຜູ້ທີ່ຈະຕ້ອງຮັບຜິດຊອບຕໍ່ຜົນກະທົບ ແລະ ຜົນເສຍຫາຍທີ່ເກີດຂຶ້ນຈາກການຂຸດຄົ້ນແຮ່ທາດນັ້ນ ດັ່ງທີ່ສະມາຊິກສະພາແຫ່ງຊາດລາວອີກທ່ານນຶ່ງ ໄດ້ໃຫ້ການຢືນຢັນວ່າ:

ນິຕິກຳທີ່ເປັນບ່ອນອີງໃນການຂຸດຄົ້ນ ແລະສົ່ງອອກແຮ່ທາດໃນແຕ່ລະປະເພດຍັງມີເນື້ອໃນທີ່ບໍ່ຄົບຖ້ວນ ແລະບາງປະເພດແຮ່ບໍ່ທັນໄດ້ກຳນົດອັດຕາຄ່າພັນທະໃຫ້ລັດ ເຊັ່ນ ແຮ່ຫາຍາກ ແລະ ແຮ່ຕິດພັນອື່ນໆ ແລະ ທີ່ສຳຄັນແມ່ນເປັນການຍາກທີ່ຈະກຳນົດໄດ້ເຖິງຜູ້ຮັບຜິດຊອບຕໍ່ຜົນເສຍຫາຍທີ່ເກີດຂຶ້ນ ບັນດາບໍລິສັດທີ່ໄດ້ຮັບອະນຸຍາດສຳປະທານຂຸດຄົ້ນ ແລະ ສົ່ງອອກແຮ່ທາດ ຈຳນວນຫຼາຍພຽງແຕ່ອອກຊື່ເປັນຂອງຄົນລາວ ແຕ່ບໍລິສັດທີ່ເຮັດການລົງທຶນຂຸດຄົ້ນ ແລະ ສົ່ງອອກຕົວຈິງ ຜັດແມ່ນບໍລິສັດຂອງຕ່າງປະເທດ.”

ໂດຍກໍລະນີຕົວຢ່າງຂອງການຈັດເກັບລາຍຮັບບໍ່ມີປະສິດທິພາບ ແລະ ມີລາຍຮັບຄ່າສຳປະທານຕໍ່າຫຼາຍໃນໄລຍະຜ່ານມາ ກໍຄືສຳປະທານການຂຸດຄົ້ນແຮ່ທາດຫາຍາກ (Rare Earth) ທີ່ລັດຖະບານລາວໄດ້ຮັບສະເລ່ຍ 30 ໂດລາເທົ່ານັ້ນ ຕໍ່ການຂຸດຄົ້ນແຮ່ຫາຍາກໃນປະລິມານ 1 ໂຕນ ທັງຍັງບໍ່ຮູ້ປະລິມານທີ່ຊັດເຈນອີກດ້ວຍວ່າ ບັນດາບໍລິສັດຈີນໄດ້ຂົນສົ່ງແຮ່ຫາຍາກຈາກລາວໄປຈີນເທົ່າໃດແທ້ ໃນໄລຍະທີ່ຜ່ານມາ ເນື່ອງຈາກບໍ່ມີໜ່ວຍງານກາງຂອງລັດຖະບານລາວທີ່ດຳເນີນການຄວບຄຸມ ແລະ ການກວດກາຢ່າງມີປະສິດທິພາບ ທັງບໍ່ມີການກວດສອບການປະຕິບັດຂອງກພະນັກງານລັດທີ່ກ່ຽວຂ້ອງອີກດ້ວຍ.

ຍິ່ງໄປກວ່ານັ້ນ ຍັງປາກົດດ້ວຍວ່າ ໃນ 13 ບໍລິສັດຈີນທີ່ໄດ້ຮັບອະນຸຍາດສຳປະທານຂຸດຄົ້ນ ແລະ ການຊື້ຂາຍເງິນ Crypto ໃນລາວນັບແຕ່ປີ 2021 ໄດ້ຢຸດດຳເນີນການຕັ້ງແຕ່ຕົ້ນປີ 2023 ພ້ອມກັນນີ້ ກໍຍັງປາກົດດ້ວຍວ່າ ມີຫຼາຍບໍລິສັດທີ່ບໍ່ປະຕິບັດຕາມສັນຍາສຳປະທານ ແລະ ຫຼາຍບໍລິສັດກໍຍັງບໍ່ມີປະສົບການໃນດ້ານການຂຸດຄົ້ນແຮ່ທາດອີກດ້ວຍ ສ່ວນການຈັດທຳແຜນທີ່ຊັບພະຍາກອນແຮ່ທາດໃນທົ່ວປະເທດ ຈະເຮັດໃຫ້ແລ້ວສຳເລັດ ໃນປີ 2030 ຖ້າຫາກໄດ້ຮັບທຶນສະໜັບສະໜູນຢ່າງພຽງພໍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG