ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການວິໄຈ ຂອງນັກວິຊາການໄທ ພົບວ່າ ປະຊາຊົນລາວ ຕ້ອງສູນເສຍທີ່ດິນ ໃຫ້ກັບ ນັກທຸລະກິດຈີນ ເພີ່ມຂຶ້ນ


ໂຄງການກະເສດພັນທະ ປູກຢາງພາລາ ທີ່ທາງການລາວ ສະໜັບສະໜູນ ໃຫ້ບັນດານັກທຸລະກິດຈີນ ເຂົ້າມາລົງທຶນ ໃນແຂວງຫຼວງນ້ຳທາ.
ໂຄງການກະເສດພັນທະ ປູກຢາງພາລາ ທີ່ທາງການລາວ ສະໜັບສະໜູນ ໃຫ້ບັນດານັກທຸລະກິດຈີນ ເຂົ້າມາລົງທຶນ ໃນແຂວງຫຼວງນ້ຳທາ.

ນັກວິຊາການໄທ ທີ່ທຳການວິໄຈກ່ຽວກັບການພັດທະນາ ເພື່ອການແກ້ໄຂບັນຫາຄວາມ ຍາກຈົນໃນລາວ ພົບວ່າ ປະຊາຊົນລາວຕ້ອງສູນເສຍທີ່ດິນ ໃຫ້ກັບນັກທຸລະກິດຈີນ ເພີ່ມຂຶ້ນ ໂດຍມີທະຫານລາວໃຫ້ການຊ່ອຍເຫຼືອ.

ດຣ. ວາສະໜາ ລະອອງປລິວ ນັກວິຊາການ ມະຫາວິທະຍາໄລທຳມະສາດຂອງໄທ ໄດ້ໃຫ້ການຢືນຢັນ ກ່ຽວກັບຜົນທີ່ໄດ້ຈາກການເກັບກຳຂໍ້ມູນພາກສະໜາມຢູ່ເມືອງລອງ ແຂວງຫຼວງນ້ຳທາ ເມື່ອບໍ່ນານມານີ້ ວ່າ ປະຊາຊົນລາວ ກຳລັງປະເຊີນກັບການສູນເສຍ ທີ່ດິນຂອງພວກເຂົາເຈົ້າ ໃຫ້ກັບນັກທຸລະກິດຈີນເພີ່ມຂຶ້ນນັບມື້ ໂດຍມີສາເຫດມາຈາກ ການເຂົ້າຮ່ວມໂຄງການກະເສດພັນທະ ທີ່ທາງການລາວສະໜັບສະໜູນ ໃຫ້ບັນດາ ນັກທຸລະກິດຈີນເຂົ້າມາລົງທຶນ ໃນແຂວງຫຼວງນ້ຳທາ ຫຼາຍຂຶ້ນັບມື້.

ພະນັກງານລາວ ຢູ່ສວນຢາງພາລາ ກຳລັງຂູດເອົາຢາງ
ພະນັກງານລາວ ຢູ່ສວນຢາງພາລາ ກຳລັງຂູດເອົາຢາງ

ທັງນີ້ສາເຫດສຳຄັນທີ່ເຮັດໃຫ້ປະຊາຊົນລາວ ຕ້ອງສູນເສຍທີ່ດິນ ໃຫ້ກັບນັກທຸລະກິດຈີນ ດັ່ງກ່າວ ກໍຍ້ອນວ່າ ພວກເຂົາເຈົ້າຖືກບີບບັງຄັບ ໃຫ້ເຂົ້າຮ່ວມໃນໂຄງການກະເສດພັນທະ ເຊັ່ນ ການປູກຢາງພາລາ ໂດຍທີ່ພວກເຂົາເຈົ້າບໍ່ມີເງິນທຶນ ຈຶ່ງຕ້ອງກູ້ຢືມຈາກນັກທຸລະກິດ ຈີນ ແລະ ໄດ້ພາກັນນຳໃຊ້ທີ່ດິນຄ້ຳປະກັນ ການກູ້ຢືມດັ່ງກ່າວ ຫາກແຕ່ເມື່ອປາກົດວ່າ ຢາງພາລາ ໃນຕະຫຼາດລາຄາຕົກຕ່ຳລົງ ຢ່າງຕໍ່ເນື່ອງ ຈຶ່ງເຮັດໃຫ້ປະຊາຊົນລາວ ບໍ່ມີເງິນ ຊຳລະໜີ້ ແລະຜົນທີ່ຕາມມາກໍຄືການຖືກຍຶດທີ່ດິນ ໂດຍນາຍທຶນຈີນ ດັ່ງທີ່ ດຣ. ວາສະໜາ ໄດ້ໃຫ້ການຢືນຢັນວ່າ:

“ສຳປະທານຢາງພາລາ ມັນມີຜົນກະທົບຕໍ່ຊາວບ້ານ ຢ່າງຫຼວງຫຼາຍ ຊາວບ້ານ ບອກວ່າ ທະຫານເຂົ້າໄປພ້ອມກັບ ບໍລິສັດຢາງພາລາ ແລ້ວກໍບອກວ່າ ເຮົາຈະ ມາຂໍໃຊ້ພື້ນທີ່ບ່ອນນີ້ເດີ້ ເພື່ອປູກຢາງພາລາ ແລ້ວກໍໍຊາວບ້ານຊ່ອຍໃຫ້ການ ຮ່ວມມືດ້ວຍ ຊຶ່ງຖ້າບໍ່ໃຫ້ຄວາມຮ່ວມມື ກໍຈະຖືກຈັບໄປໃສ່ຄຸກ ຕ່າງໆນາໆ ພວກນັ້ນ ເພາະສະນັ້ນ ຊາວບ້ານຖືກ Forced ໃຫ້ຕ້ອງ ໃຫ້ທີ່ດິນ ເພື່ອເອົາໄປ ປູກຢາງພາລາ ຄືຊາວບ້ານບໍ່ໄດ້ມີອຳນາດໃນການຕໍ່ລອງ ແລ້ວກໍການສູນເສຍ ທີ່ດິນ ມັນເກີດຂຶ້ນຢ່າງກະທັນຫັນ ບໍລິສັດນີ້ເຂົ້າໄປໃນພື້ນທີ່ ໃນໄລຍະເວລາ 3 ຫາ 4 ປີນີ້ ມີພື້ນທີ່ສວນຢາງ ເປັນໝື່ນເຮັກຕາ.”

ດຣ. ວາສະໜາ ຢືນຢັນດ້ວຍວ່າ ສະເພາະປະຊາຊົນລາວ ຢູ່ໃນເຂດເມືອງລອງ ຍັງຈະ ຕ້ອງສູນເສຍທີ່ດິນ ໃຫ້ກັບນາຍທຶນຈີນເພີ່ມຂຶ້ນອີກເລື້ອຍໆ ເພາະວ່າ ຍັງມີພື້ນທີ່ອີກ ຫຼາຍກວ່າ 3 ແສນເຮັກຕາ ທີ່ໄດ້ເຮັດສັນຍາກະເສດພັນທະ ກັບນັກທຸລະກິດຈີນໄວ້ ແລ້ວນັ້ນເອງ.

ທາງດ້ານກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ລາຍງານວ່າ ໃນແຜນ ການ 5 ປີ ຄັ້ງທີ 5 ຄືໃນຊ່ວງປີ 2011 ທີ່ຜ່ານມາ ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມສາມາດ ຈັດສັນທີ່ດິນທຳກິນ ໃຫ້ກັບປະຊາຊົນລາວໄດ້ສຳເລັດ ໃນ 3,779 ບ້ານ ຊຶ່ງຄິດເປັນ 43.2 ເປີເຊັນ ຂອງບ້ານທັງໝົດ ທີ່ມີຢູ່ເຖິງ 8,657 ບ້ານ ໃນທົ່ວປະເທດລາວ ໃນປັດຈຸບັນນີ້.

ໂດຍຜົນຈາກການຈັດຕັ້ງປະຕິບັດດັ່ງກ່າວນີ້ ກໍເຮັດໃຫ້ສາມາດຂຶ້ນທະບຽນ ແລະອອກ ໃບຕາດິນໃຫ້ແກ່ປະຊາຊົນລາວໄດ້ແລ້ວ ໃນພື້ນທີ່ 871,317 ຕອນ ຫຼືຄິດເປັນ 33.5 ເປີເຊັນ ຂອງທີ່ດິນທຳກິນ ແລະຢູ່ອາໄສ ທີ່ໄດ້ສັງລວມໄວ້ໃນສຳມະໂນ ທີ່ດິນຈຳນວນ ທັງໝົດ 2 ລ້ານ 6 ແສນຕອນ ໃນທົ່ວປະເທດລາວ ຊຶ່ງກໍໝາຍຄວາມວ່າ ຍັງມີທີ່ດິນອີກ ຫຼາຍກວ່າ 1 ລ້ານ 7 ແສນຕອນ ທີ່ຈະຕ້ອງດຳເນີນການສຳຫຼວດ ເພື່ອອອກໃບຕາດິນ ໃຫ້ກັບປະຊາຊົນລາວ ຕໍ່ໄປອັນຖືເປັນພາກສ່ວນ ທີ່ສຳຄັນຢ່າງຍິ່ງໃນແຜນການ ເພີ່ມ ການຜະລິດດ້ານກະສິກຳ ແລະສະບຽງອາຫານໃນລາວ.

ທັງນີ້ ກະຊວງກະສິກຳ ແລະປ່າໄມ້ ກໍໄດ້ວາງເປົ້າໝາຍຈະດຶງດູດເອົາການລົງທຶນ ໃຫ້ ເຂົ້າມາໃນພາກກະສິກຳໃຫ້ໄດ້ 79,200 ຕື້ກີບ ຫຼື 9,900 ລ້ານໂດລາ ໃນຊ່ວງປີ 2016- 2020 ໂດຍໃນນີ້ເປັນການລົງທຶນຂອງເອກະຊົນລາວ ແລະຕ່າງຊາດໃນມູນຄ່າ 65,000 ຕື້ກີບ ຫຼື 82 ເປີເຊັນ ຂອງການລົງທຶນທັງໝົດສ່ວນທີ່ເຫຼືອ ຈະເປັນການລົງທຶນຂອງ ລັດຖະບານລາວ ໃນມູນຄ່າ 1,200 ຕື້ກີບ ທັງຍັງຈະຕ້ອງດຶງດູດເອົາການຊ່ວຍເຫຼືອ ຈາກຕ່າງປະເທດໃຫ້ໄດ້ເຖິງ 13,000 ຕື້ກີບ ຊຶ່ງໝາຍຄວາມວ່າ ກະເສດຕະກອນຍັງ ຈະຕ້ອງ ເພິ່ງພາການກູ້ຢືມເງິນທຶນ ຈາກຕ່າງປະເທດ ໂດຍສະເພາະແມ່ນນັກທຸລະກິດ ຈີນຕໍ່ໄປອີກນັ້ນເອງ.

XS
SM
MD
LG