ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປຊຊ ລາວ ບໍ່ເຫັນດ້ວຍ ກັບການປັບລາຄາ ໄຟຟ້າ ເປັນອັດຕາດຽວ ທັງລະບົບ


ຕາຕະລາງ ອັດຕາ ຄ່າໄຟຟ້າ ທັງເກົ່າ ແລະ ໃໝ່
ຕາຕະລາງ ອັດຕາ ຄ່າໄຟຟ້າ ທັງເກົ່າ ແລະ ໃໝ່

ປະຊາຊົນລາວ ບໍ່ເຫັນດ້ວຍກັບການປັບລາຄາພະລັງງານໄຟຟ້າ ເປັນອັດຕາດຽວທັງ
ລະບົບ ໂດຍເຫັນວ່າ ຄົນທຸກຍາກ ຈະຕ້ອງຮັບພາລະຄ່າໄຟຟ້າໃນອັດຕາດຽວກັນກັບ
ຄົນຮັ່ງມີ ທີ່ໃຊ້ໄຟຟ້າຫຼາຍກວ່າຄົນທຸກຍາກ.


ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານແລະບໍ່ແຮ່ ໃຫ້ການ
ຢືນຢັນວ່າ ລັດຖະບານລາວ ໄດ້ພິຈາລະນາປັບລົດລາຄາການຊົມໃຊ້ພະລັງງານໄຟຟ້າ
ໃນຄົວເຮືອນ ແລະການຜະລິດສິນຄ້າ ຮວມເຖິງບໍລິການຕ່າງໆ ເມື່ອບໍ່ນານມານີ້ ເພື່ອ
ຊ່ວຍຫລຸດຜ່ອນຄ່າໃຊ້ຈ່າຍຂອງປະຊາຊົນ ແລະຊ່ວຍຫລຸດຕົ້ນທຶນການຜະລິດສິນຄ້າ
ແລະບໍລິການຕ່າງໆ ທັງໃນພາກກະສິກຳ ພາກອຸດສາຫະກຳ ແລະພາກບໍລິການ ທັງນີ້
ໂດຍມີທາງເລືອກ 2 ທາງດ້ວຍກັນ ຄືການຮັກສາລາຄາເກົ່າ ແລະການໃຫ້ມີລາຄາດຽວ
ແຕ່ມີນະໂຍບາຍຫລຸດລາຄາໃນອັດຕາ 50 ເປີເຊັນ ໃຫ້ກັບຜູ້ທີ່ມີລາຍໄດ້ຕ່ຳ ຊຶ່ງກໍປາ
ກົດວ່າ ສຽງສ່ວນໃຫຍ່ໃນຄະນະລັດຖະບານລາວ ເຫັນດີກັບທາງເລືອກທີ 2 ຫາກແຕ່
ກໍຍັງເຫັນຕ່າງກັນ ກ່ຽວກັບກຳນົດລາຄາ ແລະປະລິມານການຊົມໃຊ້ໄຟຟ້າ ທີ່ຈະໄດ້ຮັບການຫລຸດລາຄາໃນອັດຕາ 50 ເປີເຊັນ ດັ່ງກ່າວ.

ພະນັກງານບໍລິສັດໄຟຟ້າລາວ ກຳລັງຕິດຕັ້ງ ອຸປະກອນລະບົບການສົ່ງກະແສໄຟຟ້າ ຢູ່ສະຖານີສົ່ງກະແສໄຟຟ້າ
ພະນັກງານບໍລິສັດໄຟຟ້າລາວ ກຳລັງຕິດຕັ້ງ ອຸປະກອນລະບົບການສົ່ງກະແສໄຟຟ້າ ຢູ່ສະຖານີສົ່ງກະແສໄຟຟ້າ

ທ່ານຄຳມະນີ ຢືນຢັນວ່າ ມີຄວາມເປັນໄປໄດ້ສູງ ທີ່ລາຄາພະລັງງານໄຟຟ້າ ສຳລັບທີ່
ຢູ່ອາໄສ ຈະມີລາຄາດຽວທີ່ລະດັບ 700 ກີບຕໍ່ກິໂລວັດ/ໂມງ ສ່ວນທີ່ຍັງບໍ່ໄດ້ຂໍ້ສະລຸບ
ນັ້ນ ກໍຄືປະລິມານການຊົມໃຊ້ໄຟຟ້າ ຈະຕ້ອງມີການສຶກສາຄົ້ນຄວ້າຢ່າງຮອບດ້ານວ່າ
ຄວນຈະເລືອກເອົາກຳນົດໃດ ລະຫວ່າງ 0-50 ກັບ 0-150 ກິໂລວັດ/ໂມງ ສຳລັບ
ການຊົມໃຊ້ໄຟຟ້າໃນຄົວເຮືອນ ຂອງປະຊາຊົນ ຫາກແຕ່ປະຊາຊົນລາວ ສ່ວນໃຫຍ່
ກໍຍັງບໍ່ເຫັນດ້ວຍກັບການກຳນົດລາຄາໄຟຟ້າ ເປັນອັດຕາດຽວ ເພາະເຫັນວ່າ ມີແຕ່
ຄົນລວຍເທົ່ານັ້ນ ທີ່ຈະໄດ້ຮັບຮປະໂຫຍດ ໃນຂະນະທີີ່ຄົນທຸກຍາກກັບຕ້ອງຮັບພາລະ
ຄ່າໄຟຟ້າເທົ່າກັບຄົນລວຍ ທີ່ໃຊ້ໄຟຟ້າຫຼາຍກວ່າຄົນຈົນ ໂດຍສະເພາະ ກໍແມ່ນບັນດາ
ເຈົ້າຂອງບໍລິສັດຫ້າງຮ້ານນັ້ນ ດັ່ງທີ່ພໍ່ຕູ້ບຸນມີ ຢູ່ທີ່ເມືອງໄຊທານີ ນະຄອນວຽງຈັນ ໄດ້ໃຫ້
ການຢືນຢັນວ່າ:

“ເຮົາວ່າ ບໍ່ເໝາະສົມ ເພາະວ່າ ບໍລິສັດຫ້າງຮ້ານນີ້ ໃຊ້ໄຟຫລາຍ ຫຼືຜູ້ຄົນທຸກ ຄົນຍາກ ມັນໃຊ້ໄຟໜ້ອຍສິໄປປັບໃສ່ລາຄາດຽວ ມັນສິໜັກຜູ້ທຸກໂພດບໍ່ ຜູ້ມັນໃຊ້ໄຟດອກດຽວ ແລ້ວສິໄປເສຍເທົ່າໝູ່ ຮ້ວຍມັນກະສິໜັກເດ້ເນາະ ພໍ່ຕູ້ນີ້ວ່າ ບໍ່ເຫັນດີ ໃຜໃຊ້ຫຼາຍ ຄູນ
ຫຼາຍ ຄັນວ່າເພິ່ນເຫັນໃຈ ຫລຸດລົງກະໄດ້ ຕາມໂຕເລກ ໃຫ້ຫລຸດຜ່ອນລົງ ພໍ່ຕູ້ຢາກ ວ່າຄືແນວນັ້ນ.”

ພະນັກງານບໍລິສັດໄຟຟ້າລາວ ກຳລັງຕິດຕັ້ງ ກົ່ງເຕີນັບໄຟຟ້າ ໃຫ້ກັບພົນລະເມືອງຄົນນຶ່ງ
ພະນັກງານບໍລິສັດໄຟຟ້າລາວ ກຳລັງຕິດຕັ້ງ ກົ່ງເຕີນັບໄຟຟ້າ ໃຫ້ກັບພົນລະເມືອງຄົນນຶ່ງ

ສ່ວນການຊົມໃຊ້ພະລັງງານໄຟຟ້າ ທີ່ບໍ່ແມ່ນທີ່ຢູ່ອາໄສ ກໍຄືຫົວໜ່ວຍຜະລິດສິນຄ້າ
ແລະບໍລິການຕ່າງໆນັ້ນ ກໍໄດ້ແບ່ງເປັນ 3 ອັດຕາ ຄື 526 ກີບ 600 ກີບ ແລະ 761 ກີບ
ຕໍ່ກິໂລວັດ/ໂມງ ສຳລັບການຜະລິດ ກະສິກຳ ການປຸງແຕ່ງສິນຄ້າສະບຽງອາຫານ
ວິສາຫະກິດຂະໜາດນ້ອຍ-ຂະໜາດກາງ (SME) ຕາມລຳດັບ ສ່ວນໂຮງງານອຸດສາ-
ຫະກຳນັ້ນ ໄດ້ແບ່ງເປັນ 4 ອັດຕາ ຄື 684 ກີບ 651 ກີບ 620 ກີບ ແລະ 600 ກີບ ຕໍ່
ກິໂລວັດ/ໂມງ ສຳລັບໂຮງງານທີ່ໃຊ້ພະລັງງານ ທີ່ໃຊ້ພະລັງງານໄຟຟ້າບໍ່ເກີນ 100,000
ກິໂລວັດ/ໂມງ ຫຼາຍກວ່າ 100,000-500,000 ເກີນກວ່າ 500,000 ແລະຫຼາຍກວ່າ 10
ລ້ານກິໂລວັດ/ໂມງ ຕາມລຳດັບ.

ໃນປັດຈຸບັນ ລັດວິສາຫະກິດໄຟຟ້າລາວ (EDL) ໄດ້ຈັດແບ່ງການຊົມໃຊ້ໄຟຟ້າເປັນ 7
ປະເພດ ຄືການຊົມໃຊ້ໄຟຟ້າໃນຄົວເຮືອນ ພາກຊົນລະປະທານ ໜ່ວຍງານຂອງລັດ
ຖະບານ ພາກອຸດສາຫະກຳ ພາກທຸລະກິດ ອົງການສາກົນ ສະຖານບັນເທີງ ແລະໄດ້
ແບ່ງການຈັດເກັບຄ່າໄຟຟ້າ ໃນຄົວເຮືອນເປັນ 6 ອັດຕາ ຄືຕັ້ງແຕ່ 348 ກີບ ເຖິງ 999
ກີບຕໍ່ກິໂລວັດ/ໂມງ ສ່ວນນອກນັ້ນ ຈັດເກັບໃນອັດຕາໃນອັດຕາຕັ້ງແຕ່ 516 ກີບ ເຖິງ
1,429 ກີບຕໍ່ກິໂລວັດ/ໂມງ ພ້ອມກັນນັ້ນ ຍັງມີການຈັດເກັບຄ່າບໍລິການ ແລະພາສີມູນ
ຄ່າເພີ້ມໃນອັດຕາ 10 ເປີເຊັນ ຂອງຄ່າໄຟຟ້າ ໃນແຕ່ລະເດືອນອີກດ້ວຍ.

ທາງດ້ານ ທ່ານສົມຈັນພິລາລົມ ຮອງຫົວໜ້າຝ່າຍປະຕິບັດການໄຟຟ້າ ໃນນະຄອນ
ວຽງຈັນ ຢືນຢັນວ່າ ໃນປັດຈຸບັນນີ້ ອຳນາດການປົກຄອງເຂດນະຄອນວຽງຈັນ ຍັງຕິດ
ຄ້າງການຊຳຫລະ ຄ່າພະລັງງານໄຟຟ້າ ໃນມູນຄ່າຮວມເກີນກວ່າ 40 ຕື້ກີບ ໂດຍເປັນ
ຄ່າພະລັງງານໄຟຟ້າໃນສ່ວນຂອງໄຟເຍືອງທາງ ທັງລະບົບທີ່ຕິດຕັ້ງ ໃນທົ່ວເຂດ
ນະຄອນວຽງຈັນ ຊຶ່ງການທີ່ບໍ່ມີງົບປະມານສຳລັບຊຳຫລະຄ່າໄຟຟ້າດັ່ງກ່າວ ຈຶ່ງເຮັດ
ໃຫ້ເກີດແນວຄິດ ທີ່ຈະຂໍການປະກອບສ່ວນຈາກປະຊາຊົນລາວ ໃນເຂດນະຄອນ
ວຽງຈັນ ດ້ວຍການຈັດເກັບເພີ້ມເຂົ້າໃນຄ່າຊົມໃຊ້ໄຟຟ້າລາຍເດືອນ ໃນແຕ່ລະຄົວ
ເຮືອນນັ້ນ ໂດຍໜ່ວຍງານລັດກໍຄືພາກສ່ວນທີ່ຕິດໜີ້ຄ່າໄຟຟ້າຫລາຍທີ່ສຸດ.

XS
SM
MD
LG