ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນລາວ ໄດ້​ຮັບ​ຜົນ​ກະ​ທົບ ຫຼາຍ​ຂຶ້ນ ​ຈາກ​ການ​ຂັດ​ແຍ້ງ​ກັບ​ພາກ​ລັດ ແລະ ນັກ​ລົງ​ທຶນ ​ທີ່​ໄດ້​ຮັບ​ສຳ​ປະ​ທານ​ ທີ່​ດິນ​ຈາກ​ລັດ​ຖະ​ບານ


​ດິນ​ທີ່ບໍ່​ມີ​ໃບ​ຕາ​ດິນ​ຢູ່​ລາວ
​ດິນ​ທີ່ບໍ່​ມີ​ໃບ​ຕາ​ດິນ​ຢູ່​ລາວ

ປະ​ຊາ​ຊົນລາວ ໄດ້​ຮັບ​ຜົນ​ກະ​ທົບຫຼາຍ​ຂຶ້ນ​ຈາກ​ການ​ຂັດ​ແຍ້ງ​ກັບ​ພາກ​ລັດ ແລະ ນັກ​ລົງ​ທຶນ​ທີ່​ໄດ້​ຮັບ​ສຳ​ປະ​ທານ​ທີ່​ດິນ​ຈາກ​ລັດ​ຖະ​ບານ ເນື່ອງ​ຈາກວ່າ​ພື້ນ​ທີ່​ສຳ​ປະ​ທານ​ໄປ​ກວມ​ເອົາ​ທີ່​ດິນ​ຂອງ​ປະ​ຊາ​ຊົນ. ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ທ່ານ​ນາງພອນ​ເພັດ ອຸ່ນ​ແກ້ວ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ​ຈາກ​ແຂວງ​ສາ​ລະ​ວັນ ຖະ​ແຫຼງວ່າ​ນອກ​ຈາກ​ບັນ​ຫາ​ວິ​ກິດ​ການ​ທາງ​ເສດ​ຖະ​ກິດ ແລະຄ່າ​ເງິນ​ກີບ​ຕົກ​ຕ່ຳ​ລົງ​ທີ່​ໄດ້​ສົ່ງ​ຜົນ​ກ​ະ​ທົບ​ຕໍ່​ສະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນລາວ ທັງ​ປະ​ເທດ​ແລ້ວ ກໍ​ມີ​ອີກ​ບັນ​ຫາ​ນຶ່ງ​ທີ່​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຊົນລາວ ຢ່າງກວ້າງ​ຂວາງ​ເຊັ່ນ​ດຽວ​ກັນ ກໍ​ຄື​ບັນ​ຫາ​ຂັດ​ແຍ້ງ​ກ່ຽວ​ກັບ​ການ​ຖື​ຄອງ​ທີ່​ດິນ​ທີ່​ເກີດ​ຈາກ​ການ​ອະ​ນຸ​ຍາດ​ສຳ​ປະ​ທານ​ທີ່​ດິນ​ໃຫ້​ກັບ​ບັນ​ດາ​ບໍ​ລິ​ສັດ​ເອ​ກະ​ຊົນລາວ ແລະຕ່າງ​ປະ​ເທດ​ທີ່​ໄປ​ກວມ​ເອົາ​ທີ່​ດິນ​ຂອງ​ປະ​ຊາ​ຊົນ​ຢ່າງກວ້າງ​ຂວາງ ແລະ ການ​ອອກ​ໃບ​ຕາ​ດິນ​ທີ່ບໍ່​ໄດ້​ມາດ​ຕະ​ຖານ ແລະບໍ່​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ນັ້ນ ກໍ​ຍັງ​ເຮັດ​ໃຫ້​ມີ​ການ​ສໍ້​ໂກງ ຫຼື​ຍາດ​ແຍ່ງ​ເອົາ​ທີ່​ດິນ​ຂອງ​ປະ​ຊາ​ຊົນ​ໂດຍ​ພະ​ນັກ​ງານ​ຂອງພັກ, ຂອງ​ລັດ ແລະ ບັນ​ດາ​ບໍ​ລິ​ສັດ​ເອ​ກະ​ຊົນ​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ ​ໃນ​ນີ້​ຍັງ​ລວມ​ເຖິງ​ການ​ປອມ​ແປງ​ໃບ​ຕາ​ດິນ, ການ​ຈົດ​ແຈ້ງ ແລະ ຈັດ​ທຳ​ນິ​ຕິ​ກຳ​ຊ້ຳ​ຊ້ອນ ກ່ຽວ​ກັບທີ່​ດິນອີກ​ດ້ວຍ​ດັ່ງ​ທີ່​ທ່ານ​ນາງ ພອນ​ເພັດ ໃຫ້​ການ​ຢືນ​ຢັນ​ວ່າ:
“ປັດ​ຈຸ​ບັນ​ເຫັນ​ວ່າ​ການ​ເຮັດ​ທຸ​ລະ​ກຳ ກ່ຽວ​ກັບທີ່​ດິນ​ແມ່ນ​ມີຫຼາຍ ​ຊຶ່ງນອກ​ຈາກ​ການ​ຊື້​ຂາຍ​ສິດ​ນຳ​ໃຊ້​ທີ່​ດິນ​ໂດຍ​ບໍ່​ໂອນ ຫຼື​ວ່າ​ການ​ຄ້ຳ​ປະ​ກັນ​ກູ້​ຢືມ​ໂດຍບໍ່​ຈົດ​ທະ​ບຽນ ຊຶ່ງ​ເປັນ​ສາ​ເຫດ​ທີ່​ລັດ​ເຮົາ ​ບໍ່​ສາ​ມາດ​ເກັບ​ຄ່າ​ທຳ​ນຽມ​ຈາກ​ການ​ກະ​ທຳ​ດັ່ງ​ກ່າວເຂົ້າ​ລັດໄດ້​ແລ້ວ ກໍ​ຍັງ​ເຮັດ​ໃຫ້​ເກີດ​ມີ​ການ​ຊື້-ຂາຍ ແລະການ​ຮັບ​ປະ​ກັນ​ທີ່​ມີ​ລັກ​ສະ​ນະ​ຊ້ຳ​ຊ້ອນ ​ຄື​ທີ່​ດິນ​ຕອນ​ດຽວ​ຂາຍຫຼາຍ​ເທື່ອ ຫຼື​ວ່າ​ທີ່​ດິນ​ຕອນ​ດຽວ​ເອົາ​ໄປ​ຄ້ຳ​ປະ​ກັນ​ກູ້​ຢື​ມ​ເງິນຫຼາຍ​ບ່ອນ ຊຶ່ງ​ເປັນ​ສາ​ເຫດ​ພາ​ໃຫ້​ເກີດ​ຂໍ້​ຂັດ​ແຍ້ງ​ໃນ​ສັງ​ຄົມ.”

ທາງ​ດ້ານ​ຜູ້​ຊ່ຽວ​ຊານ​ການ​ລົງ​ທຶນ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ເປີດ​ເຜີຍ​ວ່າ ການ​ທີ່​ກຸ່​ມ​ທຸ​ລະ​ກິດຈີນ ເປັນ​ຜູ້​ລົງ​ທຶນ ຫຼາຍ​ທີ່​ສຸດ​ໃນ​ລາວ​ນັ້ນ ​ດ້ານ​ນຶ່ງ​ກໍ​ຍ່ອມ​ຈະ​ສົ່ງ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ລາວ ​ໃຫ້​ຂະ​ຫຍາຍ​ຕົວ​ເພີ່ມ​ຂຶ້ນ​ນັບ​ມື້ ແຕ່​ອີກ​ດ້ານ​ນຶ່ງ​ນັ້ນ​ກໍ​ໄດ້​ສ້າງ​ບັນ​ຫາ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ໃນລາວ ເພີ່ມ​ຂຶ້ນ​ນັບ​ມື້ເຊັ່ນ​ກັນ ໂດ​ຍ​ສະ​ເພາະ​ແມ່ນ​ກຸ່ມ​ລົງ​ທຶນ​ຈາກຈີນ ທີ່​ໄດ້​ສຳ​ປະ​ທານ​ທີ່​ດິນ​ເພື່ອ​ການ​ຜະ​ລິດ​ດ້ານ​ກະ​ສິ​ກຳ​ນັ້ນ ກໍ​ຄື​ພາກ​ສ່ວນ​ທີ່​ໄດ້​ສ້າງ​ບັນ​ຫາ ແລະ ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ໃນ​ລາວ ຢ່າງ​ຮຸນ​ແຮງ​ທີ່​ສຸດ ເພາະ​ໄດ້​ມີ​ການ​ໃຊ້​ສານ​ເຄ​ມີ​ຢ່າງຫຼວງຫຼາຍ.

ສ່ວນ​ທ່ານພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຖະ​ແຫຼງວ່າ​ການ​ພັດ​ທະ​ນາ​ທາງ​ເສດ​ຖະ​ກິດ​ລາວ​ທີ່​ອີງ​ໃສ່​ການ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ເປັນຫຼັກ​ນັ້ນ ໄດ້​ເຮັດ​ໃຫ້​ເກີດ​ຜົນ​ເສຍ​ຫາຍຫຼາຍກວ່າ​ການ​ສ້າງ​ຜົນ​ປະ​ໂຫຍດ​ ໂດຍ​ສະ​ເພາະ​ແມ່ນ​ການ​ອະ​ນຸ​ຍາດ​ສຳ​ປະ​ທານ​ປ່າ​ໄມ້, ທີ່​ດິນ ແລະຂຸດ​ຄົ້ນ​ແຮ່​ທາດ​ນັ້ນ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອ​ມ​ຢ່າງກວ້າງ​ຂວາງ ໃນ​ຂະ​ນະ​ທີ່​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ການ​ສ້າງວັດ​ທະ​ນະ​ທຳ​ໃໝ່​ກັບ​ດຳ​ເນີນ​ໄປ​ຢ່າງ​ຊັກ​ຊ້າ ຈຶ່ງ​ເປັນ​ບັນ​ຫາ​ນຶ່ງ​ທີ່​ເຮັດ​ໃຫ້​ລາວ​ມີ​ໜີ້ສິນ​ຕ່າງ​ປະ​ເທ​ດ​ເພີ່ມ​ຂຶ້ນ ເພາະ​ສິນ​ຄ້າ​ລາວບໍ່​ສາ​ມາດ​ແຂ່ງ​ຂັນ​ໃນ​ຕະຫຼາດ​ຕ່າງ​ປະ​ເທ​ດ​ໄດ້​ນັ້ນ​ເອງ.

ທາງ​ດ້ານ​ຜູ້​ປະ​ສານ​ງານ​ອົງ​ການ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ໃນລາວ ເປີດ​ເຜີຍ​ວ່າ​ບັນ​ຫາ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ ແລະ ເກີດ​ຂຶ້​ນ​ຢ່າງກວ້າງ​ຂວາງ​ຢູ່​ໃນລາວ ກໍຄື​ການ​ຂັດ​ແຍ້ງ​ກ່ຽວ​ກັບ​ສຳ​ປະ​ທານ​ຂຸດ​ຄົ້ນ​ແຮ່​ທາດ ລະ​ຫວ່າງ​ປະ​ຊາ​ຊົນ​ລາວ​ກັບ​ພາກ​ລັດ ແລະ ຜູ້​ລົງ​ທຶນ​ໃນ​ໂຄງ​ການ​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ການ​ທີ່​ພາກ​ເອ​ກະ​ຊົນ​ລາວ ໄດ້​ຂາຍ​ຕໍ່​ສຳ​ປະ​ທານ​ໃຫ້​ບໍ​ລິ​ສັດ​ຕ່າງ​ຊາດ​ແຕ່​ພະ​ນັກ​ງານ​ລັດ​ທີ່​ກ່ຽວ​ຂ້ອງ​ກັບ​ເຫັນ​ວ່າ​ເປັນ​ການ​ປະ​ຕິ​ບັດ​ບໍ່​ຖືກ​ຕ້ອງ​ຕາມ​ລະ​ບຽບ​ກົດ​ໝາຍ ແລະ ໄດ້​ມີ​ການ​ຟ້ອງ​ຮ້ອງ​ເປັນ​ຄະ​ດີ​ຄວາມ​ໃນ​ສານ ອັນ​ໄດ້​ສົ່ງ​ຜົນ​ກະ​ທົບ​ເຖິງ​ປະ​ຊາ​ຊົນ ລາວ ທີ່​ຢູ່​ໃນ​ເຂດ​ສຳ​ປະ​ທານ​ທີ່​ຂັດ​ແຍ້ງ​ດັ່ງ​ກ່າວ​ດ້ວຍ.

ໃນ​ໄລ​ຍະ​ຜ່ານ​ມາ​ໄດ້​ສຳຫຼວດ​ພົບ​ແຮ່​ທາດ​ໃນ​ລາວຫຼາຍກວ່າ 570 ແຫ່ງ​ທີ່ກວມ​ເອົາ​ພື້ນ​ທີ່ກວ້າງ​ກວ່າ 162,104 ກິ​ໂລ​ແມັດ ​ມົນ​ທົນ ​ຄິ​ດ​ເປັນ 68 ເປີ​ເຊັນ​ຂອງ​ພື້ນ​ທີ່​ທັງ​ໝົດ​ໃນ​ລາວ ໃນ​ນີ້​ລັດ​ຖະ​ບານລາວ ໄດ້​ອະ​ນຸ​ຍາດ​ສຳ​ປະ​ທານ​ໃຫ້​ເອ​ກະ​ຊົນ​ລາວ ແລະ ຕ່າງ​ຊາດ​ໄປ​ແລ້ວ 649 ລາຍ ແລະ 942 ກິດ​ຈະ​ການ​ທົ່ວ​ປະ​ເທດ. ສ່ວນ​ອົງ​ການ Open Development Network ກໍ​ລາຍ​ງານ​ວ່າ​ລັດ​ຖະ​ບານ ລາວ ໄດ້​ອະ​ນຸ​ຍາດ​ສຳ​ປະ​ທານ​ທີ່​ດິນ​ຈຳ​ນວນ 1,758 ໂຄງ​ການ​ມີ​ພື້ນ​ທີ່​ລວມ 11,754,417 ເຮັກ​ຕາ ແຕ່​ມີ​ການ​ນຳ​ໃຊ້​ທີ່​ດິນ​ແທ້ 549,248 ເຮັກ​ຕາ ຫຼືບໍ່​ເຖິງ 5 ເປີ​ເຊັນ​ຂອງ​ພື້ນ​ທີ່​ສຳ​ປະ​ທານ​ທັງ​ໝົດ ໃນ​ນີ້​ເປັນ​ການ​ອະ​ນຸ​ຍາດ​ໂດຍ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ 1,331 ໂຄງ​ການ ຈຶ່ງ​ເຮັດ​ໃຫ້​ລັດ​ຖະ​ບານກວດ​ກາ​ໄດ້​ບໍ່​ທົ່ວ​ເຖິງ​ນັ້ນ​ເອງ.

XS
SM
MD
LG